ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX

10:14 | 19/03/2021

ສະຖານ​ເອກ​ອັກຄະ​ລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດ​ພິທີປ່ອນ​ບັດ ​ເລືອກ​ຕັ້ງ​ສະມາ​ຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມ​ດ້ວຍ ພະນັກງານສະຖານທູດ ​ແລະ ຄອບຄົວ​, ພະນັກງານ​ຜູ້​ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ​ເຂົ້າ​ຮ່ວມ.

ສະຖານທ ດ ລາວ ປະຈຳ ສສ ຫວຽດນາມ ປ ອນບ ດເລ ອກຕ ງສະມາຊ ກສະພາແຫ ງຊາດຊ ດທ ຊ ດທ ix ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ
ສະຖານທ ດ ລາວ ປະຈຳ ສສ ຫວຽດນາມ ປ ອນບ ດເລ ອກຕ ງສະມາຊ ກສະພາແຫ ງຊາດຊ ດທ ຊ ດທ ix VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ​ໄດ້ຍົກ​ໃຫ້​ເຫັນ​ເຖິງຄວາມ​ໝາຍ ​ຄວາມ​ສຳຄັນ​ຂອງ​ການ​ເລືອກ​ຕັ້ງ​ໃນຊຸດ​ນີ້ ເຊິ່ງຢູ່​ໃນ​ທ່າມກາງ​ ບັນຍາກາດ​ທົ່ວ​ພັກ-​ລັດ, ທະຫານ, ຕຳຫລວດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ພວມ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ ​ຂະຫຍາຍ​ເນື້ອ​ໃນ ​​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງ​ພັກຄັ້ງ​ທີ XI ຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ​ເປັນ​ຂະ​ບວນຟົດ​ຟື້ນ ​ເພື່ອ​ເສີມ​ຂະຫຍາຍ​ສິດ ​ປະຊາທິປະ​ໄຕ​ປະຊາຊົນ ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ ​ແລະ​ ສ້າງ​ເງື່ອນ​ໄຂ​ອຳນວຍຄວາມ​ສະດວກ​ ດ້ານ​ຕ່າງໆ ​ໃຫ້​ພົນລະ​ເມືອງ​ລາວ ​ໄດ້​ນຳ​ໃຊ້​ສິດ​ປະຊາທິປະ​ໄຕ​ ຕາມ​ທີ່​ໄດ້​ກຳນົດ​ໄວ້​ ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ເພື່ອ​ເລືອກ​ເອົາ​ຕົວ​ແທນ​ແຫ່ງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ໃຫ້​ສອດຄ່ອງ​ກັບ​ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ຂອງ​ຜູ້​ມີ​ສິດ​ປ່ອນເລືອກ​ຕັ້ງ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງ​ມາ​ຍັງ​ ຜູ້​ມີ​ສິດປ່ອນ​ເລືອກ​ຕັ້ງ​ ​ໃຊ້​ສິດ​ຂອງ​ຕົນ​ຢ່າງ​ພ້ອມພຽງ, ລົງ​ຄະ​ແນນສຽງຢ່າງ​ຖືກຕ້ອງ​ຮ້ອຍ​ສ່ວນ​ຮ້ອຍ, ຮັບປະກັນ​ຄວາມ​ສະຫງົບ​ຮ້ອຍ​ສ່ວນ​ຮ້ອຍ, ຄັດ​ເລືອກ​ເອົາ​ສະມະ​ຊິກ ​ສະພາ​ແຫ່ງ​ຊາດ ​ໃຫ້​ໄດ້​ຜູ້​ມີ​ຄວາມ​ ໜັກ​ແໜ້ນ​ດ້ານ​ການ​ເມືອງ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ​ແລະ ມີ​ຄວາມ​ສາມາດ​ໃນ​ລະດັບ​ອັນ​ແນ່ນອນ ​​ແນ​ໃສ່​ຍົກ​ສູງ​ປະສິດທິພາບ ຂອງ​ການ​ເປັນ​ຕົວ​ແທນ​ແຫ່ງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຊົນ​ບັນດາ​ເຜົ່າ​ໃຫ້​​ສູງ​ຂຶ້ນ.

ສະຖານທ ດ ລາວ ປະຈຳ ສສ ຫວຽດນາມ ປ ອນບ ດເລ ອກຕ ງສະມາຊ ກສະພາແຫ ງຊາດຊ ດທ ຊ ດທ ix
ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX. (ພາບ: KPL)

