ຍສໝ - ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ: ເຄື່ອງວັດແທກອຸນຫະພູມຮ່າງກາຍຈໍານວນ 295 ອັນ, ຊຸດປ້ອງກັນພະຍາດໂຄວິດ-19 ກວ່າ 5.800 ຊຸດ, ຈັກສີດຢາຂ້າເຊື້ອເກືອບ 150 ອັນ, ຜ້າອັດປາກ-ອັດດັງ, ຖົງມືການແພດ ແລະອາຫານແຫ້ງ, ທັນຍາຫານນັບຮ້ອຍກິໂລກຼາມ ລວມມູນຄ່າທັງໝົດແມ່ນກວ່າ 4,6 ຕື້ດົ່ງ.
ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງຄະນະກຳມະການປະຊາຊົນແຂວງກວາງນາມ ນຳໂດຍທ່ານ ເລຈີ໊ແທັງ, ປະທານຄະນະກຳມະການປະຊາຊົນແຂວງ ໄດ້ມາຢ້ຽມຢາມ, ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານໂລກພະຍາດໂຄວິດ-19 ທີ່ ເຂດຊາຍແດນລະຫວ່າງສອງເມືອງນາມຢາງ, ແຂວງກວາງນາມ, ສສ.ຫວຽດນາມ ແລະ ເມືອງດັກຈຶຶງ, ແຂວງເຊກອງ, ສປປ. ລາວ.
ຍສໝ - ກອງບັນຊາການທະຫານ ແຂວງກອນຕູມ, ແຂວງບິງດິງ ແລະ ແຂວງກວາງຫງາຍ ຂອງຫວຽດນາມໄດ້ມອບເຄື່ອງອຸປະກອນທາງການແພດຫຼາຍຢ່າງ ໃຫ້ແກ່ກອງບັນຊາການທະຫານ ແຂວງຈຳປາສັກ ແລະ ແຂວງອັດຕະປືຂອງ ສປປ.ລາວ ເພື່ອສະກັດກັ້ນໂລກລະບາດ Covid-19.
ຍສໝ - ໃນວັນທີ 16 ເມສາ, ຢູ່ດ່ານຊາຍແດນ ນາມຢ່າງ (ກວາງນາມ), ກອງບັນຊາການທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ໄດ້ສົມທົບກັບບັນດາທ້ອງຖິ່ນ ໄດ້ຈັດຕັ້ງພິທີມອບຮັບອຸປະກອນການແພດ ເພື່ອຊ່ວຍເຫຼືອ ບັນດາທ້ອງຖິ່ນຂອງລາວ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19.
ຍສໝ - ໃນວັນທີ 16 ເມສາ, ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດເພື່ອສະກັດກັ້ນພະຍາດ Covid-19 ໃຫ້ບັນດາແພດໝໍ ຂອງປະເທດລາວ ໃນໄລຍະເວລາແຕ່ວັນທີ 7 ເມສາ ຫາ 15 ເມສາ. ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ ແລະ ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ເຊິ່ງໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້.
ຍສໝ - ເມື່ອບໍ່ດົນມານີ້, ທີ່ສະຖານທູດ ສປປ.ລາວ ປະຈຳຫວຽດນາມ, ທ່ານ ຫງວຽນຈີ່ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ-ລາວ ໄດ້ມອບອຸປະກອນການແພດມີມູນຄ່າ 10,000 ໂດລາສະຫະລັດ ໃຫ້ສະຖານທູດລາວ ປ້ອງກັນພະຍາດ COVID-19
ຍສໝ - ເມື່ອບໍ່ດົນມານີ້, ຜູ້ຕາງໜ້າໂຮງຮຽນທະຫານຊາຍແດນ ຊັ້ນກາງ ເລກ 2 ແຂວງ ບ່າເຫຼ້ຍຫວູງເຕົ່າ ໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ Chol Chnam Thmay ແກ່ບັນດານັກຮຽນ ກຳປູເຈຍທີ່ພວມຮໍ່າຮຽນ ຢູ່ ໂຮງຮຽນ. ກ່ອນໜ້ານັ້ນ, ຄ້າຍທະຫານຊາຍແດນແຂວງຊອກຈັງ, ທະຫານຊາຍແດນແຂວງກວາງຈິ ໄດ້ມາອວຍພອນ ແລະ ມອບຂອງຂວັນ ໃຫ້ແກ່ປະຊາຊົນ ແລະ ກຳລັງປະກອບອາວຸດເມືອງສະໝ້ວຍ, ແຂວງສາລະວັນ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ລາວ.
