ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ

13:58 | 08/06/2026

ຍສໝ - AFF 2026 ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026
AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ
ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ
ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 9-10/6. (ພາບ: TTXVN)

ເວທີປາໄສອະນາຄົດອາຊຽນ (AFF) ປະຈຳປີ 2026 ທີ່ພວມຈະຈັດຂຶ້ນຢູ່ທີ່ຮາໂນ້ຍ ແມ່ນໄດ້ຮັບການຕີລາຄ່ວາ ຈະສືບຕໍ່ຢືນຢັນເຖິງບົດບາດຂອງ ຫວຽດນາມ ພາຍໃດການຊຸກຍູ້ການເຈລະຈາ, ເພີ່ມທະວີການຮ່ວມມື ແລະ ປະກອບສ່ວນເຂົ້າໃສ່ຂະບວນການວາງນະໂຍບາຍຂອງ ອາຊຽນ ພາຍໃດໄລຍະແຫ່ງການພັດທະນາໃໝ່.

ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດ ໂຕນທິຫງອກເຮຶອງ (Tôn Thị Ngọc Hương), ຫົວໜ້າຄະນະຜູ້ແທນຖາວອນ ຫວຽດນາມ ປະຈຳ ອາຊຽນ ໄດ້ຮ່ວມແລກປ່ຽນກັບນັກຂ່າວ ກ່ຽວກັບຄວາມໝາຍຂອງເຫດການ ພ້ອມທັງບັນດາການປະກອບສ່ວນຂອງເວທີປາໄສ ທີ່ມີຕໍ່ກັບອະນາຄົດຂອງອາຊຽນ.

ຂໍຮຽນທ່ານນາງ, ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 ຈັດຂຶ້ນພາຍໃດປີທຳອິດແຫ່ງການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ ຮອດປີ 2045, ທ່ານນາງ ສາມາດບອກໃຫ້ຮູ້ກ່ຽວກັບຄວາມໝາຍຂອງຫົວຂໍ້ເຫດການໃນປີນີ້ ທີ່ມີຕໍ່ກັບທິດທາງການພັດທະນາຂອງອາຊຽນພາຍໃດໄລຍະໃໝ່ໄດ້ບໍ່?

ເວທີປາໄສອະນາຄົດອາຊຽນ ແມ່ນຂໍ້ລິເລີ່ມທີ່ລັດຖະບານ ຫວຽດນາມ ໄດ້ຍົກຂຶ້ນມາ ແລະ ຜັນຂະຫຍາຍນັບຕັ້ງແຕ່ປີ 2024. ພາຍໃດຫົວຂໍ້ “ຮ່ວມກັນກຳນົດຮູບຮ່າງອະນາຄົດຮ່ວມກັນ: ສັນຕິພາບ, ຄວາມວັດທະນາຖາວອນ, ເອົາປະຊາຊົນເປັນສູນກາງ,” ເວທີປາໄສໃນປີນີ້ ມີຄາດໝາຍປະກອບສ່ວນຫຼາກຫຼາຍມຸມມອງໃໝ່ ແລະ ວາງບັນດາຂໍ້ສະເໜີແນະນະໂຍບາຍ, ວິທີການແກ້ໄຂສະເພາະ ຕົວຈິງ ແນໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ຮອດປີ 2045.

ຫົວຂໍ້ໃນປີນີ້ ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

ເນື້ອໃນການປຶກສາຫາລືຢູ່ທີ່ເວທີປາໄສນີ້ ແມ່ນມີທັງລັກສະນະກວມລວມ, ທັງມີລັກສະນະການຮ່ວມມືສະເພາະຕົວຈິງ ໂດຍຜ່ານບັນດາວາລະການຫາລືກ່ຽວກັບຄວາມເຂັ້ມແຂງດ້ວຍຕົນເອງ, ການປ້ອງກັນຄວາມຂັດແຍ້ງ, ປັນຍາປະດິດ, ຄວາມປອດໄພທາງດ້ານພະລັງງານ, ຮູບແບບການພັດທະນາໃໝ່. ນອກຈາກນັ້ນ, ຍັງມີບັນດາກິດຈະກຳ ເປັນຕົ້ນແມ່ນ ວາລະການເຈລະຈາລະຫວ່າງພັກການເມືອງຂອງບັນດາປະເທດເອເຊຍຕາເວັນອອກສ່ຽງໃຕ້, ກອງປະຊຸມຜູ້ນຳບັນດາຕົວເມືອງຂອງອາຊຽນ, ວາລະການເຈລະຈາໂຕໂຕະມົນກ່ຽວກັບອະນຸພາກພື້ນແມ່ນ້ຳຂອງ ຫຼື ໂຕໂຕະມົນຊາວໜຸ່ມເອເຊຍຕາເວັນອອກສ່ຽງໃຕ້ ກ່ຽວກັບການຄຸ້ມຄອງປັນຍາປະດິດ.

