ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

06:05 | 17/04/2020

ຍສໝ - ໃນວັນທີ 16 ເມສາ, ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດເພື່ອສະກັດກັ້ນພະຍາດ Covid-19 ໃຫ້ບັນດາແພດໝໍ ຂອງປະເທດລາວ ໃນໄລຍະເວລາແຕ່ວັນທີ 7 ເມສາ ຫາ 15 ເມສາ. ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ ແລະ ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ເຊິ່ງໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້.

ຄະນະແພດຊ ຽວຊານ ຫວຽດນາມ ໄດ ສຳເລ ດຊ ດເຝ ກອ ບຮ ມການແພດ ເພ ອສະກ ດກ ນພະຍາດ covid 19 ໃຫ ປະເທດລາວ ແຂວງເທື່ອທຽນ-ເຫ້ວ ໄດ້ມອບອຸປະກອນການແພດ ຊ່ວຍເຫຼືອທະຫານຊາຍແດນ ລາວ ເພື່ອສະກັດກັ້ນພະຍາດ COVID-19
ຄະນະແພດຊ ຽວຊານ ຫວຽດນາມ ໄດ ສຳເລ ດຊ ດເຝ ກອ ບຮ ມການແພດ ເພ ອສະກ ດກ ນພະຍາດ covid 19 ໃຫ ປະເທດລາວ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາໄສຢູ່ລາວຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid– 19

ໃນວັນທີ 16 ເມສາ, ທີ່ໂຮງແຮມເມືອງແທັງ, ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງ ຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫລັງການປະຕິບັດຊຸດເຝິກອົບຮົມການແພດ ເພື່ອປັບປຸງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍຂອງປະເທດລາວ, ແຕ່ວັນທີ 7 ເມສາ ເຖິງ 15 ເມສາ.

ຄະນະແພດຊ ຽວຊານ ຫວຽດນາມ ໄດ ສຳເລ ດຊ ດເຝ ກອ ບຮ ມການແພດ ເພ ອສະກ ດກ ນພະຍາດ covid 19 ໃຫ ປະເທດລາວ
ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ. (ພາບ: vientianemai)

ກ່າວຄຳປາໄສໃນພິທີ, ທ່ານພົນຕີ ​ວົງຄຳ ພົມມະກອນ, ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຍິ່ງ ຕໍ່ກະຊວງປ້ອງກັນປະເທດຫວຽດນາມ, ກໍຄື ພັກ ແລະ ລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ຢ່າງແທດຈິງ ແລະ ຈິງໃຈ ໃຫ້ແກ່ປະຊາຊົນ ແລະ ລັດຖະບານ ສປປ.ລາວ ໃນຕະຫລອດໄລຍະຜ່ານມາ.

ທ່ານພົນຕີ ​ວົງຄຳ ພົມມະກອນ ໃຫ້ຮູ້ວ່າ ຊຸດເຝິກອົບຮົມການແພດ ເພື່ອປັບປຸງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍຂອງປະເທດລາວ ແລະ ການຊ່ວຍເຫລືອ ກອງທັບປະຊາຊົນ, ກໍຄື ປະຊາຊົນລາວ ດ້ານອຸປະກອນການແພດເພື່ອປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດ Covid-19 ຄັ້ງນີ້ ແມ່ນພະຍານຫຼັກຖານທີ່ ສະແດງຈະແຈ້ງຄວາມຮັກແພງຢ່າງເລິກເຊິ່ງ, ຄວາມສາມັກຄີພິເສດ ລະຫວ່າງ ພັກ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ຄະນະແພດຊ ຽວຊານ ຫວຽດນາມ ໄດ ສຳເລ ດຊ ດເຝ ກອ ບຮ ມການແພດ ເພ ອສະກ ດກ ນພະຍາດ covid 19 ໃຫ ປະເທດລາວ
ທ່ານພົນຕີ ​ວົງຄຳ ພົມມະກອນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຍິ່ງ ຕໍ່ປະຊາຊົນ ແລະ ລັດຖະບານ ສສ. ຫວຽດນາມ. (ພາບ: vientianemai)

