ວາງສະແດງວັດຖຸພັນ, ເອກະສານລ້ຳຄ່າຢັ້ງຢືນຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ

10:00 | 03/11/2020

ຍສໝ - ຕອນເຊົ້າວັນທີ 02 ພະຈິກ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລ່ດ່ານັ້ງ ຈັດງານວາງສະແດງແຜນທີ່ ແລະ ວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”. 

ວາງສະແດງວ ດຖ ພ ນ ເອກະສານລ ຳຄ າຢ ງຢ ນຮ ວາງຊາ ເຈ ອງຊາຂອງຫວຽດນາມ ທະຫານຊາຍແດນແຂວງດ້ຽນບຽນ ຕ້ອນຮັບ ຄະນະທູດການທະຫານບັນດາປະເທດ ປະຈໍາ ຫວຽດນາມ
ວາງສະແດງວ ດຖ ພ ນ ເອກະສານລ ຳຄ າຢ ງຢ ນຮ ວາງຊາ ເຈ ອງຊາຂອງຫວຽດນາມ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ
ວາງສະແດງວ ດຖ ພ ນ ເອກະສານລ ຳຄ າຢ ງຢ ນຮ ວາງຊາ ເຈ ອງຊາຂອງຫວຽດນາມ
ນັກຮຽນມາຢ້າມຊົມໃນງານວາງສະແດງ.ພາບ:danang.gov.vn

ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລ່ດ່ານັ້ງ ຈັດງານວາງສະແດງແຜນທີ່ ແລະ ວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”. ໃນຂອບເຂດງານວາງສະແດງ, ຄູອາຈານ, ນັກສຶກສາຢູ່ມະຫາວິທະຍາໄລ ດ່ານັ້ງ ໄດ້ໂອ້ລົມສົນທະນາກັບບັນດານັກຊ່ຽວຊານຄົ້ນຄວ້າກ່ຽວກັບທະເລຕາເວັນອອກ ເພື່ອແນໃສ່ຕອບຄຳຖາມ, ສະໜອງຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງທະເລ, ໝູ່ເກາະ, ພິເສດແມ່ນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ ສອງ ໝູ່ເກາະຮ່ວາງຊາ, ເຈື່ອງຊາ ຕື່ມອີກ. ງານວາງສະແດງແມ່ນການເຄື່ອນໄຫວສື່ສານ, ໂຄສະນາກ່ຽວກັບອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ ສອງໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຜ່ານບັນດາເອກະສານ, ສື່ສິ່ງພິມ, ແຜນທີ່, ພາບຖ່າຍ, ວັດຖຸພັນ.

ກ່ອນໜ້ານັ້ນ, ວັນທີ 28 ມິຖຸນາ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ສົມທົບກັບມະຫາວິທະຍາໄລໄຕບັກ (ແຂວງເຊີນລາ) ຈັດຕັ້ງງານວາງສະແດງແຜນທີ່ ແລະວາງສະແດງເອກະສານ “ຮວ່າງຊາ, ເຈື່ອງຊາ ຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກຳ”. ງານວາງສະແດງມີ 6 ກຸ່ມເອກະສານຕົ້ນຕໍ, ລວມມີ: ຮູບແຕ້ມ "ປະຫວັດສາດຫວຽດນາມ" ໂດຍສັງເຂບ; ບັນດາເອກະສານຂອງບັນດາສະໄໝສັກດິນາຫວຽດນາມ; ແຜນທີ່ທີ່ກ່ຽວຂ້ອງເຖິງອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ, ຮວ່າງຊາ; ບັນດາເອກະສານກ່ຽວກັບຮວ່າງຊາ, ເຈື່ອງຊາ ໃນສະໄໝຂຶ້ນກັບຝະລັ່ງ; ເອກະສານ, ວັດຖຸພັນ, ຮູບພາບທີ່ກ່ຽວຂ້ອງເຖິງວິວັດການຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ເກາະໃນໄລຍະຜ່ານມາ.

