ແຂວງແທງຮວາ ແລະ ແຂວງຫົວພັນ ເພີ່ມທະວີແລກປ່ຽນປະສົບການ ໃນການປ້ອງກັນ Covid-19

16:36 | 14/04/2020

ຍສໝ - ໃນວັນທີ 13 ເມສາ, ທີ່ດ່ານຊາຍແດນ ນາແມວ, ບັນດາຜູ້ນຳຂອງ ແຂວງແທງຮວາ ແລະ ແຂວງ ຫົວພັນ (ສປປ.ລາວ) ໄດ້ຈັດກອງປະຊຸມແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ຄວບຄຸມ ພະຍາດ Covid-19 ຢູ່ ເຂດຊາຍແດນຂອງສອງປະເທດ.

ແຂວງແທງຮວາ ແລະ ແຂວງຫ ວພ ນ ເພ ມທະວ ແລກປ ຽນປະສ ບການ ໃນການປ ອງກ ນ covid 19 ຄວາມຮັກແພງ ຫວຽດນາມ - ລາວ ທີ່ເຂດຊາຍແດນ ໃນໄລຍະເກີດໂລກລະບາດ ໂຄວິດ-19
ແຂວງແທງຮວາ ແລະ ແຂວງຫ ວພ ນ ເພ ມທະວ ແລກປ ຽນປະສ ບການ ໃນການປ ອງກ ນ covid 19 ດ້ຽນບຽນ:ປິດຊົ່ວຄາວດ່ານທັງໝົດຢູ່ເຂດຊາຍແດນຫວຽດນາມ-ລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດ ແລະສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມດັງກວຽນ, ຮອງປະທານຄະນະກຳມະການປະຊາຊົນ ແຂວງແທງຮວາ ໄດ້ແບ່ງປັນກັບຄະນະຜູ້ແທນ ແຂວງຫົວພັນ ກ່ຽວກັບການປ້ອງກັນ, ຄວບຄຸມພະຍາດ Covid-19 ຢູ່ແຂວງແທງຮວາ, ການຊີ້ນຳໃນການຈັດຕັ້ງປະຕິບັດມາດຕະການຮີບດ່ວນ ເພື່ອປ້ອງກັນ ແລະ ການຮັບມືກັບການລະບາດຂອງພະຍາດ Covid-19 ເປັນຕົ້ນຄື: ຕິດຕາມກວດກາການແຍກຕົວ; ຂີດແບ່ງເຂດປິ່ນປົວການລະບາດ; ດຳເນີນການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ກ່ຽວກັບມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງຊຸມຊົນ; ໂຄສະນາ ແລະ ປຸກລະດົມປະຊາຊົນຕ້ອງໄດ້ໃສ່ຜ້າບັງປາກ, ລ້າງມື, ຈຳກັດຄວາມໃກ້ຊິດກັບຄົນອື່ນ, ຈຳກັດການເຕົ້າໂຮມຫຼາຍຄົນ...

ແຂວງແທງຮວາ ແລະ ແຂວງຫ ວພ ນ ເພ ມທະວ ແລກປ ຽນປະສ ບການ ໃນການປ ອງກ ນ covid 19

ກອງປະຊຸມແລກປ່ຽນປະສົບການ ໃນການປ້ອງກັນ Covid-19 ຢູ່ ເຂດຊາຍແດນແຂວງແທງຮວາ ແລະ ແຂວງຫົວພັນ, ສປປ.ລາວ. (ພາບ: qdnd.vn)

ເນື່ອງໃນໂອກາດນີ້, ແຂວງແທງຮວາ ໄດ້ໜູນຊ່ວຍແຂວງຫົວພັນ ອຸປະກອນການແພດທີ່ຈຳເປັນ ເພື່ອການປ້ອງກັນໂລກລະບາດ Covid-19 ເຊິ່ງລວມມີ: ເຄື່ອງຈັກຊ່ວຍລະບົບຫາຍໃຈ, ຜ້າບັງປາກ, ນ້ຳຢາຂ້າເຊື້ອ…ດ້ວຍມູນຄ່າທັງໝົດ 1 ຕື້ດົ່ງ. ທ່ານຟ້າມດັງກວຽນ, ຮອງປະທານຄະນະກຳມະການປະຊາຊົນ ແຂວງແທງຮວາ ໄດ້ສະເໜີໃຫ້ອຳນາດການປົກຄອງ ແຂວງຫົວພັນ ສຸມໃສ່ຊີ້ນຳບັນດາໜ່ວຍງານແພດໝໍ, ກົມພາສີຊາຍແດນ ແລະ ທະຫານຊາຍແດນແຂວງຫົວພັນ ຕ້ອງໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການລະບາດຂອງພະຍາດ Covid-19 ຢ່າງເປັນປະຈຳ.

