ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ອີງ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

06:30 | 10/11/2020

ຍ​ສ​ໝ - ທ່ານ Viktor Konstantinov ຮອງ​ສາດ​ສະ​ດາ​ຈານ, ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ Kiev ຖື​ວ່າ ບັນ​ດາ​ປະ​ເທດ​ຄວນ​ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ. ຕາມ​ທ່ານ​ ແລ້ວ​, ເຖິງວ່າ​ສານ​ສາ​ກົນ ໄດ້​ວາງ​ອອກ​ບັນ​ດາ​ຄຳ​ຕັດ​ສິນ​ຂອງ​ສານ​ໃນ​ປີ 2016 ໃນ​ເຫດ​ການ​ຂອງ ຟີ​ລິບ​ປິນ​ແລ້ວ​ກໍ່​ຕາມ, ແຕ່​ສະ​ພາບ​ການ ແລະ ຫຼັກ​ໝັ້ນ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບໍ່​ມີ​ການ​ປ່ຽນ​ແປງຫຼາຍ​ປາ​ນ​ໃດ.

ການ ແກ ໄຂ ການ ຂ ດ ແຍ ງ ກ ນ ຢ ທະ ເລ ຕາ ເວ ນ ອອກ ຕ ອງ ອ ງ ໃສ ກ ດ ໝາຍ ວ າ ດ ວຍ ທະ ເລ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຢູ່ທະ​ເລ ແລະ ອາ​ຊີບ​ຫາ​ປາ
ການ ແກ ໄຂ ການ ຂ ດ ແຍ ງ ກ ນ ຢ ທະ ເລ ຕາ ເວ ນ ອອກ ຕ ອງ ອ ງ ໃສ ກ ດ ໝາຍ ວ າ ດ ວຍ ທະ ເລ ຫວຽດ​ນາມ ມີຫຼັກ​ໝັ້ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ COC
ການ ແກ ໄຂ ການ ຂ ດ ແຍ ງ ກ ນ ຢ ທະ ເລ ຕາ ເວ ນ ອອກ ຕ ອງ ອ ງ ໃສ ກ ດ ໝາຍ ວ າ ດ ວຍ ທະ ເລ
ກອງ​ປະ​ຊຸມ​ໂຕະ​ວົງ​ມົນ “ສິດ​ຕັດ​ສິນ​ຂອງ​ສານຢູ່​ທະ​ເລ ທີ່​ບັນ​ດາ​ສະ​ຖານ​ທີ່​ພວມ​ເກີດ​ການ​ຂັດ​ແຍ້ງ​ກັນ, ປະ​ທະ​ກັນ ແລະ ແກ້ງ​ແຍງ ຢູ່​ທະ​ເລ​ດຳ, ທະ​ເລ Azov, ທະ​ເລ ຕາ​ເວັນ​ອອກ​” (ພາບ: baotintuc.vn)

ເມື​່ອ​ຕົ້ນ​ເດືອນ​ພະ​ຈິກ, ຢູ່​ສູນ​ສື່ມວນ​ຊົນ​ສຳ​ນັກ​ຂ່າວ​ສານ ເອ​ກະ​ລາດ ຢູ​ແກຼນ (UNIAN) ໄດ້​ດຳ​ເນີນກອງ​ປະ​ຊຸມ​ໂຕະ​ວົງ​ມົນ “ສິດ​ຕັດ​ສິນ​ຂອງ​ສານຢູ່​ທະ​ເລ ທີ່​ບັນ​ດາ​ສະ​ຖານ​ທີ່​ພວມ​ເກີດ​ການ​ຂັດ​ແຍ້ງ​ກັນ, ປະ​ທະ​ກັນ ແລະ ແກ້ງ​ແຍງ ຢູ່​ທະ​ເລ​ດຳ, ທະ​ເລ Azov, ທະ​ເລຕາ​ເວັນ​ອອກ​”, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ນັກ​ວິ​ທະ​ນາ​ສາດ, ນັກ​ຊ່ຽວ​ຊານ ແລະ ນັກ​ກົດ​ໝາຍ Ucraina ກ່​ວາ 20 ທ່ານ…

ທີ່ກອງ​ປະ​ຊຸມ, ບັ​ນ​ດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ນິ​ຕິ​ກຳ, ການ​ເມືອງ, ການ​ທະ​ຫານ…ທີ່​ກ່ຽວ​ຂ້ອງ​ເຖິງ​ບາງ​ພາກ​ພື້ນ​ຂັດ​ແຍ້ງ​ກັນ ແລະ ປະ​ທະ​ກັນ​ໃນ​ທົ່ວ​ໂລກ. ສ່ວນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ທະ​ເລ​ຕາ​ເວັນ​ອອກ, ມີ​ນັກຮຽນ​ຮູ້​ຫຼາຍ​ທ່ານ​ຖື​ວ່າ ບັນ​ຫານີ້​ບໍ່​ພຽງ​ແຕ່​ມີ​ລັກ​ສະ​ນະ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບັນ​ຫາ​ຂອງ​ສາ​ກົນ​, ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເສ​ລີ ໃນ​ການ​ເດີນ​ເຮືອ​ໃຫ້​ແກ່​ທຸກ​ປະ​ເທດ​ທີ່​ມີ​ຜົນ​ປະ​ໂຫຍດ​ຢູ່​ພາກ​ພື້ນ​ອີກ​ດ້ວຍ.

