ຫວຽດນາມ ຝຶກອົບຮົມ ຍົກສູງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍ ລາວ

16:16 | 11/04/2020

ຍສໝ - ເຂົ້າຮ່ວມຊຸດອົບຮົມ ມີບັນດາແພດໝໍຈຳນວນ 130 ກວ່າຄົນ ຂອງບັນດາໂຮງໝໍໃຫຍ່ຫຼາຍແຫ່ງໃນປະເທດລາວເຊັ່ນ: ໂຮງໝໍທະຫານສູນກາງ 103, ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ…

ຫວຽດນາມ ຝ ກອ ບຮ ມ ຍ ກສ ງຄວາມສາມາດໃນການປ ອງກ ນພະຍາດ covid 19 ໃຫ ແກ ບ ນດາແພດໝ ລາວ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາໄສຢູ່ລາວຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid– 19
ຫວຽດນາມ ຝ ກອ ບຮ ມ ຍ ກສ ງຄວາມສາມາດໃນການປ ອງກ ນພະຍາດ covid 19 ໃຫ ແກ ບ ນດາແພດໝ ລາວ ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ໃນຕອນບ່າຍວັນທີ 10 ເມສານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ, ຄະນະກຳມະການປ້ອງກັນພະຍາດ Covid-19, ລັດຖະມົນຕີກະຊວງປ້ອງກັນປະເທດ ສອງຝ່າຍ ສສ.ຫວຽດນາມ ແລະ ສປປ.ລາວ ໄດ້ເປີດຊຸດຝຶກອົບຮົມ, ແລກປ່ຽນປະສົບການ ເພື່ອປັບປຸງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍຂອງປະເທດລາວ.

ຫວຽດນາມ ຝ ກອ ບຮ ມ ຍ ກສ ງຄວາມສາມາດໃນການປ ອງກ ນພະຍາດ covid 19 ໃຫ ແກ ບ ນດາແພດໝ ລາວ
ທັດສະນີຍະພາບຊຸດຝຶກອົບຮົມ ຍົກສູງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍ ປະເທດລາວ. (ພາບ: vov.vn)

ເຂົ້າຮ່ວມຊຸດອົບຮົມ ມີບັນດາແພດໝໍຈຳນວນ 130 ກວ່າຄົນ ຂອງບັນດາໂຮງໝໍໃຫຍ່ຫຼາຍແຫ່ງໃນປະເທດລາວເຊັ່ນ: ໂຮງໝໍທະຫານສູນກາງ 103, ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ…

ໃນຊຸດອົບຮົມ, ທ່ານພັນເອກ ຫ່ວາງຕ໋ຽນຕວຽນ, ຫົວໜ້າພະແນກການຕິດເຊື້ອ ໂຮງໝໍທະຫານ 103 ປະເທດຫວຽດນາມ, ໄດ້ແລກປ່ຽນບາງວິທີການ ແລະ ມາດຕະການຄົ້ນພົບກໍລະນີທີ່ສົງໃສຂອງການຕິດເຊື້ອພະຍາດ Covid-19; ມາດຕະການແຍກອອກຫ່າງ ແລະ ການປິ່ນປົວທີ່ມີປະສິດຕິຜົນ ສຳລັບຄົນເຈັບ, ພ້ອມກັນນັ້ນ ເປັນວິທີການປ້ອງກັນການແຜ່ລະບາດຂອງພະຍາດ Covid-19; ບັນດາມາດຕະການຢ່າງຮີບດ່ວນ ຖ້າກໍລະນີການລະບາດໃນປະເທດລາວ ຖືກມີສະແດງອາການເພີ່ມຂື້ນ...

ຫວຽດນາມ ຝ ກອ ບຮ ມ ຍ ກສ ງຄວາມສາມາດໃນການປ ອງກ ນພະຍາດ covid 19 ໃຫ ແກ ບ ນດາແພດໝ ລາວ
ທ່ານພັນເອກ ຫ່ວາງຕ໋ຽນຕວຽນ ໄດ້ແລກປ່ຽນບາງວິທີການ ແລະ ມາດຕະການຄົ້ນພົບກໍລະນີທີ່ສົງໃສຂອງການຕິດເຊື້ອພະຍາດ Covid-19. (ພາບ: vov.vn)

