WHO: ບັນດາປະເທດເພີ່ມທະວີຕິດຕາມກວດກາ ແລະ ບັນດາມາດຕະການ ປ້ອງກັນໄວຣັດ SARS-COV-2

17:00 | 04/01/2024

ຍສໝ - ອົງການສາທາລະນະສຸກສາກົນ (WHO) ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ​ເພີ່ມ​ທະວີ​ການ​ຕິດຕາມ​​ ແລະ ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19.

ໜັງສືພິມອາກຊັງຕິນ: “ບັ້ນຕໍ່ສູ້ຕ້ານເຊື້ອໄວຣັດ SARS-CoV-2: ຮູບແບບຫວຽດນາມ - ແບບຢ່າງຂອງໂລກ” ໜັງສືພິມອາກຊັງຕິນ: “ບັ້ນຕໍ່ສູ້ຕ້ານເຊື້ອໄວຣັດ SARS-CoV-2: ຮູບແບບຫວຽດນາມ - ແບບຢ່າງຂອງໂລກ”
ບໍລິສັດຫວຽດນາມມອບຊຸດວິໄຈກວດຫາເຊື້ອໄວຣັດ SARS – CoV- 2 ໃຫ້​ອໍານາດ​ການ​ປົກຄອງ Moldova ຈໍານວນ 600 ຊຸດ ບໍລິສັດຫວຽດນາມມອບຊຸດວິໄຈກວດຫາເຊື້ອໄວຣັດ SARS – CoV- 2 ໃຫ້​ອໍານາດ​ການ​ປົກຄອງ Moldova ຈໍານວນ 600 ຊຸດ

ໃນສະຖານະການທີ່ໂລກພວມກ້າວຈາກກົນໄກສຸກເສີນໄປສູ່ຍຸດທະສາດການປ້ອງກັນ ແລະ ຄວບຄຸມກວດກາໄລຍະຍາວສໍາລັບ COVID-19, WHO ເນັ້ນຫນັກວ່າ ຕ້ອງຮັກສາບັນດາຄວາມມານະພະຍາຍາມໃນການວິເຄາະ, ອະທິບາຍລຳດັບດຳເນີນ gene ແລະ ການລາຍງານ. ອົງການສາທາລະນະສຸກທົ່ວໂລກນີ້ ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການຕິດຕາມກວດກາ ແລະ ບັນດາມາດຕະການປ້ອງກັນໄວຣັດ SARS-COV-2 ທີ່ເປັນສາເຫດຂອງ COVID-19 ເຊັ່ນດຽວກັນກັບກາຍພັນ JN.1. WHO ຍັງ​ໄດ້​ເລ່ງໃຫ້ບັນດາປະ​ເທດ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຜັນຂະຫຍາຍກິດ​ຈະ​ກໍາ​ການ​ປ້ອງ​ກັນ​.

WHO: ບັນດາປະເທດເພີ່ມທະວີຕິດຕາມກວດກາ ແລະ ບັນດາມາດຕະການ ປ້ອງກັນໄວຣັດ SARS-COV-2

ພະນັກງານແພດເອົາຕົວຢ່າງການກວດຫາເຊື້ອ COVID-19 ໃຫ້ແກ່ຄົນໃນສິງກະໂປ

ໄວຣັດທີ່ເປັນສາເຫດຂອງ COVID-19 ຍັງສືບຕໍ່ພັດທະນາ, ກາຍພັນ ແລະ ກະຈາຍໃນທົ່ວໂລກ. ຜູ້ອຳນວຍການຂອງ WHO ທີ່ຮັບຜິດຊອບພາກພື້ນ ອາຊີຕາເວັນອອກສຽງໃຕ້ ທ່ານ ປອ Poonam Khetrapal Singh ໃຫ້ຮູ້ວ່າ ເຖິງຫຼັກຖານໃນປະຈຸບັນໃຫ້ເຫັນຄວາມສ່ຽງເພີ່ມຂຶ້ນຕໍ່ສຸຂະພາບຂອງມະນຸດ ຍ້ອນກາຍພັນ JN.1 ແມ່ນຕໍ່າ, ແຕ່ວົງການເຈົ້າໜ້າທີ່ສາທາລະນະສຸກຕ້ອງ​ສືບ​ຕໍ່​ຕິດຕາມ​ການ​ພັດທະນາ​ຂອງບັນດາການພັນເຫຼົ່າ​ນີ້ ​ເພື່ອ​ດັດ​ປັບມາດ​ຕະການ​ແກ້​ໄຂ. ຕາມ​ນັ້ນ​ແລ້ວ, ບັນດາ​ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ ​ແລະ​ ອະທິບາຍລຳດັບດຳເນີນ gene, ກໍຄືຮັບປະກັນ​ການ​ແບ່ງປັນ​ຂໍ້​ມູນ​ເຊິ່ງກັນ​ແລະ​ກັນ.

ໃນວັນທີ 18 ທັນວາ ທີ່ຜ່ານມາ, WHO ໄດ້ຈັດປະເພດ JN.1 ແມ່ນສາຍພັນໜຶ່ງທີ່ໄດ້ຮັບເອົາໃຈໃສ່, ແຕ່ກໍ່ໃຫ້ຮູ້ວ່າ ສາຍພັນນີ້ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ສຸຂະພາບຊຸມຊົນຫຼາຍ. WHO ກ່າວອີກວ່າ ບັນດາວັກຊີນໃນປະຈຸບັນຍັງມີຄຸນປະໂຫຍດໃນການປົກປ້ອງຜູ້ຕິດເຊື້ອຈາກອາການທີ່ໜັກ ແລະ ມີຄວາມສ່ຽວເຖິງຊີວິດອິນຊີຍ້ອນ JN.1 ເຊັ່ນດຽວກັນກັບສາຍພັນອື່ນໆຂອງ ໄວຣັດ SARS-CoV-2.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.