ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ

14:28 | 05/08/2020

ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.    

ກອງປະຊ ມສຳມະນາ 50 ປ ແຫ ງວ ນສ າງຕ ງຄະນະກຳມະການກ ບາດ ວຍຄວາມສາມ ກຄ ກ ບຫວຽດນາມ ລາວ ແລະ ກຳປ ເຈຍ ລາວ - ດ້ຽນບຽນ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ກອງປະຊ ມສຳມະນາ 50 ປ ແຫ ງວ ນສ າງຕ ງຄະນະກຳມະການກ ບາດ ວຍຄວາມສາມ ກຄ ກ ບຫວຽດນາມ ລາວ ແລະ ກຳປ ເຈຍ ຄະນະເອກອັກຄະລັດຖະທູດ,ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດເຮັດວຽກຢູ່ແຂວງ ທ໊າຍງວຽນ
ກອງປະຊ ມສຳມະນາ 50 ປ ແຫ ງວ ນສ າງຕ ງຄະນະກຳມະການກ ບາດ ວຍຄວາມສາມ ກຄ ກ ບຫວຽດນາມ ລາວ ແລະ ກຳປ ເຈຍ
ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ.

ວັນທີ 4 ສິງຫາ, ສະຖາບັນກູບາ ມິດຕະພາບ ກັບບັນດາຊົນຊາດ (ICAP) ໄດ້ຈັດກອງປະຊຸມສຳມະນາທາງອອນລາຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ (4 ສິງຫາ 1970 - 2020).

ນີ້ແມ່ນກິດຈະກຳທີ່ມີຄວາມໝາຍເພື່ອທົບທວນຄືນປະຫວັດສາດຂອງການເຄື່ອນໄຫວສາມັກຄີຂອງປະຊາຊົນກູບາເພື່ອອຸດົມການປະຕິວັດຂອງປະຊາຊົນຂອງສາມປະເທດອິນດູຈີນ, ປະກອບສ່ວນໂຄສະນາເຜີຍແຜ່ ແລະ ການສຶກສາໃຫ້ຄົນຮຸ່ນຫລັງຂອງແຕ່ລະປະເທດ ກ່ຽວກັບສາຍພົວພັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ແລະ ເນັ້ນໜັກເຖິງຄວາມຮັບຜິດຊອບຂອງຄົນລຸ້ນໜຸ່ມ ຂອງແຕ່ລະປະເທດໃນການປົກປັກຮັກສາ, ເພີ່ມທະວີ ແລະ ພັດທະນາສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງກູບາ ກັບຫວຽດນາມ, ລາວ ແລະ ກຳປູເຈຍ.

ພາຍຫຼັງ 3 ປະເທດອິນດູຈີນໄດ້ຮັບເອກະລາດ, ບັນດາສະມາຄົມມິດຕະພາບກູບາກັບຫວຽດນາມ, ລາວ ແລະ ກຳ ປູເຈຍ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. 50 ປີທີ່ຜ່ານມາໄດ້ຢັ້ງຢືນຄວາມສາມັກຄີສາກົນພິເສດລະຫວ່າງກູບາ ກັບຫວຽດນາມ, ລາວ ແລະ ກຳປູເຈຍ. ຄົນຮຸ່ນຫລັງໃນອະນາຄົດຂອງແຕ່ລະປະເທດມີໜ້າທີ່ໃນການປົກປັກຮັກສາ, ເສີມຂະຫຍາຍ ແລະ ພັດທະນາສາຍພົວພັນທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ.

ຄະນະກຳມະການສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອ 50 ປີກ່ອນ, ໃນຂະນະທີ່ປະຊາຊົນຂອງສາມປະເທດອິນດູຈີນ ພວມດໍາເນີນການຕໍ່ສູ້ຕ້ານຈັກກະພັດອາເມລິກາ ແລະ ລູກແຫຼ້ງຕີນມື.

