​ຫວຽດ​ນາມ​ສ້າງ​ຂີດ​ໝາຍ​ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ

08:47 | 04/12/2020

ຍ​ສໝ - ບົດຂຽນໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ມານະພະຍາຍາມຫັນອາຊຽນກັບໄປສູ່ເສັ້ນທາງແຫ່ງການຮ່ວມມືຜ່ານບັນດາການເຄື່ອນໄຫວ ຖືອາຊຽນເປັນໃຈກາງ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ. ບົດບາດເປັນປະທານ ຂອງ ຫວຽດນາມ ໄດ້ຊ່ວຍໃຫ້ອາຊຽນຜ່ານຜ່າບາງສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ແລະ ນຳພາກພື້ນກ້າວເດີນຖືກຕາມເສັ້ນທາງມຸ່ງໄປສູ່ການຟື້ນຟູ.

ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ການ​ປ້ອງ​ກັນ​ຊາດ ອາ​ຊຽນ (ADSOM)
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສູນ​​ອາ​ຊຽນ - ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ຂອງ ຫວຽດ​ນາມ
​ຫວຽດ​ນາມ​ສ້າງ​ຂີດ​ໝາຍ​ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານອາຊຽນ 2020 ໄດ້ເປັນສັກຂີພະຍານໃຫ້ແກ່ພິທີລົງນາມສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ RCEP (ພາບ: TTXVN)

ເຊັບໄຊ asialink ຫາກໍ່ລົງບົດຂຽນຂອງທ່ານປ.ອ ເລທູເຮື່ອງ, ນັກໄຈ້ແຍກຂັ້ນສູງໃນລາຍການປ້ອງກັນປະເທດ ແລະ ຍຸດທະສາດຂອງ ສະຖາບັນນະໂຍບາຍຍຸດທະສາດ ອົດສະຕາລີ (ASPI), ເຊິ່ງທ່ານໄດ້ຢັ້ງຢືນວ່າ ປະຊາຄົມອາຊຽນ ໄດ້ຜ່ານຜ່າໜຶ່ງປີ ທີ່ມີການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ສາມາດຮັກສາຄວາມຜູກພັນໃນພາກພື້ນ, ໂດຍບໍ່ຫົວຊາຕໍ່ການແກ້ງແຍ້ງຍຸດທະສາດ ທີ່ນັບມື້ນັບເພີ່ມຂຶ້ນຢູ່ມະຫາສະມຸດອິນເດຍ - ປາຊີຟິກ ແລະ ບັນດາວິກິດການເສດຖະກິດກໍ່ຄືສາທາລະນະສຸກທີ່ບໍ່ເຄີຍມີມາກ່ອນ.

ບົດຂຽນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປະກອບສ່ວນຂອງ ຫວຽດນາມຕໍ່ອາຊຽນ ໃນປີ 2020 ໃນຂົງເຂດ, ຈາກການເດີນເຮືອ, ຄວາມໝັ້ນຄົງແບບເກົ່າຕະຫຼອດຮອດເສດຖະກິດ, ການຄ້າ, ບັນດາແຜນການຟື້ນຟູ ແລະ ຊຸກຍູ້ການປ່ຽນແປງໃໝ່ໃນໂລກ ໄລຍະຫຼັງໂລກລະບາດໂຄວິດ - 19. ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ໄດ້ມານະພະຍາຍາມເຊື່ອມຕໍ່ ອາຊຽນຜ່ານບັນດາຂໍ້ລິເລີ່ມເປັນໝູ່ຄະນະກ່ຽວກັບວິວັດການຟື້ນຟູໄລຍະຫລັງໂລກລະບາດໂຄວິດ - 19, ເໝາະສົມກັບຫົວຂໍ້ຂອງປີ ອາຊຽນທີ່ວ່າ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”

ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ​ໃນ​ການ​ຄວບ​ຄຸ້ມ​ໂລກ​ລະ​ບາດ ໂຄວິດ - 19 ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ບົດ​ບາດ​ນຳ​ພາ​ອາຊຽ​ນ​ໃນ​ປີນີ້. ຫວຽດ​ນາມ​ ​ຢັ້ງ​ຢືນໄດ້​ບົດ​ບາດ​ນຳ​ພາ​ຢ່າງ​ແຮງໃນ​ສະ​ພາບ​ພູມ​ມີສາດ​ການ​ເມືອງ ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ ແລະ ກໍ່​ສະ​ແດງ​ໃຫ້​ເຫັນ​ບັນ​ດ​າ​ສິ່ງ​ທີ່​ດີ​ທີ່​ສຸດ ເພື່ອ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່​ງວັນ​ເຂົ້າ​ຮ່ວມ​ອາ​ຊຽນ.

