ທະຫານຊາຍແດນ ຫວຽດນາມ ໄດ້ມອບອຸປະກອນທາງການແພດ ລວມມູນຄ່າ 1 ຕື້ດົງ ໃຫ້ແກ່ທ້ອງຖິ່ນຕ່າງໆຂອງ ລາວ

12:10 | 17/04/2020

ຍສໝ - ກອງບັນຊາການທະຫານ ແຂວງກອນຕູມ, ແຂວງບິງດິງ ແລະ ແຂວງກວາງຫງາຍ ຂອງຫວຽດນາມໄດ້ມອບເຄື່ອງອຸປະກອນທາງການແພດຫຼາຍຢ່າງ ໃຫ້ແກ່ກອງບັນຊາການທະຫານ ແຂວງຈຳປາສັກ ແລະ ແຂວງອັດຕະປືຂອງ ສປປ.ລາວ ເພື່ອສະກັດກັ້ນໂລກລະບາດ Covid-19.

ທະຫານຊາຍແດນ ຫວຽດນາມ ໄດ ມອບອ ປະກອນທາງການແພດ ລວມມ ນຄ າ 1 ຕ ດ ງ ໃຫ ແກ ທ ອງຖ ນຕ າງໆຂອງ ລາວ ກອງບັນຊາການທະຫານ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19
ທະຫານຊາຍແດນ ຫວຽດນາມ ໄດ ມອບອ ປະກອນທາງການແພດ ລວມມ ນຄ າ 1 ຕ ດ ງ ໃຫ ແກ ທ ອງຖ ນຕ າງໆຂອງ ລາວ ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

ໃນວັນທີ 16 ເມສາ, ຢູ່ຫຼັກໝາຍເລກ 790, ດ່ານຊາຍແດນສາກົນ ເບອິ (ກ່ອນຕູມ), ກອງບັນຊາການທະຫານແຂວງ ກ່ອນຕູມ, ແຂວງ ບິງດິງ ແລະ ແຂວງກວາງຫງາຍ ໄດ້ຈັດພິທີມອບຮັບ ອຸປະກອນການແພດ ໃຫ້ແກ່ກອງບັນຊາການທະຫານ 2 ແຂວງ ຄື: ແຂວງ ຈຳປາສັກ ແລະ ແຂວງ ອັດຕະປື (ສປປ.ລາວ) ເພື່ອສະກັດກັ້ນ ແລະ ປ້ອງກັນພະຍາດ Covid-19.

ອຸປະກອນທາງການແພດ ໄດ້ມອບໂດຍກອງບັນຊາການທະຫານ 3 ແຂວງ, ຫວຽດນາມ ໃນຄັ້ງນີ້ມີມູນຄ່າ 1 ຕື້ດົງ, ລວມມີ ເຄື່ອງວັດແທກອຸນຫະພູມ, ຊຸດປ້ອງກັນການລະບາດ, ຜ້າບັງປາກ, ຖົງມືຢາງທາງການແພດ, ນໍ້າຢາລ້າງມືຂ້າເຊື້ອ, ສານເຄມີ Chloramin B ແລະ ເຄື່ອງສີດຂ້າເຊື້ອ.

ທະຫານຊາຍແດນ ຫວຽດນາມ ໄດ ມອບອ ປະກອນທາງການແພດ ລວມມ ນຄ າ 1 ຕ ດ ງ ໃຫ ແກ ທ ອງຖ ນຕ າງໆຂອງ ລາວ
ທະຫານຊາຍແດນ ຫວຽດນາມ ໄດ້ມອບອຸປະກອນທາງການແພດລວມມູນຄ່າ 1 ຕື້ດົງ ໃຫ້ແກ່ທ້ອງຖິ່ນຕ່າງໆຂອງລາວ. (ພາບ: baotintuc.vn)

ໂດຍປະເຊີນໜ້າກັບການຜັນແປຢ່າງສັບສົນຂອງການລະບາດ ພະຍາດ Covid-19, ໃນໄລຍະ 2 ເດືອນທີ່ຜ່ານມາ, ກອງບັນຊາການທະຫານສອງປະເທດ ໄດ້ຄຽງບ່າຄຽງໄຫຼ່ ແລະ ເຂົ້າຮ່ວມໃນການປ້ອງກັນ ແລະ ສະກັດກັ້ນລະບາດຂອງພະຍາດ COVID-19 ຢູ່ ເຂດຊາຍແດນ. ກຳລັງທະຫານຂອງບັນດາແຂວງ ສອງປະເທດ ຍັງມີການປະສານສົມທົບຢ່າງແໜ້ນແຟ້ນ ກັບອຳນາດການປົກຄອງທ້ອງຖິ່ນໃນເຂດຊາຍແດນ, ເພື່ອຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດ ໃຫ້ແກ່ປະຊາຊົນໃນເຂດຊາຍແດນ.

