ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ຮູບ​ແບບ​ການ​ຈຳ​ໜ່າຍ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ

06:30 | 11/01/2021

ຍ​ສ​ໝ - ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ສົມ​ທົບ​ກັນ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກ​າ​ະ​ປີ 2020 ຂອງກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ​ເຂດ 1 ກັ​ບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ບັນ​ດາ​ແຂວ​ງ​ກ໋​ວາງ​ນິງ, ທ໊າຍ​ບິ່ງ, ນາມ​ດິ້ງ, ເງະ​ອານ, ຮືງ​ອຽນ ແລະ ຕວຽນ​ກວາງ.

ກອງ​ປະ​ຊຸມ​ໃ​ຫຍ່​ຄົບ​ຄ​ະ​ນະ ສະ​ມາ​ຄົ​ມ​ລ້ຽງ​ສິນ​ທະ​ເລ ຫວຽດ​ນາມ​ຄັ້ງ​ທີ II
3 ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ G7 ສົ່ງຈົດໝາຍທາງການລວມ​ປະ​ຕິ​ເສດ​ການ​ື​ທວງ​ສິດຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ຮູບ​ແບບ​ການ​ຈຳ​ໜ່າຍ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ
ທ່ານ​ພັນ​ເອກ ເຈິ່ນ​ຊວັນ​ວັນ - ຮອງ​ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ທະ​ຫານ​ເຮືອ​ເຂດ 1 (ພາບ: TTXVN)

ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ພັນ​ເອກ ເຈິ່ນ​ຊວັນ​ວັນ - ຮອງ​ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ທະ​ຫານ​ເຮືອ​ເຂດ 1 ໃຫ້​ຮູ້​ວ່າ ປີ 2021, ສະ​ພາບ​ການ​ໂລກ, ພາກ​ພື້ນ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວ​ງ​ໜ້າ​ໄດ້​. ທະ​ເລ​ຕາ​ເວັນ​ອອກ​ຍັງ​ຊ້ອມ​ແຝງ ຄວາມ​ສ່ຽງ​ເກີດ​ການ​ປະ​ທະ​ກັນ, ການ​ຂັດ​ແຍ້ງ​ກັນ, ສະ​ພາບ​ການ​ໄພ​ທຳ​ມະ​ຊາດ, ພາ​ຍຸ ແລະ ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ບັນ​ດາ​ອິດ​ທິ​ກຳ​ລັງ​ປໍ​ລະ​ປັກ​ໄດ້​ເພີ່ມ​ຂຶ້ນ​ການ​ເຄື່ອນ​ໄຫວ​ມ້າງ​ທຳ​ລາຍ, ຊຸກ​ຍູ້​ການ “ຜັນ​ແປ​ເອງ”, “ຜັນ​ແປ​ພາຍ​ໃນ​ກຸ່ມ”…

ຕາມ​ທ່ານ​ພັນ​ເອກ ເຈິ່ນ​ຊວັນ​ວັນ​ແລ້ວ, ເພື່ອ​ສືບ​ຕໍ່​ຍູ້​ແຮງການ​ປະ​ຕິ​ບັດວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ ບັນ​ລຸ​ປະ​ສິ​ດ​ທິ​ຜົນ, ແທດ​ຈິງ, ຕອບ​ສະ​ໜອງ​ໄດ້​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໜ້າ​ທີ່​ໃນ​ສະ​ພາບ​ການ​ໃໝ່, ຕ້ອງ​ສືບ​ຕໍ່​ປ່ຽນ​ແປ​ງ​ໃໝ່​ເນື້​ອ​ໃນ, ຮູບ​ແບບ, ວິ​ທີ​ການ​ໂຄ​ສະ​ນາ ກັບ​ທິດ​ນຳ​ທີ່​ວ່າ “ໄຫວ​ພິບ, ປະ​ສິດ​ທິ​ຜົ​ນ, ຕິດ​ພັນ​ກັບ​ສະ​ພາບ​ການ​ຕົວ​ຈິງ, ຕິດ​ຕາມ​ກັບ​ເປົ້າ​ໝາຍ”, ປັບ​ປຸງ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຢັ້ງ​ຢືນ​ອະ​ທິ​ປະ​ໄຕ, ລະ​ດົມ​ແຫຼ່ງ​ກຳ​ລັງ, ກຳ​ລັງ​ແຮງ​ສັງ​ລວມ​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ທະ​ເລ​ໝູ່​ເກາະ. ບັນ​ດາ​ທ້ອງ​ຖິ່ນ, ຫົວ​ໜ່ວຍ​ໄດ້​ຍົກ​ສູງ​ຄຸນ​ນະ​ພາບ​ເນື້ອ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ, ສຸມ​ໃສ່​ເຂົ້າ​ເປົ້າ​ໝາຍ​ນັກລາຍ​ງານ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ລັດ​ຖະ​ກອນ, ນັກ​ຮຽນ, ນັກ​ສຶກ​ສາ… ຕິດ​ພັນ​ກັບ​ການ​ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ​ໃນ​ບັນ​ດາ​ແຂວງ​ແຄມ​ທະ​ເລ​ໃຫ້​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ ແລະ ກົດ​ໝາຍ​ຫວຽດ​ນາມ ຢ່າງ​ເຂັ້ມ​ງວດ​ເມື່ອ ເຄື່ອ​ນ​ໄຫວ​ໃນ​ທະ​ເລ.

