ຮ່າ​ໂນ້ຍ ຈັດການ​ຍິງບັ້ງ​ໄຟ​ດອກຢູ່ 30 ແຫ່ງ ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ປີ​ມະ​ໂລງ

14:45 | 11/01/2024

ຍສໝ - ນະຄອນ ຮ່າໂນ້ຍ ຫາກໍປະກາດແຜນການຈັດການຍິງບັ້ງໄຟດອກ ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024.

ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ, ດ່າ​ນັ້ງ ອວຍ​ພອນ​ບຸນ​ປີ​ໃໝ່​​ລາວ ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ, ດ່າ​ນັ້ງ ອວຍ​ພອນ​ບຸນ​ປີ​ໃໝ່​​ລາວ
ຊາວ​ຫວຽດນາມ​ ອາໄສຢູ່​ລັດ​ເຊຍ​ ແຂ່ງຂັນ​​ປິງປັອງ​ເພື່ອ​ຕ້ອນຮັບ​ປີ​ໃໝ່ ຊາວ​ຫວຽດນາມ​ ອາໄສຢູ່​ລັດ​ເຊຍ​ ແຂ່ງຂັນ​​ປິງປັອງ​ເພື່ອ​ຕ້ອນຮັບ​ປີ​ໃໝ່

ນະຄອນ ຮ່າໂນ້ຍ ຫາກໍປະກາດແຜນການຈັດການຍິງບັ້ງໄຟດອກ ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024. ຕາມນັ້ນແລ້ວ, ໃນບໍລິເວນນະຄອນ ມີບ່ອນຍິງບັ້ງໄຟດອກທັງໝົດ 30 ແຫ່ງ ເພື່ອແນໃສ່ສ້າງບັນຍາກາດໃຫ້ປະຊາຊົນນະຄອນ ຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງເບີກບານມ່ວນຊື່ນ.

ຮ່າ​ໂນ້ຍ ຈັດການ​ຍິງບັ້ງ​ໄຟ​ດອກຢູ່ 30 ແຫ່ງ ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ປີ​ມະ​ໂລງ

ຮ່າ​ໂນ້ຍ ຈັດການ​ຍິງບັ້ງ​ໄຟ​ດອກຢູ່ 30 ແຫ່ງ ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ປີ​ມະ​ໂລງ

ການຍິງບັ້ງໄຟດອກດັ່ງກ່າວ ຈະດຳເນີນໃນເວລາ 15 ນາທີ ແຕ່ 00 ໂມງ 00 ນາທີ ຫາ 00 ໂມງ 15 ນາທີ ໃນວັນທີ 10 ກຸມພາ 2024 ເຊິ່ງເປັນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ປີມະໂລງ. ທາງນະຄອນ ຮຽກຮ້ອງໃຫ້ນຳໃຊ້ແຫຼ່ງເງິນທີ່ລະດົມມາໄດ້ຈາກແຫຼ່ງກຳລັງຕ່າງໆໃນສັງຄົມ ເຊັ່ນ ຫົວໜ່ວຍກົມກອງ, ວິສາຫະກິດ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງຄົມມະນາຄົມ ຢູ່ບັນດາສະຖານທີ່ຍິງບັ້ງໄຟດອກໃນທົ່ວນະຄອນ.

ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຮຽກຮ້ອງ​ໃຫ້​ນຳ​ໃຊ້​ບັນດາ​ແຫຼ່ງກຳລັງ​ໜູນ​ຊ່ວຍ​ສັງຄົມ​ຈາກ​ບັນດາ​ຫົວໜ່ວຍ, ອົງການ, ວິ​ສາ​ຫະກິດ... ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​ບັນດາ​ແຜນການ, ​ເຄື່ອງ​ມື​ຈັດ​ຕັ້ງ​ງານ​ວາງສະ​ແດງ​ດອກ​ໄມ້​ບັ້ງ​ໄຟ​ຕາມ​ໂຄງການ ​ແລະ ​ເວລາ​ທີ່​ໄດ້​ກຳນົດ​ໄວ້, ພ້ອມ​ກັນ​ນັ້ນ ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ແລະ​ຄວາມ​ປອດ​ໄພ​ການ​ຈະ​ລາ​ຈອນ​ໃນ​ສະ​ຖານ​ທີ່​ວາງ​ສະ​ແດງ​ບັ້ງ​ໄຟ​ດອກ​ໃນ​ທົ່ວ​ເມືອງ​. ການກະກຽມຄວາມລະມັດລະວັງໃນທຸກດ້ານ ແລະ ຄໍາສັ່ງຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ອຸປະກອນຢ່າງແທ້ຈິງ ກ່ອນ, ໃນເວລາ ແລະ ພາຍຫຼັງການຈູດບັ້ງໄຟ./.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.