ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ

18:14 | 28/03/2021

ຍສໝ - ຫວ່າງແລ້ວນີ້, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນ ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ, ແລະ ທ່ານ Justin Hayhurst ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33 ຕາມຮູບການທາງອອນລາຍ.

ເວທ ປາໄສອາຊຽນ ອ ດສະຕາລ ຄ ງທ 33 ຮ ວມມ ເພ ອການຟ ນຟ ແລະ ການເຕ ບໂຕແບບຍ ນຍ ງ ອົດສະຕາລີ ອຸປະຖໍາການປະຕິບັດຂໍ້ລິເລີ່ມດີຈີຕອນຢູ່ຫວຽດນາມ
ເວທ ປາໄສອາຊຽນ ອ ດສະຕາລ ຄ ງທ 33 ຮ ວມມ ເພ ອການຟ ນຟ ແລະ ການເຕ ບໂຕແບບຍ ນຍ ງ ໃນເດືອນ ມັງກອນ 2021 ການສົ່ງອອກຂອງຫວຽດນາມ ໄປຍັງ ອົດສະຕາລີ ບັນລຸການເຕີບໂຕກ່ວາ 62% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້

ໃນຖານະເປັນຄູ່ຮ່ວມມືທຳອິດຂອງອາຊຽນ (ສ້າງຕັ້ງການພົວພັນຕັ້ງແຕ່ປີ 1974), ອົດສະຕາລີ ແມ່ນ ໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງອາຊຽນ. ດ້ວຍນະໂຍບາຍທີ່ສອດຄ່ອງໃນການເອົາໃຈໃສ່ຄວາມສຳຄັນ ຂອງການພົວພັນກັບອາຊຽນ, ດ້ວຍນະໂຍບາຍສະເໝີຕົ້ນສະເໝີປາຍໂດຍຖືການພົວພັນກັບ ອາຊຽນ ເປັນສຳຄັນ, ອົດສະຕາລີ ສະໜັບສະໜູນຢ່າງແຮງບົດບາດເປັນໃຈກາງຂອງ ອາຊຽນກໍ່ຄືເຂົ້າຮ່ວມການປະກອບສ່ວນເຂົ້າໃນ ບັນດາວິວັດການເຈລະຈາ ແລະ ການຮ່ວມມືໂດຍອາຊຽນເປັນເຈົ້າພາບຈັດຕັ້ງ ໃນພາກພື້ນ.

ເວທ ປາໄສອາຊຽນ ອ ດສະຕາລ ຄ ງທ 33 ຮ ວມມ ເພ ອການຟ ນຟ ແລະ ການເຕ ບໂຕແບບຍ ນຍ ງ
ທ່ານ ຫງວຽນກວກຢູ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. (ພາບ: baotintuc.vn)

ໃນເວທີປາໄສ, ອົດສະຕາລີ ໄດ້ປະກາດການຈັດຕັ້ງປະຕິບັດແຜນການລົງທືນ 500 ລ້ານໂດລາ AUD ທີ່ນາຍົກລັດຖະມົນຕີອົດສະຕາລີ ປະກາດໃນໂອກາດກອງປະຊຸມສຸດຍອດອາຊຽນ - ອົດສະຕາລີ ເພື່ອສະໜັບສະໜູນການຟື້ນຟູຢ່າງຮອບດ້ານໃນພາກພື້ນ; ສະໜັບສະໜູນທຶນຈຳນວນ 1 ລ້ານໂດລາ AUD ເພື່ອຊ່ວຍໃຫ້ອາຊຽນປະຕິບັດຂອບເຂດການຟື້ນຟູໂດຍລວມ; ສະໜັບສະໜູນເງິນຈຳນວນ 1 ລ້ານລ້ານໂດລາ AUD ສຳລັບກອງທຶນອາຊຽນ ເພື່ອຕອບໂຕ້ກັບ COVID-19 ແລະ 21 ລ້ານໂດລາ AUD ໃຫ້ສູນອາຊຽນ ເພື່ອຕອບໂຕ້ສຸກເສີນດ້ານສາທາລະນະສຸກ ແລະ ພະຍາດທີ່ກຳລັງເກີດຂື້ນ (ACPHEED).

