ທະຫານເຮືອເຂດ 2 ຢ້ຽມຢາມ, ອວຍພອນບຸນເຕັດເຮືອນຮ້ານເວນຍາມ DK1

12:49 | 07/01/2024

ທະຫານເຮືອເຂດ 2 ຢ້ຽມຢາມ, ອວຍພອນບຸນເຕັດຮ້ານເວນຍາມ DK1

ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ
ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ

ຕອນເຊົ້າວັນທີ 9 ມັງກອນ, ຢູ່ນະຄອນ ຫວູງເຕົ່າ, ແຂວງບາເຣ້ຍ-ຫວູງເຕົ່າ, ກອງບັນຊາການທະຫານເຮືອເຂດ 2 ໄດ້ຈັດກຳປັ່ນນຳສົ່ງບັນດາຄະນະໄປກວດກາວຽກງານກຽມພ້ອມສູ້ຮົບ, ຢ້ຽມຢາມ, ອວຍພອນປີໃໝ່ໃຫ້ພະນັກງານ, ນັກຮົບຢູ່ເຮືອນຮ້ານເວນຍາມ DK1, ກຳປັ່ນເວນຍາມ, ສະຖານີ Radar 590 ສອງຖ້ຽວ.

ທະຫານເຮືອເຂດ 2 ຢ້ຽມຢາມ, ອວຍພອນບຸນເຕັດເຮືອນຮ້ານເວນຍາມ DK1

ທ່ານພັນເອກພິເສດ ຟ້າມກວ໊ຽດຕ໊ຽນ ຮອງຜູ້ບັນຊາການທະຫານເຮືອເຂດ 2 ມອບດອກໄມ້ໃຫ້ຫົວໜ້າຄະນະປະຕິບັດງານ. ພາບ: baohaiquanvietnam.vn

ໃນການຢ້ຽມຢາມຄັ້ງນີ້, ຄະນະປະຕິບັດງານຈະໄປຢ້ຽມຢາມ ແລະອວຍພອນປີໃໝ່ຢູ່ສຳນັກງານ, ອໍານາດການປົກຄອງ, ບັນດາກຳລັງປະກອບອາວຸດທີ່ຕັ້ງທັບຢູ່ເມືອງໂກນດ້າວ, ແຂວງບາເຣ້ຍ-ຫວູງເຕົ່າ.

ຄະນະປະຕິບັດງານໄດ້ລົງຢ້ຽມຢາມ, ກວດກາ ແລະອວຍພອນປີໃໝ່ຢູ່ເຮືອນຮ້ານເວນຍາມ DK1, ສະຖານີ 590, ກຳປັ່ນເວນຍາມ, ສຳນັກງານ, ອໍານາດການປົກຄອງ, ເມືອງໂກນດ້າວ ນຳໂດຍທ່ານພັນເອກພິເສດ ເຈິ່ນຮົ່ງຫາຍ, ຮອງຫົວໜ້າການເມືອງທະຫານເຮືອເຂດ 2 ພ້ອມດ້ວຍຜູ້ຕາງໜ້າບັນດາອົງການເສນາທິການ, ການເມືອງ, ພະລາທິການ-ເຕັກນິກຂອງທະຫານເຮືອເຂດ 2 ແລະຜູ້ແທນ, ນັກຂ່າວ 81 ຄົນທີ່ມາຈາກອົງການສື່ມວນຊົນຂັ້ນສູນກາງ ແລະທ້ອງຖິ່ນ.

ທະຫານເຮືອເຂດ 2 ຢ້ຽມຢາມ, ອວຍພອນບຸນເຕັດເຮືອນຮ້ານເວນຍາມ DK1
ບັນຍາກາດທີ່ພິທີອໍາລາຄະນະປະຕິບັດງານ. ພາບ: baohaiquanvietnam.vn

ນອກຈາກກວດກາວຽກງານກຽມພ້ອມສູ້ຮົບແລ້ວ, ຄະນະປະຕິບັດງານສອງຄະນະຈະນຳເອົາຂອງຂວັນບຸນເຕັດຈາກກະຊວງປ້ອງກັນປະເທດ, ເຫຼົ່າທັບເຮືອ, ກອງບັນຊາການທະຫານເຮືອເຂດ 2, ບັນດາອົງການ, ສຳນັກງານ, ອໍານາດການປົກຄອງ, ວິສາຫະກິດ ແລະປະຊາຊົນບັນດາທ້ອງຖິ່ນໄປມອບໃຫ້ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ທະເລ, ໝູ່ເກາະ, ໄຫຼ່ທະວີບທາງພາກໃຕ້ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024.

ເຂົ້າຮ່ວມຄະນະປະຕິບັດງານ, ບັນດານັກຂ່າວຈະຂຽນຂ່າວເພື່ອໂຄສະນາເຜີຍແຜ່, ແຈ້ງໃຫ້ຍາດຕິພີ່ນ້ອງ, ນັກຮົບໃນທົ່ວປະເທດໄດ້ຮັບຮູ້ກ່ຽວກັບຊີວິດການເປັນຢູ່, ການຮໍ່າຮຽນ, ການປະຕິບັດງານ ແລະຊີວິດຈິດໃຈ, ບັນຍາກາດຕ້ອນຮັບບຸນເຕັດຂອງພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ຢູ່ແນວໜ້າຂອງປະເທດ. ການເດີນທາງຄາດວ່າຈະແກ່ຍາວເປັນເວລາແຕ່ 15 ຫາ 17 ມື້.

ບູນມີ

ເຫດການ
302 Found

Found

The document has moved here.