ກອງບັນຊາການທະຫານເຂດ 5 ມອບວັດຖຸອຸປະກອນການແພດໃຫ້ແກ່ ກໍາລັງປະກອບອາວຸດຂອງລາວ ແລະ ກໍາປູເຈຍ

06:02 | 18/04/2020

ຍສໝ - ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ: ເຄື່ອງວັດແທກອຸນຫະພູມຮ່າງກາຍຈໍານວນ 295 ອັນ, ຊຸດປ້ອງກັນພະຍາດໂຄວິດ-19 ກວ່າ 5.800 ຊຸດ, ຈັກສີດຢາຂ້າເຊື້ອເກືອບ 150 ອັນ, ຜ້າອັດປາກ-ອັດດັງ, ຖົງມືການແພດ ແລະອາຫານແຫ້ງ, ທັນຍາຫານນັບຮ້ອຍກິໂລກຼາມ ລວມມູນຄ່າທັງໝົດແມ່ນກວ່າ 4,6 ຕື້ດົ່ງ.

ກອງບ ນຊາການທະຫານເຂດ 5 ມອບວ ດຖ ອ ປະກອນການແພດໃຫ ແກ ກ າລ ງປະກອບອາວ ດຂອງລາວ ແລະ ກ າປ ເຈຍ ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ
ກອງບ ນຊາການທະຫານເຂດ 5 ມອບວ ດຖ ອ ປະກອນການແພດໃຫ ແກ ກ າລ ງປະກອບອາວ ດຂອງລາວ ແລະ ກ າປ ເຈຍ ຫວຽດນາມ ແລະ ກໍາປູເຈຍ ຊຸກຍູ້ການຮ່ວມມືຮັກສາສັນຕິພາບສະຫະປະຊາຊາດ
ກອງບ ນຊາການທະຫານເຂດ 5 ມອບວ ດຖ ອ ປະກອນການແພດໃຫ ແກ ກ າລ ງປະກອບອາວ ດຂອງລາວ ແລະ ກ າປ ເຈຍ
ການນໍາທະຫານເຂດ 5 ມອບວັດຖຸອຸປະກອນການແພດໃຫ້ແກ່ກອງພົນທະຫານຮາບທີ 5, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ແລະກອງບັນຊາການທະຫານແຂວງສາລະວັນ, ເຊກອງ (ລາວ). ພາບ:qdnd.vn.

ເມື່ອບໍ່ດົນມານີ້, ກອງບັນຊາການທະຫານເຂດ 5 ໄດ້ສ້າງຕັ້ງບັນດາຄະນະປະຕິບັດງານ ຈັດຕັ້ງການມອບວັດຖຸອຸປະກອນການແພດໃຫ້ແກ່ສອງປະເທດເພື່ອນມິດລາວ ແລະກຳປູເຈຍ ດ້ວຍມູນຄ່າຫຼາຍກວ່າ 4,6 ຕື້ດົ່ງ. ກອງບັນຊາການທະຫານເຂດ 5 ພ້ອມກັບກອງບັນຊາການທະຫານນະຄອນດ່ານັ້ງ ແລະກອງບັນຊາການທະຫານແຂວງກວ໋າງນາມ ໄດ້ຈັດຕັ້ງພິທີມອບວັດຖຸອຸປະກອນການແພດໃຫ້ແກ່ກອງພົນທະຫານຮາບທີ 5, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ແລະກອງບັນຊາການທະຫານແຂວງສາລະວັນ, ເຊກອງ, ລາວ.

ຢູ່ດ່ານຊາຍແດນບູປຣັງ, ແຂວງດັກນົງ, ກອງບັນຊາການທະຫານບັນດາແຂວງ: ດັກລັກ ແລະດັກນົງ ກໍ່ໄດ້ຈັດຕັ້ງພິທີມອບວັດຖຸອຸປະກອນການແພດໃຫ້ແກ່ປະຊາຊົນ ແລະກໍາລັງປະກອບອາວຸດ, ກອງບັນຊາການທະຫານແຂວງ Mundunkirri, ກໍາປູເຈຍ. ສ່ວນຢູ່ດ່ານຊາຍແດນເບີ່ອີ,ແຂວງກອນຕຸມ, ກອງບັນຊາການທະຫານບັນດາແຂວງ: ກວ໋າງຫງ໊າຍ, ບີ່ງດີ້ງ, ກອນຕຸມ ໄດ້ມອບວັດຖຸອຸປະກອນການແພດໃຫ້ແກ່ປະຊາຊົນ ແລະກໍາລັງປະກອບອາວຸດແຂວງຈໍາປາສັກ, ອັດຕະປື,ລາວ.

ຢູ່ດ່ານຊາຍແດນສາກົນເລະແທັງ, ເມືອງດຶກເກີ, ແຂວງຢາລາຍ, ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 5 ນໍາໂດຍທ່ານພົນຈັດຕະວາ ກາວຟີຮຸ່ງ, ຮອງຜູ້ບັນຊາການທະຫານເຂດ 5 ພ້ອມກັບການນໍາທ້ອງຖິ່ນ ແລະກອງບັນຊາການທະຫານສອງແຂວງຢາລາຍ, ແຄງຮວ່າ ໄດ້ມອບເຄື່ອງໜູນຊ່ວຍຈຳນວນໜຶ່ງໃຫ້ແກ່ທະຫານເຂດ 1 (ກອງທັບລາດຊະວົງກໍາປູເຈຍ) ແລະກອງບັນຊາການທະຫານແຂວງ Rattanakiri ແລະແຂວງ Stung Treng ຂອງກໍາປູເຈຍ.

