ອ​າ​ຊຽນ 2020: ຫວຽດ​ນາມຫັນ​ວິ​ກິດການ​ກາຍ​ເປັນ​ກາ​ລະ​ໂອ​ກາດຢ່າງ​ສຳ​ເລັດ​ຜົນ

16:30 | 20/11/2020

ຍ​ສ​ໝ - ທ່ານ Lim Sungnam ໄດ້​ເນັ້ນ​ໜັກ​ວ່າ ຫວຽດ​ນາມ ໄດ້ “ປະ​ຕິບ​ັດ​ວຽກ​ງານ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີທີ່​ສຸດ” ແລະ ປະ​ຕິ​ບັດບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ໃນ​ອາ​ທິດແລ້ວນີ້ ປະ​ສົບ​ຜົນສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ທັງ 3 ຂົງ​ເຂ​ດ. ກ່ອນ​ອື່ນ​ໝົດ, ອາ​ຊຽນ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ ແລະ ປະ​ຊາ​ຄົມ​ໃນ​ພາກ​ພື້ນ  ສາ​ມາດ​ຢັ້ງ​ຢືນ​ໄດ້ ຄຳ​ໝັ້ນ​ສັນ​ຍາ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ​້ານ ໂລກ​ລະ​ບາດ ໂຄວິດ - 19.

ອ າ ຊຽນ 2020 ຫວຽດ ນາມຫ ນ ວ ກ ດການ ກາຍ ເປ ນ ກາ ລະ ໂອ ກາດຢ າງ ສຳ ເລ ດ ຜ ນ ອາ​ຊຽນ​ມຸ່ງ​ໄປ​ສູ່ການລົງນາມໃນສັນຍາ RCEP ໃນປີ 2020
ອ າ ຊຽນ 2020 ຫວຽດ ນາມຫ ນ ວ ກ ດການ ກາຍ ເປ ນ ກາ ລະ ໂອ ກາດຢ າງ ສຳ ເລ ດ ຜ ນ ການພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອ​າ​ເມ​ລິ​ກາ ຈະສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທດ​ຈິງ
ອ າ ຊຽນ 2020 ຫວຽດ ນາມຫ ນ ວ ກ ດການ ກາຍ ເປ ນ ກາ ລະ ໂອ ກາດຢ າງ ສຳ ເລ ດ ຜ ນ
ພາບ​ປະ​ກອບ

ມີ​ເອ​ກະ​ສານ​ກ່​ວາ 80 ສະ​ບັບ​ໄດ້​ຮັບ​ຮອງ​ເອົາ​ຢູ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 37 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ (12 – 15 ພະ​ຈິກ) ແມ່ນຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນວ່າ ຫວຽດ​ນາມ ໄດ້​​ຫັນ​ວິ​ກິດ​ການ​ກາຍ​ເປັນ​ກາ​ລະ​ໂອ​ກາດ. ຫວຽດ​ນາມ​ໄດ້​ປະ​ຕິ​ບັດ ​ວຽກ​ງານ​ໄດ້ດີ​ທີ່​ສຸດ. ນີ້ແມ່ນ​ການ​ຢັ້ງ​ຢືນ​ຂອງ ທ່ານ Lim Sungnam ເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ເກົາຫຼີ ​ປະ​ຈຳ ອາ​ຊຽນ ໃນ​ການ​ຕອ​ບ​ສຳ​ພາດ​ຕໍ່​ນັກ​ຂ່າວ ຢູ່​ຈາ​ກາ​ຕາ, ໃນ​ວັນ​ທີ 18 ພະ​ຈິກ. ທ່ານ Lim Sungnam ໄດ້​ເນັ້ນ​ໜັກ​ວ່າ ຫວຽດ​ນາມ ໄດ້ “ປະ​ຕິບ​ັດ​ວຽກ​ງານ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີທີ່​ສຸດ” ແລະ ປະ​ຕິ​ບັດບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ໃນ​ອາ​ທິດແລ້ວນີ້ ປະ​ສົບ​ຜົນສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ທັງ 3 ຂົງ​ເຂ​ດ.

ກ່ອນ​ອື່ນ​ໝົດ, ອາ​ຊຽນ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ ແລະ ປະ​ຊາ​ຄົມ​ໃນ​ພາກ​ພື້ນ ສາ​ມາດ​ຢັ້ງ​ຢືນ​ໄດ້ ຄຳ​ໝັ້ນ​ສັນ​ຍາ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ​້ານ ໂລກ​ລະ​ບາດ ໂຄວິດ - 19. ທີ 2 ແມ່ນ, ອາ​ຊຽນ​ໄດ້​ຍົກ​ອອກ​ແຜນ​ການ​ລະ​ອຽດ​ໃຫ້​ແກ່​ການ​ຟື້ນ​ຟ​ູ​ເສດ​ຖະ​ກິດ​ໄລ​ຍະຫຼັງ ໂລກ​ລະ​ບາດ​ໂຄວິດ - 19 ທີ່ມ​ີ​ຊື່​ວ່າ “ແຜນ​ການ​ຟຶ້ນ​ຟູ​ອາ​ຊຽນ​ຢ່າງ​ຮອບ​ດ້ານ ACRF ແລະ ໄດ້​ຮັບ​ການ​ສະ​ໜັ​ບ​ສະ​ໜູນ​​ຈາກ​ປ​ະ​ຊາ​ຄົມ​ພາກ​ພື້ນຫຼາຍ​ທີ່​ສຸດ. ສຸດ​ທ້າຍ ແມ່ນ​ການ​ລົງ​ນາມ​​ສັນ​ຍາ RCEF - ເຊິ່ງ​ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ​. RCEP ຈະ​ແມ່ນ​ຂອບ​ເຂດ​ທີ່ມີ​ສຳ​ຄັນທີ່​ສຸດ​ເພື່ອ​​ເປີດ​ກ້​ວາງ​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ​ໃຫ້ຫຼາຍ​ກ່​ວາ​ອີກ.

