ຍສໝ - ຕອນເຊົ້າວັນທີ 21 ກັນຍາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79, ເຮັດວຽກຢູ່ອາເມລິກາ ແລະ ໄປຢ້ຽມຢາມທາງລັດຖະກິດກູບາ ຕາມຄຳເຊີນຂອງສະຫາຍເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດສາທາລະນະລັດ ກູບາ Miguel Diaz Canel Bermudez ແລະ ພັນລະຍາ.
ຍສໝ - ວັນທີ 17 ກັນຍາ, ຢູ່ ເງ້ອານ, ສະຫະພັນບັນດາອົງການມິດຕະພາບແຂວງ ເງ້ອານ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 6, ອາຍຸການ 2024-2029.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະຖາບັນຄົ້ນຄ້ວາບໍລິຫານ ແລະ ນະໂຍບາຍ ອີຣານ (Governance and Policy Think Tank of Iran (GPTT)) ຈັດຕັ້ງກອງປະຊຸມໂອ້ລົມທາງອອນໄລ ດ້ວຍຫົວຂໍ້ “ອາຊີຕາເວັນຕົກ ແລະ ອາຊີຕາເວັນອອກ: ບັນດາຈຸດຄ້າຍຄືກັນ ແລະ ຜົນປະໂຫຍດລວມ”. ທີ່ກອງປະຊຸມໂອ້ລົມ, ບັນດາຜູ້ແທນໄດ້ຮັບຮູ້ ແລະ ຕີລາຄາໂດຍສັງເຂບສະພາບການຢູ່ເຂດອາຊີຕາເວັນຕົກ ແລະ ອາຊີຕາເວັນອອກ ເວົ້າລວມ, ພ້ອມກັນນັ້ນ ກໍ່ຊີ້ອອກບັນດາກາລະໂອກາດຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຣານ ເວົ້າສະເພາະ.
ຍສໝ - ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ (ລາວ) ໂດຍທ່ານນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດ ແຂວງ ເຊກອງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ໄດ້ມີການໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ກວາງນາມ.
ຍສໝ - ຈໍານວນເງິນທີ່ໄດ້ຮັບການບໍລິຈາກໂດຍສະມາຊິກສະມາຄົມ ແລະ ສາຂາທີ່ຂື້ນກັບ FAVIJA ໃນນັ້ນ ມີການປະກອບສ່ວນຈາກສະມາຊິກຂອງສະໂມສອນ Karate-do ແລະ ການບໍລິຈາກກັບທີ່ຂອງສອງການແຂ່ງຂັນບານເຕະທີ່ຈັດຂື້ນໂດຍ FAVIJA ເຊິ່ງຫາກໍ່ຈັດຂື້ນເມື່ອວັນທີ 15 ກັນຍາຢູ່ເຂດ Chubu ແລະ Kyushu ຂອງຍີ່ປຸ່ນ.
ຍສໝ - ວັນທີ 15 ກັນຍາ 2024, ຢູ່ສະໜາມກິລາ Metallurg (ນະຄອນຫຼວງມົດສະກູ, ສະຫະພາບລັດເຊຍ) ໄດ້ດຳເນີນພິທີໄຂງານມະຫາກຳກິລານັກສຶກສາ ຫວຽດນາມ ຢູ່ລັດເຊຍ 2024 ໂດຍມີນັກກິລາ 600 ກວ່າຄົນທີ່ມາຈາກ 18 ອົງການຄະນະ, ສະມາຄົມເຂົ້າຮ່ວມງານມະຫະກຳດັ່ງກ່າວ.
ຍສໝ - ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ໄທ, ໂດຍທ່ານ ຫງວຽນວັນແທ່ງ - ປະທານສະມາຄົມນຳໜ້າ ຫາກໍ່ມີການໄປປະຕິບັດງານຢູ່ ໄທ ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ສະວິດຄາດວ່າຈະສົ່ງຜູ້ຊ່ຽວຊານດ້ານນ້ຳສະອາດ, ສຸຂະອະນາໄມ, ເຮືອນຢູ່ທີ່ປອດໄພປະມານ 8 ຄົນ... ພ້ອມດ້ວຍເຄື່ອງບັນເທົາທຸກ 25.000 ກວ່າກິໂລ ເພື່ອຊ່ວຍເຫຼືອຫວຽດນາມ ພາຍຫຼັງພາຍຸເລກທີ 3.
ຍສໝ - ວັນທີ 19 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ພາກເໜືອ ຫວຽດນາມ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍຸເລກທີ 3 (ຢາກີ) ແລະ ໄພນໍ້າຖ້ວມ.
ຍສໝ - ການຢ້ຽມຢາມຕ່າງປະເທດແຕ່ວັນທີ 21 ກັນຍາ ແມ່ນການເຄື່ອນໄຫວຫຼາຍຝ່າຍ ແລະເຮັດວຽກຢູ່ອາເມລິກາ ຄັ້ງທໍາອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນຖານະຕໍາແໜ່ງໃໝ່.
ຍສໝ - ການພົວພັນ ຫວຽດນາມ - ສະຫະປະຊາຊາດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງໃຫ້ບັນດາຄວາມມານະພະຍາຍາມຫຼາຍຢ່າງຈາກສອງຝ່າຍ, ໃນນັ້ນມີການຮັດແໜ້ນ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ ເພື່ອໜູນຊ່ວຍພາລະກິດພັດທະນາຂອງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປັບປຸງບົດບາດຂອງ ສປຊ.
