ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເຖິດ ໄດ້ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນມິດ ແລະ ປະເທດ” ຂອງອະດີດຮອງປະທານປະເທດ ຫງວຽນທິບິງ ຄັ້ງທີ 2.
ຍສໝ - ມາຮອດທ້າຍເດືອນ ມີນາ 2025, ຍອດຈຳນວນເງິນຕາຕ່າງປະເທດສົ່ງອອກໄປນະຄອນໂຮ່ຈິມິນບັນລຸ ໄດ້ 2,412 ຕື້ USD, ເພີ່ມຂຶ້ນ 25,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ແລະ ເພີ່ມຂຶ້ນ 19,6% ເມື່ອທຽບໃສ່ໄຕມາດຕິດກັບຂອງປີກາຍ.
ຍສໝ - ຕອນບ່າຍວັນທີ 17 ເມສາ ຢູ່ຮ່າໂນ້ຍ, ຄະນະສະມາຄົມມິດຕະພາບຫວຽດນາມ - ມຽນມາ ໂດຍທ່ານ ຈູກົງຟຸ່ງ, ປະທານສະມາຄົມນຳໜ້າ ໄດ້ໄປຢ້ຽມຢາມສະຖານທູດ ມຽນມາ ປະຈໍາ ຫວຽດນາມ ມອບເງິນ 392.372.084 ລ້ານດົ່ງເພື່ອໜູນຊ່ວຍປະຊາຊົນ ມຽນມາ ຜ່ານຜ່າຜົນຮ້າຍຫຼັງຈາກແຜ່ນດິນໄຫວຢ່າງຮ້າຍແຮງທີ່ເກີດຂຶ້ນໃນວັນທີ 28 ມີນາ ທີ່ຜ່ານມາ.
ຍສໝ - ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນການສຶກສາອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ)ໄດ້ສົມທົບກັບມະຫາວິທະຍາໄລການຄ້າ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດຕັ້ງການສຳມະນາວິທະຍາສາດສາກົນກ່ຽວກັບນະວັດຕະກໍາ, ການເຊື່ອມໂຍງ ແລະ ການພັດທະນາແບບຍືນຍົງ ດ້ວຍຫົວຂໍ້ປີ 2025: “ພັດທະນາເສດຖະກິດ ແລະ ການຄ້າ Halal ຫວຽດນາມ”.
ຍສໝ - ນັ້ນແມ່ນສານທີ່ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແບ່ງປັນການຕ້ອນຮັບຄະນະຜູ້ແທນກອງທຶນໄກ່ເກ່ຍ ແລະ ພັດທະນາ (FRD) ແລະ ສະພາແຫ່ງຊາດຜູ້ອາຍຸສູງ ອາເມລິກາ (NCOE) ໃນວັນທີ 17 ເມສາ ຢູ່ຮ່າໂນ້ຍ.
ຍສໝ - ນີ້ແມ່ນຕົວເລກທີ່ໄດ້ປະກາດໃນການສະຫຼຸບ ແລະ ແບ່ງປັນບັນດາຕົວແບບຜົນສຳເລັດຂອງໂຄງການ “ຍົກສູງຄຸນນະພາບການສຶກສາໃຫ້ເດັກດ້ອຍໂອກາດຢູ່ຫວຽດນາມ - ໄລຍະ 3 (2022-2025)” ຈັດຕັ້ງໂດຍ ອົງການຊ່ວຍເຫຼືອເດັກນ້ອຍ, ກົມຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາ (ກະຊວງການສຶກສາ ແລະ ບຳລຸງສ້າງ) ໃນວັນທີ 16 ເມສາ ຢູ່ຮ່າໂນ້ຍ.
ຍສໝ - ນັກສຶກສາລາວ ແລະ ກຳປູເຈຍ ໄດ້ເຂົ້າຮ່ວມງານບຸນປີໃໝ່ລາວ ແລະ Chol Chnam Thmey (ກຳປູເຈຍ) ທີ່ດຳເນີນຢູ່ນະຄອນ ໂຮ່ຈີມິນ ເປັນຈຳນວນຫຼວງຫຼາຍ ໃນຕອນຄ່ຳວັນທີ 15 ເມສາ.
ຍສໝ - ວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫງວຽນຫງອກຮຸ່ງ ໄດ້ຕ້ອນຮັບທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ - ເອກອັກຄະລັດຖະທູດ Birtukan Ayano.
ຍສໝ - ວັນທີ 17 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍສາກົນ (P4G) ຢູ່ຮ່າໂນ້ຍ, ໃນລະຫວ່າງວັນທີ 15-17 ເມສາ.
ຍສໝ - ຕອນບ່າຍວັນທີ 16 ເມສາ, ຢູ່ແຂວງວິ້ງຟຸກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ ໄດ້ຈັດຕັ້ງໂຄງການພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025) ແລະ 64 ປີແຫ່ງວັນໄຊຊະນະ Giron (1961 – 2025).