ບັນດາກິດຈະກຳເຫຼົ່ານີ້ ແມ່ນເກາະຫ້ອຍຢ່າງສະໜິດແໜ້ນກັບຈິດໃຈຂອງຫົວຂໍ້ໃນປີນີ້, ໃນຂະນະດຽວກັນກໍສະທ້ອນໃຫ້ແຫັນເຖິງຄວາມຕ້ອງການການຮ່ວມມືຕົວຈິງ ແນໃສ່ສະໜັບສະໜູນການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ ຮອດປີ 2045. ດ້ວຍການເຂົ້າຮ່ວມ ແລະ ປະກອບຄຳຄິດຄຳເຫັນຂອງບັນດາຕົວແທນລັດຖະບານ, ນັກວິຊາການ, ວິສາຫະກິດ, ຊາວໜຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃດອາຊຽນ, ເວທີປາໄສໄດ້ມຸ່ງໄປສູ່charterວິໄສທັດການພັດທະນາຢ່າງຮອບດ້ານ, ກວມລວມ ແລະ ເອົາປະຊາຊົນເປັນສູນກາງ. ນີ້ຈະແມ່ນແຫຼ່ງສະໜັບສະໜູນອັນສຳຄັນ ແລະ ເປັນຮູບປະທຳ ໃຫ້ແກ່ວຽກງານການຈັດຕັ້ງປະຕິບັດບັນດາບຸລິມະສິດການພັດທະນາຂອງອາຊຽນພາຍໃດໄລຍະໃໝ່.

ເວົ້າໃຫ້ລະອຽດກວ່ານັ້ນ, ຄາດໝາຍຂອງວາລະກອງປະຊຸມ AFF 2026 ແມ່ນການຍົກສູງຄຸນນະພາບຂອງບັນດາການປຶກສາຫາລື, ການແລກປ່ຽນຄວາມຄິດເຫັນ, ໂດຍບໍ່ພຽງແຕ່ຢຸດຢູ່ບ່ອນການຊອກຫາບັນຫາເທົ່ານັ້ນ ແຕ່ຍັງຊອກຫາວິທີການເພື່ອໃຫ້ອາຊຽນເພີ່ມທະວີຄວາມສາມາດພາຍໃດການຕ້ານທານ, ປ່ຽນແປງໃໝ່ຮູບແບບການເຕີບໂຕ; ຂຸດຄົ້ນໂອກາດທີ່ບັນດາເຕັກໂນໂລຊີທີ່ພວມພົ້ນເດັ່ນນຳມາໃຫ້; ແລະ ຮັບປະກັນວ່າ ຄຽງຄູ່ກັບບັນດາລັດຖະບານ, ວິສາຫະກິດ, ກຸ່ມຊ່ຽວຊານ, ຄະນະຊຸມຊົນ ແລະ ຄົນຮຸ່ນໜຸ່ມ ຈະໄດ້ຮ່ວມກັນເຂົ້າຮ່ວມສ້າງສັນອະນາຄົດຂອງອາຊຽນ.

ພາຍໃຕ້ສະພາບແວດລ້ອມແຫ່ງການແຂ່ງຂັນທາງດ້ານຍຸດທະສາດ ແລະ ຄວາມບໍ່ສະຫງົບທາງດ້ານພູມສາດການເມືອງທີ່ນັບມື້ນັບເພີ່ມທະວີຂຶ້ນ, ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ເວທີປາໄສອະນາຄົດອາຊຽນ ສາມາດປະກອບສ່ວນແນວໃດເຂົ້າໃສ່ການຮັດແໜ້ນບົດບາດສູນກາງ, ຄວາມສາມັກຄີ ແລະ ຂີດຄວາມສາມາດພາຍໃດການເຂັ້ມແຂງດ້ວຍຕົນເອງຂອງອາຊຽນເປັນແນວໃດ?

ການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມຫາອຳນາດ ແລະ ຄວາມບໍ່ສະຫງົບທາງດ້ານພູມສາດການເມືອງ, ພູມສາດເສດຖະກິດທີ່ນັບມື້ນັບເພີ່ມຂຶ້ນ ພ້ອມທັງບັນດາບັນຫາພາຍໃນ ກໍພວມເຮັດໃຫ້ອາຊຽນຕ້ອງຜະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາກຫຼາຍປະການ, ເຮັດແນວໃດເພື່ອສືບຕໍ່ຮັກສາບົດບາດສູນກາງພາຍໃດໂຄງສ້າງພາກພື້ນ, ຮັກສາຄວາມສາມັກຄີພາຍໃນກຸ່ມ ແລະ ເພີ່ມທະວີຂີດຄວາມສາມາດພາຍໃດການເປັນເຈົ້າຕົນເອງ, ຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມທັງຂີດຄວາມສາມາດພາຍໃດການຕ້ານທານຂອງອາຊຽນ.

ບັນດາບັນຫາເຫຼົ່ານີ້ ແມ່ນໄດ້ຮັບການສະທ້ອນໃຫ້ເຫັນຢ່າງຈະແຈ້ງພາຍໃດເນື້ອໃນວາລະກອງປະຊຸມຂອງເວທີປາໄສໃນປີນີ້ ປະກອບມີ: ຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມັກຄີພາຍໃດໂລກທີ່ພວມມີການປ່ຽນແປງ; ການຊຸກຍູ້ບັນດາຂໍ້ລິເລີ່ມຂອງອາຊຽນວ່າດ້ວຍການປ້ອງກັນຄວາມຂັດແຍ້ງ, ບັນດາຮູບແບບການພັດທະນາພາຍໃດສະພາບແວດລ້ອມແຫ່ງການຫັນປ່ຽນທົ່ວໂລກ, ການເພີ່ມທະວີຄວາມປອດໄພທາງດ້ານພະລັງງານ ແລະ ການນຳໃຊ້ AI. ດ້ວຍຖານະເປັນເວທີປາໄສແບບເປີດກວ້າງ, ຮອບດ້ານ, ປຶກສາຫາລືກ່ຽວກັບບັນດາບັນຫາທາງດ້ານຍຸດທະສາດທີ່ອາຊຽນ ແລະ ພາກພື້ນພວມຜະເຊີນໜ້າເພື່ອມຸ່ງໄປສູ່ອະນາຄົດ, AFF ໃນປີນີ້ ແມ່ນມຸ່ງໄປສູ່ການສ້າງບັນດາແນວຄິດປ່ຽນແປງໃໝ່, ປະກອບສ່ວນວາງຂໍ້ສະເໜີແນະນະໂຍບາຍຈາກຫຼາກຫຼາຍມຸມມອງທີ່ແຕກຕ່າງກັນ ເພື່ອຊ່ວຍແກ້ໄຂບັນດາສິ່ງທ້າທາຍ.

ໂດຍຜ່ານບັນດາວາລະການແລກປ່ຽນ, ການປຶກສາຫາລືແບບເປີດກວ້າງ, ບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສໃນຄັ້ງນີ້ ບອກເຖິງ ບັນດາຜູ້ນຳ, ນັກວາງແຜນນະໂຍບາຍ, ກຸ່ມຊ່ຽວຊານທີ່ມີຊື່ສຽງ ແລະ ຜູ້ນຳວິສາຫະກິດ, ແມ່ນໄດ້ຮັບຄວາມຄາດຫວັງວ່າຈະສະເໜີບັນດາວິທີການແກ້ໄຂສະເພາະຕົວຈິງ ເພື່ອຊ່ວຍໃຫ້ອາຊຽນຮັດແໜ້ນຄວາມເຂັ້ມແຂງດ້ວຍຕົນເອງ, ເປັນຕົ້ນແມ່ນພາຍໃດຂົງເຂດການຮັບປະກັນຄວາມປອດໄພທາງດ້ານພະລັງງານ, ການຮັກສາຄວາມສາມັກຄີໃຫ້ໝັ້ນຄົງທ່າມກາງສະພາບການທີ່ຄວາມເຄັ່ງຕຶງເພີ່ມທະວີຂຶ້ນ; ການກໍ່ສ້າງ ແລະ ພັດທະນາບັນດາເຄື່ອງມື, ກົນໄກ, ກອບການຮ່ວມມືໃໝ່ ແນໃສ່ຫັນປ່ຽນຈາກການຄຸ້ມຄອງຄວາມຂັດແຍ້ງແບບຕັ້ງຮັບ ໄປສູ່ການແກ້ໄຂຄວາມຂັດແຍ້ງແບບເປັນເຈົ້າການ, ນຳໃຊ້ບັນດາສາຍພົວພັນຄູ່ຮ່ວມມືພາຍໃດການຊຸກຍູ້ຄວາມພະຍາຍາມປ້ອງກັນຄວາມຂັດແຍ້ງຢູ່ພາກພື້ນ; ຕີລາຄາບັນດາຮູບແບບການພັດທະນາແບບດັ້ງເດີມ ແລະ ແນວທາງການເຂົ້າເຖິງໃໝ່ ເຊິ່ງບັນດາພື້ນຖານເສດຖະກິດອາຊຽນຈຳເປັນຕ້ອງນຳມາໝູນໃຊ້ ເພື່ອບຸກທະລຸຂຶ້ນສູ່ລະດັບການພັດທະນາທີ່ສູງກວ່າເກົ່າ.

