IAMM: ຫວຽດນາມຮ່ວມມືກັບບັນດາປະເທດອື່ນ ເພື່ອປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

15:23 | 05/03/2021

ຍສໝ - ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ຢືນຢັນວ່າ, ຫວຽດນາມ ຈະສະໜັບສະໜູນ, ໜູນຊ່ວຍປະທານອາຊຽນ 2021 ໃນການປະຕິບັດສຳເລັດໜ້າທີ່, ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ຄວບຄຸມ ແລະ ຕ້ານໂລກລະບາດ COVID-19 ຢ່າງມີປະສິດທິຜົນ.

iamm ຫວຽດນາມຮ ວມມ ກ ບບ ນດາປະເທດອ ນ ເພ ອປ ອງກ ນ ແລະ ຕ ານການລະບາດຂອງ covid 19 ທ່ານເລຂາທິການໃຫຍ່ອາຊຽນ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນການເປັນປະທານອາຊຽນ 2020
iamm ຫວຽດນາມຮ ວມມ ກ ບບ ນດາປະເທດອ ນ ເພ ອປ ອງກ ນ ແລະ ຕ ານການລະບາດຂອງ covid 19 JETRO: ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດແຕ່ການສົ່ງອອກຂອງ 6 ປະເທດ ອາຊຽນ ປີ 2020 ຫລຸດລົງພຽງ 2,2 % ເທົ່ານັ້ນ

ໃນວັນທີ 3 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (IAMM) ທີ່ບໍ່ເປັນທາງການດ້ວຍຮູບແບບຖ່າຍທອດສົດ.

ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນການສ້າງວິໄສທັດປະຊາຄົມອາຊຽນຫລັງປີ 2025, ການຈັດຕັ້ງປະຕິບັດຂໍ້ລິເລີ່ມການຮັບມື ແລະ ການຟື້ນຟູພາຍຫຼັງໂລກລະບາດ COVID-19, ແລະ ການຕ່າງປະເທດຂອງອາຊຽນ, ສົນທະນາກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈຮ່ວມກັນ.

iamm ຫວຽດນາມຮ ວມມ ກ ບບ ນດາປະເທດອ ນ ເພ ອປ ອງກ ນ ແລະ ຕ ານການລະບາດຂອງ covid 19
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ. (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເນັ້ນໜັກວ່າ, ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມອາຊຽນ, ໃຫ້ຄຳໝັ້ນສັນຍາຮ່ວມມືກັບປະເທດຕ່າງໆ ໃນການປ້ອງກັນໂລກລະບາດ COVID-19.

ບົນພື້ນຖານນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມຈະສະໜັບສະໜູນ, ໜູນຊ່ວຍປະທານອາຊຽນ 2021 ໃນການປະຕິບັດສຳເລັດໜ້າທີ່, ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ຄວບຄຸມ ແລະ ຕ້ານໂລກລະບາດ COVID-19 ຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ການພົວພັນກັບບັນດາຄູ່ຮ່ວມມື, ຮັກສາການສົນທະນາ ແລະ ການຮ່ວມມືແມ່ນມີຄວາມສຳຄັນເປັນພິເສດໃນຂະບວນການນີ້.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃຫ້ອາຊຽນປະສານງານຢ່າງໃກ້ຊິດ, ເສີມຂະຫຍາຍບົດບາດ ແລະ ນຳໃຊ້ເຄື່ອງມື ແລະ ກົນໄກການຮ່ວມມືທີ່ມີຢູ່ຢ່າງມີປະສິດທິຜົນ, ລວມທັງການປະສານງານກັບອົງການຈັດຕັ້ງ ແລະ ກົນໄກຕ່າງໆຂອງໂລກ, ໃນນັ້ນມີສະຫະປະຊາຊາດ ເພື່ອສະຖຽນລະພາບໃນພາກພື້ນ, ເອົາໃຈໃສ່ຜົນປະໂຫຍດຂອງປະຊາຊົນເປັນຕົ້ນ, ພ້ອມທັງເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ, ແລະ ຄວາມສາມັກຄີ ຂອງອາຊຽນ.

iamm ຫວຽດນາມຮ ວມມ ກ ບບ ນດາປະເທດອ ນ ເພ ອປ ອງກ ນ ແລະ ຕ ານການລະບາດຂອງ covid 19 ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ

ໃນວັນທີ 2 ມີນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.

iamm ຫວຽດນາມຮ ວມມ ກ ບບ ນດາປະເທດອ ນ ເພ ອປ ອງກ ນ ແລະ ຕ ານການລະບາດຂອງ covid 19 ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca

ວັນທີ 24 ກຸມພາ 2021, ວັກຊິນກັນພະຍາດໂຄວິດ - 19 ງວດທຳອິດດ້ວຍຈຳນວນເກືອບ 120.000 ໂດສໄດ້ມາເຖິງສະໜາມບິນເຕິນເຊີນເຍິດ, ນະຄອນໂຮ່ຈີມິນ ສສ.ຫວຽດນາມ.

iamm ຫວຽດນາມຮ ວມມ ກ ບບ ນດາປະເທດອ ນ ເພ ອປ ອງກ ນ ແລະ ຕ ານການລະບາດຂອງ covid 19 ຫວຽດນາມ ເຂົ້າຮ່ວມ ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ

ຍສໝ - ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຮ່າງຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+); ຕີລາຄາການຜັນຂະຫຍາຍບັນດາຂໍ້ລິເລີ່ມໃນ ADMM ແລະປຶກສາຫາລືບັນດາຂໍ້ລິເລີ່ມໃໝ່...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.