ຍສໝ - ວັນທີ 16 ເມສາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4 ໃນລະຫວ່າງວັນທີ 14 -17 ເມສາ.
ຍສໝ - ພາຍຫຼັງຜົນສຳເລັດຂອງເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມືທີ່ດຳເນີນໃນປີ 2025, ນະຄອນ ດານັງ ສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບສາກົນ, ພິເສດແມ່ນໃນຂົງເຂດການທູດເສດຖະກິດ ແລະ ການທູດປະຊາຊົນ, ເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ.
ຍສໝ - ວັນທີ 14 ເມສາ, ຢູ່ມະຫາວິທະຍາໄລການເງິນພາຍໃຕ້ລັດຖະບານສະຫະພັນລັດເຊຍ ໄດ້ເກີດຂຶ້ນລາຍການສິລະປະທີ່ມີຊື່ວ່າ “ຈິດໃຈຫວຽດນາມ ໃນຫົວໃຈລັດເຊຍ: ພື້ນເມືອງອັນເລິກເຊິ່ງ”, ໄດ້ນັກສຶກສາຫວຽດນາມ ແລະ ລັດເຊຍສົມທົບກັນຈັດຕັ້ງ ແລະ ສະແດງ.
ຍສໝ - ວັນທີ 15 ເມສາ, ຢູ່ສູນປະຊຸມສາກົນ (ຮ່າໂນ້ຍ) ໄດ້ດຳເນີນໂຄງການ “ພົບປະມິດຕະພາບຫວຽດນາມ - ຈີນ”. ທ່ານເລຂາທິການໃຫຍ່ ໂຕເລີມ; ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ການພົບປະ.
ຍສໝ - ໂດຍປະເຊີນໜ້າກັບນະໂຍບາຍອັດຕາພາສີຂອງອາເມລິກາ, ອາຊຽນໄດ້ເລືອກເຟັ້ນເອົາວິທີທີ່ຄ່ອງຕົວ, ສົມທົບກັນລະຫ່ວາງຫຼັກໝັ້ນລວມ ແລະ ພື້ນທີ່ເຈລະຈາທີ່ສະເພາະຂອງແຕ່ລະປະເທດສະມາຊິກ. ຕາມບັນດານັກຊ່ຽວຊານສາກົນແລ້ວ, ນີ້ແມ່ນວິທີແກ້ໄຂທີ່ແທດຈິງທີ່ທັງສອງຝ່າຍໄດ້ຊ່ວຍໃຫ້ພາກພື້ນຮັກສາຊ່ອງທາງການເຈລະຈາ ແລະ ປົກປັກຮັກສາຜົນປະໂຫຍດຂອງຊາດໃນສະພາບການເພີ່ມທະວີການແຂ່ງຂັນຍຸດທະສາດ ແລະ ລັດທິປົກປ້ອງການຄ້າທົ່ວໂລກ.
ຍສໝ - ສຸຂະພາບເກີດຈະເລີນພັນບໍ່ພຽງແຕ່ເປັນບັນຫາສ່ວນຕົວເທົ່ານັ້ນ ຫາກຍັງເປັນພື້ນຖານໃຫ້ແກ່ການພັດທະນາສັງຄົມແບບຍືນຍົງ. ຢູ່ຫວຽດນາມ, ອົງການອະນຸເຄາະເດັກນ້ອຍ ໄດ້ນຳເອົາການປ່ຽນແປງໃນທາງບວກຜ່ານບັນດາໂຄງການເພື່ອຍົກສູງຄວາມຮັບຮູ້, ຄວາມຮູ້, ປ່ຽນແປງພຶດຕິກຳ ແລະ ປັບປຸງການບໍລິການຮັກສາສຸຂະພາບເກີດແມ່ແຜ່ລູກ. ດ້ວຍເຫດນີ້ຈຶ່ງສ້າງພື້ນຖານໃຫ້ແກ່ການສ້າງເດັກນ້ອຍທີ່ມີສຸຂະພາບແຂງແຮງ ແລະ ມີຄວາມໝັ້ນໃຈຫຼາຍຂຶ້ນ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ຂອງ ສປປ ລາວ ແລະປີໃໝ່ Chol Chnam Thmay ຂອງລາຊະອານາຈັກກໍາປູເຈຍ, ການນໍາຫວຽດນາມ ສົ່ງຈົດໝາຍ ແລະກະເຊົ້າດອກໄມ້ອວຍພອນ.
ຍສໝ - ວັນທີ 14 ເມສາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
ຍສໝ - ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
ຍສໝ - ນີ້ແມ່ນເນື້ອໃນທີ່ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະພາບເອີລົບ (EU) ຫງວຽນວັນຖາວ ພິຈາລະນາເມື່ອເຮັດວຽກກັບທ່ານຮອງລັດຖະມົນຕີຜູ້ປະຈຳການ ເລຫາຍບິ່ງ ໃນວັນທີ 9 ເມສາ ຢູ່ ຮ່າໂນ້ຍ.