ບັນ​ດາ​ທ້ອງ​ຖິ່ນ, ຫົວ​ໜ່ວຍ​ສຸມ​ໃສ່​ເຂົ້າ​ການ​ຊີ້​ນຳ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ, ຮັບ​ປະ​ກັນ​ກາ​ສ່ອງ​ແສງ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້​າ​ທີ່​ຢ່າງ​ໄວ​ວາ ແລະ ທັນ​ການ, ເປັນ​ຕົ້ນ​ແມ່ນ​ສະ​ພາບ​ການ​ໃນ​ທະ​ເລ, ການ​ກຳ​ນົດ​ທິດ​ສະ​ພາບ​ການ​ແນວ​ຄິດ ແລະ ຫາງ​ສຽງ​ໃນ​ປະ​ຊາ​ຊົນ. ແຕ່​ວ່າ ຕ້ອງ​ເອົາ​ໃຈໃສ່, ດູ​ແລ, ບຳ​ລຸງ​ສ້າງ​ການ​ຍົກ​ສູງ​ຄວາມ​ຮູ້​ກ່​ຽ​ວ​ກັບ​ທະ​ເລ​ໝູ່​ເກາະ​ໃຫ້​ແກ່​ຖັນ​ແຖວ​ນັກ​ລາຍ​ງານ, ເພີ່ມ​ທະ​ວີ​ການກວດ​ກາ, ສະຫຼຸບ, ຖອດ​ຖອນ​ບົດ​ຮຽນ, ຍົກ​ສູງ​ຄຸນ​ນະ​ພາບ​ປະ​ສິດ​ທິ​ຜົນ​ໃນ​ວຽກ​ງານ​ໂຄ​ສະ​ນາ​ໃຫ້ຫຼາຍ​ກ່​ວາ​ອີກ, ຍູ້​ແຮງ​ບັນ​ດາ​ຂະ​ບວນ​ການ “ເພື່ອ​ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອນ”, “ທົ່ວ​ປະ​ເທດ​ເພື່ອ​ເຈື່ອງ​ຊາ, ເຈື່ອງ​ຊາ​ເພື່ອ​ປະ​ເທດ”. ນອກ​ຈາກ​ນັ້ນ, ຕ້ອງ​ເພີ່ມ​ທະ​ວີ​ການ​ຈັດ​ຕັ້ງ​ບັນ​ດາ​ຄະ​ນະ​ຜູ້​ແທນ​ລົງ​ຢ້ຽມ​ຢາມ, ຊອກ​ຫາ​ສະ​ພາບ​ການ​ຕົວ​ຈິງ, ປຸກ​ລະ​ດົມ​ທະ​ຫານ ແລະ ປະ​ຊາ​ຊົນ​ໃນ​ເຂດ​ທະ​ເລໝູ່​ເກາະ​ຂອງ​ປະ​ເທດ​ຊາດ, ເປັນ​ຕົ້ນ​ແມ່ນ ທະ​ຫານ​ປະ​ຊາ​ຊົນ​ໃນ​ບັນ​ດາ​ໝູ່​ເກາະ​ທາງ​ຕາ​ເວັນ​ອອກ​ສ່ຽງ​ເໜືອ.

