ຍສໝ - ປັດຈຸບັນ, ເມືອງນ້ຳໂປມີເສັ້ນຊາຍແດນທີ່ມີລວງຍາວກ່ວາ 120 ກິໂລແມັດຕິດພັນກັບປະເທດ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໂດຍ ປ້ອນທະຫານຊາຍແດນ 5 ຫ່ວງຄຸ້ມຄອງ. ດ້ວຍທິດນຳທີ່ວ່າ “ຕ້ານໂລກລະບາດຄືຕ້ານສັດຕູ”, ປ້ອນທະຫານຊາຍແດນແຫ່ງຕ່າງໆໃນບໍລິເວນເມືອງນ້ຳໂປສືບຕໍ່ຮັກສາ 17 ກຸ່ມກີດຂວາງ, ຄວບຄຸມ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ກອງປະຊຸມສະຫຼຸບວຽກງານສົມທົບກັນໂຄສະນາກ່ຽວກັບທະເລໝູ່ເກາະປີ 2020 ຂອງກອງບັນຊາການທະຫານເຮືອເຂດ 1 ກັບຄະນະໂຄສະນາສຶກສາບັນດາແຂວງກ໋ວາງນິງ, ທ໊າຍບິ່ງ, ນາມດິ້ງ, ເງະອານ, ຮືງອຽນ ແລະ ຕວຽນກວາງ.
ຕອນຄໍ່າວັນທີ 18 ທັນວາ, ທີ່ຫໍວັດທະນະທໍາແຮງງານມິດຕະພາບຫວຽດ-ໂຊ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ສົມທົບກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະວິທະຍຸກະຈາຍສຽງຫວຽດນາມ ຈັດລາຍການສະແດງສິລະປະດ້ວຍຫົວຂໍ້ “ທະເລ, ໝູ່ເກາະ-ຫົວໃຈຫວຽດນາມ” ປີ 2020.
ຍສໝ - “ໄຟຟ້າຕ້ອງມາກ່ອນ” ນັ້ນແມ່ນທິດນຳຂອງແຂວງດ້ຽນບຽນໃນການບຸລິມະສິດພັດທະນາການນຳສົ່ງເຄືອຂ່າຍໄຟຟ້າລົງສູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ຈາກນັ້ນຊ່ວຍໃຫ້ພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍພັດທະນາເສດຖະກິດ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າ ຄະນະຜູ້ຕາງໜ້າຫວຽດນາມຕີລາຄາສູງບັນດາການປະກອບສ່ວນຂອງບັນດາອົງການຈັດຕັ້ງທີ່ຖືກຈັດຕັ້ງຂຶ້ນພາຍໃຕ້ສົນທິສັນຍາໃນການສົ່ງເສີມຄວາມເປັນລະບຽບຮຽບຮ້ອຍທາງທະເລ
ຍສໝ - ໃນວັນທີ 7 ທັນວາ, ຄະນະໂຄສະນາສຶກສາສູນກາງ ໄດ້ກຳກັບບັນຊາ ແລະ ປະສານງານກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ສະມາຄົມນັກຖ່າຍຮູບຫວຽດນາມ ໃນການຈັດຕັ້ງມອບລາງວັນ ແລະ ງານວາງສະແດງການເສັງ ຮູບພາບສິລະປະ ດ້ວຍຫົວຂໍ້ ຄວາມພາກພູມໃຈໃນເຂດຊາຍແດນ".
ຍສໝ - ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ພ້ອມທັງກ່າວປະນາມບັນດາການກະທຳລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕຂອງຫວຽດນາມ ຢູ່ເຂດທະເລນີ້.
