ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ

09:54 | 18/12/2020

ໃນວັນທີ 15 ທັນວານີ້, ຢູ່ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມທີ່ໄດ້ນຳເອົາເຄື່ອງບໍລິໂພກປະ ເພດເຂົ້າສານ(ເຂົ້າຈ້າວ) ຈຳນວນ 25 ໂຕນ.

ກອງບັນຊາການທະຫານຊາຍແດນສະໜັບສະໜູນ ເຂົ້າສານ 75 ໂຕນໃຫ້ແກ່ກອງຄຸ້ມຄອງແລະປົກປັກຮັກສາຊາຍແດນລາວ
HUFO ມອບອຸປະກອນການແພດໃຫ້ແກ່ທະຫານຊາຍແດນກອງບັນຊາການທະຫານຊາຍແດນແຂວງ ໄຕນີງ

ຈຳນວນຂອງຂວັນຊ່ວຍເຫຼືອດັ່ງກ່າວ ໄດ້ມອບໃຫ້ກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ສປປ ລາວ ໃນວັນທີ 4 ທັນວາ ທີ່ຜ່ານມາ, ເພື່ອນຳເອົາເຂົ້າຈຳນວນດັ່ງ ກ່າວໄປຊ່ວຍເຫຼືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພ ນ້ຳຖ້ວມ ໃນໄລຍະເດືອນຕຸລາທີ່ຜ່ານມາຢູ່ບັນດາແຂວງພາກ ກາງຂອງລາວ, ໂດຍມີ ສະຫາຍ ພົນຈັດຕະວາ ສິພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ສະຫາຍ ພັນໂທ ສຸວັນ ເກດຕະວົງ ຫົວໜ້າຫ້ອງການກອງບັນຊາ ການທະຫານແຂວງສະຫວັນນະເຂດ, ສະຫາຍ ພັນໂທ ວຽງວິໄລ ພານິຈັນ ຫົວໜ້າຫ້ອງການກອງ ບັນຊາການທະຫານແຂວງຄຳມ່ວນ, ມີພະແນກການພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງ ພາກສ່ວນເຂົ້າຮ່ວມ.

ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ
ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ. (ພາບ: kongthap)

ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ໄດ້ກ່າວມອບເຄື່ອງບໍລິໂພກຈຳນວນດັ່ງກ່າວ ໃຫ້ 2 ກອງບັນຊາການທະຫານແຂວງ ເພື່ອນຳໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໂດຍສະເພາະຢູ່ເຂດເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ເຂດເມືອງບົວລະພາ ແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບຢ່າງ

ໜັກໜ່ວງ ເຮັດໃຫ້ປະຊາຊົນຈຳ ນວນໜຶ່ງຖືກດິນຖະຫຼົ່ມທັບເສຍ ຊີວິດ ປະຊາຊົນຂາດທີ່ຢູ່ອາໄສ, ຂາດແຄນເຄື່ອງອຸປະໂພກ-ບໍ ລິໂພກ ໃນໄລຍະຜ່ານມາບັນດາອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ນັບທັງບຸກຄົນກໍໄດ້ລະດົມທຶນເຄື່ອງອຸປະໂພກ-ບໍລິໂພກ ເພື່ອນຳໄປຊ່ວຍເຫຼືອຜູ້ທີ່ໄດ້ຮັບ ຜົນກະທົບດັ່ງກ່າວ ແຕ່ຖ້າທຽບ ໃສ່ຄວາມຮຽກຮ້ອງຕ້ອງການ ແລ້ວ ຍັງຂາດແຄນຫຼາຍຢ່າງ ເມື່ອເຫັນໄດ້ແນວນັ້ນກອງບັນ ຊາການທະຫານຊາຍແດນ ສສ ຫວຽດນາມ ກໍມີຄວາມເປັນ ຫ່ວງເປັນໄຍ ແລະ ໄດ້ບິແບ່ງນ້ຳ ໃຈບັນເທົາທຸກຊ່ວຍເຫຼືອໃຫ້ ອ້າຍນ້ອງ ກໍຄືປະຊາຊົນລາວ ເພື່ອເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດ ຕະພາບ, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງຊາດ, ສອງ ກອງທັບ ກໍຄືກົມທະຫານຊາຍ ແດນກະຊວງປ້ອງກັນປະເທດ ສປປ ລາວ ກັບກອງບັນຊາ ການ ທະຫານຊາຍແດນກະຊວງປ້ອງ ກັນປະເທດ ສສ ຫວຽດນາມ ໃຫ້ ນັບມື້ຈະເລີນງອກງາມ.

ການຮ່ວມມືລະຫວ່າງທະຫານຊາຍແດນ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ

ຍສໝ - ໃນວຽກງານຄຸ້ມຄອງຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄດ້ເປັນເຈົ້າການປະຕິບັດບັນດາສັນຍາກ່ຽວກັບຊາຍແດນຢ່າງເຂັ້ມງວດ. ສອງຝ່າຍກໍ່ສົມທົບກັນໃນການເຄື່ອນໄຫວປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນ; ຜັນຂະຫຍາຍການທົດລອງຮູບແບບ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານດ່ານຊາຍແດນຕາມທິດເຊື່ອມໂຍງ ແລະທັນສະໄໝ.

ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ - ທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຮຽກຮ້ອງໃຫ້ກອງບັນຊາການທະຫານຊາຍແດນ ແລະບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຍົກສູງກຳລັງຄວາມສາມາດຂອງທະຫານຊາຍແດນ ໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງທັນການ.

ກອງບັນຊາການທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ ສປປ.ລາວ ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນ

ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.

kongthap.la

ເຫດການ
302 Found

Found

The document has moved here.