ເຄື່ອງຊ່ວຍເຫຼືອດັ່ງກ່າວ ເຊິ່ງທະຫານເຂດ 5 ແລະກອງບັນຊາການທະຫານ 9 ແຂວງ, ນະຄອນທີ່ຂຶ້ນກັບທະຫານເຂດ 5 ໜູນຊ່ວຍໃຫ້ບັນດາກົມກອງ, ທ້ອງຖິ່ນສອງປະເທດເພື່ອນມິດ ລວມມີ: ເຄື່ອງວັດແທກອຸນຫະພູມຮ່າງກາຍຈໍານວນ 295 ອັນ, ຊຸດປ້ອງກັນພະຍາດໂຄວິດ-19 ກວ່າ 5.800 ຊຸດ, ຈັກສີດຢາຂ້າເຊື້ອເກືອບ 150 ອັນ, ຜ້າອັດປາກ-ອັດດັງ, ຖົງມືການແພດ ແລະອາຫານແຫ້ງ, ທັນຍາຫານນັບຮ້ອຍກິໂລກຼາມ ລວມມູນຄ່າທັງໝົດແມ່ນກວ່າ 4,6 ຕື້ດົ່ງ.

ໃນວັນທີ 16 ເມສາ, ຢູ່ແຂວງ Kandal, ສະມາຄົມຊາວຂະແມ - ຫວຽດນາມ ໄດ້ມອບຂອງຂວັນ 100 ພຸດໃຫ້ພໍ່ແມ່ປະຊາຊົນຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ຂອງຂວັນດັ່ງກ່າວຈະປະກອບສ່ວນຮັບປະກັນຊີວິດການເປັນຢູ່, ສ້າງກຳລັງໜູນໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຂອງໂລກລະບາດ ໂຄວິດ-19.

ກອງບ ນຊາການທະຫານເຂດ 5 ມອບວ ດຖ ອ ປະກອນການແພດໃຫ ແກ ກ າລ ງປະກອບອາວ ດຂອງລາວ ແລະ ກ າປ ເຈຍ ກອງບັນຊາການທະຫານນະຄອນດາໜັງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານ ແຂວງສາລະວັນ ສປປ.ລາວ

ຍສໝ - ເມື່ອບໍ່ດົນມານີ້, ກອງບັນຊາການທະຫານແຂວງ ສາລະວັນ ສປປ.ລາວ ໄດ້ຮັບເຄື່ອງອຸປະກອນການແພດ ຈາກກອງບັນຊາການທະຫານ ນະຄອນດາໜັງ ສສ.ຫວຽດນາມ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງ ພະຍາດ Covid -19.

ກອງບ ນຊາການທະຫານເຂດ 5 ມອບວ ດຖ ອ ປະກອນການແພດໃຫ ແກ ກ າລ ງປະກອບອາວ ດຂອງລາວ ແລະ ກ າປ ເຈຍ ຫວຽດນາມ - ລາວ: ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຢູ່ເຂດຊາຍແດນ

ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງຄະນະກຳມະການປະຊາຊົນແຂວງກວາງນາມ ນຳໂດຍທ່ານ ເລຈີ໊ແທັງ, ປະທານຄະນະກຳມະການປະຊາຊົນແຂວງ ໄດ້ມາຢ້ຽມຢາມ, ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານໂລກພະຍາດໂຄວິດ-19 ທີ່ ເຂດຊາຍແດນລະຫວ່າງສອງເມືອງນາມຢາງ, ແຂວງກວາງນາມ, ສສ.ຫວຽດນາມ ແລະ ເມືອງດັກຈຶຶງ, ແຂວງເຊກອງ, ສປປ. ລາວ.

ກອງບ ນຊາການທະຫານເຂດ 5 ມອບວ ດຖ ອ ປະກອນການແພດໃຫ ແກ ກ າລ ງປະກອບອາວ ດຂອງລາວ ແລະ ກ າປ ເຈຍ 4 ມື້ແລ້ວ ລາວບໍ່ມີຜູ້ຕິດເຊື້ອໄວຣັດໂຄວິດ-19 ເພີ່ມ

ຈໍານວນຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ບໍ່ໄດ້ເພີ່ມຂຶ້ນ (ຍັງມີພຽງແຕ່ 19 ກໍລະນີຄືເກົ່າ) ເຊິ່ງເຮັດໃຫ້ ສປປ ລາວ ບໍ່ມີກໍລະນີຕິດເຊື້ອໃໝ່ເພີ່ມ 4 ມື້ຕິດຕໍ່ກັນ.

ໄຊພອນ

ເຫດການ
302 Found

Found

The document has moved here.