ໂດຍອີງ​ໃສ່​ສະພາບ​ຕົວ​ຈິງ ​ແລະ ປະຕິບັດ​ຕາມ​ການ​ປ້ອງ​ກັນ​ ການລະບາດພະຍາດ​ ໂຄ​ວິດ-19 ຢູ່​ປະ​ເທດ​ເຈົ້າພາບ ​ໂດຍ​ສະ​ເພາະ ​ແມ່ນຢູ່​ເຂດ​ພາກ​ເໜືອ​ຂອງ ສສ ຫວຽດນາມ, ​ ​ເຊິ່ງຢູ່ໃນຂອບເຂດຄວາມ ຮັບຜິດຊອບຂອງໜ່ວຍ ເລືອກຕັ້ງສະຖານເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ມີ​ຜູ້​ມີ​ສິດ​ປ່ອນ​ບັດ​ທັງ​ໝົດ 8.217 ຄົນ, ​ຍິງ​ 3.253 ຄົນ​, ເຊິ່ງ​ລວມມີ​ພະນັກງານ ສະຖານທູດ ​ແລະ ຄອບຄົວ​, ພະນັກງານ​ຜູ້​ຕາງໜ້າ ປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ ສາຂາຮ່າໂນ້ຍ ພ້ອມ​ດ້ວຍ ​ນັກ​ຄົ້ນ​ຄວ້າ, ນັກ​ສຶກສາ​ລາວ, ຈາກ​ບັນດາ​ສະ​ຖາ​ບັນ ​ແລະ ມະຫາວິທະຍາ​ໄລ ແລະ ພົນລະເມືອງລາວ ທີ່ພວມດຳລົງຊີວິດຢູ່ເຂດ​ ພາກ​ເໜືອ​ຂອງ​ຫວຽດນາມ. ​​​ການ​ດຳ​ເນີນ​ການ​ປ່ອນ​ບັດ​ ແມ່ນ​ໄດ້​ດຳເນີນດ້ວຍ 3 ຊ່ອງທາງ ຄື: ຈັດການເລືອກຕັ້ງໂດຍກົງ ຢູ່ສະຖານເອກອັກຄະລັດຖະທູດ, ຄະນະນັກສຶກສາຢູ່ແຕ່ລະໂຮງຮຽນ, ມະຫາວິທະຍາໄລ, ສະຖາບັນການສຶກສາ ເກັບກຳເອົາບັດ ທີ່ນັກສຶກສາເລືອກ ໄປສົ່ງໃຫ້ຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງ ຫລື ພະນັກງານສະຖານທູດ ລົງໄປເກັບເອົາບັດເລືອກຕັ້ງ ຈາກນັກສຶກສາຢູ່ບາງໂຮງຮຽນ, ມະຫາວິທະຍາໄລ, ສະຖາບັນການສຶກສາ ແລະ ການຈັດສົ່ງບັດລົງຄະແນນ ສຽງຜ່ານທາງອີເມວ ມາຍັງສະຖານເອກອັກ ຄະລັດຖະທູດ ເພື່ອກວດນັບຄະແນນ ຢູ່ໜ່ວຍເລືອກຕັ້ງສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ. ການດຳເນີນດ້ວຍສາມວິທີດັ່ງກ່າວນີ້ ແມ່ນເພື່ອຮັບປະກັນ ໃຫ້ພົນລະເມືອງລາວ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ໄດ້ປະຕິບັດພັນທະ ແລະ ສິດຂອງຕົນ, ທັງເປັນການປະຕິບັດ ມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມການລະບາດ ​ຂອງເຊື້ອ​ພະຍາດ ​ໂຄ​ວິດ-19 ​ຂອງປະ​ເທດ​ເຈົ້າພາບ.

ສະຖານທ ດ ລາວ ປະຈຳ ສສ ຫວຽດນາມ ປ ອນບ ດເລ ອກຕ ງສະມາຊ ກສະພາແຫ ງຊາດຊ ດທ ຊ ດທ ix ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ

ຍສໝ - ເມື່ອບໍ່ດົນມານີ້, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄວ້ອາໄລທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ.

ສະຖານທ ດ ລາວ ປະຈຳ ສສ ຫວຽດນາມ ປ ອນບ ດເລ ອກຕ ງສະມາຊ ກສະພາແຫ ງຊາດຊ ດທ ຊ ດທ ix ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

ຍສໝ - ຕອນບ່າຍວັນທີ 19 ກັນຍານີ້, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ບັນດາການນຳພັກ ແລະ ລັດຖະບານ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງທ່ານປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃຫ້ທ່ານເອກອັກຄະລັດຖະທູດລາວປະຈຳ ຫວຽດນາມ ທ່ານ ທອງສະຫວັນ ພົມວິຫານ, ໃນໂອກາດໃກ້ຈະສິ້ນສຸດອາຍຸປະຈຳການ ແລະ ...

ສະຖານທ ດ ລາວ ປະຈຳ ສສ ຫວຽດນາມ ປ ອນບ ດເລ ອກຕ ງສະມາຊ ກສະພາແຫ ງຊາດຊ ດທ ຊ ດທ ix ສະຖານທູດ ສປປ ລາວ ປະຈຳ ອາເມລິກາ ອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ໄດ້ນໍາໜ້າຄະນະພະນັກງານສະຖານທູດແຫ່ງ ສປປ ລາວ ປະຈຳ ອາເມລິກາ ມາສະຖານທູດຫວຽດນາມ ປະຈຳ ວໍຊິງຕັນ ເພື່ອອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ ຄົບຮອບ 74 ປີ (2/9/1945 - 2/9/2019).

kpl.gov.la

ເຫດການ
302 Found

Found

The document has moved here.