ຕາມ​ທ່ານ ຮ່​ວາງ​ເງະ​ຫ໊ຽວ​ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ​ແຂວງ​ເງະ​ອານ​ແລ້ວ, ເຂດ​ທະ​ເລ ແລະ ແຄມ​ທະ​ເລ​ຂອງ​ແຂວງ​ເງະ​ອານ​ໄດ້​ຮັບ​ຖື​ວ່າ ແມ່ນ​ປະ​ຕູ​ເຂົ້າ​ອອກ​ສຳ​ຄັນ​ຕໍ່​ທ້ອງ​ຖິ່ນ ແລະ ພາກ​ການກາງ​ຕອນເໜືອ, ແມ່ນ​ຂົວ​ເຊື່ອມ​ຕໍ່​ໃນ​ປັດ​ຈຸ​ບັນ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ພົບ​ພັນແລກ​ປ່ຽນ ແລະ ເຊື່ອມ​ໂຍງ​ເຂົ້າ​ສາ​ກົນ. ໃນ​ທົ່ວ​ແຂວງ ມີ​ຫາດ​ຊາຍ​ຍາວ​ກ່​ວາ 82 ກິ​ໂລ​ແມັດ, ຕິດ​ພັນ​ກັບ 5 ເມືອງ, ເທດ​ສະ​ບານ ແລະ ມີ​ໝູ່​ເກາະ 2 ແຫ່ງ​ນັ້ນ ແມ່ນ ໝູ່​ເກາະ​ງື ແລະ ໝູ່​ເກາະ​ມັດ, ທ່າ​ກ່ຳ​ປັ່ນ 7 ແຫ່ງ…

ເມື່ອ​ເຫັ​ນ​ໄດ້​ຄວາມ​ສຳ​ຄັນ​ຂອງ​ທະ​ເລ​ໝູ່​ເກາະ​ໃນ​ກິດ​ຈະ​ກຳ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ທາງ​ແຂວງ​ໄດ້​ຊີ້​ນຳ​ການ​ສ້າງ​ຕັ້ງ​ຄະ​ນະ​ຊີ້​ນຳ​ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ໝູ່​ເກາະ (ປັດ​ຈຸ​ບັນ ແມ່ນ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ຊາຍ​ແດນ​ແຂວງ). ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຊາວ​ປະ​ມົງ​ໄປ​ຫາ​ປາ​ຢູ່​ທະ​ເລ, ທາງ​ແຂວງເງະ​ອານ​ໄດ້​ສຸມ​ໃສ່​ຊີ້​ນຳ​ບັນ​ດາ​ຂະ​ແໜງ​ການ​ທີ່​ມີ​ບົດ​ບາ​ດ​ຄວາມ​ຮັບ​ຜິດ​ຊອບ, ບັນ​ດາ​ທ້ອງ​ຖິ່ນ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ພໍ່​ແມ່ປະ​ຊາ​ຊົນ, ສ້າງ​ບັນ​ດາ​ປັດ​ໄຈ​ທີ່​ເປັນ​ແບບ​ຢ່າງ, ຊຸກ​ຍູ້​ຂະ​ບວນ​ການ​ອອກ​ແຮງ​ງານ​ຜະ​ລິດ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ແຫຼ່ງ​ຜົນ​ປະ​ໂຫຍດ​ທະ​ເລ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ.