ຍສໝ - ບົດຂຽນໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ມານະພະຍາຍາມຫັນອາຊຽນກັບໄປສູ່ເສັ້ນທາງແຫ່ງການຮ່ວມມືຜ່ານບັນດາການເຄື່ອນໄຫວ ຖືອາຊຽນເປັນໃຈກາງ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ. ບົດບາດເປັນປະທານ ຂອງ ຫວຽດນາມ ໄດ້ຊ່ວຍໃຫ້ອາຊຽນຜ່ານຜ່າບາງສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ແລະ ນຳພາກພື້ນກ້າວເດີນຖືກຕາມເສັ້ນທາງມຸ່ງໄປສູ່ການຟື້ນຟູ.
ຍສໝ - ໃນວຽກງານຄຸ້ມຄອງຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄດ້ເປັນເຈົ້າການປະຕິບັດບັນດາສັນຍາກ່ຽວກັບຊາຍແດນຢ່າງເຂັ້ມງວດ. ສອງຝ່າຍກໍ່ສົມທົບກັນໃນການເຄື່ອນໄຫວປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນ; ຜັນຂະຫຍາຍການທົດລອງຮູບແບບ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານດ່ານຊາຍແດນຕາມທິດເຊື່ອມໂຍງ ແລະທັນສະໄໝ.
ການສົ່ງສັນຍານໂທລະຄົມມະນາຄົມເຖິງເຂດຊາຍແດນຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ບໍ່ພຽງແຕ່ຮັບໃຊ້ວຽກງານລາດຕະເວນ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ສະໜອງຂໍ້ມູນຂ່າວສານ, ຕິດຕໍ່ສື່ສານເທົ່ານັ້ນ ຫາກຍັງນໍາບໍລິການອິນເຕີແນັດ Broadband ເຖິງບັນດາພະນັກງານ, ນັກຮົບທະຫານຊາຍແດນອີກດ້ວຍ.
ຍສໝ - ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 15, ຜູ້ຕາງໜ້າຂອງຫຼາຍປະເທດ ໄດ້ຢືນຢັນເຖິງຄວາມຈຳເປັນ ໃນການຮັກສາສັນຕິພາບແບບຍືນຍົງ ແລະ ສະຖຽນລະພາບໃນໄລຍະຍາວໃນເຂດທະເລທີ່ສຳຄັນຂອງພາກພື້ນນີ້.
ຍສໝ - ທ່ານ Lim Sungnam ໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ “ປະຕິບັດວຽກງານຂອງຕົນໄດ້ເປັນຢ່າງດີທີ່ສຸດ” ແລະ ປະຕິບັດບັນດາກອງປະຊຸມຂັ້ນສູງໃນອາທິດແລ້ວນີ້ ປະສົບຜົນສຳເລັດຢ່າງຈົບງາມໃນທັງ 3 ຂົງເຂດ. ກ່ອນອື່ນໝົດ, ອາຊຽນ ພ້ອມກັບບັນດາປະເທດຄູ່ເຈລະຈາ ແລະ ປະຊາຄົມໃນພາກພື້ນ ສາມາດຢັ້ງຢືນໄດ້ ຄຳໝັ້ນສັນຍາການຮ່ວມມືໃນການປ້ອງກັນ, ຕ້ານ ໂລກລະບາດ ໂຄວິດ - 19.
ຍສໝ - ທ່ານ Viktor Konstantinov ຮອງສາດສະດາຈານ, ສະຖາບັນການພົວພັນສາກົນ ຂຶ້ນກັບມະຫາວິທະຍາໄລສັງລວມແຫ່ງຊາດ Kiev ຖືວ່າ ບັນດາປະເທດຄວນເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ. ຕາມທ່ານ ແລ້ວ, ເຖິງວ່າສານສາກົນ ໄດ້ວາງອອກບັນດາຄຳຕັດສິນຂອງສານໃນປີ 2016 ໃນເຫດການຂອງ ຟີລິບປິນແລ້ວກໍ່ຕາມ, ແຕ່ສະພາບການ ແລະ ຫຼັກໝັ້ນຂອງບັນດາຝ່າຍຢູ່ທະເລຕາເວັນອອກບໍ່ມີການປ່ຽນແປງຫຼາຍປານໃດ.
