ດ້ຽນ​ບຽນ: ນຳ​ໄຟ​ຟ້າ​ລົງ​ສູ່​ບ້ານ​ທຸກ​ຍາກ​ເຂດ​ຊາຍ​ແດນ

10:38 | 17/12/2020

ຍ​ສໝ - “ໄຟ​ຟ້າ​ຕ້ອງ​ມາ​ກ່ອນ” ນັ້ນ​ແມ່ນ​ທິດ​ນຳ​ຂອງ​ແຂວງ​ດ້ຽນ​ບຽນ​ໃນ​ການ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ການ​ນຳ​ສົ່ງເຄືອ​ຂ່າຍ​ໄຟ​ຟ້າ​ລົງ​ສູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ເຂດ​ຊາຍ​ແດນ, ຈາກ​ນັ້ນ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ພັດ​ທະ​ນາ​ເສດ​ຖະ​ກິດ ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ດ ຽນ ບຽນ ນຳ ໄຟ ຟ າ ລ ງ ສ ບ ານ ທ ກ ຍາກ ເຂດ ຊາຍ ແດນ ຍົກ​ສູງ​ຄວາມ​ຮູ້​ດ້ານ​ກົດ​ໝາຍ ແລະ ເຕັກ​ນິກ​ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ
ດ ຽນ ບຽນ ນຳ ໄຟ ຟ າ ລ ງ ສ ບ ານ ທ ກ ຍາກ ເຂດ ຊາຍ ແດນ ສະ​ພາ​ແຫ່ງ​ຊາດ ກໍ​າ​ປູ​ເຈຍ ຮັ​ບ​ຮອງ​ເອົາ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບວຽກ​ງານ​ຂີດ​​ຂັ້ນປັກຫຼັກ​ໝາຍ​ຊາຍ​ແດນ​​ທາງ​ບົກ​ກັບ ຫວຽດ​ນາມ

ຫັນ​ຄວາມ​ຫວັງ​ປະ​ກົດ​ຜົນ​ເປັນ​ຈິງ

ເມືອງ​ແຍ໊ - ເມືອງ​ຊາຍ​ແດນ​ທຸກ​ຍາກ​ຂອງ​ທົ່ວ​ປະ​ເທດ​ພວມ​ຄ່ອຍໆ​ປ່ຽນ​ແປງ​ໃໝ່.

ທ່ານ ທ່າວ​ອາ​ເຢ໊ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ເມືອງ​ເມື່ອງ​ແຍ໊ ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເມື່ອງ​ແຍ໊ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ, ສິ່ງນີ້​ແມ່ນ​ຍ້ອນ​ລະ​ບົບ​ຕາ​ໜ່າງ​ແຫ່ງ​ຊາດ ໄດ້​ໄປ​ຮອດ​ແຕ່​ລະ​ບ້ານ. ຍ້ອນ​ວ່າໄຟ​ຟ້າສ້າງ​ໄດ້​ກາ​ລະ​ໂອ​ກາດ​ໃຫ້​ແກ່​ປະ​ຊ​າ​ຊົນ ນຳ​ກົນ​ຈັກ​ເຂົ້າ​ການ​ຜະ​ລິດ​ເພື່​ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ລົ​ບ​ລ້າງ​ຄວາມ​ອິດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ດ ຽນ ບຽນ ນຳ ໄຟ ຟ າ ລ ງ ສ ບ ານ ທ ກ ຍາກ ເຂດ ຊາຍ ແດນ
ດ້ວຍ​ທິດ​ນຳ​ທີ່​ວ່າ “ໄຟ​ຟ້າ​ຕ້ອງ​ມາ​ກ່ອນ” ໄລ່​ພຽງ​ແຕ່​ປີ 2019 ໃນ​ບໍ​ລິ​ເວນ​ເມືອງ ເມື່ອງ​ແຍ໊ ບໍ​ລິ​ສັດ​ໄຟ​ຟ້າ ໄດ້​ສ້າງ​ໂຄງ​ການ​ໄຟ​ຟ້າ​ນັບ​ສິບ​ແຫ່ງ ແລະ ສ້າງ​ຕັ້ງ​ຕາ​ໜ່າງ​ໄຟ​ຟ້າ​ໃຫ້​ແກ່ 16 ບ້ານ

