ທະຫານຊາຍແດນ ແທງຮວາ ມອບອຸປະກອນການແພດໃຫ້ ແຂວງຫົວພັນ (ລາວ) ເພື່ອປ້ອງກັນພະຍາດ Covid-19

16:35 | 10/04/2020

ຍສໝ - ເພື່ອສະໜັບສະໜູນ ໃຫ້ອົງການທີ່ມີໜ້າທີ່ ຂອງແຂວງຫົວພັນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ຄ້າຍທະຫານປ້ອງກັນຊາຍແດນ ນາແມວ, ແຂວງແທງຮວາ ໄດ້ມອບອຸປະກອນການແພດ ຄື: ຜ້າບັງປາກ ຈຳນວນ 1.000  ແຜ່ນ, ນ້ຳຢາຂ້າເຊື້ອແມ່ພະຍາດ 100 ລິດ ແລະ ເຄື່ອງໄຊ້ຈຳເປັນໃນຊີວິດປະຈຳວັນ.

ທະຫານຊາຍແດນ ແທງຮວາ ມອບອ ປະກອນການແພດໃຫ ແຂວງຫ ວພ ນ ລາວ ເພ ອປ ອງກ ນພະຍາດ covid 19 ປະເທດລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ລວມທັງໝົດ 16 ຄົນ
ທະຫານຊາຍແດນ ແທງຮວາ ມອບອ ປະກອນການແພດໃຫ ແຂວງຫ ວພ ນ ລາວ ເພ ອປ ອງກ ນພະຍາດ covid 19 ສະມາຄົມມິດຕະພາບຫວຽດນາມ - ລາວ ໃນກໍາລັງຕໍາຫຼວດປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ Covid – 19

ເມື່ອບໍ່ດົນມານີ້, ຄະນະຜູ້ແທນທະຫານປ້ອງກັນຊາຍແດນ ແຂວງ ແທງຮວາ ໂດຍທ່ານ ພັນຕີ ເລຫງ້ອກດົງ, ຜູ້ຮັບຜິດຊອບການເມືອງ ຄ້າຍທະຫານປ້ອງກັນຊາຍແດນ ນາແມວ, ແຂວງແທງຮວາ (ຫວຽດນາມ) ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ມອບອຸປະກອນການແພດ ໃຫ້ແກ່ຄະນະກຳມະການຄຸ້ມຄອງ ດ່ານຊາຍແດນສາກົນ ນ້ຳຊອຍ, ຫົວພັນ, ປະເທດລາວ, ເພື່ອສະໜັບສະໜູນປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ທະຫານຊາຍແດນ ແທງຮວາ ມອບອ ປະກອນການແພດໃຫ ແຂວງຫ ວພ ນ ລາວ ເພ ອປ ອງກ ນພະຍາດ covid 19
ທະຫານຊາຍແດນ ແທງຮວາ ໄດ້ມອບອຸປະກອນການແພດໃຫ້ແກ່ ແຂວງຫົວພັນ, ປະເທດລາວ ເພື່ອປ້ອງກັນພະຍາດ Covid-19. (ພາບ: baothanhhoa)

ໂດຍໄດ້ຮັບຂອງຂວັນທີ່ມີຄວາມໝາຍດັ່ງກ່າວ, ທ່ານພັນຕີ ໜຸກ່ອນ, ຫົວໜ້າ ຄ້າຍຕຳຫຼວດປ້ອງກັນຊາຍແດນ, ຮອງຫົວໜ້າ ດ່ານຊາຍແດນສາກົນນ້ຳຊອຍ ໄດ້ສະແດງຄວາມຂອບໃຈ ສຳຫຼັບການເອົາໃຈໃສ່ຂອງກອງບັນຊາການທະຫານຊາຍແດນ ແຂວງແທງຮວາ ເວົ້ົ້າລວມ ແລະ ໂດຍສະເພາະແມ່ນດ່ານຊາຍແດນນາແມວ ໄດ້ປະກອບສ່ວນໃນການຊ່ວຍເຫລືອ ປະເທດລາວໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ພ້ອມກັນນັ້ນ, ທ່ານພັນຕີ ໜຸກ່ອນ ໄດ້ຫວັງວ່າ ທະຫານຊາຍແດນ ແຂວງແທງຮວາ ແລະ ທະຫານຊາຍແດນດ່ານຊາຍແດນສາກົນ ນາແມວ ຈະສືບຕໍ່ໃຫ້ການຮ່ວມມື ແລະ ແລກປ່ຽນປະສົບການ ໃນການປົກປ້ອງດ່ານຊາຍແດນ, ພ້ອມທັງຄວບຄຸມການແຜ່ລະບາດຂອງໂລກລະບາດ.