ຍສໝ - ກອງປະຊຸມໃຫຍ່ໄດ້ປຶກສາຫາລືກຳນົດບັນດາໜ້າທີ່ຕ້ອງສຸມໃສ່ໃນອາຍຸການ 2020 – 2025. ນັ້ນແມ່ນສ້າງສາ ອົງການ, ພັດທະນາກຳລັງຄວາມສາມາດຂອງສະມາຄົມ, ພັດທະນາສະມາຊິກ, ສ້າງປະຊາຄົມລ້ຽງສິນທະເລ ຫວຽດນາມ, ເຂົ້າຮ່ວມການປະກອບສ່ວນເຂົ້າໃນການສ້າງນະໂຍບາຍ ແລະ ປະຕິເສດສັງຄົມ, ຍູ້ແຮງການຮ່ວມມືສາກົນ ແລະ ພັດທະນາຕະຫຼາດ.
ຍສໝ - ວັນທີ 3 ພະຈິກ,ທີ່ຮ່າໂນ້ຍ ສສ.ຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາອາຊຽນ-ຈີນ ກ່ຽວກັບການຊຸກຍູ້ການຮ່ວມມືເພື່ອແນໃສ່ຮັບປະກັນການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະມີມະນຸດສະທຳ.
ວັນທີ 2 ພະຈິກ, ສະພາແຫ່ງຊາດ ກຳປູເຈຍ ໄດ້ໃຫ້ສັດຕະຍາບັນກ່ຽວກັບໝາກຜົນວຽກງານຂີດຂັ້ນປັກຫຼັກໝາຍ 84% ໃນເສັ້ນຊາຍແດນທາງບົກລະຫວ່າງ ກຳປູເຈຍ ແລະ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 02 ພະຈິກ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລ່ດ່ານັ້ງ ຈັດງານວາງສະແດງແຜນທີ່ ແລະ ວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”.
ຍສໝ - ຫຼັກໝ້ັນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຄັດຄ້ານຢ່າງແຮງກ່ຽວກັບການສ້າງຕັ້ງອັນທີ່ໄດ້ເອີ້ນວ່ານະຄອນຕາມຊາ ແລະບັນດາພຶດຕິກຳທີ່ມີສ່ວນກ່ຽວຂ້ອງ ຍ້ອນວ່າໄດ້ລະເມີດອະທິປະໄຕຂອງຫວຽດນາມຢ່າງຮ້າຍແຮງ.
ຍສໝ - , ບັນດາຫົວໜ່ວຍໄດ້ມອບເຮືອນເອື້ອອາທອນ 1 ຫຼັງ ມີມູນຄ່າ 40 ລ້ານດົ່ງ ໃຫ້ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ; ໄດ້ຈັດຕັ້ງການຢ້ຽມຢາມ, ໃຫ້ກໍາລັງໃຈ ແລະມອບຂອງຂວັນ 100 ພູດ ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ...
ຍສໝ - ແຕ່ວັນທີ 6 ຫາ ວັນທີ 8 ຕຸລາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ.
ກອງປະຊຸມແມ່ນການເຄື່ອນໄຫວນອນໃນຂອບເຂດປີຫວຽດນາມໄດ້ດຳລົງຕຳແໜ່ງເປັນປະທານອາຊຽນ 2020.
ໃນການຖະແຫຼງຂ່າວນັດສາມັນ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 01 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໄດ້ຢັ້ງຢືນກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສຳລັບ 2 ໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ພ້ອມທັງຊົມເຊີຍບັນດາປະເທດ ທີ່ໄດ້ແບ່ງປັນທັດສະນະດັ່ງກ່າວກັບ ຫວຽດນາມ.