ພ້ອມກັນນັ້ນ, ເພີ່ມທະວີການປະສານສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນສອງຝ່າຍ ເພື່ອໂຄສະນາໃຫ້ປະຊາຊົນສອງປະເທດ ຮັບຮູ້ວິທີປ້ອງກັນ ແລະ ຄວບຄຸມການລະບາດ, ບໍ່ໃຫ້ປະຊາຊົນເຂົ້າເມືອງຢ່າງຜິດກົດໝາຍ ເພື່ອຈຳກັດການແຜ່ລະບາດຂອງພະຍາດ ແລະ ຄວບຄຸມພະຍາດໄດ້ດີ ຢູ່ ເຂດຊາຍແດນ.

ແຂວງແທງຮວາ ແລະ ແຂວງຫ ວພ ນ ເພ ມທະວ ແລກປ ຽນປະສ ບການ ໃນການປ ອງກ ນ covid 19
ແຂວງແທງຮວາ ໄດ້ໜູນຊ່ວຍແຂວງຫົວພັນ ອຸປະກອນການແພດ ດ້ວຍມູນຄ່າທັງໝົດ 1 ຕື້ດົ່ງ. (ພາບ: qdnd.vn)

ທ່ານ ສົນທຳ ມະວິໄຊ - ຮອງເຈົ້າແຂວງ, ຮອງຫົວໜ້າຄະນະຊີ້ນຳວຽກງານປ້ອງກັນ ແລະ ຄວບຄຸມ Covid-19 ແຂວງຫົວພັນ ສະແດງຄວາມຂອບໃຈ ຕໍ່ແຂວງແທງຮວາ ທີ່ໄດ້ແບ່ງປັນປະສົບການທີ່ມີຄຸນຄ່າໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19, ໄດ້ສະໜັບສະໜູນ ແຂວງຫົວພັນ ອຸປະກອນທີ່ຈຳເປັນເພື່ອຮັບໃຊ້ໃນການປ້ອງກັນ ແລະ ປິ່ນປົວພະຍາດ Covid-19.

ທ່ານ ສົນທຳ ມະວິໄຊ ກໍ່ໄດ້ກ່າວວ່າ ປັດຈຸບັນ, ແຂວງຫົວພັນ ຍັງບໍ່ໄດ້ກວດພົບກໍລະນີກ່ຕິດເຊື້ອພະຍາດ Covid-19, ແຕ່ແຂວງຫົວພັນ ຍັງປະເຊີນໜ້າກັບຄວາມຂາດເຂີນເຄື່ອງມືທີ່ຈຳເປັນໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19 . ສະນັ້ນ, ການຊ່ວຍເຫຼືອໃນຄັ້ງນີ້ຂອງແຂວງແທງຮວາ ແມ່ນມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນສຳຄັນເຂົ້າໃນການປ້ອງກັນໂລກລະບາດ Covid-19 ຢູ່ ເຂດຊາຍແດນສອງປະເທດ ຫວຽດນາມ - ລາວ.

ແຂວງແທງຮວາ ແລະ ແຂວງຫ ວພ ນ ເພ ມທະວ ແລກປ ຽນປະສ ບການ ໃນການປ ອງກ ນ covid 19 ຄວາມຮັກແພງ ຫວຽດນາມ - ລາວ ທີ່ເຂດຊາຍແດນ ໃນໄລຍະເກີດໂລກລະບາດ ໂຄວິດ-19

ຍສໝ - ໃນບໍລິເວນຊາຍແດນຕິດກັບປະເທດລາວ, ຜູ້ນຳກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ໄດ້ປະສານງານກັບຄ້າຍທະຫານ ເຫອງເລີບ ໄດ້ຈັດຕັ້ງການມອບຂອງຂວັນສະໜັບສະໜູນ ໃຫ້ກຳລັງປະຕິບັດໜ້າທີ່ ແລະ ປະຊາຊົນປະເທດລາວ.

ແຂວງແທງຮວາ ແລະ ແຂວງຫ ວພ ນ ເພ ມທະວ ແລກປ ຽນປະສ ບການ ໃນການປ ອງກ ນ covid 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

ແຂວງແທງຮວາ ແລະ ແຂວງຫ ວພ ນ ເພ ມທະວ ແລກປ ຽນປະສ ບການ ໃນການປ ອງກ ນ covid 19 ທະຫານຊາຍແດນ ແຂວງ ເທືອທຽນເຫວ້ ມອບຂອງຂວັນມີມູນຄ່າ 50 ລ້ານດົ່ງ ໃຫ້ປະຊາຊົນຢູ່ເຂດຊາຍແດນລາວ

ຍສໝ - ຄ້າຍທະຫານຊາຍແດນ ຫົງວັນ, ແຂວງ ເທືອທຽນເຫວ້ ໄດ້ມອບຂອງຂວັນ ຈຳນວນ 60 ສ່ວນປະກອບມີເຄື່ອງທີ່ຈຳເປັນເຊັ່ນ: ເຂົ້າ, ນ້ຳມັນປຸງແຕ່ງ, ນ້ຳປາ, ເຄື່ອງນຸ່ງ ... ເຊິ່ງລວມມູນຄ່າທັງໝົດຫຼາຍກ່ວາ 50 ລ້ານດົ່ງ ໃຫ້ແກ່ປະຊາຊົນ ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.