ເພີ່ມທະວີການປະສານສົມທົບເພື່ອປ້ອງກັນການລະບາດ ຂອງພະຍາດ COVID-19 ຢູ່ຊາຍແດນຫວຽດນາມ - ລາວ

06:30 | 13/04/2020

ຍສໝ - ເພື່ອເພີ່ມທະວີການປ້ອງກັນການລະບາດ ຂອງພະຍາດ COVID-19 ໃນເຂດຊາຍແດນຫວຽດນາມ - ລາວ, ກອງບັນຊາການທະຫານຊາຍແດນ ແຂວງດ້ຽນບຽນ ໄດ້ມອບອຸປະກອນການແພດ ລວມມູນຄ່າເກືອບ 100 ລ້ານດົ່ງ ໃຫ້ກອງບັນຊາການທະຫານຊາຍແດນ ຂອງ 3 ແຂວງຄື: ແຂວງຫຼວງພະບາງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ.

ໃນວັນທີ 11 ເມສານີ້, ຢູ່ທີ່ຫຼັກໝາຍຊາຍແດນ 113 ເຂດຊາຍແດນຫວຽດນາມ - ລາວ, ກອງບັນຊາການທະຫານຊາຍແດນ ແຂວງດ້ຽນບຽນ ໄດ້ຈັດຕັ້ງການແລກປ່ຽນຂໍ້ມູນຂ່າວສານກັບ ກອງບັນຊາການທະຫານຊາຍແດນ ຂອງ 3 ແຂວງ ສປປ.ລາວ ລວມມີ:ແຂວງຫລວງພະບາງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ກ່ຽວກັບການຮ່ວມມືປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ເພ ມທະວ ການປະສານສ ມທ ບເພ ອປ ອງກ ນການລະບາດ ຂອງພະຍາດ covid 19 ຢ ຊາຍແດນຫວຽດນາມ ລາວ
ກອງບັນຊາການທະຫານຊາຍແດນ ແຂວງດ້ຽນບຽນ ໄດ້ມອບອຸປະກອນການແພດ ລວມມູນຄ່າເກືອບ 100 ລ້ານດົ່ງ ໃຫ້ກອງບັນຊາການທະຫານຊາຍແດນ ຂອງ 3 ແຂວງຄື: ແຂວງຫຼວງພະບາງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ. (ພາບ: TTXVN)

ທີ່ກອງປະຊຸມ, ທະຫານຊາຍແດນ ຫວຽດນາມ ແລະ ທະຫານຊາຍແດນລາວ ໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບການຂອງການລະບາດ ແລະ ການປ້ອງກັນພະຍາດ COVID-19 ຂອງແຕ່ລະຝ່າຍ. ຕາມນັ້ນແລ້ວ, ແຕ່ວັນທີ 18 ມີນາ ຮອດວັນທີ 11 ເມສາ, ທະຫານຊາຍແດນ ແຂວງດຽນບຽນ ໄດ້ຮັບພົນລະເມືອງ ຫວຽດນາມ ຈຳນວນ 910 ຄົນ ທີ່ອອກຈາກລາວ ກັບຄືນຫວຽດນາມ ຜ່ານດ່ານຊາຍແດນສາກົນ ໄຕຈາງ ແລະ ດ່ານຊາຍແດນ ຫວຍພວກ.

ປະຈຸບັນຢູ່ຊາຍແດນຫວຽດນາມ - ລາວ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ໄດ້ຈັດດ່ານສະກັດກັ້ນ 49 ແຫ່ງຢູ່ບັນດາດ່ານທ້ອງຖິ່ນ, ດ່ານປະເພນີ, ປະຕິບັດໜ້າທີ່ຄຸ້ມຄອງ, ຄວບຄຸມຊາຍແດນ, ຄົ້ນພົບ, ສະກັດກັ້ນ ແລະແກ້ໄຂບັນດາກໍລະນີຂ້າມຊາຍແດນ, ເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ຮັບປະກັນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ໃນໄລຍະຈະມາເຖິງຍ້ອນເລື່ອງປິດດ່ານຊາຍແດນສາກົນ ແລະດ່ານຊາຍແດນທ້ອງຖິ່ນ ແລະປະເພນີ ແລະຄວາມຮຽກຮ້ອງຕ້ອງລົງທະບຽນຂໍ້ມູນຂ່າວສານຢູ່ອົງການການທູດ ສະນັ້ນຈໍານວນຜູ້ຂ້າມຊາຍແດນ, ເຂົ້າ-ອອກເມືອງຢ່າງຜິດກົດໝາຍຈະຜັນແປຢ່າງສັບສົນ, ກໍາລັງປົກປັກຮັກສາຊາຍແດນສາມແຂວງຫຼວງພະບາງ, ຜົ້ງສາລີ ແລະອຸດົມໄຊ ສປປ.ລາວ ສະເໜີທະຫານຊາຍແດນຫວຽດນາມ ເພີ່ມທະວີການສົມທົບກັນໃນວຽກງານຄວບຄຸມຢູ່ດ່ານຊາຍແດນ, ດ່ານທ້ອງຖິ່ນ, ດ່ານປະເພນີຢູ່ເສັ້ນຊາຍແດນ; ຮັກສາການເຄື່ອນໄຫວຄຸ້ມຄອງ, ປົກປັກຮັກສາຊາຍແດນ...