ທ່ານພັນຕີ ແສງໃຊ ດາລາສາດ ໄດ້ໃຫ້ຮູ້ວ່າ ບັນດາແພດໝໍປະເທດລາວ ຈະທາບທາມປະສົບການຂອງແພດໝໍ ຫວຽດນາມ ໃນການແບ່ງແລວຄົນເຈັບ ແລະ ຄອບຄົວຂອງຄົນເຈັບ, ການນຳສົ່ງ ຄົນເຈັບໄປໂຮງໝໍ. ສຳ ລັບຄົນເຈັບທີ່ສົງໃສວ່າຕິດເຊື້ອ SARS-CoV-2, ແພດໝໍປະເທດລາວ ຕ້ອງມີຄວາມລະມັດລະວັງໃນການປ້ອງກັນ, ການເກັບຕົວຢ່າງ ແລະ ການສຳຜັດ ເພື່ອຮັບປະກັນຄວາມປອດໄພ. ນີ້ແມ່ນຄວາມຮູ້ທີ່ມີຄຸນຄ່າຫຼາຍ ສຳຫຼັບໂຮງໝໍໃນປະເທດລາວ ປະຈຸບັນນີ້.

ມາຮອດປັດຈຸບັນ, ປະເທດລາວ ມີຜູ້ປ່ວຍ 16 ຄົນທີ່ຖືກພົບເຫັນວ່າຕິດເຊື້ອ ພະຍາດ Covid-19, ຄາດວ່າສະຖານະການການລະບາດ ຍັງຈະສະແດງອາການທີ່ສັບສົນຫຼາຍຂຶ້ນ ຍ້ອນວ່າ ມີແຮງງານລາວຫຼາຍໝື່ນຄົນ ຫາກໍ່ກັບມາຈາກເຂດລະບາດ ຂອງປະເທດໄທ.

ຫວຽດນາມ ຝ ກອ ບຮ ມ ຍ ກສ ງຄວາມສາມາດໃນການປ ອງກ ນພະຍາດ covid 19 ໃຫ ແກ ບ ນດາແພດໝ ລາວ ທະຫານຊາຍແດນ ແທງຮວາ ມອບອຸປະກອນການແພດໃຫ້ ແຂວງຫົວພັນ (ລາວ) ເພື່ອປ້ອງກັນພະຍາດ Covid-19

ຍສໝ - ເພື່ອສະໜັບສະໜູນ ໃຫ້ອົງການທີ່ມີໜ້າທີ່ ຂອງແຂວງຫົວພັນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ຄ້າຍທະຫານປ້ອງກັນຊາຍແດນ ນາແມວ, ແຂວງແທງຮວາ ໄດ້ມອບອຸປະກອນການແພດ ຄື: ຜ້າບັງປາກ ຈຳນວນ 1.000 ແຜ່ນ, ນ້ຳຢາຂ້າເຊື້ອແມ່ພະຍາດ 100 ລິດ ແລະ ເຄື່ອງໄຊ້ຈຳເປັນໃນຊີວິດປະຈຳວັນ.

ຫວຽດນາມ ຝ ກອ ບຮ ມ ຍ ກສ ງຄວາມສາມາດໃນການປ ອງກ ນພະຍາດ covid 19 ໃຫ ແກ ບ ນດາແພດໝ ລາວ ປະເທດລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ລວມທັງໝົດ 16 ຄົນ

ຍສໝ - ໃນວັນທີ່ 9 ເມສາ 2020, ຕາມຖະແຫຼ່ງຂ່າວ ຂອງກະຊວງສາທາລະນະສຸກ ສປປ.ລາວ ວ່າ ມາຮອດຕອນແລງວັນທີ່ 9 ເມສາ, ໄດ້ກວດພົບ ຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນ 1 ກໍລະນີ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດ ໃນປະເທດລາວ ເພີ່ມຂຶ້ນເປັນ 16 ຄົນ.

ຫວຽດນາມ ຝ ກອ ບຮ ມ ຍ ກສ ງຄວາມສາມາດໃນການປ ອງກ ນພະຍາດ covid 19 ໃຫ ແກ ບ ນດາແພດໝ ລາວ ແຂວງກວາງຈີ້ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແຂວງສາລະວັນ ເພື່ອສະກັດກັ້ນພະຍາດ COVID-19

ຍສໝ - ວັນທີ 8 ເມສາ, ຢູ່ດ່ານຊາຍແດນສາກົນ ລາໄລ, ຄະນະກຳມະການປະຊາຊົນແຂວງກວາງຈີ້ ໄດ້ມອບອຸປະກອນການແພດທີ່ມີມູນຄ່າຫຼາຍກ່ວາ 300 ລ້ານດົ່ງ ໃຫ້ພະນັກງານ, ປະຊາຊົນແຂວງສາລະວັນ, ສປປ.ລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.