ທ່ານ ສຈ. ດຣ ຫງວຽນວຽດຖາວ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ກູບາ ຢືນຢັນວ່າ, ໃນສະຕະວັດທີ 20, ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

ດ້ວຍ ບັນດາບັ້ນຮົບ ແລະ ຂະບວນການສາມັກຄີຢ່າງກວ້າງຂວາງ, ຄະນະກຳມະການໄດ້ສ້າງແນວໂຮມແຫ່ງຄວາມສາມັກຄີໃນພາກພື້ນ ແລະ ສາກົນ ເພື່ອສະໜັບສະໜູນໃຫ້ແກ່ການຕໍ່ສູ້ຢ່າງຄວາມເປັນທຳຂອງປະຊາຊົນຂອງສາມປະເທດອິນດູຈີນ, ສ້າງຂົວເຊື່ອມຕໍ່ລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ໃນການຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ, ເພື່ອຄວາມເປັນເອກະລາດແຫ່ງຊາດແລະ ຄວາມຕັດສິນໃຈເປັນເຈົ້າຕົນເອງຂອງແຕ່ລະປະເທດ, ກາຍເປັນສັນຍາລັກຂອງລັດທິສາກົນຂອງຍຸກສະໄໝ.

ກອງປະຊ ມສຳມະນາ 50 ປ ແຫ ງວ ນສ າງຕ ງຄະນະກຳມະການກ ບາດ ວຍຄວາມສາມ ກຄ ກ ບຫວຽດນາມ ລາວ ແລະ ກຳປ ເຈຍ ໂລກ​ລະ​ບາດ Covid – 19: ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກໄດ້ຂຶ້ນເຖິງ 18.434.503 ຄົນ, ໃນນັ້ນ ມີ 696.802 ຄົນເສຍຊີວິດ

ຍສໝ - ຢູ່ ເອີຣົບ, ລັດເຊຍ ແມ່ນປະເທດຖືກຜົນສະທ້ອນຢ່າງຮຸນແຮງຈາກ ໂຄວິດ-19 ເຊິ່ງຢືນອັນດັບ 4 ໃນໂລກ ແລະ ອັນດັບ 1 ຢູ່ ເອີຣົບ.

ກອງປະຊ ມສຳມະນາ 50 ປ ແຫ ງວ ນສ າງຕ ງຄະນະກຳມະການກ ບາດ ວຍຄວາມສາມ ກຄ ກ ບຫວຽດນາມ ລາວ ແລະ ກຳປ ເຈຍ EVFTA ຈະນຳມາໃຫ້ບັນດາບໍລິສັດຂອງເອີລົບບັນດາໂອກາດສໍາຜັດກັບຕະຫຼາດຫາກໍ່ເກີດຂຶ້ນໃໝ່ ແລະສ້າງວຽກເຮັດງານທໍາໃຫ້ແກ່ຊາວເອີລົບ

ຍສໝ - ບັນດາສັນຍາການຄ້າສະບັບຕ່າງໆຄື ສັນຍາ EVFTA ມີຜົນສັກສິດກັບຫວຽດນາມ ນັບແຕ່ວັນທີ 1 ສິງຫາ 2020 ເປັນຕົ້ນໄປຈະນຳມາໃຫ້ບັນດາບໍລິສັດຂອງເອີລົບບັນດາໂອກາດສໍາຜັດກັບຕະຫຼາດຫາກໍ່ເກີດຂຶ້ນໃໝ່ ແລະສ້າງວຽກເຮັດງານທໍາໃຫ້ແກ່ຊາວເອີລົບ.

ກອງປະຊ ມສຳມະນາ 50 ປ ແຫ ງວ ນສ າງຕ ງຄະນະກຳມະການກ ບາດ ວຍຄວາມສາມ ກຄ ກ ບຫວຽດນາມ ລາວ ແລະ ກຳປ ເຈຍ ຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ” ສໍາລັບບັນດາວິສາຫະກິດຕ່າງປະເທດ

ຍສໝ - ບໍລິສັດສະໜອງບັນດາການບໍລິການຮັບສະໝັກບຸກຄະລາກອນລະດັບສູງຢູ່ຫວຽດນາມ ເນັ້ນໜັກວ່າ ເຖິງວ່າຕ້ອງຮັກສາກົງຈັກການຈັດຕັ້ງ, ບຸກຄະລາກອນໄວ້ຈົນສຸດຄວາມສາມາດຂອງຕົນກໍ່ຕາມ, ແຕ່ບັນດາວິສາຫະກິດຍີ່ປຸ່ນ ຍັງເລືອກເອົາຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ”.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.