ບັນດາຂໍ້ສະເໜີແນະຂອງເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 ຈະຖືກນຳສະເໜີຂຶ້ນຕໍ່ສະພາປະສານງານອາຊຽນ, ກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 59 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ເພື່ອເປັນບ່ອນອ້າງອີງ ແລະ ຮັບຊາບ, ພ້ອມທັງສະເໜີຂໍ້ສະເໜີແນະນະໂຍບາຍທີ່ມີຄວາມເປັນໄປໄດ້, ສອດຄ່ອງກັບຄາດໝາຍໃນອະນາຄົດຂອງອາຊຽນ ແລະ ເພີ່ມເຕີມເຂົ້າໃສ່ຂະບວນວິວັດການວາງນະໂຍບາຍທີ່ເປັນທາງການ.

ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ນີ້ແມ່ນປີທີສາມຕິດຕໍ່ກັນທີ່ ຫວຽດນາມ ຈັດຕັ້ງເວທີປາໄສອະນາຄົດອາຊຽນ. ບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືສາກົນ ມີຄວາມເຫັນ ແລະ ຕີລາຄາແນວໃດຕໍ່ກັບຂໍ້ລິເລີ່ມນີ້ ກໍຄືບົດບາດທີ່ນັບມື້ນັບເປັນເຈົ້າການຂອງ ຫວຽດນາມ ພາຍໃດອາຊຽນ?

ໂດຍຜ່ານການຈັດຕັ້ງປະຕິບັດ 2 ຄັ້ງຜ່ານມາ, ເວທີປາໄສແມ່ນໄດ້ຮັບຄຳຄິດຄຳເຫັນທາງບວກຫຼາກຫຼາຍປະການ. AFF ໄດ້ຮັບການຕີລາຄາວ່າແມ່ນເວທີປາໄສ “ໂດຍອາຊຽນ ແລະ ເພື່ອອາຊຽນ”. AFF ພວມສ້າງເວທີແລກປ່ຽນຄວາມຄິດເຫັນໃໝ່ ທີ່ມີຄວາມເປີດກວ້າງ, ຄ່ອງຕົວ, ຊຸກຍູ້ການປະຕິສັນຖານຫຼາກຫຼາຍມິຕິ, ສຸມໃສ່ການປຶກສາຫາລືກ່ຽວກັບບັນດາບັນຫາໃນອະນາຄົດ ແລະ ທິດທາງການພັດທະນາຂອງອົງການ, ບັນດາຫົວຂໍ້ຍຸດທະສາດໄລຍະຍາວທີ່ມີຜົນກະທົບຕໍ່ອາຊຽນ, ແທນທີ່ຈະສຸມໃສ່ແຕ່ການແກ້ໄຂບັນຫາວິກິດການໃນສະເພາະໜ້າເທົ່ານັ້ນ. ດ້ວຍພາກສ່ວນທີ່ເຂົ້າຮ່ວມມີຄວາມຫຼາກຫຼາຍ, AFF ໄດ້ສ້າງໂອກາດເພີ່ມເຕີມ ເພື່ອໃຫ້ປະຊາຊົນໄດ້ເຂົ້າຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າເຂົ້າໃສ່ຂະບວນວິວັດຂອງອາຊຽນ; ຊ່ວຍໃຫ້ເພື່ອນມິດ, ຄູ່ຮ່ວມມືມີຄວາມເຂົ້າໃຈກ່ຽວກັບອາຊຽນຫຼາຍຂຶ້ນ ແລະ ຊຸກຍູ້ການຮ່ວມມື, ຄວາມຜູກພັນຢ່າງຮອບດ້ານ, ເປັນຮູບປະທຳກັບອາຊຽນກວ່າເກົ່າ.

ບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືສາກົນ ກໍໄດ້ມີການຕີລາຄາທາງບວກ ແລະ ໃຫ້ຄວາມສຳຄັນຕໍ່ກັບບົດບາດຂອງເວທີປາໄສອະນາຄົດອາຊຽນ. ຜູ້ນຳອາຊຽນຫຼາກຫຼາຍທ່ານ ເປັນຕົ້ນແມ່ນ ທ່ານນາຍົກລັດຖະມົນຕີລາວ, ທ່ານນາຍົກລັດຖະມົນຕີມາເລເຊຍ; ຜູ້ນຳຂອງບັນດາປະເທດຄູ່ຮ່ວມມື ເປັນຕົ້ນແມ່ນ ທ່ານນາຍົກລັດຖະມົນຕີ ນິວຊີແລນ; ທ່ານເລຂາທິການໃຫຍ່ອົງການສະຫະປະຊາຊາດ ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມີບົດປາໄສອັນສຳຄັນຢູ່ທີ່ເວທີປາໄສໃນໄລຍະ 2 ປີຜ່ານມາ. ຄາດຄະເນວ່າ ເວທີປາໄສໃນປີນີ້ ຈະມີການເຂົ້າຮ່ວມຂອງບັນດາທ່ານນາຍົກລັດຖະມົນຕີ ຈາກ ລາວ, ກຳປູເຈຍ, ຕີມໍ ເລສເຕ ພ້ອມດ້ວຍຜູ້ນຳ ແລະ ເຈົ້າໜ້າທີ່ຂັ້ນສູງຫຼາກຫຼາຍທ່ານອື່ນໆ.

ເວທີປາໄສ AFF ໄດ້ຮັບການຕີລາຄາວ່າແມ່ນຂໍ້ລິເລີ່ມທາງດ້ານການທູດທີ່ໜ້າສົນໃຈ, ສະທ້ອນໃຫ້ແຫັນເຖິງບົດບາດອັນຕັ້ງໜ້າຂອງ ຫວຽດນາມ, ຫັນປ່ຽນจากการເຂົ້າຮ່ວມ ໄປສູ່ການກຳນົດຮູບຮ່າງວາລະກອງປະຊຸມທາງດ້ານຍຸດທະສາດຂອງອາຊຽນ, ປະກອບສ່ວນຮັດແໜ້ນບົດບາດສູນກາງຂອງອົງການ ແລະ ຊຸກຍູ້ການເຈລະຈາພາກພື້ນ ພາຍໃດສະພາບແວດລ້ອມແຫ່ງການແຂ່ງຂັນທາງດ້ານພູມສາດການເມືອງທີ່ນັບມື້ນັບເພີ່ມທະວີຂຶ້ນ.

ທ່ານເລຂາທິການໃຫຍ່ອາຊຽນ ເຄີຍໃຫ້ທັດສະນະຄ່ວາ ເວທີປາໄສນີ້ພວມຄ່ອຍໆສ້າງຊື່ສຽງ, ເຄື່ອງໝາຍການຄ້າ ແລະ ແມ່ນຊ່ອງທາງການແລກປ່ຽນທີ່ມີປະໂຫຍດຢ່າງຍິ່ງ, ມີຄວາມເປັນຮູບປະທຳ ປະກອບສ່ວນເຂົ້າໃສ່ບັນດາຂະບວນວິວັດການວາງນະໂຍບາຍ ແລະ ຊຸກຍູ້ການຮ່ວມມື ກໍຄືການເພີ່ມທະວີບົດບາດສູນກາງຂອງອາຊຽນ. ໂດຍຜ່ານນັ້ນ, ພາບພົດ, ທີ່ຕັ້ງ ແລະ ການປະກອບສ່ວນຂອງ ຫວຽດນາມ ພາຍຫຼັງໄລຍະເວລາ 30 ປີ ແຫ່ງການເຂົ້າເປັນສະມາຊິກອາຊຽນ ກໍຍິ່ງໄດ້ຮັບການຍອມຮັບ ແລະ ຍົກສູງເດັ່ນຂຶ້ນ.

ຂໍຂອບໃຈທ່ານນາງ!

ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ

ຍສໝ - ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໄດ້ນຳເອົາຫຼາຍສານຂໍ້ຄວາມອັນເລິກເຊິ່ງມາໃຫ້ຜູ້ເຂົ້າຮ່ວມ. ນີ້ແມ່ນໂອກາດເພື່ອເຊີດຊູຄວາມງາມອັນມີສະເໜ່, ສະຕິປັນຍາ, ຄວາມໝັ້ນໃຈ ແລະ ຄວາມກ້າຫານ ຂອງແມ່ຍິງຫວຽດນາມ.

Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ

ຍສໝ - Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ ງານມະຫາກຳວິສາຂະບູຊາ (Vesak) ພຸດທະສັກກະລາດ 2570 - ຄຣິດຕະສັກກະລາດ 2026 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23 ພຶດສະພາ - 1 ມິຖຸນາ ປີ 2026 ຢູ່ທີ່ ດາລາດ (Đà ...

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