ຍສໝ - ວັນທີ 18 ກັນຍາ, ຢູ່ສູນວັດທະນະທໍາ ສືດົງ, ຄະນະກໍາມະການປະຊາຊົນແຂວງ ຫາຍເຢືອງ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນສອງແຂວງ ຫາຍເຢືອງ ແລະ ແຂວງ ວຽງຈັນ (ສປປ ລາວ) ເພື່ອເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງແຂວງເລິກເຊິ່ງກ່ວາອີກ.
ຍສໝ - ຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບເຄື່ອງຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນສະທ້ອນຈາກພະຍຸລູກທີ 3 (YAGI).
ຍສໝ - ວັນທີ 16 ກັນຍາ, ຢູ່ແຂວງ ເງ້ອານ, ກອງບັນຊາການທະຫານຊາຍແດນແຂວງ ເງ້ອານ ໄດ້ເປີດຊຸດຝຶກອົບຮົມວຽກງານຄຸ້ມຄອງຊາຍແດນໃຫ້ແກ່ພະນັກງານທະຫານຊາຍແດນ 40 ຄົນຂຶ້ນກັບກອງບັນຊາການການທະຫານແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ພະຍາຍາມສຸດຄວາມສາມາດເພື່ອວຽກງານ ແລະສຸດຫົວໃຈເພື່ອຄອບຄົວ, ແຕ່ແມ່ຍິງຈໍານວນຫຼາຍທີ່ບໍ່ໄດ້ຕັ້ງໃຈລືມຮັກຕົນເອງ. ການດູແລສຸຂະພາບ, ຮູ້ຮັກຕົນເອງຈະຊ່ວຍໃຫ້ເຂົາເຈົ້າສົມດູນຊີວິດຂອງເຂົາເຈົ້າ ແລະມີຄວາມສຸກທີ່ຄົບໄດ້.
ຍສໝ - ຫຼັງຈາກຮອບ livestream ວັນທີ 19 ກໍລະກົດ ທີ່ຜ່ານມາ, ລາຍການ "ເປີດປຸບໄດ້ປັບ 2024" ຂອງເຄື່ອງດື່ມຊູກຳລັງ Number 1 ໄດ້ຄົ້ນພົບເຈົ້າຂອງຜູ້ໂຊກດີໄດ້ຮັບຂອງລາງວັນທີ 1 ມູນຄ່າ 500 ລ້ານດົ່ງ ພ້ອມດ້ວຍຫຼາຍລາງວັນທີ 2 ມູນຄ່າ 30 ລ້ານດົ່່ງ ແລະບັດເຕີມເງິນໂທລະສັບຫລາຍຮ້ອຍໃບ.
ຍສໝ - ເພື່ອຮັບປະກັນຄວາມປອດໄພຂອງຕົນເອງ ແລະຜູ້ໂດຍສານ, ຜູ້ຂັບຂີ່ຕ້ອງ ຮັກສາພະລັງ ແລະມີຄວາມຕື່ນຕົວທີ່ສຸດ. ໃນຖະຫນົນຫົນທາງທີ່ ເຕັມໄປດ້ວຍຄວາມທ້າທາຍ, ສີ່ງນີ້ບໍ່ແມ່ນເລື່ອງງ່າຍ. ພວກເຂົາເຈົ້າຕ້ອງການວິທີແກ້ໄຂການເຕີມພະລັງແບບໄວເພື່ອບັງຄັບພວງມະໄລໄດ້ທຸກທີ່, ທຸກເວລາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕອບສຳພາດຕໍ່ນັກຂ່າກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືການປະກອບສ່ວນຂອງຫວຽດນາມ ເຂົ້າໃນອົງການຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກ.
ຍສໝ - ຢູ່ທີ່ບັນດາປະເທດທີ່ພັດທະນາແລ້ວ, ກິດຈະກໍາການກຸສົນໃນການບັນເທົາທຸກຈາກໄພພິບັດທໍາມະຊາດ ໄດ້ຖືກຄຸ້ມຄອງຕາມກົດຫມາຍ ແລະຂໍ້ກຳນົດກົດລະບຽບສະເພາະເພື່ອຮັບປະກັນຄວາມເປີດເຜີຍທາງດ້ານການເງິນ ແລະ ຄວາມໂປ່ງໃສ.
ຍສໝ - ໄພນ້ຳຖ້ວມ ແລະ ດິນເຈື່ອນທີ່ເກີດຈາກພະຍຸ Yagi ໄດ້ທຳລາຍປະເທດຫວຽດນາມ, ມຽນມາ, ລາວ ແລະ ໄທ, ສົ່ງຜົນກະທົບຕໍ່ເດັກນ້ອຍເກືອບ 6 ລ້ານຄົນ. ເດັກນ້ອຍມີຄວາມຫຍຸ້ງຍາກໃນການເຂົ້າເຖິງນ້ຳສະອາດ, ການສຶກສາ, ການດູແລສຸຂະພາບ, ອາຫານ ແລະ ທີ່ພັກອາໄສ.