ຄະນະຊ່ຽວຊານຫວຽດນາມ ສືບຕໍ່ຊຸດເຝີກອົບຮົມ ໃຫ້ພະນັກງານແພດໝໍທະຫານ ສປປ.ລາວ ຢູ່ ແຂວງສະຫວັນນະເຂດ

16:39 | 13/04/2020

ຍສໝ - ໃນວັນທີ 12 ເມສາ, ຄະນະຊ່ຽວຊານການແພດ ຫວຽດນາມ ໄດ້ຈັດຕັ້ງການເຝີກອົບຮົມໃຫ້ແກ່ແພດໝໍຂອງກອງທັບເຂດພາກກາງ 103 ສປປ.ລາວ.

ຄະນະຊ ຽວຊານຫວຽດນາມ ສ ບຕ ຊ ດເຝ ກອ ບຮ ມ ໃຫ ພະນ ກງານແພດໝ ທະຫານ ສປປ ລາວ ຢ ແຂວງສະຫວ ນນະເຂດ ເພີ່ມທະວີການປະສານສົມທົບເພື່ອປ້ອງກັນການລະບາດ ຂອງພະຍາດ COVID-19 ຢູ່ຊາຍແດນຫວຽດນາມ - ລາວ
ຄະນະຊ ຽວຊານຫວຽດນາມ ສ ບຕ ຊ ດເຝ ກອ ບຮ ມ ໃຫ ພະນ ກງານແພດໝ ທະຫານ ສປປ ລາວ ຢ ແຂວງສະຫວ ນນະເຂດ ຫວຽດນາມ ຝຶກອົບຮົມ ຍົກສູງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍ ລາວ

ໃນວັນທີ 12 ເມສາ ທີ່ກອງບັນຊາການທະຫານແຂວງສະຫວັນນະເຂດ, ຄະນະຊ່ຽວຊານການແພດຂອງ ສສ.ຫວຽດນາມ ໄດ້ນໍາໂດຍ ທ່ານພົນຈັດຕະວາ ຫງວຽນຮຸງຖັງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງປະຕິບັດຊຸດເຝີກອົບຮົມ ແລະ ເຜີຍແຜ່ ບັນດາວິທີປ້ອງກັນ, ຄວມຄຸມການລະບາດຂອງເຊື້ອພະຍາດ Covid -19 ໃຫ້ແກ່ແພດໝໍຂອງກອງທັບເຂດພາກກາງ 103 ສປປ.ລາວ.

ຄະນະຊ ຽວຊານຫວຽດນາມ ສ ບຕ ຊ ດເຝ ກອ ບຮ ມ ໃຫ ພະນ ກງານແພດໝ ທະຫານ ສປປ ລາວ ຢ ແຂວງສະຫວ ນນະເຂດ
ຄະນະຊ່ຽວຊານການແພດ ຫວຽດນາມ ສືບຕໍ່ການຝຶກອົບຮົມໃຫ້ພະນັກງານແພດໝໍທະຫານສປປ.ລາວ ຢູ່ແຂວງສະຫວັນນະເຂດ. (ພາບ: qdnd.vn)

ເຂົ້າຮ່ວມຊຸດເຝີກອົບຮົມໃນຄັ້ງນີ້ມີ ທ່ານພົນຈັດຕະວາ ວົງສັກ ພັນທະວົງ, ຮອງຫົວຫນ້າກົມໃຫຍ່ພາລະທິການກອງທັບປະຊາຊົນ ສປປ.ລາວ; ທ່ານພົນຈັດຕະວາ ຈະເລີນ ວົງວິໄຊ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານ ແຂວງສະຫວັນນະເຂດ; ແລະ ບັນດານັກສໍາມະນາກອນແພດໝໍ, ພະນັກງານທີ່ກ່ຽວຂ້ອງມາຈາກ ກອງບັນຊາການທະຫານ ແຂວງບໍລິຄຳໄຊ, ກອງບັນຊາການທະຫານ ແຂວງຄຳມ່ວນ, ກອງບັນຊາການທະຫານ ແຂວງສະຫວັນນະເຂດ, ໂຮງໝໍບໍລິເວນ 109, ແລະ ບັນດາກົມກອງອອ້ມຂ້າງ.

ໃນຊຸດອົບຮົມ, ທ່ານພັນເອກ ຫ່ວາງຕ໋ຽນຕວຽນ, ຫົວໜ້າພະແນກການຕິດເຊື້ອ ໂຮງໝໍທະຫານ 103 ປະເທດຫວຽດນາມ, ໄດ້ແລກປ່ຽນບາງວິທີການ ແລະ ມາດຕະການຄົ້ນພົບກໍລະນີທີ່ສົງໃສຂອງການຕິດເຊື້ອພະຍາດ Covid-19 ແລະ ມາດຕະການແຍກຕົວ ແລະ ການປິ່ນປົວທີ່ມີປະສິດຕິຜົນ ສຳລັບຄົນເຈັບ, ວິທີການປ້ອງກັນການແຜ່ລະບາດຂອງພະຍາດ Covid-19.

