![]() |
| ນັກວິເຄາະດ້ານການຕ່າງປະເທດ, ຄວາມໝັ້ນຄົງ ແລະ ຍຸດທະສາດ Collins Chong Yew Keat, ຈາກມະຫາວິທະຍາໄລ Malaya. ພາບ: ວຽນລວຽນ (Vien Luyen)/TTXVN |
ຖ້ຽວຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຍັງບັນດາປະເທດ ໄທ, ສິງກະໂປ ແລະ ຟີລິບປິນ ແນໃສ່ສະແດງໃຫ້ເຫັນວ່າ ຫວຽດນາມ ພວມກຳນົດທິດທາງບົດບາດນຳພາ ແລະ ການປະສານງານຢ່າງຕັ້ງໜ້າກວ່າເກົ່າ ຢູ່ພາຍໃນສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ນີ້ແມ່ນການຕີລາຄາ ຈາກທ່ານ Collins Chong Yew Keat ນັກວິເຄາະດ້ານຄວາມໝັ້ນຄົງຍຸດທະສາດ ສັງກັດມະຫາວິທະຍາໄລ Malaya, ປະເທດມາເລເຊຍ ທີ່ໄດ້ຍົກອອກມາໃນມື້ວານນີ້ (1/6), ພາຍໃຕ້ວາລະການໂອ້ລົມສົນທະນາຮ່ວມກັບນັກຂ່າວຂອງສຳນັກຂ່າວສານຫວຽດນາມ.
ຕາມທັດສະນະ ຂອງທ່ານ Collins Chong Yew Keat ແລ້ວ, ຖ້ຽວຢ້ຽມຢາມຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຍັງປະເທດ ໄທ ແມ່ນໄດ້ນຳມາເຊິ່ງສານທາງດ້ານຍຸດທະສາດ ຄື: ຫວຽດນາມ ແລະ ໄທ ພວມພະຍາຍາມຮ່ວມກັນສ້າງສາຂົງເຂດເສດຖະກິດ ອາຊຽນ ໃຫ້ມີການເຊື່ອມໂຍງເຂົ້າກັນກວ່າເກົ່າ, ເກາະກ່ຽວດ້ານການທ່ອງທ່ຽວ, logistics, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ພະລັງງານ, ການເຕີບໂຕສີຂຽວ ແລະ ການລົງທຶນຂອງພາກເອກະຊົນ.
ກ່ຽວກັບຖ້ຽວຢ້ຽມຢາມປະເທດ ສິງກະໂປ, ທ່ານ Collins Chong Yew Keat ຖືວ່າ ສິງກະໂປ ບໍ່ພຽງແຕ່ແມ່ນນັກລົງທຶນຂອງ ຫວຽດນາມ ເທົ່ານັ້ນ ແຕ່ພວມກາຍເປັນແບບຢ່າງ ແລະ ເປັນຄູ່ຮ່ວມມືໃຫ້ແກ່ໄລຍະແຫ່ງການຂະຫຍາຍຕົວພັດທະນາຂັ້ນຖັດໄປຂອງ ຫວຽດນາມ ພາຍໃນບັນດາຂົງເຂດ: ການຄຸ້ມຄອງບໍລິຫານດິຈິຕອນ, ການຜະລິດຂັ້ນກ້າວໜ້າ, ການເງິນ, ພະລັງງານສະອາດ, ລະບົບນິເວດແຫ່ງນະວັດຕະກຳ ແລະ ການຍົກລະດັບຕ່ອງໂສ້ອຸປະທານ. ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີສ່ວນຊ່ວຍຍົກສູງສຽງເວົ້າ ແລະ ຖານະບົດບາດທາງດ້ານການທູດຂອງ ຫວຽດນາມ; ຢັ້ງຢືນເຖິງບົດບາດການເປັນສະມາຊິກ ອາຊຽນ ທີ່ມີຄວາມຕັ້ງໜ້າ, ຮັບຜິດຊອບ, ພ້ອມແລ້ວທີ່ຈະປະກອບສ່ວນຄຳເຫັນ ຕໍ່ກັບບັນດາບັນຫາພາກພື້ນ ຄື ລະບຽບຮຽບຮ້ອຍພາກພື້ນ, ຄວາມໝັ້ນຄົງທາງທະເລ ແລະ ບົດບາດຂອງບັນດາປະເທດມຫາອຳນາດ.
ຕາມທັດສະນະຂອງນັກວິເຄາະແລ້ວ, ຖ້ຽວຢ້ຽມຢາມໃນລະດັບລັດ ໄປຍັງປະເທດ ຟີລິບປິນ ແມ່ນຈຸດຢຸດແວ່ທີ່ນຳມາເຊິ່ງບັນດາໝາກຜົນອັນພົ້ນເດັ່ນທີ່ສຸດ ກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງ; ຫວຽດນາມ ໃຫ້ຄວາມສຳຄັນຕໍ່ ຟີລິບປິນ ບໍ່ສະເພາະແຕ່ພາຍໃຕ້ຖານະເປັນຄູ່ຮ່ວມມືສອງຝ່າຍເທົ່ານັ້ນ ແຕ່ຍັງຖືເປັນຂໍ້ເກາະກ່ຽວອັນສຳຄັນ ພາຍໃຕ້ໂຄງສ້າງແຫ່ງການຮ່ວມມື ແລະ ຄວາມໝັ້ນຄົງທາງທະເລ ຂອງອາຊຽນ.
ຖ້ຽວການເຄື່ອນໄຫວປະຕິບັດງານທາງລັດຖະການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວພັດທະນາຂອງ ອາຊຽນ ເທົ່ານັ້ນ, ແຕ່ຍັງມີສ່ວນຊ່ວຍເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ອາຊຽນ, ຮັດແໜ້ນຄວາມສາມັກຄີ ແລະ ບົດບາດຄວາມເປັນກາງຂອງ ອາຊຽນ ພາຍໃຕ້ບັນດາບັນຫາພາກພື້ນ.
| ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ ຍສໝ - ວັນທີ 17 ເມສາ, ໃນການເຮັດວຽກລະຫວ່າງ ເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກັບ ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ ອາກຊັງຕິນ ທ່ານ ປາໂບຼ ກີໂນ (Pablo Quirno) ຢູ່ທີ່ນະຄອນຫຼວງ ບົວໂນສໄອເຣສ (Buenos Aires), ... |
| ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ ຍສໝ - ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ. |