ອາຊຽນ ແລະ ອົດສະຕາລີ ໄດ້ຢືນຢັນວ່າ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດ ແລະ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ; ລວມທັງຄວາມໝັ້ນຄົງ ແລະ ສະຖຽນລະພາບໃນທະເລຕາເວັນອອກ; ອົດສະຕາລີ ໄດ້ເນັ້ນໜັກເຖິງການສະໜັບສະໜູນຫຼັກໝັ້ນຂອງອາຊຽນ, ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດໃນການຊຸກຍູ້ການສົນທະນາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັບປະກັນການປະຕິບັດຖະແຫຼງການແຫ່ງການປະພຶດ ຂອງບັນດາຝ່າຍໃນທະເລຕາເວັນອອກຢ່າງເຕັມທີ່ ແລະ ມີປະສິດທິຜົນ.

ຕາງໜ້າບັນດາປະເທດອາຊຽນ, ກ່າວຄຳເຫັນກ່ຽວກັບການຮ່ວມມືເສດຖະກິດພາກພື້ນ, ທ່ານຮອງລັດຖະມົນຕີຫວຽດນາມ ຫງວຽນກວກຢຸງ ໄດ້ເນັ້ນໜັກວ່າ, ໃນສະພາບການທີ່ໄດ້ຮັບຜົນສະທ້ອນທີ່ສັບສົນຂອງເສດຖະກິດພາກພື້ນ, ອາຊຽນ ແລະ ອົດສະຕາລີຄວນມານະພະຍາຍາມຮັກສາບັນດາໝາກ ຜົນຂອງເສດຖະກິດພາກພື້ນ, ປະສານສົມທົບຢ່າງມີປະສິດທິຜົນ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສຳຄັນ.

ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໃຫ້ຮູ້ວ່າ, ໃນສະພາບແວດລ້ອມພາກພື້ນ ແລະ ສາກົນທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້, ບັນດາປະເທດຕ້ອງເພີ່ມທະວີການສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຍົກສູງກົດໝາຍ, ຮັບປະກັນສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ໝັ້ນຄົງເພື່ອໃຫ້ການຮ່ວມມືເພື່ອການຟື້ນຟູ ແລະ ເຕີບໂຕແບບຍືນຍົງ.

ເວທ ປາໄສອາຊຽນ ອ ດສະຕາລ ຄ ງທ 33 ຮ ວມມ ເພ ອການຟ ນຟ ແລະ ການເຕ ບໂຕແບບຍ ນຍ ງ ເພີ່ມທະວີການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ຜ່ານບັນດາການເຄື່ອນໄຫວລວມຂອງກອງທັບບັນດາປະເທດອາຊຽນ

ຍສໝ - ໃນໄລຍະຈະມາເຖິງ ດ້ວຍບົດບາດເປັນອົງການສ້າງແຜນການໃຫ້ແກ່ການເຄື່ອນໄຫວດ້ານການທະຫານ, ກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄວນໃຫ້ບຸລິມະສິດແກ່ການຮັກສາບົດບາດໃຈກາງຂອງອາຊຽນ, ສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບບັນດາປະເທດອາຊຽນ...

ເວທ ປາໄສອາຊຽນ ອ ດສະຕາລ ຄ ງທ 33 ຮ ວມມ ເພ ອການຟ ນຟ ແລະ ການເຕ ບໂຕແບບຍ ນຍ ງ ອາຊຽນ ແລະ ການາດາ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

ຍສໝ - ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ການາດາ ໄດ້ສ້າງຕັ້ງການພົວພັນຄູ່ເຈລະຈາໃນປີ 1977. ນັບແຕ່ນັ້ນມາ, ການຮ່ວມມືລະຫວ່າງສອງຝ່າຍ ນັບມື້ນັບໄດ້ຮັບການຂະຫຍາຍຕົວ ແລະ ບັນລຸການພັດທະນາຢ່າງຕັ້ງໜ້າ.

ເວທ ປາໄສອາຊຽນ ອ ດສະຕາລ ຄ ງທ 33 ຮ ວມມ ເພ ອການຟ ນຟ ແລະ ການເຕ ບໂຕແບບຍ ນຍ ງ IAMM: ຫວຽດນາມຮ່ວມມືກັບບັນດາປະເທດອື່ນ ເພື່ອປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ຍສໝ - ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ຢືນຢັນວ່າ, ຫວຽດນາມ ຈະສະໜັບສະໜູນ, ໜູນຊ່ວຍປະທານອາຊຽນ 2021 ໃນການປະຕິບັດສຳເລັດໜ້າທີ່, ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ຄວບຄຸມ ແລະ ຕ້ານໂລກລະບາດ COVID-19 ຢ່າງມີປະສິດທິຜົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.