ງານວາງສະແດງໄດ້ສະໜອງບັນດາຂໍ້ມູນຂ່າວສານ, ພະຍານຫຼັກຖານປະຫວັດສາດ, ນິຕິກໍາກ່ຽວກັບອະທິປະໄຕທະເລ, ເກາະຫວຽດນາມ, ພ້ອມທັງຢັ້ງຢືນຫຼັກໝັ້ນອັນເປັນທໍາຂອງຫວຽດນາມ, ຍົກສູງຈິດໃຈສາມັກຄີ, ສະຕິຮັບຜິດຊອບຂອງປະຊາຊົນ, ເປັນຕົ້ນແມ່ນຊາວໜຸ່ມເຍົາວະຊົນ, ນັກຮຽນ, ນັກສຶກສາໃນກິດຈະການປົກປັກຮັກສາອະທິປະໄຕທະເລ, ເກາະຂອງປະເທດຊາດ.

ວາງສະແດງວ ດຖ ພ ນ ເອກະສານລ ຳຄ າຢ ງຢ ນຮ ວາງຊາ ເຈ ອງຊາຂອງຫວຽດນາມ ສະຫະປະຊາຊາດ ໄດ້ສົ່ງໂທລະເລກຢາມຖາມຂ່າວພໍ່ແມ່ປະຊາຊົນເຂດພາກກາງ ຫວຽດນາມ

ຍສໝ - ທ່ານ Antonio Guterres - ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້ຕີລາຄາສູງຕໍ່ບັນດາຄວາມານະພະຍາຍາມຂອງລັດຖະບານ ຫວຽດນາມ ເພື່ອໜູນຊ່ວຍບັນດາຄອບຄົວທີ່ຖືກຜົນສະທ້ອນ, ທ່ານຢັ້ງຢືນວ່າ ສປຊ ກຽມພ້ອມການໜູນຊ່ວຍມະນຸດສະທຳ ເພື່ອຊ່ວຍໃຫ້ແກ່ຫວຽດນາມຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.

ວາງສະແດງວ ດຖ ພ ນ ເອກະສານລ ຳຄ າຢ ງຢ ນຮ ວາງຊາ ເຈ ອງຊາຂອງຫວຽດນາມ Plan International VietNam ໄດ້ລະດົມ 26,3 ຕື້ດົ່ງ ເພື່ອສະໜັບສະໜູນຜູ້ປະສົບໄພນ້ຳຖ້ວມ ຢູ່ພາກກາງຂອງປະເທດຫວຽດນາມ

ຍສໝ - ປະຈຸບັນນີ້, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ Plan International ໄດ້ມີການສະໜັບສະໜູນບັນດາແຂວງກວາງບິ່ງ ແລະ ກວາງຈີ້ (ພາກກາງຂອງປະເທດຫວຽດນາມ) ຫຼັງຈາກເກີດໄພພິບັດນ້ຳຖ້ວມ.

ວາງສະແດງວ ດຖ ພ ນ ເອກະສານລ ຳຄ າຢ ງຢ ນຮ ວາງຊາ ເຈ ອງຊາຂອງຫວຽດນາມ ບັນດາທ້ອງຖິ່ນຂອງຈີນ ເພີ່ມການນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ

ຍສໝ - ທ່ານ Li Bo - ຮອງເຈົ້າຄອງນະຄອນ Chóngqing shì - ຈີນ ໄດ້ເນັ້ນໜັກວ່າ ລັດຖະບານນະຄອນ Chongqing ຍິນດີທີ່ໄດ້ສ້າງເງື່ອນໄຂສະດວກ ໃນການນຳເຂົ້າບັນດາຜະລິດຕະພັນທີ່ມີຄຸນນະພາບສູງຂອງຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ.

ໄຊພອນ

ເຫດການ
302 Found

Found

The document has moved here.