ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ”

15:29 | 21/09/2024

ຍສໝ - ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ (ລາວ) ໂດຍທ່ານນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດ ແຂວງ ເຊກອງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ໄດ້​ມີການໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ກວາງ​ນາມ.

UN Women ຕີລາຄາສູງໂຄງການກະທຳແຫ່ງຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງຂອງ ຫວຽດນາມ
ເພີ່ມທະວີນໍ້າໃຈສາມັກຄີ, ການຮ່ວມມື ແລະມິດຕະພາບລະຫວ່າງສະຫະພັນແມ່ຍິງກອນຕູມ ແລະສະຫະພັນແມ່ຍິງອັດຕະປື, ເຊກອງ (ລາວ)

ທີ່​ການ​ພົບ​ປະເຮັດວຽກ, ທ່ານ ຫງວຽນແກ໋ງ​ - ຮອງ​ປະ​ທານ​ຜູ້ປະຈຳສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ ແຂວງ ກວາງ​ນາມ ໃຫ້​ຮູ້​ວ່າ 2 ຝ່າຍ​ໄດ້​ເລີ່ມປະຕິບັດບັນດາໂຄງ​ການ​ຮ່ວມ​ມື​ນັບ​ແຕ່​ປີ 2012.

ໃນໄລຍະ 2012 – 2024, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ກວາງນາມ ໄດ້ຈັດຕັ້ງ 13 ການໄປປະຕິບັດງານດ້ານມະນຸດສະທຳຢູ່ແຂວງ ເຊກອງ ເພື່ອກວດ, ປິ່ນ​ປົວ, ແຈກຢາຍຢຸກຢາ​ໃຫ້ປະຊາຊົນເກືອບ 11.000 ຄົນໂດຍບໍ່ເສຍຄ່າ; ມອບຂອງຂວັນກວ່າ 2.500 ພູດໃຫ້ບັນດາຄອບຄົວທີ່ດ້ອຍໂອກາດ... ລວມຍອດມູນຄ່າບັນດາການເຄື່ອນໄຫວອຸປະຖຳໃຫ້ບັນດາການໄປປະຕິບັດງານດ້ານມະນຸດສະທໍາແມ່ນເກືອບ 7,3 ຕື້ດົ່ງ.

ແຂວງກວາງນາມ-ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ”

ພາບທີ່ການເຮັດວຽກ. ພາບ: Quangnam.gov

ບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ, ຊອກຮູ້ວັດທະນະທຳ​ຂອງ​ສອງ​ປະ​ເທດ ຫວຽດນາມ - ລາວ ຍາມ​ໃດ​ກໍ່ໄດ້ຮັບການຖືເປັນສຳຄັນ; ຍູ້​ແຮງ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ - ສິລະ​ປະ​ລະຫວ່າງບັນດາ​ມະຫາວິທະຍາ​ໄລ, ວິທະຍາໄລຢູ່ ກວາງ​ນາມ ຈັດຕັ້ງ. ສົມທົບ​ກັນ​ເພື່ອຮຽບຮຽງ ແລະ ເປີດຈຳໜ່າຍ​ປຶ້ມ “ດານັງ, ກວາງ​ນາມ ຍາມ​ໃດ​ກໍ່​ຮັກ​ສາ​ສາຍ​ພົວພັນ​ມິດຕະພາບ​​ແບບ​ພິ​ເສດ​ ຫວຽດນາມ - ລາວ ຕະຫຼອດ​ໄປ”; ຈັດ​ຕັ້ງ​ບັນດາ​ໂຄງການ​ພົບປະແລກປ່ຽນ​ເພື່ອ​ສະ​ເຫຼີ​ມສະຫຼອງ 55 ປີ, 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ, 50 ປີ​ແຫ່ງ​ວັນ​ລົງນາມໃນສົນທິສັນຍາ​ມິດຕະພາບ, ການ​ຮ່ວມ​ມື ຫວຽດນາມ - ລາວ.

