ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ ເພື່ອສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

06:25 | 09/04/2020

ຍສໝ - ທ່ານ Kydong Park, ຫົວໜ້າຄະນະຕົວແທນ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ຂອງ ລັດຖະບານຫວຽດນາມ, ນັ້ນແມ່ນ ການຊີ້ນຳກັບທີ່, ກຳລັງກັບທີ່, ພາຫະນະກັບທີ່ ແລະ ພະລາທິການກັບທີ່”.

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງວ ທ ການ 4 ກ ບທ ເພ ອສະກ ດກ ນພະຍາດ covid 19 ຂອງຫວຽດນາມ ກອງປະຊຸມທາງອລ ລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ແລະ ລາວ ເພື່ອສົ່ງເສີມການປ້ອງກັນ Covid-19
ອ ງການອະນາໄມໂລກ who ໄດ ຕ ລາຄາສ ງວ ທ ການ 4 ກ ບທ ເພ ອສະກ ດກ ນພະຍາດ covid 19 ຂອງຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ກະກຽມມາດຕະການຮັບມືກັບລະດັບ 4 ຂອງໂລກລະບາດ ໂຄວິດ 19

ຕາມສະຖິຕິ, ໃນທົ່ວໂລກ ການເພີ່ມຈາກ 100 ກໍລະນີ ເຖິງ 1000 ກໍລະນີຕິດເຊື້ອ Covid-19 ຕິດເຊື້ອ ໃນເວລາ 10 ວັນ. ໃນປະເທດ ຫວຽດນາມ ນັບຕັ້ງແຕ່ເມື່ອພົບເຫັນ 100 ກໍລະນີຕິດເຊື້ອ Covid-19 ແຕ່ວັນທີ 22 ມີນາ ເຖິງປະຈຸບັນ (ກວ່າ 2 ອາທິດ), ຈຳນວນກໍລະນີຕິດເຊື້ອ Covid-19 ເປັນ 241 ກໍລະນີ. ຕໍ່າກວ່າສະເລ່ຍຂອງໂລກ.

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງວ ທ ການ 4 ກ ບທ ເພ ອສະກ ດກ ນພະຍາດ covid 19 ຂອງຫວຽດນາມ
ທ່ານ Kydong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ໄດ້ຕີລາຄາສູງວິທີການສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ. (ພາບ: VTV)

ໂດຍສະຖານະການລະບາດຂອງພະຍາດ COVID-19 ຢູ່ ຫວຽດນາມ, ທ່ານ Kydong Park, ຫົວໜ້າຄະນະຕົວແທນ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ມີ 3 ເຫດຜົນ ເພື່ອໃຫ້ຫວຽດນາມ ໄດ້ບັນລຸໝາກຜົນທີ່ໜ້າປະທັບໃຈນີ້, ຄື:

ທີໜຶ່ງແມ່ນ, ໃນ 10 ປີທີ່ຜ່ານມາ, ຫວຽດນາມ ໄດ້ລົງທຶນຢ່າງຫຼວງຫຼາຍໃນການຍົກສູງຄວາມສາມາດ ຂອງຂະແໜງສາທາລະນະສຸກ, ລະບົບຫ້ອງທົດລອງວິເຄາະ, ແລະ ຍົກສູງຄວາມສາມາດຕອບສະໜອງ ກັບສະພາບການຢ່າງພິເສດ ໃນໂຮງໝໍ.

ທີສອງແມ່ນ, ຫວຽດນາມ ໄດ້ເປີດໃຊ້ກົນໄກເຕືອນໄພການລະບາດ ຢ່າງໄວວາ. ເມື່ອປະເທດຈີນ ຫາກໍໄດ້ບັນທຶກບັນດາກໍລະນີຕິດເຊື້ອພະຍາດ ປອດອັກເສບແປກໜ້າ ໃນທ້າຍເດືອນທັນວາ 2019, ຫວຽດນາມ ໄດ້ສ້າງແຜນການ ຢ່າງທັນທີ ເພື່ອຕອບສະໜອງຕໍ່ການແຜ່ລະບາດພະຍາດຈາກຕ່າງປະເທດ ແລະ ການແຜ່ລະບາດໃນຊຸມຊົນ.

ປັດໄຈສຸດທ້າຍ ແລະ ສຳຄັນທີ່ສຸດ ແມ່ນ ລັດຖະບານຫວຽດນາມ ສາມາດຮຽກຮ້ອງຄວາມເຫັນດີເຫັນພ້ອມ ແລະ ຄວາມເຊື່ອຖືຂອງປະຊາຊົນທັງໝົດ. ສະນັ້ນ, ການປະຕິບັດວຽກງານແຍກອອກຫ່າງໃນສັງຄົມ ໄດ້ຮັບຄວາມສຳເລັດຜົນຕາມຄຳສັ່ງ ຂອງນາຍົກລັດຖະມົນຕີທີ່.

"ປະຊາຊົນຫວຽດນາມ ໄດ້ເຊື່ອໝັ້ນລັດຖະບານ ເຊິ່ງໄດ້ມີການຕັດສິນໃຈທີ່ຖືກຕ້ອງ ໃນການປ້ອງກັນການລະບາດຂອງພະຍາດ, ແລະ ສ່ວນລັດຖະບານຫວຽດນາມ ກໍ່ໍມີການກະທຳ ຢ່າງຕັ້ງໜ້າ ແລະ ໝົດຈິດໝົດໃຈ."

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງວ ທ ການ 4 ກ ບທ ເພ ອສະກ ດກ ນພະຍາດ covid 19 ຂອງຫວຽດນາມ ຫວຽດນາມ ໄດ້ປະດິດສ້າງ ໂຣບົດ ເພື່ອຂົນສົ່ງເຄື່ອງ ຢ່າງສຳເລັດຜົນ ເພື່ອຮັບໃຊ້ຢູ່ເຂດແຍກຕົວ

ຍສໝ - ໃນວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຄົ້ນຄວ້າ ແລະ ປະດິດສ້າງຢ່າງສຳເລັດຜົນ ໂຣບົດຂົນສົ່ງເຄື່ອງເພື່ອຮັບໃຊ້ໃນການປິ່ນປົວໃຫ້ຜູ້ຕິດເຊື້ອ Covid-19 ຢູ່ເຂດແຍກຕົວ.

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງວ ທ ການ 4 ກ ບທ ເພ ອສະກ ດກ ນພະຍາດ covid 19 ຂອງຫວຽດນາມ ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19

ຍສໝ - ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ປະເທດລາວ ໄດ້ສະໜັບສະໜູນລັດຖະບານລາວ ຈຳນວນ ເງິນ 370.000 ໂດລາສະຫະລັດໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງວ ທ ການ 4 ກ ບທ ເພ ອສະກ ດກ ນພະຍາດ covid 19 ຂອງຫວຽດນາມ ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.