ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

14:30 | 11/12/2019

ໂດຍໄດ້ຮັບຄໍາເຊີນຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທ່ານ ເຈືອງ ຮວ່າ ບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄປຢ້ຽມຢາມ ສປປ. ລາວ ໃນລະຫວ່າງວັນທີ 10-11 ທັນວາ 2019.

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບ​ ຂອງ​ທ່ານ ເຈືອງ ຮວ່າ ປິ່ງ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສສ.ຫວຽດນາມ.(ພາບ:nhandan.com.vn)

ການຢ້ຽມຢາມໄດ້ດໍາເນີນໃນສະພາບການສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ພວມພັດທະນາຢ່າງດີງາມ. ສອງຝ່າຍຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດທີ່ສໍາຄັນຫຼາຍຢ່າງ, ຮັກສາການຢ້ຽມຢາມຂັ້ນສູງ ກໍ່ຄືບັນດາກົນໄກຮ່ວມມືຕ່າງໆຢ່າງເປັນປະຈໍາ. ວົງເງິນການຄ້າສອງຝ່າຍໃນ 9 ເດືອນຕົ້ນປີ 2019 ບັນລຸ 828,43 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ສອງຝ່າຍສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດຕ່າງໆ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງ, ກະສິກໍາ...

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງທ່ານ ເຈືອງ ຮວ່າ ປິ່ງ ພ້ອມຄະນະ ໃນຄັ້ງນີ້, ທີ່ໄດ້ເດີນທາງມາຢ້ຽມຢາມ ຢ່າງເປັນການພາຍໃນຄັ້ງນີ້, ຊຶ່ງເປັນການສືບຕໍ່ປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງສາຍພົວພັນ ມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ແລະ ຂໍຂອບໃຈຕໍ່ປະຊາຊົນ ແລະ ລັດຖະບານ ສສ.ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອມາໂດຍຕະຫລອດ.

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈືອງ ຮ່ວາ ບີ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ.ຫວຽດນາມ.(ພາບ: ຂປລ)

ໃນວັນທີ 11 ທັນວາ 2019 ສຳນັກງານນາຍົກລັດຖະມົນຕີ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈືອງ ຮ່ວາ ບີ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ທ່ານ ເຈືອງ ຮ່ວາ ບີ່ງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ອ້າຍນ້ອງທີ່ມີມາແຕ່ດົນນານ ໃຫ້ມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານຍຸຕິທຳ, ດ້ານການຄ້າ, ການລົງທຶນ, ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ.

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສະຫາຍ ບຸນທອງ ຈິດມະນີ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເຈືອງ ຮ່ວາ ບີ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ.ຫວຽດນາມ.(ພາບ: ຂປລ)

ໃນຕອນບ່າຍຂອງວັນທີ 10 ທັນວາ 2019 ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນ ຫລວງວຽງຈັນ, ໄດ້ມີພິທີພົບປະກັນສອງຝ່າຍ ລະຫວ່າງ ສະຫາຍ ບຸນທອງ ຈິດມະນີ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເຈືອງ ຮ່ວາ ບີ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ. ໃນການພົບປະຄັ້ງນີ້, ສະຫາຍຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈດ້ວຍຄວາມອົບອຸ່ນ ທີ່ໄດ້ນໍາເອົາ ໄມຕີຈິດ ມິດຕະພາບ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງ ພັກ-ລັດ ແລະ ປະຊາຊົນລາວ, ເຊິ່ງການມາຢ້ຽມຢາມ ລາວໃນຄັ້ງນີ້ ຈະເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານ ໃຫ້ມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ສອງຝ່າຍໄດ້ພ້ອມກັນທົບທວນຄືນ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືການປະຕິບັດທິດທາງ ແຜນການການ ຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການຮ່ວມມືດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ດ້ານຍຸຕິທຳ, ດ້ານການຄ້າ, ການລົງທຶນ, ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ, ພ້ອມປຶກສາຫາລືກັນ ດ້ານການເມືອງການຕ່າງປະເທດ ເຊິ່ງສືບຕໍ່ໄດ້ຮັບການເພີ່ມທະວີຢ່າງຕໍ່ເນື່ອງ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ.

ພ້ອມນັ້ນ, ສອງຝ່າຍຍັງໄດ້ແຈ້ງສະພາບ ການທີ່ພົ້ນເດັ່ນໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ ແລະ ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ຕື່ມອີກ. ນອກຈາກນີ້, ສອງຝ່າຍຍັງໄດ້ເອົາໃຈໃສ່ ຊຸກຍູ້ການພົວພັນຮ່ວມມື ດ້ານເສດຖະກິດ ລະຫວ່າງ ສອງປະເທດໃຫ້ນັບມື້ ນັບເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ ໂດຍຝ່າຍລາວ ໄດ້ສະເໜີໃຫ້ມີການຊຸກຍູ້ນັກລົງທຶນຈາກຫວຽດນາມ ເຂົ້າມາລົງທຶນຢູ່ລາວໃຫ້ຫລາຍຂຶ້ນ ເປັນຕົ້ນໃນຂະແໜງການກະສິກຳທັນສະໄໝ, ການ ບິນ, ສາທາລະນະສຸກ, ການປຸງແຕ່ງໄມ້, ການຜະລິດເປັນສິນຄ້າສົ່ງອອກ ແລະ ອື່ນໆ. ຫວຽດນາມ ເປັນຄູ່ຄ້າທີ່ສຳຄັນຂອງ ສປປ ລາວ ຮ່ວມກັນ ເຊິ່ງມູນຄ່າການຄ້າ ລາວ-ຫວຽດນາມໃນ 10 ເດືອນຕົ້ນປີ 2019 ສາມາດບັນລຸໄດ້ 936 ລ້ານໂດລາ, ເພີ່ມຂຶ້ນ 12,7% ທຽບໃສ່ໄລຍະດຽວກັນຂອງປີ 2018.

(ໄຊພອນ)

ເຫດການ
302 Found

Found

The document has moved here.