ທ່ານ ຮ່ວາງເຫງຍຫຽວ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ເງ້ອານ ອາຍຸການ 2024-2029

15:32 | 21/09/2024

ຍສໝ - ວັນທີ 17 ກັນຍາ, ຢູ່ ເງ້ອານ, ສະຫະພັນບັນດາອົງການມິດຕະພາບແຂວງ ເງ້ອານ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 6, ອາຍຸການ 2024-2029.

ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ
ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ສະມາຄົມ​ມິດຕະພາບ​ຂອງ​ບັນດາ​ປະ​ເທດ​ໄດ້​ສົ່ງ​ໂທລະ​ເລກ ​ແລະ ຈົດໝາຍ​ສະແດງຄວາມgເສົ້າສະຫຼົດໃຈ​ເຖິງ​ປະຊາຊົນ​ຫວຽດນາມ

7 ໜ້າທີ່ຈຸດສຸມ

ຕາມທິດທາງທີ່ໄດ້ສະເໜີ​ທີ່​ກອງ​ປະຊຸມໃຫຍ່, ​ໃນ​ອາຍຸການ2024-2029, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ເງ້ອານ ​ໄດ້​ສຸມ​ໃສ່ 7 ໜ້າ​ທີ່​ຈຸດສຸມ ​ເພື່ອຊຸກຍູ້ການວຽກງານການທູດປະຊາຊົນທີ່ປະດິດ​ສ້າງ​ ແລະ ມີ​ປະສິດທິ​ຜົນ, ລວມມີ:

ຍົກສູງປະສິດທິຜົນຂອງວຽກງານຂໍ້ມູນຂ່າວສານການຕ່າງປະເທດ; ປ່ຽນແປງໃໝ່ເນື້ອໃນ, ຫັນບົດ​ຂ່າວ ແລະ ຮູບພາບເປັນຫຼາຍຮູບຫຼາຍແບບ; ນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າເຂົ້າໃນວຽກງານໂຄສະນາເຜີຍແຜ່, ທັນເວລາ, ຊັດເຈນ, ໜ້າສົນໃຈ.

ທ່ານ ຮ່ວາງເຫງີຍຫຽວ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ເງ້ອານ ອາຍຸການ 2024-2029.

ຄະນະ​ບໍລິຫານ​ງານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເງ້ອານ ອາຍຸການ 2024-2029 ​ໄດ້​ເປີດຕົວທີ່ກອງ​ປະຊຸມ​ໃຫຍ່. (ພາບ: tuyenhinnhghean.vn)

ໂດຍສືບ​ຕໍ່​ຜັນຂະຫຍາຍການ​ປະຕິບັດບັນດາຄຳ​ສັ່ງ, ມະຕິ, ​ແຜນການ, ຂໍ້​ສະ​ຫຼຸບ​ຂອງ​ສູນ​ກາງ ​ແລະ ​ແຂວງ ​ເງ້ອານ ກ່ຽວ​ກັບ​ວຽກງານການທູດ​ປະຊາຊົນ; ເຜີຍແຜ່, ໂຄສະນາເພື່ອໃຫ້ສະມາຊິກໄດ້ຮັບຮູ້ຢ່າງຈະແຈ້ງກ່ຽວກັບ ແຜນນະໂຍບາຍ, ທັດສະນະຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການເພີ່ມທະວີການນຳພາຂອງພັກ, ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນໃນສະພາບການໃໝ່.

ປະຕິບັດລະບຽບຂໍ້ກຳນົດສົມທົບກັບການປະຕິບັດ​ວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ ລະຫວ່າງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ເງ້ອານ, ພະແນກພົວພັນຕ່າງປະເທດ ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເງ້ອານ ໄລຍະ 2021-2026 ​ແລະ ການສົມທົບ​ກັນ​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ວຽກງານການທູດປະຊາຊົນ​ ກັບບັນດາພະແນກ, ຄະນະ, ຂະແໜງການ, ທ້ອງ​ຖິ່ນ, ບັນດາມະຫາວິທະຍາ​ໄລ, ວິທະຍາໄລ, ວິ​ສາ​ຫະກິດ ​ແລະ ອົງການ​ຈັດ​ຕັ້ງ​ປະຊາຊົນ.

ການປ່ຽນແປງໃໝ່ເນື້ອ​ໃນ ​ແລະ ຮູບ​ແບບ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື; ປັບປຸງ ແລະ ຍົກສູງການ​ພົວພັນ​ທີ່​ມີ​ຢູ່​ແລ້ວຢ່າງ​ປະສິດທິ​ຜົນ, ສ້າງ​ບັນດາການ​ພົວພັນ​ໃໝ່; ລະດົມຂຸດ​ຄົ້ນ​ແຫຼ່ງຊັບພະຍາກອນຢ່າງຕັ້ງໜ້າ, ຫັນ​ແຫຼ່ງ​ຊ່ວຍ​ເຫຼືອເປັນຫຼາຍຮູບຫຼາຍແບບ, ສົມທົບ​ກັນ​ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ.

