ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ

11:30 | 30/03/2020

ຍສໝ - ວັນທີ 28 ມີນາ, ໃນກອງປະຊຸມນັກຂ່າວທີ່ກ່ຽວຂ້ອງແຜນການປ້ອງກັນໂລກລະບາດ Covid – 19, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ໃນອະນາຄົດອັນໃກ້ນີ້, ລັດຖະບານ ສປປ.ລາວ ຈະນຳເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ ເພື່ອສະໜອງຢ່າງພຽງພໍໃຫ້ທຸກພະນັກງານແພດໝໍ ແລະ ປະຊາກອນທັງໝົດ, ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.

ທ່ານ ພູທອນ ເມືອງປາກ ກ່າວວ່າ, ຄັ້ງທໍາອິດ ລາວຈະໄດ້ນໍາເຂົ້າ ຜ້າອັດປາກ ຈາກ ສສ.ຫວຽດນາມ ເປັນຈໍານວນ 2 ລ້ານຜືນ ໂດຍໃນນີ້ 1.5 ລ້ານຜືນ ແມ່ນຈະມອບໃຫ້ພະນັກງານແພດໝໍ ທີ່ເຮັດວຽກ ໃນໂຮງໝໍ ແລະ ຄົນເຈັບທີ່ມາປິ່ນປົວ ຢູ່ໂຮງໝໍ, ສ່ວນອີກ 500,000 ຜືນ ແມ່ນຈະເປີດຂາຍ ໃຫ້ປະຊາຊົນທົ່ວໄປ.

ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ

ກະຊວງສາທາລະນະສຸກ ສປປ.ລາວ ໄດ້ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ. (ພາບ: thanhnien.vn)

ປະມານເດືອນ ເມສາ 2020, ຈະມີໂຮງງານຈາກປະເທດເພື່ອນບ້ານ ເຂົ້າມາເປີດໂຮງງານຜະລິດໜ້າກາກປິດປາກ ຢູ່ ສປປ.ລາວ ຊຶ່ງຄາດວ່າ ຈະຜະລິດຜ້າອັດປາກໄດ້ 500,000 ຜືນ ຕໍ່ເດືອນ. ປະຈຸບັນ ລາຄາຜ້າອັດປາກ ທີ່ຂາຍຢູ່ ສປປ.ລາວ ແມ່ນມີລາຄາເພີ່ມສູງຂຶ້ນ ຫຼາຍກ່ວາ 10 ເທົ່າ ເມື່ອທຽບໃສ່ ລາຄາ ກ່ອນການແຜ່ລະບາດ ຂອງເຊື້ອ ໂຄວິດ-19.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.