ໃນຊຸດເຝິກອົບຮົມ, ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ໄດ້ຮ່ວມມືກັບບັນດາແພດໝໍ ຂອງປະເທດລາວ ໃນຂັ້ນສູນກາງ ແລະ ບັນດາແຂວງ ທັງພາກກາງ ແລະ ພາກໃຕ້ເປັນຕົ້ນຄື: ໂຮງໝໍທະຫານສູນກາງ 103, ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ, ໂຮງໝໍບໍລິເວນ 109, ໂຮງໝໍ ກອງພົນທີ 5…

ຊຸດເຝິກອົບຮົມການແພດ ຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະ ມາດຕະຖານໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍລາວ.

ປຶກສາຫາລື ແລະ ປັບປຸງວິທີຄຸ້ມຄອງກໍລະນີຜູ້ຖືກສົງໄສຕິດເຊື້ອ, ຮັກສາອະນາໄມສິ່ງແວດລ້ອມ, ກວດກາຊອກຫາກໍລະນີຕິດເຊື້ອ, ໂດຍສະເພາະ ແມ່ນການປິ່ນປົວຄົນເຈັບໃຫ້ຜົນດີທີ່ສຸດ, ການໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ປະກອບສ່ວນເຂົ້າໃນການປ້ອງກັນການແຜ່ລະບາດ ຂອງພະຍາດ Covid-19 ໃນຊຸມຊົນ.

ເນື່ອງໃນໂອກາດນີ້, ທ່ານພົນຕີ ​ວົງຄຳ ພົມມະກອນ ໄດ້ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ລັດ ເວົ້ົ້າລວມ, ລະຫວ່າງກອງທັບ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ເວົ້ົ້າສະເພາະ ໄດ້ນັບມື້ນັບພັດທະນາຂຶ້ນໄປເລື້ອຍໆ.

ຄະນະແພດຊ ຽວຊານ ຫວຽດນາມ ໄດ ສຳເລ ດຊ ດເຝ ກອ ບຮ ມການແພດ ເພ ອສະກ ດກ ນພະຍາດ covid 19 ໃຫ ປະເທດລາວ ປະຊາຄົມສາກົນ ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການຈັດຕັ້ງ 2 ກອງປະຊຸມຂັ້ນສູງພິເສດ

ຍສໝ - ການຈັດຕັ້ງກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 ກ່ຽວກັບການປະເຊີນໜ້າ ຕໍ່ການລະບາດຂອງພະຍາດ Covid-19 ຂອງຫວຽດນາມ ໃນຖານະທີ່ເປັນປະທານອາຊຽນ ໄດ້ຮັບການຕີລາຄາສູງຂອງປະຊາຊົນ ໃນພາກພື້ນ ແລະ ສາກົນ.

ຄະນະແພດຊ ຽວຊານ ຫວຽດນາມ ໄດ ສຳເລ ດຊ ດເຝ ກອ ບຮ ມການແພດ ເພ ອສະກ ດກ ນພະຍາດ covid 19 ໃຫ ປະເທດລາວ ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ.

ຄະນະແພດຊ ຽວຊານ ຫວຽດນາມ ໄດ ສຳເລ ດຊ ດເຝ ກອ ບຮ ມການແພດ ເພ ອສະກ ດກ ນພະຍາດ covid 19 ໃຫ ປະເທດລາວ ຄະນະຊ່ຽວຊານຫວຽດນາມ ສືບຕໍ່ຊຸດເຝີກອົບຮົມ ໃຫ້ພະນັກງານແພດໝໍທະຫານ ສປປ.ລາວ ຢູ່ ແຂວງສະຫວັນນະເຂດ

ຍສໝ - ໃນວັນທີ 12 ເມສາ, ຄະນະຊ່ຽວຊານການແພດ ຫວຽດນາມ ໄດ້ຈັດຕັ້ງການເຝີກອົບຮົມໃຫ້ແກ່ແພດໝໍຂອງກອງທັບເຂດພາກກາງ 103 ສປປ.ລາວ.

ຄຳຮຸ່ງ

302 Found

Found

The document has moved here.