VKBIA ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາທະຫານເຮືອ

13:03 | 26/01/2024

ຍສໝ - ວັນ​ທີ 26 ມັງກອນ 2024, ຢູ່​ນະຄອນ​ ດ່າ​ນັງ, ຄະນະ​ປະຕິບັດ​ງານ​ໂດຍ​ທ່ານ ປອ. ເຈີນຫາຍລິງ, ປະທານສະມາຄົມນັກທຸລະກິດ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA) ເປັນຫົວໜາ້ຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອ ເຂດ 3.

VKBIA ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການກໍ່ສ້າງຂົງເຂດ​ກົດ​ໝາຍ​ແລະ​ເສດ​ຖະ​ກິດ, ການ​ຄ້າ​ສາ​ກົນ​ກັບ ສ.ເກົາ​ຫຼີ VKBIA ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການກໍ່ສ້າງຂົງເຂດ​ກົດ​ໝາຍ​ແລະ​ເສດ​ຖະ​ກິດ, ການ​ຄ້າ​ສາ​ກົນ​ກັບ ສ.ເກົາ​ຫຼີ
VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

ທີ່​ການເຮັດວຽກ, ທ່ານ ປອ. ເຈີນຫາຍລິງ, ປະທານ​ສະມາຄົມ VKBIA ​ໄດ້​ແບ່ງປັນບັນດາຄວາມຮູ້ສຶກ, ຄວາມ​ຮັກ​ແພງ​ຕໍ່​ທະ​ເລ, ໝູ່​ເກາະ ຢ່າງ​ເລິກ​ເຊິ່ງ ​ແລະ ຄວາມ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະຊາ​ຄົມ​ຊາວ ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ຢູ່​ ສ.​ເກົາຫຼີ ​ເວົ້າ​ສະ​ເພາະ. ພໍ່ແມ່ພີ່ນ້ອງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ​ໄດ້​ມີບັນດາວຽກເຮັດງານທຳຕົວຈິງ ແລະ ແທດ​ຈິງ​ມຸ່ງ​ໄປ​ເຖິງ​ທະ​ເລ, ໝູ່​ເກາະ​ແຫ່ງ​ປະ​ເທດ​ຊາດ. ໃນນັ້ນ, ເນື່ອງໃນໂອກາດ​ບຸນ​ເຕັດ ​ແລະ ລະດູ​ບານໃໝ່​, ລາຍການ “ບຸນ​ເຕັດກັບ​ທະ​ເລ ​ແລະ ໝູ່​ເກາະຂອງບ້ານເກີດເມືອງນອນ” ກໍ່ໄດ້ຮັບການຈັດຕັ້ງເພື່ອ​ລະດົມຈິດ​ໃຈ​ຂອງ​ບັນດາພະນັກງານ ນັກຮົບທະຫານ​ເຮືອ.

VKBIA ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາທະຫານເຮືອ

ເນື່ອງ​ໃນ​ໂອກາດ​ບຸນ​ເຕັດປີມະໂລງ 2024, ຄະນະ VKBIA ​ມອບຂອງຂວັນ​ເພື່ອລະດົມຈິດໃຈໃຫ້​ແກ່​ພະນັກງານນັກຮົບ​ເຂດ 3

ທ່ານ ປອ. ເຈີນຫາຍລິງ ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ ກອງບັນຊາການທະຫານເຮືອເຂດ 3 ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ເພື່ອ​ໃຫ້ “ຄະນະ​ປະສານງານທົ່ວໂລກເພື່ອທະ​ເລ ​ແລະ ໝູ່​ເກາະ​ ຫວຽດນາມ” ຈະມີບັນດາການຢ້ຽມຢາມໄປບັນດາໝູ່​ເກາະ​ຂຶ້ນກັບທະຫານເຮືອ ເຂດ 3 ​ເພື່ອ​ສາມາດ​ເຂົ້າ​ໃຈ​​ຕື່ມ​ອີກກ່ຽວກັບບັນດາຄວາມ​ໝາຍກ່ຽວ​ກັບທະເລ ແລະ ໝູ່ເກາະຂອງບ້ານເກີດເມືອງນອນ.

ເນື່ອງ​ໃນ​ໂອກາດ​ບຸນ​ເຕັດປີມະໂລງ 2024, ​ເພື່ອລະດົມຈິດໃຈໃຫ້​ແກ່​ພະນັກງານ ນັກຮົບ​ເຂດ 3, ​​ຄະນະ​ປະຕິບັດ​ງານ ໄດ້​ມອບຄອມພີວເຕີ 1 ​ເຄື່ອງ, ກາ​ເຟສົ່ງອອກ 216 ກ່ອງ ແລະ ຂອງຂວັນບຸນເຕັດ 30 ພູດໃຫ້ຜູ້​ຕາງໜ້າ​ກອງ​ບັນຊາ​ການ​ເຂດ 3.

ທ່ານຮອງ​ຜູ້ຮັບຜິດຊອບການເມືອງ ຟ້າມດີງແທງ ຕາງໜ້າກອງບັນຊາການ, ພະນັກງານ, ນັກຮົບທະຫານເຮືອເຂດ 3 ໄດ້ສົ່ງຄຳຂອບໃຈຕໍ່ ທ່ານ ປອ. ເຈີນຫາຍລິງ ແລະ ຄະນະ​ປະຕິບັດ​ງານ ທີ່ຍາມ​ໃດ​ກໍ່​ໄດ້​ໃຫ້​ຄວາມ​ຮັກ​ແພງ, ໜູນ​ຊ່ວຍ, ລະດົມພະນັກງານ​, ນັກຮົບທະຫານ​ເຮືອ ເວົ້າລວມ, ພະນັກງານ, ນັກຮົບ​ເຂດ 3 ເວົ້າສະເພາະ.

ມິງດຶກ

ເຫດການ
302 Found

Found

The document has moved here.