![]() |
ດ່ານຊາຍແດນ ໂມກບ່າຍ ແຂວງ ໄຕນິງ, ຫວຽດນາມ (ພາບ:baoquocte.vn) |
ຂ່າວຈາກສະພາແຫ່ງຊາດ ກຳປູເຈຍ ໃຫ້ຮູ້ວ່າ ໃນວາລະປະຊຸມຄົບຄະນະທີ່ດຳເນີນໃນວັນທີ 2 ພະຈິກ, ສະມາຊິກລັດຖະສະພາ ກຳປູເຈຍ 116 ທ່ານໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍອະນຸສັນຍາເສັ້ນຊາຍແດນທາງບົກ ແລະ ວຽກງານຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງສອງປະເທດ ທີ່ໄດ້ຍື່ນສະເໜີຕໍ່ສະພາລັດຖະມົນຕີ ກຳປູເຈຍ ແຕ່ວັນທີ 9 ຕຸລາ ຜ່ານມາ.
ກ່ອນໜ້ານັ້ນ, ວັນທີ 27 ສິງຫາ ຜ່ານມາ, ທ່ານ Var Kimhong ລັດຖະມົນຕີຂັ້ນສູງ ຮັບຜິດຊອບ ຄະນະກຳມະການຊາຍແດນ ກຳປູເຈຍ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານລາຊະອານາຈັກ ກຳປູເຈຍ ຈະສົ່ງແຜນທີ່ພູມສັນຖານຊາຍແດນ ເຊິ່ງ ກຳປູເຈຍ ແລະ ຫວຽດນາມ ໄດ້ຕົກລົງເປັນເອກະພາບກັນ ເຖິງ ສປຊ ເກັບຮັກສາ ເພື່ອໄດ້ຮັບການຮັບຮອງຈາກປະຊາຄົມສາກົນ.
![]() | ສັນຍາສົ່ງຜູ້ຖືກລົງໂທດຈຳຄຸກຂ້າມຊາຍແດນ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ມີຜົນສັກສິດ ຍສໝ - ທ່ານ ຫວູກ໋ວາງມິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຕີລາຄາວ່າ ສັນຍາດັ່ງກ່າວແມ່ນຂໍ້ຕົກລົງທີ່ມີລັກສະນະມະນຸດສະທຳ, ສ່ອງແສງໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະ ການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາອົງການປະຕິບັດກົດໝາຍຂອງສອງປະເທດ. |
![]() | ກະຊວງປ້ອງກັນປະເທດຫວຽດນາມ ແລະ ກຳປູເຈຍສືບຕໍ່ປັບປຸງ, ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມື ຍສໝ - Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍໄດ້ຢັ້ງຢືນສືບຕໍ່ສະໜັບສະໜູນ ແລະ ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນ ໃນການຮັບປະກັນຜົນສຳເລັດຂອງບົດບາດເປັນປະທານອາຊຽນ, ໃນນັ້ນມີການຈັດຕັ້ງສຳເລັດບັນດາການເຄື່ອນໄຫວຄືກອງປະຊຸມຜູ້ບັນຊາການການປ້ອງກັນຊາດ ອາຊຽນ, ກອງປະຊຸມ ADMM, ADMM+. |
![]() | ກຳປູເຈຍຢາກເປີດຕື່ມອີກດ່ານຊາຍແດນຂົນສົ່ງສິນຄ້າກັບຫວຽດນາມ ຍສໝ - ກະຊວງໂຍທາທະການ ແລະ ຄົມມະນາຄົມ ກຳປູເຈຍກໍ່ຈະສ້າງບັນດາຄິວຈອດລົດສົ່ງສິນຄ້າ ແລະ ຮຽກຮ້ອງໃຫ້ພະນັກງານພາສີແບ່ງແຍກເວລາເຮັດວຽກໂດຍບໍ່ມີເວລາຜັກຜ່ອນຕອນທ່ຽງ ເພື່ອອາດຈະແກ້ໄຂລະບຽບການໂດຍໄວ, ສ້າງເງື່ອນໄຂໃຫ້ແກ່ການຂົນສົ່ງສິນຄ້າ |
vovworld.vn