ຈັດຕັ້ງບັນດາການເຄື່ອນໄຫວສັນຕິພາບ, ການພົບປະແລກປ່ຽນມິດຕະພາບກັບປະຊາຊົນບັນດາປະເທດ, ປ່ຽນແປງໃໝ່ເນື້ອໃນ, ຍົກສູງວຽກງານລະດົມຢ່າງມີປະສິດທິຜົນ, ສະໜິດຕິດພັນຢ່າງກົມກຽວຜົນປະໂຫຍດດ້ານເສດຖະກິດກັບການຮັບປະກັນຄວາມຮຽກຮ້ອງການດ້ານການຕ່າງປະເທດ ແລະ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບເພື່ອຜົນປະໂຫຍດຂອງປະເທດຊາດ, ປະຊາຊົນໃນບັນດາການເຄື່ອນໄຫວ​ວຽກງານການທູດປະຊາຊົນ.

ການປ່ຽນແປງໃໝ່ເນື້ອ​ໃນ, ວິທີລະດົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່ມີເຊື້ອສາຍ ເງ້ອານ ເພື່ອປະກອບສ່ວນເຂົ້າໃນພາລະກິດ​ແຫ່ງການສ້າງສາ ແລະ ພັດທະນາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດຊາດ.

ຕັ້ງໜ້າເຂົ້າຮ່ວມວຽກງານຮັບປະກັນຊີວິດສັງຄົມ ແລະ ວຽກງານການກຸສົນ, ມະນຸດສະທຳ.

ການປ່ຽນແປງໃໝ່ແນວ​ຄິດ​ຈິນຕະນາການການທູດ​ປະຊາຊົນ

ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມໃຫຍ່, ທ່ານ ຫງວຽນຫງອກຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ໄດ້​ສະ​ເໜີ​ໃຫ້​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ເງ້ອານ ​ເອົາ​ໃຈ​ໃສ່​ເຖິງ 5 ຂົງ​ເຂດ​ວຽກ​ງານ​ໃນ​ໄລຍະ​ຈະ​ມາ​ເຖິງ:

ທ່ານ ຮ່ວາງເຫງີຍຫຽວ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ເງ້ອານ ອາຍຸການ 2024-2029.

ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ​ຫວຽດ​ນາມ ຫງວຽນ​ຫງອກ​ຮຸ່ງ ໄດ້​ມອບ​ໃບຍ້ອງຍໍໃຫ້​ບັນ​ດາ​ກົມກອງລວມໝູ່​, ສ່ວນບຸກ​ຄົນ. (ພາບ: tuyenhinnhghean.vn)

ທີໜຶ່ງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເງ້ອານ ເປັນເສນາທິການໃຫ້ຄະນະພັກແຂວງ ສືບ​ຕໍ່ເຊື່ອມຊຶມບັນດາ​ຄຳ​ຊີ້ນຳຂອງ​ພັກ​ກ່ຽວ​ກັບ​​ວຽກງານການທູດປະຊາຊົນ ເພື່ອ​ໃຫ້​ທົ່ວ​ລະບົບການ​ເມືອງ ​ແລະ ປະຊາຊົນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ເຖິງ​ບົດບາດ​ຂອງ​ວຽກງານການທູດປະຊາຊົນ. ໃນນັ້ນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ເງ້ອານ ​ແລະ ບັນດາ​ອົງການ​ສະມາຊິກ​ລ້ວນ​ແຕ່​ມີ​ບົດບາດ​ນຳ​ໜ້າ.

ທີສອງ, ການປ່ຽນແປງໃໝ່​ແນວ​ຄິດ, ວິທີ​ເຂົ້າເຖິງ, ກໍ່ຄືແບບ​ວິທີ ແລະ ເນື້ອ​ໃນ​ການຜັນຂະຫຍາຍບັນດາການເຄື່ອນໄຫວ​ວຽກງານການທູດປະຊາຊົນຕາມທິດທາງທີ່​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ, ພ້ອມ​ກັບວຽກງານການພົວພັນຕ່າງປະເທດຂອງ​ພັກ ​ແລະ ການ​ທູດ​ແຫ່ງ​ລັດ ​ເພື່ອ​ສ້າງ​ບັນດາການ​ປະກອບສ່ວນ​ທີ່ລະອຽດ, ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ພາລະກິດ​ແຫ່ງການປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ.