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນໃນການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບການລະບາດຂອງພະຍາດ, ເພື່ອມີມາດຕະການປິ່ນປົວທີ່ເໝາະສົມ; ປະສານສົມທົບການລາດຕະເວນສອງຝ່າຍ, ກວດຄົ້ນ ແລະ ປ້ອງກັນບັນດາກໍລະນີຂ້າມຊາຍແດນ ຢ່າງຜິດກົດໝາຍ, ປະຕິບັດແກ້ໄຂບັນດາບັນຫາອາດຈະເກີດຂື້ນ ໃນບໍລິເວນຊາຍແດນຂອງສອງປະເທດ ຢ່າງທັນການ.

ທະຫານຊາຍແດນ ແທງຮວາ ມອບອ ປະກອນການແພດໃຫ ແຂວງຫ ວພ ນ ລາວ ເພ ອປ ອງກ ນພະຍາດ covid 19 ປະເທດລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ລວມທັງໝົດ 16 ຄົນ

ຍສໝ - ໃນວັນທີ່ 9 ເມສາ 2020, ຕາມຖະແຫຼ່ງຂ່າວ ຂອງກະຊວງສາທາລະນະສຸກ ສປປ.ລາວ ວ່າ ມາຮອດຕອນແລງວັນທີ່ 9 ເມສາ, ໄດ້ກວດພົບ ຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນ 1 ກໍລະນີ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດ ໃນປະເທດລາວ ເພີ່ມຂຶ້ນເປັນ 16 ຄົນ.

ທະຫານຊາຍແດນ ແທງຮວາ ມອບອ ປະກອນການແພດໃຫ ແຂວງຫ ວພ ນ ລາວ ເພ ອປ ອງກ ນພະຍາດ covid 19 ຫວຽດນາມ ໄດ້ມອບອຸປະກອນການແພດໃຫ້ລັດຖະບານ ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19

ຍສໝ - ໃນຕອນບ່າຍຂອງວັນທີ 8 ເມສານີ້, ຢູ່ສຳນັກງານໃຫຍ່ຂອງກະຊວງສາທາລະນະສຸກ ກຳປູເຈຍນະຄອນຫຼວງ Phnom Penh ໄດ້ຈັດພິທີມອບຮັບອຸປະກອນການແພດ ຂອງລັດຖະບານຫວຽດນາມ ໃຫ້ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19.

ທະຫານຊາຍແດນ ແທງຮວາ ມອບອ ປະກອນການແພດໃຫ ແຂວງຫ ວພ ນ ລາວ ເພ ອປ ອງກ ນພະຍາດ covid 19 ບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມອອນໄລ ເພື່ອປຶກສາຫາລືກ່ຽວກັບວິທີການສະກັດກັ້ນ Covid-19

ຍສໝ - ວັນທີ 31 ມີນາ, ກອງປະຊຸມທາງອອນໄລຄັ້ງທຳອິດ ຂອງກຸ່ມປະຕິບັດງານຂຶ້ນກັບສະພາປະສານງານ ອາຊຽນ ວ່າດ້ວຍການຮັບມືຕໍ່ບັນດາສະຖານະການສຸກເສີນ ດ້ານສາທາລະນະສຸກໄດ້ເກີດຂື້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.