ຄະນະຊ ຽວຊານຫວຽດນາມ ສ ບຕ ຊ ດເຝ ກອ ບຮ ມ ໃຫ ພະນ ກງານແພດໝ ທະຫານ ສປປ ລາວ ຢ ແຂວງສະຫວ ນນະເຂດ

ທ່ານພັນເອກ ຫ່ວາງຕ໋ຽນຕວຽນ ໄດ້ແລກປ່ຽນບາງວິທີການ ແລະ ມາດຕະການຄົ້ນພົບກໍລະນີທີ່ສົງໃສຂອງການຕິດເຊື້ອພະຍາດ Covid-19. (ພາບ: qdnd.vn)

ເນື່ອງໃນໂອກາດນີ້, ຄະນະທີມແພດຊ່ຽວຊານ ຫວຽດນາມ ໄດ້ນຳເອົາເຄື່ອງມື ແລະ ອຸປະກອນການແພດ ເພື່ອມອບໃຫ້ກອງບັນຊາການທະຫານ 3 ແຂວງ, ຄື ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ.

ທ່ານພົນຈັດຕະວາ ຈະເລີນ ວົງວິໄຊ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ສຳຫຼັບຄະນະຜູ້ຊ່ຽວຊານຫວຽດນາມ ທີ່ໄດ້ແປ່ງປັນປະສົບການ ໃນການສະກັດກັ້ນພະຍາດ Covid-19. ທ່ານພົນຈັດຕະວາ ຈະເລີນ ວົງວິໄຊ ໃຫ້ຮູ້ວ່າ ການຊ່ວຍເຫຼືອຂອງຊ່ຽວຊານຫວຽດນາມ ສຳລັບປະຊາຊົນລາວ ໄດ້ຢັ້ງຢືນສາຍພົວພັນສາມັກຄີພິເສດ ລະຫວ່າງ ປະຊາຊົນສອງປະເທດຫວຽດນາມ ແລະ ລາວ, ເຊື່ອວ່າພາຍໃຕ້ການນຳພາຂອງລັດຖະບານຂອງປະເທດ ຫວຽດນາມ ແລະ ລາວ ຈະໄດ້ຮັບຄວາມຊະນະ ຕໍ່ໂລກລະບາດ Covid-19.

ຄະນະຊ ຽວຊານຫວຽດນາມ ສ ບຕ ຊ ດເຝ ກອ ບຮ ມ ໃຫ ພະນ ກງານແພດໝ ທະຫານ ສປປ ລາວ ຢ ແຂວງສະຫວ ນນະເຂດ ລາວ ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ ລວມເປັນ 19 ຄົນ

ຍສໝ - ຕາມການຖະແຫຼ່ງຂ່າວຂອງກະຊວງສາທາລະນະສຸກ ສປປ.ລາວ ໃນວັນທີ 12 ເມສາ 2020 ໃຫ້ຮູ້ວ່າ: ໃນ 46 ຕົວຢ່າງທີ່ໄດ້ທົດສອບວິເຄາະ ໂດຍກະຊວງສາທາລະນະສຸກລາວ ໃນວັນທີ 11 ເມສາ, ໄດ້ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ, ມີປະຫວັດສໍາພັດພົວພັນ ກັບຜູ້ຕິດເຊື້ອທີ່ 16.

ຄະນະຊ ຽວຊານຫວຽດນາມ ສ ບຕ ຊ ດເຝ ກອ ບຮ ມ ໃຫ ພະນ ກງານແພດໝ ທະຫານ ສປປ ລາວ ຢ ແຂວງສະຫວ ນນະເຂດ ແຂວງເທື່ອທຽນ-ເຫ້ວ ໄດ້ມອບອຸປະກອນການແພດ ຊ່ວຍເຫຼືອທະຫານຊາຍແດນ ລາວ ເພື່ອສະກັດກັ້ນພະຍາດ COVID-19

ຍສໝ - ການສະໜັບສະໜູນ ໂດຍທະຫານຊາຍແດນ ແຂວງເທື່ອທຽນ - ເຫວ້ ໃນຄັ້ງນີ້ ປະກອບເຂົ້າສານ 2,5 ໂຕນ, ຜ້າບັງປາກທາງການແພດ 500 ແຜ່ນ, ນໍ້າຢາຂ້າເຊື້ອພະຍາດ 220 ຕຸກ ແລະ ເຄື່ອງໃຊ້ທີ່ຈຳເປັນອື່ນໆ ລວມມີ: ໝີ່ກຸ້ງ, ນ້ຳມັນປຸງແຕ່ງ, ນ້ຳປາ, ເກືອ... ...

ຄະນະຊ ຽວຊານຫວຽດນາມ ສ ບຕ ຊ ດເຝ ກອ ບຮ ມ ໃຫ ພະນ ກງານແພດໝ ທະຫານ ສປປ ລາວ ຢ ແຂວງສະຫວ ນນະເຂດ ຫວຽດນາມ ໜຸນຊ່ວຍ ຊູດານໃຕ້ ໃນການສະກັດກັ້ນພະຍາດ COVID-19

ຍສໝ - ໃນສະພາບການຜັນແປທີ່ສັບສົນ ຂອງການລະບາດພະຍາດ COVID-19, ພະນັກງານນັກຮົບ ແລະ ທະຫານຂອງໂຮງໝໍເຄື່ອນທີ່ ຫວຽດນາມ ຢູ່ເຂດ Bentiu (ຊູດານໃຕ້) ໄດ້ພ້ອມກັນປະຕິບັດຫຼາຍວິທີແກ້ໄຂຢ່າງຮີບດ່ວນ ໃນການປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.