ດ້ວຍ​ທິດ​ນຳ​ທີ່​ວ່າ “ໄຟ​ຟ້າ​ຕ້ອງ​ມາ​ກ່ອນ” ໄລ່​ພຽງ​ແຕ່​ປີ 2019 ໃນ​ບໍ​ລິ​ເວນ​ເມືອງ ເມື່ອງ​ແຍ໊ ບໍ​ລິ​ສັດ​ໄຟ​ຟ້າ ໄດ້​ສ້າງ​ໂຄງ​ການ​ໄຟ​ຟ້າ​ນັບ​ສິບ​ແຫ່ງ ແລະ ສ້າງ​ຕັ້ງ​ຕາ​ໜ່າງ​ໄຟ​ຟ້າ​ໃຫ້​ແກ່ 16 ບ້ານ, ເຮັດ​ໃຫ້​ປະ​ຊາ​ຊົນ​ກ່​ວາ 7 ພັນ​ຄົນ​ມີ​ໄຟ​ຟ້າ​ນຳ​ໃຊ້. ທ້າຍ​ປີ 2020, ເມືອງ​ເມື່ອງ​ແຍ໊ ມີ 73% ປະ​ຊາ​ກອນ​ໄດ້​ນຳ​ໃຊ້​ໄຟ​ຟ້າ​ແຫ່ງ​ຊາດ.

ເມືອງ​ຫວຍ​ແລງ, ຕາ​ແສງ ເມື່ອງ​ຕອງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບ້ານ ແລະ ເຂດ​ຊຸມ​ຊົນ​ໃໝ່ ໄດ້​ຮັບ​ການ​ນຳ​ໃຊ້​ໄຟ​ຟ້າ ແຫ່ງ​ຊາດ​ຂອງ​ເມືອງ ເມື່ອງ​ແຍ໊ ໃນ​ປີ 2020. ນັບ​ແຕ່​ເວ​ລາ​ໄດ້​ນຳ​ໃຊ້​ໄຟ​ຟ້າ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມີ​ການ​ປ່ຽນ​ແປງຫຼາ​ຍ​ຢ່າງ. ນາຍ​ບ້ານ ຢາງ​ອາ​ເຈົ່າໄດ້​ແບ່ງ​ປັນ​ວ່າ: ກ່ອນນີ້ 1 ປີ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຫວຍ​ແລງ​ຍັງ​ລຳ​ບາກ​ທຸກ​ບາກຫຼາຍ, ທຸ​ການ​ການ​ດຳ​ລົງ​ຊີ​ວິດຕອນ​ຄ່ຳ​ຕ້ອງ​ນຳ​ໃຊ້​ຕະ​ກຽງ. ຄອບ​ຄົ​ວ​ໃດ​ມີ​ເງື່ອນ​ໄຂ​ ຈິ່ງ​ມີ​ເຄື່ອງ​ຜະ​ລິດ​ໄຟ​ຟ້າ​ແລ່ນ​ດ້ວຍ​ນ້ຳ​ແຕ່​ກໍ່​ບໍ່​ໝັ້ນ​ຄົງ.

ປັດ​ຈຸ​ບັນ​ແຕ່​ແຕກ​ຕາງ​ກັນຫຼາຍ​ແລ້ວ, ນັບ​ແຕ່​ເດືອນ​ມັງ​ກອນ ປີ 2020 ປະ​ຊາ​ຊົນ​ໄດ້​ນຳ​ໃຊ້​ໄຟ​ຟ້າ​ແຫ່ງ​ຊາດ​ແລ້ວ, ຫຼັງ​ການ​ນັ້ນ, ການ​ໄປ​ມາ, ພົວ​ພັນ​ຄ້າ​ຂາຍ​ຂອງ ຄອ​ບ​ຄົວ 100 ແຫ່ງ​ກໍ່​ມີ​ຄວາມ​ສະ​ດວກ​ກ່​ວາ, ເປັນ​ຕົ້ນ​ແມ່ນ​ການ​ອັບ​ເດດ​ຂໍ້​ມູນ​ຂ່າວ​ສານ, ຮຽ​ນ​ຮ່ຳ​ປະ​ສົບ​ການ, ບົດ​ຮຽນ​ໃນ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິ​ກ​ເຂົ້າ​ການ​ຜະ​ລິດ ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ. ຈາກ​ນັ້ນ ພັດ​ທະ​ນາ​ການ​ຜະ​ລິດ, ລົ​ບ​ລ້າງ​ຄວາມ​ອິນ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ສຳ​ເລັດ​ເປົ້າ​ໝາຍ​ວາງ​ອອກ