ສ່ວນ​ໝາກ​ຜົນ​ຂອງ​ການ​ຮ່ວມມື ອາ​ຊຽນ - ສ.ເກົາຫຼີ​ ໃນ​ປີນີ້, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Lim Sungnam ໄດ້​ເນັ້ນ​ໜັກ​ວ່າ ເຊີ​ອູນ ໄດ້​ພິ​ສູດ​ໃຫ້​ອາ​ຊຽນ​ເຫັນ​ວ່າ “ເພື່ອນ​ກິນ​ຫາ​ງ່າຍ ເພື່ອ​ນ​ຕາຍ​ຫາ​ຍາກ”. ສອງ​ຝ່າຍ​ລ້ວນ​ແຕ່​ຢູ່​ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ ໂຄວິດ - 19. ແຕ່​ສອງ​ຝ່າຍ​ໄດ້​ນຳ​ໃຊ້​ວິ​ກິດ​ການ​ນີ້​ເພື່ອ​ສະ​ແດງ​ໃຫ້​ໂລກ​ເຫັນ​ວ່າ ອາ​ຊຽນ ແລະ ສ.ເກົາຫຼີ​ແມ່ນ​ເພື່ອນ​ມິດ​ແທ້​ຈິງ.

ທ່ານ Lim Sungnam ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ, ອາ​ຊ​ຽນ​ແມ່ນ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 2 ຂອງ ສ.ເກົາຫຼີ ແລະ ສ.ເກົາ​ລີ​ ແມ່ນ​ຄູ່​ຮ່ວມ​ມື​ທາງ​ການ​ຄ​້າ ໃຫຍ່​ອັນ​ດັບ​ທີ 5 ຂອງ ອາ​ຊຽນ. ພິ​ເສດ, ອາ​ຊຽນ​ແມ່ນ​ຈຸດ​ນັດ​ພົບ​ທີ 2 ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ສ.ເກົາ​ຫຼີ. ສຸດ​ທ້າຍ, ທ່ານ​ຍັງ​ເນັ້ນ​ໜັກ​ວ່າ ໜຶ່ງ​ໃນ​ບັນ​ດາ​ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ “ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທາງ​ທິດ​ໃຕ້​ໃໝ່” ຂອງ​ ສ.ເກົາຫຼີ ​ແມ່ນ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຄ້າ ແລະ ການ​ລົງ​ທຶນ​ແບບ​ຍືນ​ຍົງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ອ າ ຊຽນ 2020 ຫວຽດ ນາມຫ ນ ວ ກ ດການ ກາຍ ເປ ນ ກາ ລະ ໂອ ກາດຢ າງ ສຳ ເລ ດ ຜ ນ ອາ​ຊຽນ​ມຸ່ງ​ໄປ​ສູ່ການລົງນາມໃນສັນຍາ RCEP ໃນປີ 2020

ຍ​ສ​ໝ - ບັນດາປະເທດພວມຊຸກຍູ້ການປະຕິບັດລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ.ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກຢັ້ງຢືນເຖິງເປົ້າໝາຍ ຈະເຮັດໃຫ້ສຳເລັດກ່ຽວກັບການລົງນາມໃນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ ແລະ ກໍແມ່ນການປະກອບສ່ວນສຳຄັນເຂົ້າໃນວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.

ອ າ ຊຽນ 2020 ຫວຽດ ນາມຫ ນ ວ ກ ດການ ກາຍ ເປ ນ ກາ ລະ ໂອ ກາດຢ າງ ສຳ ເລ ດ ຜ ນ ວາ​ລະ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ອາ​ຊຽນ 2020 ຄັ້ງ​ທີ 6

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ​ໄດ້ສະເໜີບັນດາອະນຸກຳມະການ, ບັນດາກະຊວງ, ຂະແໜງການສືບຕໍ່ປະຕິບັດຕາມທິດທາງ, ການມອບໝາຍ ແລະ ປະ​ຕິ​ບັດສຳເລັດໜ້າທີ່ທີ່ຍັງເຫຼືອຕາມແຜນການ, ວິ​ວັດ​ການ​ທີ່​ໄດ້ວາງ​ອອກ, ແລະສູ້ຊົນປະ​ຕິ​ບັດ​ບົດ​ບາດເປັນປະທານອາຊຽນກ່ອນທີ່ຈະມອບຄວາມຮັບຜິດຊອບນີ້ໃຫ້ແກ່ປະເທດຕໍ່ໄປໃຫ້ສຳເລັດ.

ອ າ ຊຽນ 2020 ຫວຽດ ນາມຫ ນ ວ ກ ດການ ກາຍ ເປ ນ ກາ ລະ ໂອ ກາດຢ າງ ສຳ ເລ ດ ຜ ນ ການ​ເຈ​ລະ​ຈ​າ ສັນ​ຍາ FTA ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2020

ຍ​ສ​ໝ - ທ່ານ ຮ່​ວາງກ໊ວກ​ເວື້ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໄດ້​ເນັ້ນ​ໜັກວ່າ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ແມ່ນ​ຕະຫຼາດ​ສຳ​ຄັນ ແລະ ຍາ​ມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ຂອງ​ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.