ນັກຖ່າຍຮູບ 745 ຄົນ ໄດ້ເຂົ້າຮ່ວມການເສັງຮູບຖ່າຍ "ຄວາມພາກພູມໃຈໃນເຂດຊາຍແດນ"

12:06 | 08/12/2020

ຍສໝ - ໃນວັນທີ 7 ທັນວາ, ຄະນະໂຄສະນາສຶກສາສູນກາງ ໄດ້ກຳກັບບັນຊາ ແລະ ປະສານງານກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ສະມາຄົມນັກຖ່າຍຮູບຫວຽດນາມ ໃນການຈັດຕັ້ງມອບລາງວັນ ແລະ ງານວາງສະແດງການເສັງ ຮູບພາບສິລະປະ ດ້ວຍຫົວຂໍ້ ຄວາມພາກພູມໃຈໃນເຂດຊາຍແດນ".

ຫວຽດນາມ - ລາວ ແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະການແຕ່ງດອງທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນເຂດຊາຍແດນຂອງສອງປະເທດ
ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກກຳພ້າ, ເດັກພິການ ແລະ ເດັກນ້ອຍ ຢູ່ ເຂດຊາຍແດນແຂວງເງ້ອານ

ການເສັງດັ່ງກ່າວ ເພື່ອແນໃສ່ເຜີຍແຜ່ ແລະ ນິຍົມຄວາມດີງາມ ແລະ ການພັດທະນາຂອງຊາຍແດນແຫ່ງສັນຕິພາບ ແລະ ມິດຕະພາບ; ຮັບຮູ້ ແລະ ເຄົາລົບບັນດາການປະກອບສ່ວນ, ການເສຍສະຫຼະຂອງລຸ້ນຕ່າງໆຫວຽດນາມ, ໂດຍສະເພາະ ແມ່ນກຳລັງປະກອບອາວຸດ ໃນການປ້ອງກັນເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

ນັກຖ່າຍຮູບ 745 ຄົນ ໄດ້ເຂົ້າຮ່ວມການເສັງຮູບຖ່າຍ
ການເສັງຮູບຖ່າຍ "ຄວາມພາກພູມໃຈໃນເຂດຊາຍແດນ". (ພາບ: thoidai.com.vn)

ໄດ້ຈັດຂຶ້ນເປັນຄັ້ງທຳອິດ ແລະ ໃນສະພາບການທີ່ຫຍຸ້ງຍາກຂອງການລະບາດພະຍາດ COVID-19, ການເສັງຮູບຖ່າຍສິລະປະ ດ້ວຍຫົວຂໍ້ “ຄວາມພາກພູມໃຈໃນເຂດຊາຍແດນ” ຍັງຄົງດຶງດູດຄວາມສົນໃຈຂອງຊັ້ນຄົນປະຊາຊົນ, ໂດຍສະເພາະ ແມ່ນວົງການນັກຖ່າຍຮູບມືອາຊີບ.

ຕາມຄະນະກຳມະການຈັດຕັ້ງແລ້ວ, ບັນດາບົດນິພົນທີ່ເຂົ້າຮ່ວມການເສັງ ແມ່ນມີຄຸນນະພາບ, ມີຄວາມງາມສູງ, ມີຫົວຄິດປະດິດສ້າງ, ສະແດງໃຫ້ເຫັນຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ ແລະ ຊາວຫວຽດນາມຢູ່ບັນດາເຂດຊາຍແດນແຜ່ນດິນ; ສ່ອງແສງຢ່າງແທ້ຈິງ ແລະ ມີຊີວິດຊີວາໃນຊີວິດປະຈຳວັນ, ການອອກແຮງງານ ແລະ ການຜະລິດ, ບັນດາປະເພດສິລະປະທີ່ມີເອກະລັກວັດທະນະທຳໝູ່ຊົນຂອງບັນດາຊົນເຜົ່າ... ຢູ່ຕາມເສັ້ນຊາຍແດນແຜ່ນດິນ.

ບັນດາບົດນິພົນດັ່ງກ່າວ ຍັງສະແດງໃຫ້ເຫັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາໂດຍຜ່ານການແລກປ່ຽນດ້ານວັດທະນະທຳ ແລະ ການຄ້າຂອງປະຊາຊົນທັງສອງຝ່າຍ; ບັນດາການເຄື່ອນໄຫວຢ້ຽມຢາມ, ຊຸກຍູ້, ພົບປະເຈລະຈາ, ປະສານສົມທົບການລາດຕະເວນຮ່ວມ ລະຫວ່າງກຳລັງທະຫານຊາຍແດນສອງຝັ່ງຊາຍແດນ; ບັນດາການເຄື່ອນໄຫວຮ່ວມມື ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ສັງຄົມ, ວິທະຍາສາດ, ເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ...

