ຫວຽດນາມ, ລາວຊຸກຍູ້ການຮ່ວມມືໃນການປ້ອງກັນຊາດຢ່າງມີປະສິດທິຜົນ

11:30 | 09/09/2020

ຍ​ສ​ໝ - ໃນໄລຍະຈະມາເຖິງ, ສອງຝ່າຍຈະເຫັນດີເປັນເອກະພາບກຳ​ນົດທິດຫຼາຍບັນຫາສຳຄັນໃນການຮ່ວມມືດ້ານປ້ອງກັນຊາດ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການປະສານສົມທົບໃນການກວດກາ, ຊີ້ນຳໃຫ້ກະຊວງປ້ອງກັນປະເທດຂອງສອງປະເທດປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງພັກແລະສອງປະເທດແລະແຜນການຮ່ວມມືປີ 2020 ລະຫວ່າງສອງກະຊວງປ້ອງກັນປະເທດໃຫ້​ເປັນຢ່າງດີ.

ຫວຽດນາມ ລາວຊ ກຍ ການຮ ວມມ ໃນການປ ອງກ ນຊາດຢ າງມ ປະສ ດທ ຜ ນ ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ
ຫວຽດນາມ ລາວຊ ກຍ ການຮ ວມມ ໃນການປ ອງກ ນຊາດຢ າງມ ປະສ ດທ ຜ ນ ປ້ອງກັນ ແລະ ຕ້ານການລະບາດພະຍາດ Covid 19 ຢູ່ຊາຍແດນຫວຽດນາມ - ລາວ: ສະກັດກັ້ນການເຂົ້າ - ອອກ ເມືອງ​ ທີ່ຜິດກົດໝາຍ
ຫວຽດນາມ ລາວຊ ກຍ ການຮ ວມມ ໃນການປ ອງກ ນຊາດຢ າງມ ປະສ ດທ ຜ ນ
ທ່ານ ພົນ​ເອກ​ໂງ​ຊວັນ​ລິກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ພົນ​ເອກ​ ຈັນ​ສະ​ໝອນ​ ຈັນ​ຍາ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 8 ເດືອນ​ກັນ​ຍາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ພົນ​ເອກ​ໂງ​ຊວັນ​ລິກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ພົນ​ເອກ​ ຈັນ​ສະ​ໝອນ​ ຈັນ​ຍາ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ.

ທີ່​ການ​ຕ້ອນ​ຮັບ, ທ່ານ ພົນ​ເອກ ຈັນ​ສະ​ໝອນ​ ຈັນ​ຍາ​ລາດ ໄດ້​ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ພະ​ນັກ​ງານ, ນັກ​ຮົບ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ. ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ໄດ້​ຕີ​ລາ​ຄ​າ​ສູງ​ເລື່ອງ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເປັນ​ເຈົ້າ​ການ, ທັນ​ການ​ແບ່ງ​ປັນ​ສະ​ພາບ​ການ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ທັດ​ນະ​ສະ​ຮັບ​ມື​ກັບ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ໃນ​ໂລກ ແລະ ພາກ​ພື້ນ​ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ໂລກ​ລະ​ບາດ Covid – 19 ພວມ​ກໍ່​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງ​ຕໍ່​ທົ່ວ​ໂລກ.

ທ່ານ​ພົນ​ເອກ​ຈັນ​ສະ​ໝອນ ຈັນ​ຍາ​ລາດ ເນັ້ນ​ໜັກ​ວ່າ: ລາວ​ຖື​ເປັນ​ສຳ​ຄັນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ລາວ ກັ​ບ​ຫວຽດ​ນາມ. ທ່ານ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ບັນ​ດາ​ຫົວ​ໜ່ວຍກອງ​ທັບ​ຂອງ​ຫວຽດ​ນາມ ໄດ້​ໜູນ​ຊ່ວຍ, ກອງ​ທັບ​ປະ​ຊາ​ຊົນ​ລາວ​ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ແບ່ງ​ປັນ​ບົດ​ຮຽນ​ຢ່າງ​ທັນ​ການ, ໜູ​ນ​ຊ່ວຍ​ອຸ​ປະ​ກອນ​ການ​ແພດ, ຕ້ານ​ໂລກ​ລະ​ບາດ Covid – 19, ທ່ານ​ກໍ່​ອວຍ​ພອນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ແຕ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ກອງ​ປະ​ຊຸ​ມ​ການ​ທະ​ຫານ - ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ໃນ​ປີ​ຫວຽດ​ນາມ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ 2020.