ທີ່ການຕ້ອນຮັບ, ທ່ານພັນເອກ ຈິງຫງອກລອງ, ຫົວໜ້າກອງບັນຊາການທະຫານແຂວງ ກອນຕູມ ໃຫ້ຮູ້ວ່າ, ການບໍລິຈາກອຸປະກອນການແພດໃນຄັ້ງນີ້ ກໍ່ແມ່ນການສົມທົບກັບປະຊາຊົນ ແລະ ທະຫານຊາຍແດນ ແຂວງຈຳປາສັກ ແລະ ແຂວງອັດຕະປື ສປປ.ລາວ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນການລະບາດຂອງພະຍາດ COVID-19, ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ.

ຕາງໜ້າໃຫ້ກຳລັງປະກອບອາວຸດ ແລະ ປະຊາຊົນ ຢູ່ເຂດຊາຍແດນປະເທດລາວ, ທ່ານພັນເອກ ໂຊກໄຊ ພິມມາລາ, ຫົວໜ້າກົມການເມືອງ, ກອງບັນຊາການທະຫານແຂວງອັດຕະປື ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຂອງກອງບັນຊາການທະຫານ 3 ແຂວງຂອງຫວຽດນາມ. ທ່ານພັນເອກ ໂຊກໄຊ ພິມມາລາ ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ອຸປະກອນການແພດຢ່າງມີປະສິດທິຜົນໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດ.

ທ່ານພັນເອກ ໂຊກໄຊ ພິມມາລາ ໄດ້ຕີລາຄາວ່ານີ້ແມ່ນວຽກງານທີ່ມີຄວາມໝາຍ, ປະກອບສ່ວນຮັກສາມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ກອງບັນຊາການທະຫານແຂວງອັດຕະປື ກັບກອງບັນຊາການທະຫານແຂວງ ກອນຕູມ, ແຂວງບິງດິງ ແລະ ແຂວງກວາງຫງາຍ ຂອງຫວຽດນາມ ເວົ້າສະເພາະ.

ທະຫານຊາຍແດນ ຫວຽດນາມ ໄດ ມອບອ ປະກອນທາງການແພດ ລວມມ ນຄ າ 1 ຕ ດ ງ ໃຫ ແກ ທ ອງຖ ນຕ າງໆຂອງ ລາວ ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

ຍສໝ - ໃນວັນທີ 16 ເມສາ, ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດເພື່ອສະກັດກັ້ນພະຍາດ Covid-19 ໃຫ້ບັນດາແພດໝໍ ຂອງປະເທດລາວ ໃນໄລຍະເວລາແຕ່ວັນທີ 7 ເມສາ ຫາ 15 ເມສາ. ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ ແລະ ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ...

ທະຫານຊາຍແດນ ຫວຽດນາມ ໄດ ມອບອ ປະກອນທາງການແພດ ລວມມ ນຄ າ 1 ຕ ດ ງ ໃຫ ແກ ທ ອງຖ ນຕ າງໆຂອງ ລາວ ນັກຊ່ຽວຊານລັດເຊຍ ຕີລາຄາສູງ ຫວຽດນາມ ໃນບັນຫາທະເລຕາເວັນອອກ

ຍສໝ - ບາດກ້າວເດີນອັນຖືກຕ້ອງ ແລະ ທັນການຂອງຫວຽດນາມ ແມ່ນສິ່ງພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ທະຫານຊາຍແດນ ຫວຽດນາມ ໄດ ມອບອ ປະກອນທາງການແພດ ລວມມ ນຄ າ 1 ຕ ດ ງ ໃຫ ແກ ທ ອງຖ ນຕ າງໆຂອງ ລາວ ຫາງສຽງສື່ມວນຊົນ ສາກົນ ຕີລາຄາສູງເລື່ອງຫວຽດນາມຊຸກຍູ້ການຮ່ວມມືປ້ອງກັນ,ຕ້ານໂລກລະບາດໂຄວິດ-19

ຍສໝ - ພາຍຫຼັງກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ + 3 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງຕາມຮູບການທາງອອນລາຍ, ປຶກສາຫາລືກ່ຽວກັບການຮັບມືກັບໂລກລະບາດໂຄວິດ- 19. ສື່ມວນຊົນຢູ່ພາກພື້ນໄດ້ມີຫຼາຍບົດຂຽນຕີລາຄາສູງຈິດໃຈສາມັກຄີກັນ ແລະ ການສົມທົບກັນຂອງອາຊຽນໃນການຕໍ່ສູ້ຕ້ານໂລກລະບາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.