ບັນ​ດາ​ເມືອງ, ເທດ​ສະ​ບານ​ຢູ່​ແຄມ​ທະ​ເລ​ຂອງ​ແຂວງ ໄດ້​ຈັດ​ຕັ້ງ​ກຸ່​ມ​ປ້ອງ​ກັນ​ຕົນ​ເອງ 58 ກຸ່ມ, ດ້ວຍ​ພາ​ຫະ​ນະ 455 ຄັນ ແລະ ສະ​ມາ​ຊິກ ເຮືອ​ປອດ​ໄພ 4291 ຄົນ. ມີ​ການ​ເຄື່ອນ​ໄຫວ​ຂະ​ບວນ​ການ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຄື: ສ້າງ​ຕັ້ງ​ບັນ​ດາ​ສະ​ໂມ​ສົນ​ກົດ​ໝາຍ, ບັນ​ດາ​ກຸ່ມ​ຄຸ້ມ​ຄອງ​ຕົນ​ເອງ, ມອບ​ເຮືອນ​ແຫ່ງ​ຄວາມ​ຮັກ​ແພງ​ໃຫ້​ແກ່​ຄອບ​ຄົວ​ທຸກ​ຍາກ​ຢູ່​ເຂດ​ທະ​ເລ, ມອບ​ທຸງ​ຊາດ​ ແລະ ເຄື່ອງ​ມື​ຫາ​ປາ​ໃຫ້​ແກ່​ຊາວ​ປະ​ມົງ​…

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ວ​ິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ມາ​ເລ​ເຊຍ

ຍ​ສ​ໝ - ການຮ່ວມມືວິ​ສາ​ຫະ​ກິດ ແລະ ນັກທຸລະກິດ, VMBIZ ແລະ BOCGB ຍັງມີ​ຄວາມ​ຫວັງ​ຢາກກາຍເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຂອງສອງປະເທດ, ເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງ, ປະກອບສ່ວນນຳການພົວພັນອັນ​ດີ​ງາມລະຫວ່າງຫວຽດນາມ ແລະ ມາເລເຊຍ ນັບມື້ນັບມີ​ຄວາມ​ແທດ​ຈິງ ແລະ ເລິກເຊິ່ງກ່​ວາ​ອີກ.

ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ອີງ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

ຍ​ສ​ໝ - ທ່ານ Viktor Konstantinov ຮອງ​ສາດ​ສະ​ດາ​ຈານ, ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ Kiev ຖື​ວ່າ ບັນ​ດາ​ປະ​ເທດ​ຄວນ​ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ. ຕາມ​ທ່ານ​ ແລ້ວ​, ເຖິງວ່າ​ສານ​ສາ​ກົນ ໄດ້​ວາງ​ອອກ​ບັນ​ດາ​ຄຳ​ຕັດ​ສິນ​ຂອງ​ສານ​ໃນ​ປີ 2016 ໃນ​ເຫດ​ການ​ຂອງ ຟີ​ລິບ​ປິນ​ແລ້ວ​ກໍ່​ຕາມ, ແຕ່​ສະ​ພາບ​ການ ແລະ ຫຼັກ​ໝັ້ນ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບໍ່​ມີ​ການ​ປ່ຽນ​ແປງຫຼາຍ​ປາ​ນ​ໃດ.

ກອງ​ປະ​ຊຸມ​ໃ​ຫຍ່​ຄົບ​ຄ​ະ​ນະ ສະ​ມາ​ຄົ​ມ​ລ້ຽງ​ສິນ​ທະ​ເລ ຫວຽດ​ນາມ​ຄັ້ງ​ທີ II

ຍ​ສ​ໝ - ກອງ​ປະ​ຊຸມ​ໃຫຍ່​ໄດ້​ປຶກ​ສາ​ຫາ​ລື​ກຳ​ນົດ​ບັນ​ດາ​ໜ້າ​ທີ່​ຕ້ອງ​ສຸມ​ໃສ່​ໃນ​ອາ​ຍຸ​ການ 2020 – 2025. ນັ້ນ​ແມ່ນ​ສ້າງ​ສາ ອົງ​ການ, ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ສະ​ມາ​ຄົມ, ພັດ​ທະ​ນາ​ສະ​ມາ​ຊິກ, ສ້າງ​ປະ​ຊາ​ຄົມ​ລ້ຽງ​ສິນ​ທະ​ເລ ຫວຽດ​ນາມ, ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ນະ​ໂຍ​ບາຍ ແລະ ປະ​ຕິ​ເສດ​ສັງ​ຄົມ, ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນ ແລະ ພັດ​ທະ​ນາ​ຕະຫຼ​າດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.