ຍສໝ - ໃນວັນທີ 13 ເມສາ, ທີ່ດ່ານຊາຍແດນ ນາແມວ, ບັນດາຜູ້ນຳຂອງ ແຂວງແທງຮວາ ແລະ ແຂວງ ຫົວພັນ (ສປປ.ລາວ) ໄດ້ຈັດກອງປະຊຸມແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ຄວບຄຸມ ພະຍາດ Covid-19 ຢູ່ ເຂດຊາຍແດນຂອງສອງປະເທດ.
ຍສໝ- ເມື່ອບໍ່ດົນມານີ້, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຈັດສົ່ງບັນດາຄະນະປະຕິບັດງານໄປມອບເຄື່ອງປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ບັນດາກົມກອງຂອງປະເທດເພື່ອນລາວ.
ຍສໝ - ຫວ່າງແລ້ວນີ້, ພະແນກສາທາລະນະສຸກ ແລະ ພະແນກການພົວພັນຕ່າງປະເທດແຂວງ ເຊີນລາ ສສ. ຫວຽດນາມ ໄດ້ມອບຜ້າອັດປາກ-ດັງ 30.000 ອັນ ໃຫ້ແກ່ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ ເພື່ອປ້ອງກັນ ແລະ ຄວຍຄຸມ ໂລກລະບາດໂຄວິດ - 19.
ເພື່ອສະໜອງການຊ່ວຍເຫຼືອ ປະຊາຊົນ ຜູ້ທຸກຍາກດ້ອຍໂອກາດ ຢູ່ເຂດຫ່າງໄກສອກຫລີກ ຂອງແຂວງອັດຕະປື ໂດຍສະເພາະໃນໄລຍະການລະບາດ ຂອງພະຍາດ COVID-19 ນີ້ ໃນວັນທີ 10 ເມສາ ຜ່ານມາ ບໍລິສັດ ນ້ຳຕານອ້ອຍ TTC ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ກອງເລຂາຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19 ປະກອບມີເຂົ້າສານໜຽວ 1,5 ໂຕນ, ແລະ ນ້ຳຕານ 1 ໂຕນ ລວມມູນຄ່າ 18.000.000 ກີບ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19.
ຍສໝ - ໃນວັນທີ 12 ເມສາ, ຄະນະຊ່ຽວຊານການແພດ ຫວຽດນາມ ໄດ້ຈັດຕັ້ງການເຝີກອົບຮົມໃຫ້ແກ່ແພດໝໍຂອງກອງທັບເຂດພາກກາງ 103 ສປປ.ລາວ.
ຍສໝ - ເພື່ອເພີ່ມທະວີການປ້ອງກັນການລະບາດ ຂອງພະຍາດ COVID-19 ໃນເຂດຊາຍແດນຫວຽດນາມ - ລາວ, ກອງບັນຊາການທະຫານຊາຍແດນ ແຂວງດ້ຽນບຽນ ໄດ້ມອບອຸປະກອນການແພດ ລວມມູນຄ່າເກືອບ 100 ລ້ານດົ່ງ ໃຫ້ກອງບັນຊາການທະຫານຊາຍແດນ ຂອງ 3 ແຂວງຄື: ແຂວງຫຼວງພະບາງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ.
ຍສໝ - ການສະໜັບສະໜູນ ໂດຍທະຫານຊາຍແດນ ແຂວງເທື່ອທຽນ - ເຫວ້ ໃນຄັ້ງນີ້ ປະກອບເຂົ້າສານ 2,5 ໂຕນ, ຜ້າບັງປາກທາງການແພດ 500 ແຜ່ນ, ນໍ້າຢາຂ້າເຊື້ອພະຍາດ 220 ຕຸກ ແລະ ເຄື່ອງໃຊ້ທີ່ຈຳເປັນອື່ນໆ ລວມມີ: ໝີ່ກຸ້ງ, ນ້ຳມັນປຸງແຕ່ງ, ນ້ຳປາ, ເກືອ...
