ທະ​ເລ​ຕາ​ເວັນ​ອອກ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແມ່ນ​ຈຸ​ດ​ສຸມ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊ​ຽນ

10:38 | 03/11/2019

ຍສໝ - ກອງປະຊຸມສຸດຍອດ ອາຊຽນ ອາດຈະສະກັດກັ້ນເຫດການຢູ່ ທະເລຕາເວັນອອກ ໄດ້.

ທະ​ເລ​ຕາ​ເວັນ​ອອກ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແມ່ນ​ຈຸ​ດ​ສຸມ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊ​ຽນ

ນັກຮຽນຮູ້ Grigory Trofimchuk, ປະທານສະພານັກຊ່ຽວຊານກອງທຶນໜູນຊ່ວຍການຄົ້ນຄ້ວາວິທະຍາສາດ ອາຊີ - ເອີລົບ. (ພາບ: Tert)

ສຳນັກຂ່າວສານ ລັດເຊຍ Realist, ໄດ້ລົງບົດຂຽນຂອງ ນັກຮຽນຮູ້ Grigory Trofimchuk, ປະທານສະພານັກຊ່ຽວຊານກອງທຶນໜູນຊ່ວຍການຄົ້ນຄ້ວາວິທະຍາສາດ ອາຊີ - ເອີລົບ, ດ້ວຍຫົວຂໍ້ “ກອງປະຊຸມສຸດຍອດ ອາຊຽນ ອາດຈະສະກັດກັ້ນເຫດການຢູ່ ທະເລຕາເວັນອອກ”ໄດ້. ບົດຂຽນຖືວ່າ: ອາຊຽນ ນັບແຕ່ເມື່ອໄດ້ມີການສ້າງຕັ້ງນີ້ກໍ່ແມ່ນເວທີປາໄສປຶກສາຫາລືບັນດາບັນຫາດ້ານການເມືອງ. ດັ່ງນັ້ນ, ໃນສະພາບການ ບັນຫາເຂດນ້ຳແດນດິນຢູ່ທະເລຕາເວັນອອກຍັງບໍ່ທັນໄດ້ຮັບການແກ້ໄຂນັ້ນ ອາຊຽນມີອິດທິພົນຊື່ສຽງໃນພາກພື້ນ ແລະ ທົ່ວໂລກ ຕ້ອງເພີ່ມທະວີການຮັບປະກັນຄວາມໝັ້ນຄົງ ຢູ່ພາກພື້ນນີ້. ບັນຫານີ້ບໍ່ພຽງແຕ່ແມ່ນບັນຫາຂອງປະເທດໃດໜຶ່ງເທົ່ານັ້ນ ຫາກຍັງແມ່ນບັນຫາຂອງທົ່ວໂລກອີກດ້ວຍ ຍ້ອນວ່າ ອາຊີ ເປັນສູນກາງດ້ານພູມສາດການເມືອງໃໝ່ແລ້ວ.

ນັກຊ່ຽວຊານຖືວ່າ ພາຍຫຼັງຮັບບົດບາດເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (BAC), ໄທໄດ້ເປັນເຈົ້າການຍົກອອກແນວຄິດກ່ຽວກັບຫົວເລື່ອງຂອງກອງປະຊຸມຄັ້ງທີ 35 ແມ່ນ “ການພົວພັນຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ”. ເຖິງຢ່າງໃດກໍ່ຕາມ, ນັກຊ່ຽວຊານກໍ່ໃຫ້ຂໍ້ສັງເກດວ່າ ການພັດທະນາແບບຍືນຍົງບໍ່ພຽງແຕ່ກ່ຽວຂ້ອງເຖິງການແກ້ໄຂບັນດາບັນຫາເສດຖະກິດເທົ່ານັ້ນ ຫາກຍັງຕ້ອງຮັບປະກັນສະຖຽນລະພາບດ້ານການເມືອງໃຫ້ແກ່ພາກພື້ນອີກດ້ວຍ. ດັ່ງນັ້ນ, ບັນຫາຄວາມໝັ້ນຄົງ ແລະ ສະພາບການສັບສົນຢູ່ທະເລຕາເວັນອອກຈະເປັນຈຸດສຸມໃນລາຍການດຳເນີນງານຂອງ ກອງປະຊຸມຄັ້ງນີ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.