ດ ຽນ ບຽນ ນຳ ໄຟ ຟ າ ລ ງ ສ ບ ານ ທ ກ ຍາກ ເຂດ ຊາຍ ແດນ
ທາງ​ແຂວງ​ດ້ຽນ​ບ​ຽນ​ໄດ້​ກໍ່​ສ້າງ​ໂຄງ​ການ​ພັດ​ທະ​ນາ​ຕາ​ໜ່າງ​ໄຟ​ຟ້າ​ແຫ່ງ​ຊາດ​ລົງ​ສູ່​ເຂດ​ຊົນ​ນະ​ບົດ

ແຂວງ​ດ້ຽນ​ບຽນ​ແມ່ນໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ທຸກ​ຍາກ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ, ເງື່ອ​ນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກກວມ​ເອົາ​ສ່ວນຫຼາຍ, ພື້​ນ​ຖານ​ໂຄງ​ລ່າງ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຍັງ​ມີ​ຫຼາຍ​ຂໍ້​ຈຳ​ກັດ. ພິ​ເສດ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ເຂດ​ຕິດ​ພັນ​ກັບ​ຊາຍ.

ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ນຳ​ແຂວງ​ດ້ຽນ​ບຽນ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ການ​ແຂວງ​ທຸກ​ຍາກ​ໂດຍ​ໄວ, ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ດ້ຽນ​ບຽນ​ໄດ້​​ກຳ​ນົດ​ວ່າ “ໄຟ​ຟ້າ​ຕ້ອງ​ມາ​ກອນ”. ຈາກ​ນັ້ນ​ຊ່ວຍ​ໃຫ້ ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຢູ່​ເຂດ​ພູ​ສູງ, ຊາຍ​ແດນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ມີ​ເງື່ອນ​ໄຂ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເຂົ້າ​ການ​ຜະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດ ປະ​ກອບ​ສ່ວນ​ເຂົ້າ​ການລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ໄຟ​ຟ້າ​ລົງ​ສູ່​ເຂດ​ຫ່າງ​ໄກ​ສອກຫຼີດ,ເຂດ​ຊາຍ​ແດນ ທາງ​ແຂວງ​ດ້ຽນ​ບ​ຽນ​ໄດ້​ກໍ່​ສ້າງ​ໂຄງ​ການ​ພັດ​ທະ​ນາ​ຕາ​ໜ່າງ​ໄຟ​ຟ້າ​ແຫ່ງ​ຊາດ​ລົງ​ສູ່​ເຂດ​ຊົນ​ນະ​ບົດ. ຕາມ​ນັ້ນ​ແລ້ວ, ໃນ​ໄລ​ຍະ 2014 – 2020,ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂ​ວງ​ດ້ຽນ​ບຽນ ໄດ້​ບຸ​ລິ​ມະ​ສິດ ແຫຼ່ງ​ທຶ​ນ​ຈາກ​ງົ​ບ​ປະ​ມານ​ສູນ​ກາງ, ທຶນ ODA, ທຶນ​ໂດຍ EU ບໍ​ລິ​ຈາກ ແລະ ທຶນ​ງົ​ບ​ປະ​ມານ​ທ້ອງ​ຖິ່ນ ຜັນ​ຂະ​ຫຍາຍ​ໂຄງ​ການ​ສະ​ໜອງ​ໄຟ​ຟ້າ​ຢູ່​ເຂດ​ຊົນ​ນະ​ບົດ, ຍອດ​ເງິນ​ລົງ​ທຶນ​ຂຶ້ນ​ເຖິງ 841 ຕື້​ດົງ. ດ້​ຽນ​ບຽນ​ວາງ​ຄາດ​ໝາຍ​ແຕ່​ລະ​ປີ​ຈະ​ມີ​ພໍ່​ແມ່​ປະ​ຊາ​ຊົນ​ນັບ​ພັນ​ຄອບ​ຄົ​ວ ຢູ່​ບັນ​ດາ​ເມືອງ​ໄດ້​ຮັບ​ການ​ນຳ​ໃຊ້​ໄຟ​ຟ້າ​ແຫ່ງ​ຊາດ.