ຍສໝ - ເຂົ້າຮ່ວມຊຸດອົບຮົມ ມີບັນດາແພດໝໍຈຳນວນ 130 ກວ່າຄົນ ຂອງບັນດາໂຮງໝໍໃຫຍ່ຫຼາຍແຫ່ງໃນປະເທດລາວເຊັ່ນ: ໂຮງໝໍທະຫານສູນກາງ 103, ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ…
ຍສໝ - ຕອນເຊົ້າວັນທີ 10 ເມສາ 2020, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ ໃຫ້ແກ່ລັດຖະບານລາວເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid -19.
ຍສໝ - ເພື່ອສະໜັບສະໜູນ ໃຫ້ອົງການທີ່ມີໜ້າທີ່ ຂອງແຂວງຫົວພັນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ຄ້າຍທະຫານປ້ອງກັນຊາຍແດນ ນາແມວ, ແຂວງແທງຮວາ ໄດ້ມອບອຸປະກອນການແພດ ຄື: ຜ້າບັງປາກ ຈຳນວນ 1.000 ແຜ່ນ, ນ້ຳຢາຂ້າເຊື້ອແມ່ພະຍາດ 100 ລິດ ແລະ ເຄື່ອງໄຊ້ຈຳເປັນໃນຊີວິດປະຈຳວັນ.
ຍສໝ - ໃນວັນທີ 9 ເມສາ ທີ່ຫ້ອງປະຊຸມຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະສະເພາະກິດກະຊວງປ້ອງກັນປະເທດ ສປປ.ລາວ ໄດ້ຕ້ອນຮັບຄະນະຊ່ຽວຊານສາທາລະນະສຸກ ຈາກ ສສ.ຫວຽດນາມ ທີ່ມາຮ່ວມມືກັບຂະແໜງ ສາທາລະນະສຸກ ຂອງປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.
ຍສໝ - ກອງທັບ ຫວຽດນາມ ແລະ ລາວ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີທີ່ຈິງໃຈລະຫວ່າງ ສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດ, ປະຊາຊົນຫວຽດນາມ ແລະ ລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ໄຊຊະນະພະຍາດ Covid-19.
ຍສໝ - ໃນຕອນບ່າຍຂອງວັນທີ 9 ເມສາ 2020, ຢູ່ ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີມອບຮັບອຸປະກອນການແພດ ເພື່ອສະໜັບສະໜຸນ ລາວ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ Covid - 19 ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ລາວ ເປັນຜູ້ຮັບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນກໍາລັງຕໍາຫຼວດ ປະຊາຊົນຫວຽດນາມ, ກົມການຕ່າງປະເທດ, ກະຊວງຕໍາຫຼວດ ເປັນຜູ້ມອບ; ອຸປະກອນການແພດໃນຄັ້ງນີ້ ປະກອບມີ ຜ້າອັດປາກ 1.000 ໂຕ ແລະ ເງິນສົດຈຳນວນເງິນ 100 ລ້ານດົ່ງ. ...
ຍສໝ - ໂດຍສະພາບການພະຍາດ Covid-19 ກຳລັງລະບາດທົ່ວໂລກ, ເພື່ອຮັບປະກັນຄວາມສະຫງົບສຸກ ຂອງພົນລະເມືອງຕ່າງປະເທດ ໃນການດຳລົງຊີວິດ ແລະ ຮ່ຳຮຽນ ຢູ່ຫວຽດນາມ, ອໍານາດການປົກຄອງແຂວງກວາງຈິ ໄດ້ປະຕິບັດຫຼາຍມາດຕະການ ເພື່ອໜູນຊ່ວຍນັກສຶກສາລາວ 135 ຄົນທີ່ພວມຮໍ່າຮຽນຢູ່ເຂດກວາງຈິ.