ນັກຖ່າຍຮູບ 745 ຄົນ ໄດ້ເຂົ້າຮ່ວມການເສັງຮູບຖ່າຍ
(ພາບ: thoidai.com.vn)

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານພົນໂທ ໂຫງຊວນລິກ - ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງການຈັດຕັ້ງ ແລະ ໝາກຜົນຂອງການແຂ່ງຂັນ, ສະແດງໃຫ້ເຫັນຄວາມດຶງດູດ, ມີປະສິດທິຜົນໃນການໂຄສະນາເຜີຍແຜ່ວິທີການ ຫັນເປັນຫຼາຍຮູບຫຼາຍແບບຂໍ້ມູນຂ່າວສານ ກ່ຽວກັບການປັກຫຼັກໝາຍຊາຍແດນ, ການແບ່ງເຂດ ແລະ ການຄຸ້ມຄອງຊາຍແດນ.

ນັກຖ່າຍຮູບ 745 ຄົນ ໄດ້ເຂົ້າຮ່ວມການເສັງຮູບຖ່າຍ
ທ່ານພົນໂທ ໂຫງຊວນລິກ ໄດ້ຕີລາຄາສູງການຈັດຕັ້ງ ແລະ ໝາກຜົນຂອງການແຂ່ງຂັນ. (ພາບ: thoidai.com.vn)

ທ່ານລັດຖະມົນຕີ ໂຫງຊວນລິກ ໄດ້ກ່າວວ່າ, ການຂໍ້ມູນຂ່າວສານ ແລະ ໂຄສະນາເຜີຍແຜ່ກ່ຽວກັບວຽກງານຊາຍແດນ ທີ່ຕ້ອງການຮັບການເອົາໃຈໃສ່ ໃນການຈັດຕັ້ງປະຕິບັດການຍົກສູງຄວາມຮັບຮູ້ ຢ່າງເລິກເຊິ່ງກວ່າກ່ຽວກັບທີ່ຕັ້ງ ແລະ ກຽດສັກສີຂອງປະເທດ, ຂອງວຽກງານປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນໃນຍຸກສະໄໝໃໝ່.

ພ້ອມດຽວກັນນີ້, ສືບຕໍ່ເພີ່ມທະວີການປະສານງານ ແລະ ນຳເອົາຄວາມສາມັກຄີ ເປັນເອກະພາບກັນຂອງບັນດາກຳລັງ ແລະ ລະບົບການເມືອງທັງໝົດ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບອະທິປະໄຕຊາຍແດນແຫ່ງຊາດ; ໂຄສະນາພາບພົດປະເທດ ແລະ ປະຊາຊົນຫວຽດນາມຢ່າງຕັ້ງໜ້າ, ຄວາມງາມຂອງຊາຍແດນແຫ່ງຊາດ…

ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກກຳພ້າ, ເດັກພິການ ແລະ ເດັກນ້ອຍ ຢູ່ ເຂດຊາຍແດນແຂວງເງ້ອານ

ຍສໝ - ທ່ານຫງວຽນດຶກແທ່ງ, ຕາງໜ້າໃຫ້ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງ ໄດ້ມອບຂອງຂວັນໃຫ້ແຕ່ລະສູນ ມີມູນຄ່າ 10 ລ້ານດົ່ງ ແລະ ເຂົ້າໜົມ ເພື່ອຈັດງານບຸນ​ໄຫວ້​ພະ​ຈັນໃຫ້ແກ່ເດັກນ້ອຍ; ພ້ອມດຽວກັນນີ້, ທ່ານກໍ່ໄດ້ຕີລາຄາສູງຕໍ່ການອຸທິດຕົນ ແລະ ຄວາມຮັບຜິດຊອບຂອງບັນດາແມ່ ແລະເອື້ອຍນ້ອງ ເປັນຜູ້ທີ່ໄດ້ເບິ່ງແຍງເດັກຢູ່ທີ່ນີ້.

ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ

ຍສໝ - ຈຳນວນຂອງຂວັນດັ່ງກ່າວລວມມີເຂົ້າສານ, ໝີ່ສໍາເລັດຮູບ, ນໍ້າປາ, ເກືອ, ປາແຫ້ງ, ເຄື່ອງໃຊ້ທີ່ ຈຳເປັນໃນຊິວີດປະຈໍາວັນ, ດ້ວຍຈຳນວນເງິນທັງໝົດເກືອບ 30 ລ້ານດົ່ງ.

ຫວຽດ​ນາມ - ຈ​ີນ​: ສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ

ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເນັ້ນໜັກວ່າເລື່ອງສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີນັ້ນຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.