ແຂວງ​ກໍ່​ສຳ​ເລັດ​ເປົ້າ​ໝາຍວ່າ ​ທັງ​ໝົດ​ຕາ​ແສງ, ເມືອງ, ເທດ​ສະ​ບານ 129 ແຫ່ງ​ລ້ວນ​ແຕ່​ມີ​ໄຟ​ຟ້າ, ໃນ​ນັ້ນ​ມີ​ຕາ​ແສງ​ທີ່​ມີ​ໄຟ​ຟ້າ​ແຫ່ງ​ຊາດ 115/115 ບັນ​ລຸ 100%. ຈຳ​ນວນ​ຄອບ​ຄົວ​ໄດ້​ຮັບ​ການ​ນຳ​ໃຊ້​ໄຟ​ຟ້າ​ແຫງ່​ຊາດ​ເກືອບ 120.000 ຄອບ​ຄົວ, ບັນ​ລຸ​ອັດ​ຕາ 90,24%, ໃນ​ນັ້ນ​ເຂດ​ຊົນ​ນະ​ບົດ​ແມ່ນ​ກ່​ວາ 93 ພັນ​ຄອ​ບ​ຄົວ​ມີ​ໄຟ​ຟ້າ​ບັນ​ລຸ​ອັນ​ຕາ 87,76%. ດ້​ວຍ​ໝາກ​ຜົນ​ນີ້, ທາງ​ແຂວ​ງ​ດ້ຽນ​ບຽນ ໄດ້​ສຳ​ເລັດ​ເປົ້າ​ໝາຍ “100% ຕາ​ແສງ​ມີ​ໄຟ​ຟ້າ​ແຫ່ງ​ຊາດ” ກ່ອນ​ເວ​ລາ​ກຳ​ນົດ 1 ປີ.

ດ ຽນ ບຽນ ນຳ ໄຟ ຟ າ ລ ງ ສ ບ ານ ທ ກ ຍາກ ເຂດ ຊາຍ ແດນ ຍົກ​ສູງ​ຄວາມ​ຮູ້​ດ້ານ​ກົດ​ໝາຍ ແລະ ເຕັກ​ນິກ​ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຝຶກ​ອົບ​ຮົບ​ບາງ​ເຕັກ​ນິກ​ກ່ຽວ​ກັບ​ການ​ຂຽນ​ຂ່າວ, ບົດ​ໂຄ​ສະ​ນາ, ສ່ອງ​ແສງ, ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ກ່ຽວ​ກັບ​ວິ​ຊາ​ການ, ປະ​ສົບ​ການ​ໃນ​ການ​ຂຸດ​ຄົ້ນ ແລະ ແກ້​ໄຂ​ຫົວ​ຂໍ້.

ດ ຽນ ບຽນ ນຳ ໄຟ ຟ າ ລ ງ ສ ບ ານ ທ ກ ຍາກ ເຂດ ຊາຍ ແດນ ສະ​ພາ​ແຫ່ງ​ຊາດ ກໍ​າ​ປູ​ເຈຍ ຮັ​ບ​ຮອງ​ເອົາ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບວຽກ​ງານ​ຂີດ​​ຂັ້ນປັກຫຼັກ​ໝາຍ​ຊາຍ​ແດນ​​ທາງ​ບົກ​ກັບ ຫວຽດ​ນາມ

ວັນທີ 2 ພະຈິກ, ສະພາແຫ່ງຊາດ ກຳປູເຈຍ ໄດ້ໃຫ້ສັດຕະຍາບັນກ່ຽວກັບໝາກຜົນວຽກງານຂີດຂັ້ນປັກຫຼັກໝາຍ 84% ໃນເສັ້ນຊາຍແດນທາງບົກລະຫວ່າງ ກຳປູເຈຍ ແລະ ຫວຽດນາມ.

ດ ຽນ ບຽນ ນຳ ໄຟ ຟ າ ລ ງ ສ ບ ານ ທ ກ ຍາກ ເຂດ ຊາຍ ແດນ ມອບ​ຂອງ​ຂວັນ 225 ພູດ​ເພື່ອໜູ​ນ​ຊ່ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນລາວ

ຍ​ສ​ໝ - ຂອງ​ຂວັນ 225 ພູດ​ທີ່​ໄດ້​ມອບ​ລວມ​ມີ​ເຂົ້າ​ສານ 2,5 ໂຕນ, ຜ້າ​ອັດ​ປາກ - ດັງ 500 ອັນ, ໝີ່​ໄວໆ 30 ແກັດ ແລະ ເຄື່ອງ​ຂອງ​ຈຳ​ເປັນ​ຕ່າງໆ ໃຫ້​ແກ່​ຜູ້​ຕາງ​ໜ້າ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ບັນ​ດາ​ບ້ານ​ເຂດ​ຊາຍ​ແດນ​ຂອງ​ສອງ​ແຂວງ ສາ​ລະ​ວັນ ແລະ ເຊກອງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.