ຍສໝ - ວັນທີ 7 ເມສາ, ທ່ານ ຫງວຽນແທງລອງ, ຮອງລັດຖະມົນຕີຜູ້ປະຈຳການກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການປະຊຸມອານລາຍ ກັບທ່ານ ບຸນກອງສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ລາວ ເພື່ອ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ ໃນການປ້ອງກັນການລະບາດຂອງພະຍາດ Covid-19.
ຍສໝ - ຫວ່າງແລ້ວນີ້, ທິມງານ K53 ແຂວງ ກອນຕຸມ ສສ. ຫວຽດນາມ ໄດ້ຄົ້ນພົບ, ທ້ອນໂຮມໄດ້ອັດຖິນັກຮົບທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດງານຢູ່ ສອງ ປະເທດ ລາວ ແລະ ກຳປູເຈຍ 21 ອັດຖິ.
ຍສໝ - ວັນທີ 7 ເດືອນເມສາ 2020, ພິທີຕ້ອນຮັບຄະນະນັກຊ່ຽວຊານການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄປຊ່ວຍແນະນຳ ແລະ ແລກປ່ຽນບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ພິທີມອບ-ຮັບວັດຖຸອຸປະກອນການແພດທີ່ມີມູນຄ່າກ່ວາ 3 ຕື້ດົ່ງ ຂອງກະຊວງປ້ອງກັນປະເທດ ຫວຽດນາມ ຊ່ວຍກະຊວງປ້ອງກັນປະເທດ ລາວ ຕ້ານໂລກລະບາດໂຄວິດ-19 ຢູ່ດ່ານຊາຍແດນ ເກົ່າແຈວ ແຂວງຮ່າຕິງ ປະເທດຫວຽດນາມ.
ຍສໝ - ບົນເນື້ອໃນຈິດໃຈສາຍພົວພັນແບບພິເສດ ແລະ ໄມຕີຈິດມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນ ແລະ ຄຽງບ່າຄຽງໄລ່ກັບ ລາວ ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ ເພື່ອໃຫ້ສອງປະເທດມີສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ຍສໝ - ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ປະເທດລາວ ໄດ້ສະໜັບສະໜູນລັດຖະບານລາວ ຈຳນວນ ເງິນ 370.000 ໂດລາສະຫະລັດໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.
ຍສໝ - ໃນວັນທີ 6 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ອອກຖະແຫຼງການສະເໜີ ໃຫ້ພົນລະເມືອງຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ຮໍ່າຮຽນຢູ່ ສປປ.ລາວ ຈົ່ງປະຕິບັດຕາມຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ສປປ.ລາວ ແລະ ຂໍ້ກຳນົດຂອງລັດຖະບານ ກໍ່ຄືທ້ອງຖິ່ນຕ່າງໆ ຂອງລາວກ່ຽວກັບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19.
ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.
ຍສໝ - ວັນທີ 2 ເມສາ, ຄະນະຜູ້ແທນທະຫານຊາຍແດນ ແຂວງກວາງຈີ້ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນປະກອບມີ ຜ້າບັງປາກ, ຢາວິຕາມິນ C, ຖົງມືການແພດ, ທາດລະລາຍຂ້າເຊື້ອ…ໃຫ້ພະນັກງານ, ນັກຮົບກອງຮ້ອຍ 322 ແລະ ປ້ອມຕຳຫຼວດ 92 ສປປ.ລາວ ຢູ່ຊາຍແດນ.
ຍສໝ - ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບັນດານັກສຶກສາຫວຽດນາມ ຢູ່ລາວ, ຄະນະນັກສຶກສາຫວຽດນາມ ໄດ້ຮັກສາບັນດາການເຄື່ອນໄຫວພາຍໃນຫໍພັກ, ບໍ່ສຳຜັດກັບຄົນແປກໜ້າ, ປະຕິບັດບັນດາມາດຕະການສະກັດກັ້ນພະຍາດຕາມການແນະນໍາຂອງສະຖານທູດຫວຽດນາມ ປະຈໍາລາວ ແລະໂຮງຮຽນ.