ນອກຈາກນັ້ນ, 2 ສະມາຄົມຍັງໄດ້ສົມທົບກັນຢ່າງຕັ້ງໜ້າ, ເປັນຂົວຕໍ່ໃຫ້ແກ່ບັນດາອົງການ, ຫົວໜ່ວຍເພື່ອພົບປະ, ແບ່ງປັນປະສົບການ, ຮ່ວມມື ເປັນຕົ້ນແມ່ນ: ສະມາຄົມກາແດງ 2 ແຂວງ, ໂຮງໝໍຫຼາຍຂະແໜງສູນກາງ ກວາງນາມ ແລະ ໂຮງໝໍແຂວງ​ເຊ​ກອງ... ບັນດາສາຂາສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ຢູ່​ບັນດາ​ໂຮງຮຽນ ພ້ອມກັນກັບຫຼາຍ​ຫົວໜ່ວຍ, ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ສຳຄັນ​ຂອງ​ປະ​ເທດ​ລາວ, ປ້ອງ​ກັນ​ພະຍາດ​ໂຄ​ວິດ-19.

ກ່າວ​ຄຳໄປສາທີ່​ການພົບປະເຮັດວຽກ, ທ່ານ​ ​ເຈີ່ນແອງຕ໋ວນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງ ກວາງ​ນາມ ໄດ້ຕີ​ລາຄາ​ວ່າ ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສະມາຄົມ​ມິດຕະພາບ​ສອງແຂວງ ກວາງ​ນາມ ​ແລະ ​ແຂວງ​ ເຊ​ກອງ ​ແມ່ນ​ຂົວ​ເຊື່ອມ​ຕໍ່ເພື່ອໃຫ້ສອງແຂວງຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ ຫວຽດນາມ - ລາວ ​ອ້າຍ​ນ້ອງ.

ຜ່ານ​ນັ້ນ ກໍ່ປະກອບສ່ວນ​ເພີ່ມທະວີສາຍ​ພົວພັນ​ມິດຕະພາບ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ມິດຕະພາບ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ເສດຖະກິດ, ສັງຄົມ, ຮັກສາ​ການປ້ອງ​ກັນຊາດ ປ້ອງກັນຄວາມສະຫງົບ, ສ້າງ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ແຂວງ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ.

ບົນ​ພື້ນຖານເນື້ອໃນການປະສານງານເຄື່ອນໄຫວ, ທ່ານ​ ​ເຈີ່ນແອງຕ໋ວນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ມິດຕະພາບ​ສອງ​ແຂວງ​ຈະ​ສືບ​ຕໍ່​ຮັດ​ແໜ້ນ​ບັນດາ​ທັດສະນະ, ນະ​ໂຍບາຍ​ຂອງ​ສອງ​ພັກ, ສອງລັດ​ໃນ​ທຸກ​ຂົງ​ເຂດ . ພິ​ເສດ​ແມ່ນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະມາຄົມ​ໃນ​ການປະຕິບັດງານການ​ພົວພັນ​ທາງ​ການ​ທູດ​​ປະຊາຊົນ, ຫັນບັນດາການເຄື່ອນໄຫວມິດຕະພາບ, ການ​ຮ່ວມ​ມືເພື່ອ​ພັດທະນາ​ແບບ​ຍືນ​ຍົງເປັນຫຼາຍຮູບຫຼາຍແບບ.

ແຂວງກວາງນາມ-ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ”

ສອງຝ່າຍໄດ້ລົງນາມໃນບົດບັນທຶກການຮ່ວມມືໃນໄລຍະຈະມາເຖິງ. ພາບ: Quangnam.gov

ໂດຍແລກປ່ຽນກ່ຽວກັບທິດທາງການຮ່ວມມືມິດຕະພາບໃນໄລຍະຈະມາເຖິງ, ທ່ານ ນາງ ບຸນຮຽງ ບຸນຈິດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ໃຫ້ຮູ້ວ່າ ສອງຝ່າຍຈະສືບຕໍ່ໂຄສະນາເຜີຍແຜ່ໃຫ້ບັນດາປະຊາຊົນ​ທຸກ​ຊັ້ນວັນນະຂອງສອງປະເທດກ່ຽວກັບແນວທາງ, ແຜນການນະ​ໂຍບາຍ​ຂອງ​ພັກ ​ແລະ ນະ​ໂຍບາຍ​, ກົດໝາຍຂອງ​ລັດກ່ຽວກັບວຽກ​ງານ​ການ​ຕ່າງປະ​ເທດ ເວົ້າລວມ ​ແລະ ການ​ທູດ​ປະຊາຊົນ ເວົ້າສະເພາະ​ ຂອງ​ແຕ່ລະ​ປະ​ເທດ. ສົມທົບ​ກັນ​ໃນບັນດາການເຄື່ອນໄຫວລະດົມ​ປະຊາຊົນ​ຢູ່​ບັນດາ​ເມືອງທີ່ມີເສັ້ນທາງຊາຍແດນຮ່ວມ, ກໍ່ສ້າງ​ເສັ້ນ​ຊາຍ​ແດນ “ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື, ພັດທະນາ”.