ທ່ານ Viktor Konstantinov ຮອງ​ສາດ​ສະ​ດາ​ຈານ, ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ Kiev ຖື​ວ່າ ບັນ​ດາ​ປະ​ເທດ​ຄວນ​ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ. ຕາມ​ທ່ານ​ ແລ້ວ​, ເຖິງວ່າ​ສານ​ສາ​ກົນ ໄດ້​ວາງ​ອອກ​ບັນ​ດາ​ຄຳ​ຕັດ​ສິນ​ຂອງ​ສານ​ໃນ​ປີ 2016 ໃນ​ເຫດ​ການ​ຂອງ ຟີ​ລິບ​ປິນ​ແລ້ວ​ກໍ່​ຕາມ, ແຕ່​ສະ​ພາບ​ການ ແລະ ຫຼັກ​ໝັ້ນ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບໍ່​ມີ​ການ​ປ່ຽນ​ແປງຫຼາຍ​ປາ​ນ​ໃດ.

ທ່ານ Volodymyr Volya ນັກ​ວິ​ທະ​ຍາ​ສາດດ້ານ​ການ​ເມືອງ, ທັງ​ເປັນ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບບັນ​ດາ​ບັນ​ຫາ​ສາ​ກົນ ຖື​ວ່າ: ສຳ​ລັບ​ການ​ຂັດ​ແຍ້ງ​ກັນ​ຜືນ​ແຜ່ນ​ດິນ ຍາມ​ໃດ ຫວຽດ​ນາມ​ກໍ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຢຶດ​ໝັ້ນກັບທັດ​ສະ​ນະ​ ລະ​ງັບ​ໃຈ, ຫຼີກ​ລ້ຽງ​ບັນ​ດາ​ການ​ກະ​ທຳ​ອາດ​ຈະ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ. ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຜ່ານ​ມາດ​ຕະ​ການ​ດ້ານ​ການ​ເມືອງ - ການ​ຕ່າງ​ປະ​ເທດ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ.

ການ ແກ ໄຂ ການ ຂ ດ ແຍ ງ ກ ນ ຢ ທະ ເລ ຕາ ເວ ນ ອອກ ຕ ອງ ອ ງ ໃສ ກ ດ ໝາຍ ວ າ ດ ວຍ ທະ ເລ ຫວຽດ​ນາມ ມີຫຼັກ​ໝັ້ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ COC

ໃນການຖະແຫຼງຂ່າວນັດສາມັນ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 01 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໄດ້ຢັ້ງຢືນກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສຳລັບ 2 ໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ພ້ອມທັງຊົມເຊີຍບັນດາປະເທດ ທີ່ໄດ້ແບ່ງປັນທັດສະນະດັ່ງກ່າວກັບ ຫວຽດນາມ.

ການ ແກ ໄຂ ການ ຂ ດ ແຍ ງ ກ ນ ຢ ທະ ເລ ຕາ ເວ ນ ອອກ ຕ ອງ ອ ງ ໃສ ກ ດ ໝາຍ ວ າ ດ ວຍ ທະ ເລ 3 ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ G7 ສົ່ງຈົດໝາຍທາງການລວມ​ປະ​ຕິ​ເສດ​ການ​ື​ທວງ​ສິດຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

ຍ​ສ​ໝ - ຕາມ ​Rappler ແລ້ວ, ໃນ​ບັນ​ດາ​ຈົດ​ໝາຍ​ທາງ​ການ​ທີ່​ໄດ້​ສົ່ງ​ໃນ​ວັນ​ທີ 16 ກັນ​ຍາ, 3 ປະ​ເທດ​ເອີ​ລົບ ໄດ້​ຢ້ຳ​ເຖິງງ​ໂຄງ​ການ​ຂອງ​ສົນ​ທິ​ສັນ​ຍາ ສ​ປ​ຊ​ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ທີ່​ໄດ້​ກຳ​ນົດ​ຂອບ​ນິ​ຕິ​ກຳ​ເຊິ່ງ​ທຸກ​ການ​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ມະ​ຫາ​ສະ​ມຸດ ແລະ ທະ​ເລ​ຕ້ອງ​ປະ​ຕິ​ບັດ​ຕາມ.

ການ ແກ ໄຂ ການ ຂ ດ ແຍ ງ ກ ນ ຢ ທະ ເລ ຕາ ເວ ນ ອອກ ຕ ອງ ອ ງ ໃສ ກ ດ ໝາຍ ວ າ ດ ວຍ ທະ ເລ ມີຫຼາຍກ່​ວາ 80 ອົງ​ການ​ຮຽກ​ຮ້ອງ​ຄັດ​ຄ້ານ​ຄຳ​ທ້ວງ​ສິດ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

ຍ​ສໝ - ທ້າຍ​ຈົດ​ໝາຍ, ບັນ​ດາ​ອົງ​ການ​ໄດ້​ຂຽນ​ຢ່າງ​ຈະ​ແຈ້ງວ່າ: “ພວມ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຂ​ອງ​ບັນ​ດາ​ທ່ານ​ສົມ​ທົບ​ກັບ​ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ ປະ​ຕິ​ເສດ​ຢ່າງ​ເປັນ​ທາງ​ການ​ບັນ​ດາ​ຄຳ​ທ້ວງ​ສິດ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເພື່ອ​ສ້າງ​ພ​ື້​ນ​ຖານ​ໃຫ້​ແກ່​ເຂດ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ ຢ່າງ​ເສ​ລ​ີ, ເປີດ​ກ້​ວາງ ແລະ ປອດ​ໄພ”.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.