ປ້ອງກັນ ແລະ ຕ້ານການລະບາດພະຍາດ Covid 19 ຢູ່ຊາຍແດນຫວຽດນາມ - ລາວ: ສະກັດກັ້ນການເຂົ້າ - ອອກ ເມືອງ​ ທີ່ຜິດກົດໝາຍ

06:48 | 24/03/2020

ຍສໝ - ທະຫານປ້ອງກັນຊາຍແດນ ໄດ້ປິດກັ້ນຊາຍແດນຫວຽດນາມ - ລາວ ຢູ່ ແຂວງກວາງຈີ້ ດ້ວຍຈິດໃຈ “ ບໍ່ໃຫ້ເກີດການລະບາດໃໝ່”.

ລຽບຕາມຊາຍແດນຫວຽດນາມ - ລາວ ທີ່ຍາວປະມານ 200 ກວ່າກິໂລແມັດ ຜ່ານແຂວງກວາງຈີ້, ມີດ່ານຊາຍແດນ ແລະ ສະຖານທີ່ພັດພາອາໄສ ຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍສອງປະເທດຫວຽດນາມ - ລາວ. ໃນຊຸມມື້ທີ່ຜ່ານມາ, ຄະນະເຈົ້າໜ້າທີ່ທຸກຂັ້ນ ແລະ ອົງການທີ່ມີໜ້າທີ່ ແຂວງກວາງບິ່ງ ໄດ້ການປ້ອງກັນ, ສະກັດກັ້ນພະຍາດ Covid 19 ຢ່າງຕັ້ງໜ້າ.

ໃນຊ່ວງເວລານີ້, ພົນລະເມືອງ ຫວຽດນາມ ທີ່ມາຈາກ ສປປ.ລາວ ແລະ ຈາກປະເທດທີສາມ ໄດ້ຜ່ານດ່ານຊາຍແດນສາກົນສອງປະເທດ ລາວບາວ ແລະ ລາໄລ່ ກຳລັງເພີ່ມຂື້ນ. ເມື່ອດ່ານຊາຍແດນສາກົນໄດ້ຮັບການຄຸ້ມຄອງຢ່າງຮັດແໜ້ນ ເພື່ອຕ້ານການລະບາດພະຍາດ, ບາງຄົນໄດ້ສວຍໃຊ້ເສັ້ນທາງນ້ອຍເຂົ້າພາຍໃນປະເທດ ເພື່ອຫຼີກລ່ຽງການຄວບຄຸມຂອງຄະນະເຈົ້າໜ້າທີ່ທະຫານປ້ອງກັນຊາຍແດນ.

ປ້ອງກັນ ແລະ ຕ້ານການລະບາດພະຍາດ Covid 19 ຢູ່ຊາຍແດນຫວຽດນາມ - ລາວ: ສະກັດກັ້ນການເຂົ້າ - ອອກ ເມືອງ​ ທີ່ຜິດກົດໝາຍ

ປ້ອງກັນ ແລະ ຕ້ານການລະບາດພະຍາດ Covid 19 ຢູ່ຊາຍແດນຫວຽດນາມ - ລາວ, ສະກັດກັ້ນການເຂົ້າ - ອອກ ເມືອງ​ ທີ່ຜິດກົດໝາຍ. (ພາບ: vov.vn)

ໃນຊຸມມື້ທີ່ຜ່ານມາ, ທະຫານຊາຍແດນແຂວງກວາງຈີ້ ໄດ້ປະຕິບັດລະບຽບການການເຂົ້າອອກ ສຳລັບຜູ້ໂດຍສານຫຼາຍກ່ວາ 1,230 ຄົນ ຢູ່ 2 ດ່ານຊາຍແດນສາກົນ ລາວບາວ ແລະ ລາໄລ່. ທະຫານປ້ອງກັນຊາຍແດນ ແຂວງກວາງຈີ້ ກໍ່ປິດບັນດາເສັ້ນທາງນ້ອຍ, ເພີ່ມທະວີການລາດຕະເວນ ແລະ ຄວບຄຸມບັນດາກິດຈະກຳຊາຍແດນ ເພື່ອສະກັດກັ້ນການເຄື່ອນໄຫວເຂົ້າ - ອອກເມືອງຢ່າງຜິດກົດໝາຍ.

ທ່ານ ພັນຕີ ຟ່ານແທ່ງລິງ - ຫົວໜ້າຄ້າຍທະຫານປ້ອງກັນຊາຍແດນ ບ່ານາງ, ກອງບັນຊາການທະຫານຊາຍແດນແຂວງ ກວາງຈີ້ ໃຫ້ຮູ້ວ່າ: ຈຳນວນກຳມະກອນຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມາຈາກປະເທດອື່ນແມ່ນມີຈຳນວນຫຼວງຫຼາຍ ແລະ ການຢ້ານການແຍກຕົວຂອງບາງຄົນ, ສະນັ້ນ, ທະຫານປ້ອງກັນຊາຍແດນໄດ້ຜັນຂະຫຍາຍບັນດາຈຸດເຄື່ອນທີ່, ໜ່ວຍງານຮັບຜິດຊອບ ເພື່ອກຽມພ້ອມປ້ອງກັນບໍ່ໃຫ້ປະຊາຊົນເດີນໄປໃນທາງທີ່ຜິດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.