ເປັນເສນາທິການໃຫ້ຄະນະພັກບັນດາຂັ້ນ, ອຳນາດ​ການ​ປົກຄອງ​ແຂວງ ກວາງ​ນາມ ​ແລະ ​ແຂວງ ເຊ​ກອງ ຢ່າງຕັ້ງໜ້າໃນ​ການ​ໂຄສະນາ, ດຶງ​ດູດ ​ແລະ ສົ່ງເສີມການ​ລົງທຶນ. ໃນນັ້ນ, ສຸມ​ໃສ່​ຂົງ​ເຂດ​ປູກຝັງ, ລ້ຽງສັດ ​ແລະ ຂະແໜງອາຊີບ ​ເຊິ່ງທັງ​ສອງ​ຝ່າຍ​ມີ​ທ່າແຮງ.

​ແລກປ່ຽນ​ຂໍ້​ມູນ​, ແບ່ງປັນປະສົບ​ການ​, ສົມທົບ​ກັນເພື່ອຈັດ​ຕັ້ງ​ການເຄື່ອນໄຫວພົບ​ປະ​ແລກປ່ຽນ​ມິດຕະພາບ, ​ການເຄື່ອນໄຫວມະນຸດສະທຳ ເປັນ​ປະຈຳ. ຍູ້ແຮງບັນດາການເຄື່ອນໄຫວໂຄສະນາ​ເຜີຍ​ແຜ່, ແນະນຳ​ຄວາມ​ສວຍ​ງາມ​ຂອງ​ວັດທະນະທຳ​ພື້ນ​ເມືອງ, ຜືນແຜ່ນດິນ, ປະຊາຊົນ​ສອງ​ແຂວງຢ່າງຕັ້ງໜ້າ​. ຜ່ານ​ນັ້ນ, ​ກໍ່ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ​ແລະ ​ກັນສອງ​ປະ​ເທດ ​ຫວຽດ​ນາມ - ລາວ ເວົ້າ​ລວມ ແລະ ສອງ​ແຂວງ ກວາງ​ນາມ - ເຊ​ກອງ ເວົ້າ​ສະ​ເພາະ.

ຫວຽດນາມ ສະໜັບສະໜູນ​ລາວ​ ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ

ຫວຽດນາມ ສະໜັບສະໜູນ​ລາວ​ ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ

ຍສໝ -ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮວ່າ​ງ​ຢາງ ໄດ້​ຊົມ​ເຊີຍ​ບັນ​ດາ​ຜົນ​ງານຂອງລາວ​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

ຮວ່າບິ່ງ-ຫົວພັນ ຍົກລະດັບການພົວພັນມິດຕະພາບ, ການຮ່ວມມື

ຮວ່າບິ່ງ-ຫົວພັນ ຍົກລະດັບການພົວພັນມິດຕະພາບ, ການຮ່ວມມື

ຍສໝ - ແບ່ງປັນຄວາມຫຍຸ້ງຍາກ, ຂອງການນຳແຂວງຫົວພັນ, ພ້ອມທັງວາງອອກບັນດາເປົ້າໝາຍ, ທິດທາງເປີດກວ້າງການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ແຂວງ, ທ່ານ ຫງວຽນຟີລອງ, ກໍາມະການສໍາຮອງຄະນະບໍລິຫານງານສູນກາງ, ເລຂາພັກແຂວງ ເນັ້ນໜັກວ່າ: ດ້ວຍນ້ຳໃຈອ້າຍນ້ອງ ແລະເພື່ອນມິດສະຫາຍ “ຄອບຄົວດຽວກັນ” ທີ່ສະໜິດສະໜົມ, ຮວ່າບິ່ງ ແລະຫົວພັນ ສືບຕໍ່ສະໜັບສະໜູນ, ປຸກລະດົມ ແລະໜູນຊ່ວຍກັນກໍ່ສ້າງ 2 ປະເທດ ແລະ ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.