ງານແຂ່ງຂັນກິລາເພື່ອສຸຂະພາບຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ປີ 2018

08:11 | 30/07/2018

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍສົມທົບກັບພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ ໄຂງານແຂ່ງຂັນກິລາເພື່ອສຸຂະພາບຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ປີ 2018.

ງານແຂ່ງຂັນກິລາເພື່ອສຸຂະພາບຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ປີ 2018

ພິທີໄຂງານແຂ່ງຂັນກິລາເພື່ອສຸຂະພາບຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ປີ 2018.

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ພົ້ນເດັ່ນຂອງໄວໜຸ່ມນະຄອນເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 10 ປີແຫ່ງວັນເປີດກ້ວາງອະນາເຂດການປົກຄອງຂອງນະຄອນຫຼວງຮ່າໂນ້ຍ( ວັນທີ1 ສິງຫາປີ 2008- ວັນທີ 1 ສິງຫາປີ 2018) . ມີນັກກິລາກວ່າ 1000 ຄົນທີ່ແມ່ນໄວໜຸ່ມມາຈາກ 30 ເມືອງ, ເທດສະບານໃນນະຄອນໄດ້ມາຮ່ວມການແຂ່ງຂັນກິລາປະເພດຕ່າງໆ. ນອກຈາກນັ້ນ ກໍຍັງຈັດການເສັງຊອກຮູ້ກ່ຽວກັບກົດແຫ່ງການປະພຶດຂອງນະຄອນຫຼວງອີກດ້ວຍ.

ໃນຕອນເຊົ້າຂອງວັນດຽວກັນ, ງານບຸນຖະໜົນ “ສິ່ງຍອດຍິ່ງຮ່າໂນ້ຍ - ເຕົ້າໂຮມ ແລະ ສະຫວ່າງສະໄຫວ” ໄດ້ຖືກຈັດຂຶ້ນຢູ່ບໍລິເວນຖະໜົນຍ່າງ ໜອງຮ່ວານກ້ຽມ ເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 10 ປີແຫ່ງວັນເປີດກ້ວາງອະນາເຂດການປົກຄອງຂອງນະຄອນຫຼວງຮ່າໂນ້ຍ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.