ຍສໝ - ອີງຕາມໜັງສືພິມ Straits Times ລາຍງານວ່າ ທ່ານ Li Nan - ຜູ້ຊ່ຽວຊານດ້ານການທະຫານ, ນັກຄົ້ນຄ້ວາຂອງສະຖາບັນຄົ້ນຄວ້າ ອາຊີຕາເວັນອອກ (EAI) ໄດ້ກ່າວວ່າການລືບຖິ້ມເສັ້ນທາງ 9 ຕອນ ໃນທະເລຕາເວັນອອກ ເຊິ່ງສາມາດຊ່ວຍໃຫ້ປະເທດຈີນສ້າງຄວາມມິດຕະພາບໃນອາຊຽນ.
ຍສໝ - ເນື່ອງຈາກຮັບຜົນກະທົບຈາກ ພາຍຸຫົວທີ 5, ຢູ່ເຂດຕາແສງນາງອຍ, ບາກລິ ແລະ ໝີລິ ໃນເມືອງ ກີເຊີນ, ແຂວງ ເຫງອ່ານ, ຝົນຕົກໜັກເຮັດໃຫ້ຕົ້ນໄມ້ລົ້ມ ແລະດິນເຊາະເຈື່ອນຢູ່ບາງເສັ້ນທາງ; ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ.
ຍສໝ - ປະຊາຊົນຮູ້ວິທີນຳໃຊ້ເຕັກນິກໃນການຜະລິດ ແລະການລ້ຽງສັດ, ປະກອບສ່ວນເພີ່ມລາຍໄດ້ ແລະຫຼຸດອັດຕາຄອບຄົວທຸກຍາກໃນເມືອງ.
ຍສໝ - ປະຈຸບັນແຂວງກຽນຢາງມີ 13% ຈຳນວນຄົວເຮືອນແມ່ນຊົນເຜົ່າຂະແມ (ປະມານ 16 ພັນຄົວເຮືອນ). ຊີວິດການເປັນຢູ່ຂອງຊາວຂະແມໄດ້ມີການປ່ຽນແປງໃນແຕ່ລະມື້ຍ້ອນເຄືອຂ່າຍໄຟຟ້າແຫ່ງຊາດ.
ຍສໝ - ຕາມ Rappler ແລ້ວ, ໃນບັນດາຈົດໝາຍທາງການທີ່ໄດ້ສົ່ງໃນວັນທີ 16 ກັນຍາ, 3 ປະເທດເອີລົບ ໄດ້ຢ້ຳເຖິງງໂຄງການຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ທີ່ໄດ້ກຳນົດຂອບນິຕິກຳເຊິ່ງທຸກການເຄື່ອນໄຫວຢູ່ບັນດາມະຫາສະມຸດ ແລະ ທະເລຕ້ອງປະຕິບັດຕາມ.
"ຫວຽດນາມ ຢັ້ງຢືນຢ່າງສະເໝີຕົ້ນສະເໝີປາຍຕໍ່ຫຼັກໝັ້ນທີ່ວ່າ ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມໄດ້."
ຍສໝ - ຢູ່ສະຖານທີ່ມອບຮັບ, ກຳລັງປະຕິບັດງານຂອງສອງຝ່າຍໄດ້ດຳເນີນຂັ້ນຕອນທາງກົດໝາຍ, ປະຕິບັດລະບຽບການກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດຂອງສອງປະເທດ; ເຊັນບົດບັນທຶກ ແລະ ມອບຮັບພົນລະເມືອງ 17 ຄົນ ທີ່ໄດ້ກ່າວມາຂ້າງເທິງຕາມລະບຽບ.
ດ້ວຍຄວາມຕັດສິນໃຈສູງ, ກ່າເມົາ ໄດ້ປະຕິບັດຫຼາຍມາດຕະການເພື່ອຕ້ານການຂຸດຄົ້ນຊັບສິນທະເລຜິດກົດໝາຍ. ພິເສດ, ສອງແຂວງກ່າເມົາ ແລະກຽນຢາງ ຍັງໄດ້ຮັບຮອງເອົາແຜນການປະສານງານ ແລະຈັດຕັ້ງການລາດຕະເວນຮ່ວມ.