ຫວຽດນາມ - ລາວ: ແລກປ່ຽນກ່ຽວກັບວຽກງານກໍ່ສ້າງ, ບຳລຸງສ້າງພະນັກງານລະຫວ່າງພະນັກງານຂັ້ນກົມລະຫວ່າງສອງຄະນະຈັດຕັ້ງສູນກາງພັກ

16:05 | 08/11/2019

ຍສໝ - ເມື່ອບໍ່ດົນມານີ້, ການນຳກົມກໍ່ສ້າງ, ບຳລຸງສ້າງພະນັກງານ, ຄະນະຈັດຕ້ັງສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຮັດວຽກກັບກົມກໍ່ສ້າງພະນັກງານ, ຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດ ລາວ ກ່ຽວກັບວຽກງານກໍ່ສ້າງ, ບຳລຸງສ້າງພະນັກງານ.

ຫວຽດນາມ - ລາວ: ແລກປ່ຽນກ່ຽວກັບວຽກງານກໍ່ສ້າງ, ບຳລຸງສ້າງພະນັກງານລະຫວ່າງພະນັກງານຂັ້ນກົມລະຫວ່າງສອງຄະນະຈັດຕັ້ງສູນກາງພັກ

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ.(ພາບ:baomoi.com)

ໃນຊຸມປີຜ່ານມາ, ໂດຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ຄຳເຫັນຊີ້ນຳຂອງກົມການເມືອງ, ຄະນະເລຂາທິການມອບວຽກໃຫ້ຄະນະຈັດຕັ້ງສູນກາງພັກສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະບັນດາອົງການກ່ຽວຂ້ອງກໍ່ສ້າງແຜນງານຈັດຕັ້ງບັນດາຊຸດຮຽນຄົ້ນຄວ້າ, ແລກປ່ຽນຫົວຂໍ້ສະເພາະກັບພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດລາວ ແລະສົມທົບກັນໃນການແລກປ່ຽນບົດຮຽນກະກຽມກອງປະຊຸມໃຫຍ່ຂອງພັກຢູ່ແຕ່ລະປະເທດ.

ທີ່ການເຮັດວຽກ, ທ່ານນາງ ວິໄລວັນ ເພັງສະຫວັດ ຫົວໜ້າກົມກໍ່ສ້າງພະນັກງານ ປາດຖະໜາວ່າ, ໃນໄລຍະຈະມາເຖິງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກຝ່າຍຫວຽດນາມ ໃນການບຳລຸງສ້າງພະນັກງານເພື່ອນັບມື້ນັບຍົກສູງຄຸນນະພາບຖັນແຖວພະນັກງານການນຳ, ຄຸ້ມຄອງຂອງລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ.

ນັບແຕ່ປີ 2013 ຮອດປະຈຸບັນ, ຫວຽດນາມ ໄດ້ເປີດ 18 ຊຸດຮຽນຄົ້ນຄວ້າ, ແລກປ່ຽນຫົວຂໍ້ສະເພາະໃຫ້ພະນັກງານຂັ້ນສູງຂອງປະເທດເພື່ອນມິດລາວ ດ້ວຍຍອດຈຳນວນ 710 ຄົນເຂົ້າຮ່ວມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.