ອາຊຽນ ຈັດຕັ້ງກອງປະຊຸມຄູ່ຮ່ວມມືກ່ຽວກັບການຟື້ນຟູພາຍຫຼັງໄລຍະເກີດໂລກລະບາດໂຄວິດ - 19

07:08 | 27/03/2021

ມີ 15 ອົງການຂະແໜງການຂອງ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ໄດ້ສະເໜີກ່ຽວກັບບັນດາຂົງເຂດບຸລິມະສິດຂອງຕົນ ແລະ ກຳນົດບັນດາການເຄື່ອນໄຫວທີ່ໄດ້ຂຶ້ນແຜນໃຫ້ແກ່ໄລຍະ 5 ປີ ຈະມາເຖິງ.

ອາຊຽນ ຈ ດຕ ງກອງປະຊ ມຄ ຮ ວມມ ກ ຽວກ ບການຟ ນຟ ພາຍຫ ງໄລຍະເກ ດໂລກລະບາດໂຄວ ດ 19 ເພີ່ມທະວີການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ຜ່ານບັນດາການເຄື່ອນໄຫວລວມຂອງກອງທັບບັນດາປະເທດອາຊຽນ
ອາຊຽນ ຈ ດຕ ງກອງປະຊ ມຄ ຮ ວມມ ກ ຽວກ ບການຟ ນຟ ພາຍຫ ງໄລຍະເກ ດໂລກລະບາດໂຄວ ດ 19 ອາຊຽນ ແລະ ການາດາ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

ເພື່ອແນໃສ່ເພີ່ມທະວີການສົມທົບລະຫວ່າງຂະແໜງ ແລະ ບັນດາເສົາຄ້ຳຂອງ ອາຊຽນ, ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມມືໃນການຜັນຂະຫຍາຍຂອບເຂດຟື້ນຟູຮອບດ້ານ ອາຊຽນ, ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ (ASCC) ຫາກໍຈັດຕັ້ງກອງປະຊຸມຄູ່ຮ່ວມມືຄັ້ງທຳອິດ ດ້ວຍຫົວຂໍ້ “ມຸ່ງໄປເຖິງຄວາມສາມາດຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ຢູ່ ອາຊຽນ” ດ້ວຍຮູບແບບທາງອອນລາຍ.

ອາຊຽນ ຈ ດຕ ງກອງປະຊ ມຄ ຮ ວມມ ກ ຽວກ ບການຟ ນຟ ພາຍຫ ງໄລຍະເກ ດໂລກລະບາດໂຄວ ດ 19

ປະຊາຊົນໃສ່ຜ້າອັດປາກເພື່ອຕ້ານໂລກລະບາດໂຄວິດ - 19 (ພາບ: THX/TTXVN)

ທີ່ກອງປະຊຸມ, 15 ອົງການຂະແໜງການຂອງ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ໄດ້ສະເໜີກ່ຽວກັບບັນດາຂົງເຂດບຸລິມະສິດຂອງຕົນ ແລະ ກຳນົດບັນດາການເຄື່ອນໄຫວທີ່ໄດ້ຂຶ້ນແຜນໃຫ້ແກ່ໄລຍະ 5 ປີ ຈະມາເຖິງ, ເພື່ອແນໃສ່ຊຸກຍູ້ຈິດສຳນຶກກ່ຽວກັບໂຄງການດຳເນີນງານຂອງພາກພື້ນ ກໍຄືຮັກສາບັນດາຄວາມມານະພະຍາຍາມສ້າງຕັ້ງປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດ.

ບັນດາຜູ້ແທນກໍສະແດງຄວາມເຊື່ອໝັ້ນວ່າ ການສົນທະນາຄັ້ງນີ້ ຈະເປັນປະຖົມປັດໄຈເພື່ອດຳເນີນບັນດາການເຄື່ອນໄຫວລະອຽດ ລະຫວ່າງບັນດາອົງການ, ຂະແໜງການຂອງ ປະຊາຄົມ ວັດທະນທຳ - ສັງຄົມ ອາຊຽນ ແລະ ບັນດາຄູ່ຮ່ວມມື, ແມ່ນພື້ນຖານໃຫ້ແກ່ບັນດາຄວາມມານະພະຍາຍາມຂອງ ອາຊຽນ ພາຍຫຼັງໂລກລະບາດໂຄວິດ - 19, ບົນເນື້ອໃນຈິດໃຈ ສ້າງປະຊາຄົມມີຄວາມເອົາໃຈໃສ່, ກະກຽມ ແລະ ວັດທະນາຖາວອນໃນທຸກການເຄື່ອນໄຫວຂອງຕົນ.

ອາຊຽນ ຈ ດຕ ງກອງປະຊ ມຄ ຮ ວມມ ກ ຽວກ ບການຟ ນຟ ພາຍຫ ງໄລຍະເກ ດໂລກລະບາດໂຄວ ດ 19 ຫວຽດນາມ ສະເໜີໃຫ້ຈີນ ສືບຕໍ່ສະໜັບສະໜູນບັນດາໂຄງການໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳອາຊຽນ ໄດ້ຊົມເຊີຍການຕັ້ງໜ້າເຂົ້າຮ່ວມຂອງຈີນ ເຂົ້າໃນບັນດາໂຄງການໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI).

ອາຊຽນ ຈ ດຕ ງກອງປະຊ ມຄ ຮ ວມມ ກ ຽວກ ບການຟ ນຟ ພາຍຫ ງໄລຍະເກ ດໂລກລະບາດໂຄວ ດ 19 IAMM: ຫວຽດນາມຮ່ວມມືກັບບັນດາປະເທດອື່ນ ເພື່ອປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ຍສໝ - ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ຢືນຢັນວ່າ, ຫວຽດນາມ ຈະສະໜັບສະໜູນ, ໜູນຊ່ວຍປະທານອາຊຽນ 2021 ໃນການປະຕິບັດສຳເລັດໜ້າທີ່, ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ຄວບຄຸມ ແລະ ຕ້ານໂລກລະບາດ COVID-19 ຢ່າງມີປະສິດທິຜົນ.

ອາຊຽນ ຈ ດຕ ງກອງປະຊ ມຄ ຮ ວມມ ກ ຽວກ ບການຟ ນຟ ພາຍຫ ງໄລຍະເກ ດໂລກລະບາດໂຄວ ດ 19 ທ່ານເລຂາທິການໃຫຍ່ອາຊຽນ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນການເປັນປະທານອາຊຽນ 2020

ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ໄດ້ຍື່ນສານຕາຕັ້ງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ເຖິງທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi, ກາຍເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ.

vovworld.vn

ເຫດການ
302 Found

Found

The document has moved here.