ໃນ​ຂອບ​ເຂດ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ກ່ຽວ​ຂ້ອງ​ເຖິງ​ອາ​ຊຽນ, ຫວຽດ​ນາມ​ໄດ້​ຈັດ​ຕັ້ງ​ການ​ໂອ​້​ລົມ​ສົນ​ທະ​ນາ ອາ​ຊຽນ - ສ​ປ​ຊ. ການ​ໂອ້​ລົມ​ສົນ​ທະ​ນານີ້ ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ - 19 ພວມ​ກໍ່​ຄວາມ​ກີດ​ຂວາງ​ຕໍ່​ການ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ຂອງ ສ​ປ​ຊ.

ບົດຂຽນໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ມານະພະຍາຍາມຫັນອາຊຽນກັບໄປສູ່ເສັ້ນທາງແຫ່ງການຮ່ວມມືຜ່ານບັນດາການເຄື່ອນໄຫວ ຖືອາຊຽນເປັນໃຈກາງ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ. ບົດບາດເປັນປະທານ ຂອງ ຫວຽດນາມ ໄດ້ຊ່ວຍໃຫ້ອາຊຽນຜ່ານຜ່າບາງສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ແລະ ນຳພາກພື້ນກ້າວເດີນຖືກຕາມເສັ້ນທາງມຸ່ງໄປສູ່ການຟື້ນຟູ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສູນ​​ອາ​ຊຽນ - ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ຂອງ ຫວຽດ​ນາມ

ຍ​ສ​ໝ - ທ່ານ Masataka Fujita, ເລຂາທິການໃຫຍ່ສູນອາຊຽນ - ຍີ່ປຸ່ນ (AJC)ໃຫ້​ຮູ້​ວ່າ ໃນຖານະທີ່ເປັນປະເທດທີ່ປະສົບຜົນສຳເລັດໃນການຄວບຄຸມການລະບາດຂອງ COVID-19, ຫວຽດນາມສາມາດນຳໜ້າບໍ່ພຽງແຕ່ໃນການຄວບຄຸມການລະບາດຂອງພະຍາດ, ແຕ່ຍັງສາມາດຟື້ນຕົວໃຫ້ເຂັ້ມແຂງໃນຂະນະທີ່ອີກຫຼາຍໆປະເທດຍັງປະສົບກັບຄວາມຫຍຸ້ງຍາກຈາກກ​ານ​ໂລກ​ລະ​ບາດ COVID-19

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ບົດ​ບາດ ການ​ນຳ​ພາ​ຂອງ​ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ 2020

ຍ​ສ​ໝ - ທ່ານ Chiba Akira ໃຫ້​ຮູ້​ວ່າ ເຂົ້າ​ຮ່ວມກອງ​ປະ​ຊຸມ AMM 53, ຍີ່​ປຸ່ນ​ຢັ​້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ສູນ​ອາ​ຊຽນ​ກ່ຽວ​ກັບ​ບັນ​ດາ​ກໍ​ລະ​ນີ​ການ​ແພດ​ປະ​ຊາ​ຄົມ​ຮີບ​ດ່ວນ ແລະ ໂລກ​ລະ​ບາດ, ໜູນ​ຊ່ວຍ​ເງິນ 1 ລ້ານ USD ໃຫ້​ແກ່ກອງ​ທຶນ​ອາ​ຊຽນ ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19, ກໍ່​ຄື​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ໃຫ້​ກູ້​ຢືມ ແລະ ລົງ​ທຶນ ຢ່າງ​ເໝາະ​ສົມ​ໃຫ້​ແກ່​ອາ​ຊຽນ.

ອາ​ຊຽນ 2020: ຫວຽດ​ນາມ​ ນຳ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ໃໝ່​ມາ​ໃຫ້​ອາ​ຊຽນ

ຍ​ສ​ໝ - ທ່ານນາງເອກອັກຄະລັດຖະທູດ Kamsiah ໄດ້ຕີລາຄາວ່າຫວຽດນາມໄດ້ເຮັດ “ດີທີ່ສຸດ” ໃນຖານະເປັນປະທານອາຊຽນ, ພ້ອມ​ທັງ​ຊີ້​ແຈ້ງວ່າຫວຽດນາມໄດ້ສະແດງບົດບາດ​ນຳ​ພາຢ່າງ​ແຮງຜ່ານການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດອາຊຽນ. ບໍ່ພຽງແຕ່ຮັບ​ມື​ກັບໂລກລະບາດ COVID-19 ເທົ່ານັ້ນ ຫາກ​ຍັງແມ່ນ​ໃນ​ໄລ​ຍະ​ຟື້ນ​ຟູ​ອີກ​ດ້ວຍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.