ວັກຊີນ 5 ໃນ 1 ກວ່າ 185,000 ຫຼອດ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການ UNICEF ໄດ້ມາຮອດຫວຽດນາມ

10:47 | 31/07/2023

ຍສໝ - ວັນ​ທີ 27 ກໍລະກົດ​ນີ້, ວັກ​ຊີ​ນ 5 ໃນ 1 ຈຳນວນ 185,700 ກວ່າຫຼອດ ໂດຍອົງການ​ອະນາ​ໄມ​ໂລກ (WHO) ເເລະ UNICEF ມອບໃຫ້ ຫວຽດນາມ ໄດ້ມາຮອດຮ່າໂນ້ຍແລ້ວ. ພາຍຫຼັງ​ໄດ້​ກວດກາແລ້ວ, ຢາ​ວັກ​ຊີນຈຳນວນ​ນີ້​ຈະ​ຖືກຈັດແບ່ງປັນ​ໃຫ້​ບັນດາທ້ອງ​ຖິ່ນ​ເພື່ອ​ຮັບ​ໃຊ້​ການງຽກງານການສັກຢາກັນພະຍາດເປີດກ້ວາງ​ໃຫ້​ເດັກ.

ຫວ່າງ​ມໍ່ໆ​ນີ້, ກະຊວງ​ສາທາລະນະ​ສຸກ​ໄດ້​ເປັນເຈົ້າການແລກປ່ຽນ​ກັບ​ບັນດາອົງການສາກົນ WHO, UNICEF ເພື່ອຊອກຫາແຫຼ່ງວັກຊີນ 5 ໃນ 1 ເພື່ອຜັນຂະຫຍາຍການສັກຢາກັນພະຍາດໃຫ້ແກ່ເດັກນ້ອຍອາຍຸຕ່ຳກວ່າ 1 ປີ ເພື່ອປ້ອງກັນບັນດາພະຍາດຄໍຕີບ, ໄອໄກ່, ບາດພະຍັກ, ຕັບບີ ແລະ ປອດອັກເສບ/ເຍື່ອຫຸ້ມສະໝອງອັກເສບ ທີ່ເກີດຈາກພະຍາດ Hib.

ວັກຊີນ 5 ໃນ 1 ກວ່າ 185,000 ຫຼອດ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການ UNICEF ໄດ້ມາຮອດຫວຽດນາມ
ວັກຊີນ 5 ໃນ 1 ໄດ້ມາຮອດຮ່າໂນ້ຍໃນວັນທີ 27 ກໍລະກົດ (ພາບ: UNICEF).

ຜູ້ຕາງຫນ້າກະຊວງສາທາລະນະສຸກໄໃຫ້ຮູ້ວ່າ: ໂຄງການສັກຢາກັນພະຍາດທີ່ໄດ້ຜັນຂະຫຍາຍມາເປັນເວລາຫຼາຍປີຢູ່ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການຄວບຄຸມ, ຈຳກັດ ແລະ ປ້ອງກັນພະຍາດຕິດຕໍ່ບໍ່ໃຫ້ກັບມາອີກ. ​ໃນ​ໂຄງການສັກ​ວັກຊີນເປີດກວ້າງ , ຫວຽດນາມ​ໄດ້​ຜະລິດ 9 ຊະນິດ, ສ່ວນອີກ 2 ຊະນິດ​ຕ້ອງ​ນຳ​ເຂົ້າ, ​ໃນ​ນັ້ນ​ ມີ​ວັກຊີນ DTP - VGB - Hib, ຊ່ວຍປ້ອງ​ກັນ 5 ພະຍາດ​ໃນເຂັໍມດຽວ​ ເຊິ່ງມີຄວາມສະດວກດີທີ່ສຸດ.

ຈຳນວນວັກຊີນທີ່ຫາກໍ່ໄດ້ຮັບເອົາແມ່ນໄດ້ຮັບໃບອະນຸຍາດນຳໃຊ້ຢູ່ຫວຽດນາມ, ມີໃບອະນຸຍາດນຳເຂົ້າ, ການກວດກາການຮັບປະກັນຄຸນນະພາບ ແລະ ຄວາມປອດໄພ. ສູນຄວບຄຸມພະຍາດຕິດຕໍ່​ສູນ​ກາງ ກໍ່ໄດ້​ມີຄໍາ​ແນະ​ນໍາ​ກ່ຽວ​ກັບ​ການ​ຮັບ, ການ​ຂົນ​ສົ່ງ, ການ​ເກັບ​ຮັກ​ສາ, ການ​ນໍາ​ໃຊ້ ... ແລະ​ ການ​ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມ​ໃຫ້ບັນດາ​ທ້ອງ​ຖິ່ນ.

​ໃນ​ວັນ​ທີ 28 ກໍລະກົດ​ນີ້, ຢາ​ວັກ​ຊິນ​ດັ່ງກ່າວ​ໄດ້​ຂົນ​ສົ່ງ​ໄປ​ຍັງ​ບັນດາ​ແຂວງ, ນະຄອນ ​ແລະ ​ເຂດ​ພູດອຍ​ທີ່​ຫຍຸ້ງຍາກເຂດພາກ​ເໜືອ, ເຊິ່ງເປັນເຂດປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ໃນ​ການ​ເຂົ້າເຖິງການບໍລິການການສັກຢາກັນພະຍາດ​ ເພື່ອຈະດຳເນີນສັກຢາ​ໃຫ້​ເດັກນ້ອຍ​ແຕ່​ຕົ້ນ​ເດືອນ 8/2023 ເປັນຕົ້ນໄປ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.