ສ່ວນ​ທ່ານ ໂງ​ຊວັນ​ລິກ​ໄດ້​ຢັ້ງ​ຢືນ​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ໜູນ​ຊ່ວຍ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ສະ​ກັດ​ກັ້ນ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid – 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ປະ​ກອບ​ສ່ວນ​ປັບ​ປຸງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່ກອງ​ທັບ​ປະ​ຊາ​ຊົນ​ລາວ, ພ້ອມ​ທັງ, ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ກໍ່​ສະ​ແດງ​ຄວາມ​ເຊື່​ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ລັດ, ລາວ​ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ຍິ່ງ​ໃຫຍ່ຫຼາຍ​ຢ່າງກ່​ວາ​ອີກ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຂອງມະ​ຕິກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຢ່າງ​ມີ​ໄຊ, ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ XI.

ໃນໄລຍະຈະມາເຖິງ, ສອງຝ່າຍຈະເຫັນດີເປັນເອກະພາບກຳ​ນົດທິດຫຼາຍບັນຫາສຳຄັນໃນການຮ່ວມມືດ້ານປ້ອງກັນຊາດ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການປະສານສົມທົບໃນການກວດກາ, ຊີ້ນຳໃຫ້ກະຊວງປ້ອງກັນປະເທດຂອງສອງປະເທດປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງພັກແລະສອງປະເທດແລະແຜນການຮ່ວມມືປີ 2020 ລະຫວ່າງສອງກະຊວງປ້ອງກັນປະເທດໃຫ້​ເປັນຢ່າງດີ.

ພ້ອມກັນນັ້ນ, ສອງຝ່າຍສືບຕໍ່ຮັດ ແໜ້ນ ແລະຍົກສູງປະສິດທິຜົນຂອງກົນໄກການຮ່ວມມື, ໂດຍສະເພາະແມ່ນກົນໄກແລກປ່ຽນນະໂຍບາຍດ້ານປ້ອງກັນຊາດໃນລະດັບຮອງລັດຖະມົນຕີ; ເພີ່ມທະວີການປະສານສົມທົບລະຫວ່າງກຳລັງຄຸ້ມຄອງແລະປົກປັກຮັກສາຊາຍແດນຂອງສອງປະເທດ, ປ້ອງກັນ, ສະກັດກັ້ນແລະຕ້ານອາດຊະຍາກຳຂ້າມຊາດ, ການຄ້າເຖື່ອນ, ຊື້​ຂ​າຍ ​ແລະ ຂົນສົ່ງສິ່ງເສບຕິດ; ເພີ່ມທະວີການເຄື່ອນໄຫວລາດຕະເວນ, ຄວບຄຸມຊາຍແດນ, ດ່ານຊາຍແດນ, ເດັດ​ຂາດ​ສະ​ກັດ​ກັ້ນ​ການເຂົ້າ - ອອກເມືອງທີ່ຜິດກົດ ໝາຍ , ປະກອບສ່ວນຈຳກັດການແຜ່ລະບາດຂອງໂລກ​ລະ​ບາດ COVID-19 ຢູ່​ແຕ່​ລະ​ປະ​ເທດ.

ຫວຽດນາມ ລາວຊ ກຍ ການຮ ວມມ ໃນການປ ອງກ ນຊາດຢ າງມ ປະສ ດທ ຜ ນ ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ

ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

ຫວຽດນາມ ລາວຊ ກຍ ການຮ ວມມ ໃນການປ ອງກ ນຊາດຢ າງມ ປະສ ດທ ຜ ນ ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ໂດຍໄດ້ຮັບຄໍາເຊີນຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທ່ານ ເຈືອງ ຮວ່າ ບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄປຢ້ຽມຢາມ ສປປ. ລາວ ໃນລະຫວ່າງວັນທີ 10-11 ທັນວາ 2019.

ຫວຽດນາມ ລາວຊ ກຍ ການຮ ວມມ ໃນການປ ອງກ ນຊາດຢ າງມ ປະສ ດທ ຜ ນ ຫວຽດນາມ - ລາວ: ແລກປ່ຽນກ່ຽວກັບວຽກງານກໍ່ສ້າງ, ບຳລຸງສ້າງພະນັກງານລະຫວ່າງພະນັກງານຂັ້ນກົມລະຫວ່າງສອງຄະນະຈັດຕັ້ງສູນກາງພັກ

ຍສໝ - ເມື່ອບໍ່ດົນມານີ້, ການນຳກົມກໍ່ສ້າງ, ບຳລຸງສ້າງພະນັກງານ, ຄະນະຈັດຕ້ັງສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຮັດວຽກກັບກົມກໍ່ສ້າງພະນັກງານ, ຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດ ລາວ ກ່ຽວກັບວຽກງານກໍ່ສ້າງ, ບຳລຸງສ້າງພະນັກງານ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.