ໃນໂອກາດນີ້, ກອງບັນຊາການທະຫານຊາຍແດນ ແຂວງດ້ຽນບຽນ ໄດ້ມອບອຸປະກອນການແພດ ລວມມູນຄ່າເກືອບ 100 ລ້ານດົ່ງ ໃຫ້ກອງບັນຊາການທະຫານຊາຍແດນຂອງ 3 ແຂວງຄື: ແຂວງຫຼວງພະບາງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອປ້ອງກັນການລະບາດ ຂອງພະຍາດCOVID-19.

ເພ ມທະວ ການປະສານສ ມທ ບເພ ອປ ອງກ ນການລະບາດ ຂອງພະຍາດ covid 19 ຢ ຊາຍແດນຫວຽດນາມ ລາວ ກະຊວງການຕ່າງປະເທດ ອີຕາລີ​ສະ​ແດງ​ຄວາມຂອບ​ໃຈ​ຫວຽດ​ນາມ ໃນ​ການໜູ​ນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ Covid– 19

ຍສໝ - ການຊ່ວຍເຫຼືອຂອງ ຫວຽດນາມເປັນທີ່ຈະແຈ້ງແລ້ວວ່າ ຈະປະກອບສ່ວນໜູນຊ່ວຍອີຕາລີບັນລຸໄດ້ຜົນສຳເລັດກໍ່ຄືຊ່ວຍຟື້ນຟູອີຕາລີ, ປະຊາຊົນອີຕາລີຍາມໃດກໍ່ຈົດຈຳຄຸນງາມຄວາມດີ ແລະ ຄວາມສາມັກຄີຂອງ ຫວຽດນາມ.

ເພ ມທະວ ການປະສານສ ມທ ບເພ ອປ ອງກ ນການລະບາດ ຂອງພະຍາດ covid 19 ຢ ຊາຍແດນຫວຽດນາມ ລາວ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາໄສຢູ່ລາວຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid– 19

ຍສໝ - ຕອນເຊົ້າວັນທີ 10 ເມສາ 2020, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ ໃຫ້ແກ່ລັດຖະບານລາວເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid ...

ເພ ມທະວ ການປະສານສ ມທ ບເພ ອປ ອງກ ນການລະບາດ ຂອງພະຍາດ covid 19 ຢ ຊາຍແດນຫວຽດນາມ ລາວ ລັດຖະບານຫາກໍ່ປະກາດໃຊ້ມະຕິວ່າດ້ວຍບັນດາມາດຕະການໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid– 19

ຍສໝ - ຜູ້ອອກແຮງງານທີ່ເຮັດວຽກຕາມລະບອບສັນຍາແຮງງານຕ້ອງຕົກລົງກັນຢຸດຕິຊົ່ວຄາວການປະຕິບັດສັນຍາແຮງງານ, ພັກວຽກບໍ່ໄດ້ຮັບເງິນເດືອນແຕ່ 1 ເດືອນຂຶ້ນໄປ ຍ້ອນບັນດາວິສາຫະກິດປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid– 19, ເຊິ່ງບໍ່ມີລາຍຮັບ ຫຼືບໍ່ມີແຫຼ່ງການເງິນເພື່ອຈ່າຍເງິນເດືອນນັ້ນ ແມ່ນໄດ້ຮັບການໜູນຊ່ວຍດ້ວຍລະດັບເງິນ 1,8 ລ້ານດົ່ງ/ຄົນ/ເດືອນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.