ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງ ປະຕິບັດຄຳສັງກ່ຽວກັບການສະກັດກັ້ນພະຍາດ Covid-19

12:03 | 07/04/2020

ຍສໝ - ໃນວັນທີ 6 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ອອກຖະແຫຼງການສະເໜີ ໃຫ້ພົນລະເມືອງຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ຮໍ່າຮຽນຢູ່ ສປປ.ລາວ ຈົ່ງປະຕິບັດຕາມຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ສປປ.ລາວ ແລະ ຂໍ້ກຳນົດຂອງລັດຖະບານ ກໍ່ຄືທ້ອງຖິ່ນຕ່າງໆ ຂອງລາວກ່ຽວກັບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19.    

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຮຽກຮ ອງໃຫ ພ ນລະເມ ອງ ປະຕ ບ ດຄຳສ ງກ ຽວກ ບການສະກ ດກ ນພະຍາດ covid 19 ສປປ. ລາວ ພົບຜູ້ຕິດເຊື້ອ Covid-19 ເປັນກໍລະນີທີ 12
ສະຖານທ ດຫວຽດນາມ ປະຈຳລາວ ໄດ ຮຽກຮ ອງໃຫ ພ ນລະເມ ອງ ປະຕ ບ ດຄຳສ ງກ ຽວກ ບການສະກ ດກ ນພະຍາດ covid 19 ນັກສຶກສາຫວຽດນາມຢູ່ລາວປະຕິບັດບັນດາມາດຕະການເພື່ອຮັບມືກັບພະຍາດໂຄວິດ-19

ຕາມແຈ້ງການຂອງສະຖານທູດຫວຽດນາມ ປະຈຳ ລາວ ໄດ້ກ່າວວ່າ ລັດຖະບານ ສປປ.ລາວ ໄດ້ຕັດສິນໃຈຍົກສູງລະດັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ໂດຍການປິດປະຕູຊາຍແດນສາກົນທັງໝົດ ຢ່າງເດັດຂາດ, ບໍ່ໃຫ້ບຸກຄົນໃດໜຶ່ງ ເຂົ້າ-ອອກປະເທດລາວ ໂດຍຜ່ານດ່ານຊາຍແດນເຫຼົ່ານີ້, ຍົກເວັ້ນແຕ່ ການຂົນສົ່ງສິນຄ້າ ແລະ ການເຂົ້າ - ອອກໃນກໍລະນີສຸກເສີນ.

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຮຽກຮ ອງໃຫ ພ ນລະເມ ອງ ປະຕ ບ ດຄຳສ ງກ ຽວກ ບການສະກ ດກ ນພະຍາດ covid 19
ດ່ານຊາຍແດນສາກົນ ຫວຽດນາມ - ລາວ ເປີອີ. (ພາບ: thanhnien)

ມາດຕະການດັ່ງກ່າວນີ້ ແມ່ນໄດ້ນຳໃຊ້ນັບແຕ່ວັນທີ 3 ເຖິງວັນທີ 19 ເມສາ. ດັ່ງນັ້ນ, ພົນລະເມືອງຫວຽດນາມ ຈະບໍ່ໄດ້ຮັບອະນຸຍາດໃຫ້ອອກຈາກປະເທດລາວ ກັບຄືນປະເທດຫວຽດນາມ ໃນໄລຍະເວລານັ້ນ.

ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງຫວຽດນາມ ທີ່ກໍາລັງເຮັດວຽກ ແລະ ອາໄສ ຢູ່ ສປປ.ລາວ ຕ້ອງປະຕິບັດຕາມຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ສປປ.ລາວ ວ່າດ້ວຍການປ້ອງກັນ ແລະ ຄວບຄຸມຂອງ COVID-19 ຢ່າງເຂັ້ມງວດ, ເຊັ່ນວ່າ ບໍ່ຄວນເຕົ້າໂຮມປະຊາຊົນເປັນຈຳນວນຫລວງຫລາຍ, ບໍ່ໄດ້ຍ້າຍອອກຈາກບ່ອນຢູ່ອາໄສ, ບໍ່ໄດ້ເຂົ້າປະຕູຊາຍແດນເພື່ອຊອກຫາທາງເຂົ້າປະເທດຫວຽດນາມ, ບໍ່ໄດ້ໂຄສະນາເຜີຍແຜ່ ບັນດາຂໍ້ມູນທີ່ບໍ່ຖືກຕ້ອງ ກ່ຽວກັບການລະບາດຂອງ COVID-19, ເຊິ່ງກໍ່ໃຫ້ເກີດຄວາມຫວາດຫວັ່ນໃນຊຸມຊົນ; ສືບຕໍ່ຕິດຕາມສະຖານະການການລະບາດຂອງ COVID-19 ໃນທ້ອງຖິ່ນທີ່ພວກເຂົາອາໄສ; ແລະ ແລກປ່ຽນຂ່າວສານ ຢ່າງທັນການ ກັບສະຖານທູດ ແລະ ກົງສຸນໃຫຍ່ຫວຽດນາມ ປະຈຳ ລາວ ເພື່ອຂໍການຊີ້ນຳ ແລະ ການສະໜັບສະໜູນ ເມື່ອມີຄວາມຈຳເປັນ.

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຮຽກຮ ອງໃຫ ພ ນລະເມ ອງ ປະຕ ບ ດຄຳສ ງກ ຽວກ ບການສະກ ດກ ນພະຍາດ covid 19 ສປປ. ລາວ ພົບຜູ້ຕິດເຊື້ອ Covid-19 ເປັນກໍລະນີທີ 12

ຍສໝ - ໃນວັນທີ 6 ເມສາ 2020, ກະຊວງສາທາລະນະສຸກ ສປປ.ລາວ ຢັ້ງຢືນໄດ້ກວດພົບຜູ້ຕິດເຊື້ອ Covid-19 ທີ 12, ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ລາວ ແມ່ນ 12 ຄົນ.

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຮຽກຮ ອງໃຫ ພ ນລະເມ ອງ ປະຕ ບ ດຄຳສ ງກ ຽວກ ບການສະກ ດກ ນພະຍາດ covid 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຮຽກຮ ອງໃຫ ພ ນລະເມ ອງ ປະຕ ບ ດຄຳສ ງກ ຽວກ ບການສະກ ດກ ນພະຍາດ covid 19 ສູນກາງຄະນະຊາວໜຸ່ມ ຫວຽດນາມໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ

ຍສໝ - ໄດ້ຮັບການມອບສິດຈາກຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ທີ່ດ່ານຊາຍແດນສາກົນ ລາວບາວ (ແຂວງ ກວາງຈີ້) ສສ. ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.