ທີ​ສາມ, ຍູ້ແຮງວຽກງານ​ການລະດົມ​ຊ່ວຍ​ເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ສຸມ​ໃສ່ປັບປຸງການ​ພົວພັນ​ກັບ​ບັນດາ​ອົງການ ແລະ ​ຜູ້ອຸປະຖຳທີ່ພວມເຄື່ອນໄຫວຢູ່ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ກໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາພະແນກ, ຄະນະ, ຂະແໜງການ​ ເພື່ອແກ້ໄຂບັນດາຄົງຄ້າງ, ພິເສດ​ແມ່ນ​ຂັ້ນຕອນການບໍລິຫານ, ເພື່ອ​ຮັບປະກັນບັນດາລາຍການ ແລະ ​ໂຄງການໄດ້ຮັບການ​ຜັນຂະຫຍາຍ​ຢ່າງ​ສະດວກ. ນອກ​ນີ້, ກໍ່ຕ້ອງ​ເປັນເຈົ້າການໃນການສ້າງຂໍ້ສະເໜີຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື: ​ເຕັກ​ໂນ​ໂລ​ຢີ​ສູງ, ພະລັງງານສີ​ຂຽວ ​ແລະ ການທ່ອງທ່ຽວ​ຊຸມ​ຊົນ...

ທີ​ສີ່, ສືບ​ຕໍ່​ເສີມຂະຫຍາຍບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ຂໍ້​ມູນຂ່າວສານການຕ່າງປະ​ເທດໃນ​ອາຍຸການ​ຜ່ານ​ມາ, ເພື່ອເປີດ​ກວ້າງ​ຂອບ​ເຂດ ​ແລະ ເປົ້າໝາຍຜູ້​ອ່ານຂອງເວັບ​ໄຊ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕນິກສັງລວມ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເງ້ອານ ຕ້ອງ​ເພີ່ມ​ທະວີ​ການ​ລົງທຶນເຂົ້າໃນ​ເຕັກ​ໂນ​ໂລ​ຢີ, ​ເນື້ອ​ໃນ ​ແລະ ການເຄື່ອນໄຫວ​ເຜີຍ​ແຜ່. ການໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍ, ນະ​ໂຍບາຍ​ຂອງ​ລັດ, ພ້ອມ​ທັງ​ບັນດາ​ໝາກຜົນ​ທີ່​ແຂວງ ເງ້ອານ ບັນລຸ​ໄດ້ ຈະ​ຊ່ວຍ​ໃຫ້​ເພື່ອນ​ມິດສາ​ກົນ ​ເຂົ້າ​ໃຈກ່ຽວກັບບັນດານະ​ໂຍບາຍ​, ​ຜົນງານ​ຢ່າງຈະແຈ້ງກ່ວາອີກໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ວັດທະນະທຳ ແລະ ບັນດາທັດສະນີຍະພາບ​ທີ່​ພົ້ນ​ເດັ່ນ​ຂອງ ເງ້ອານ.

ທີ​ຫ້າ, ຖືວຽກ​ງານບຳລຸງ​ສ້າງ​ ແລະ ຍົກສູງກຳລັງຄວາມ​ສາມາດໃຫ້ຖັນແຖວພະນັກງານ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດເປັນສຳຄັນ​, ພິເສດ ແມ່ນ​ການທູດປະຊາຊົນ, ດ້ວຍຈຸດສຸມແມ່ນການກໍ່ສ້າງ​ກຳລັງສືບທອດຢູ່ອົງການ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ເງ້ອານ ​ແລະ ບັນດາ​ອົງການ​ສະມາຊິກ. ພ້ອມ​ກັນ​ນັ້ນ, ​ກໍ່ເພີ່ມ​ທະວີ​ການຈັດ​ຕັ້ງບັນດາກອງ​ປະຊຸມແບ່ງປັນຂໍ້​ມູນບັນຫາສະເພາະຈາກຫຼາຍແງ່ມູມທີ່ແຕກຕ່າງກັນ, ທັງ​ອັບເດດຄວາມ​ຮູ້ ແລະ ທັງສ້າງ​ກາລະ​ໂອກາດ​ເພື່ອຍົກ​​ວຽກງານການທູດປະຊາຊົນ​ໃຫ້​ໃກ້ຊິດ​ກັບ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ກໍ່ຄືບັນດາພະແນກ, ຄະນະ, ຂະແໜງການ.

ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ສິລະ​ປະ​ຫວຽດນາມ ຢູ່ ເຊນປີເຕີເບີກ (ສະຫະພັນ​ລັດ​ເຊຍ)

ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ສິລະ​ປະ​ຫວຽດນາມ ຢູ່ ເຊນປີເຕີເບີກ (ສະຫະພັນ​ລັດ​ເຊຍ)

ຍສໝ - ເຂົ້າ​ຮ່ວມ​ລາຍການ, ຝ່າຍ​ຫວຽດນາມ ໂດຍມີ​ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ; ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ດັ້ງ​ມິ​ງ​ຄອຍ. ​ຝ່າຍ​ສະຫະພັນ​ລັດ​ເຊຍ, ມີ​ທ່ານ ໂບນຕີນ ຟີດໍ (Boltin Fedor) ປະທານ​ຄະນະ​ກຳມະການ​ວັດທະນະທຳ​ນະຄອນເຊນປີເຕີເບີກ (St.Petersburg). ທ່ານ ການກາໂນບ ວີຢາກຈິລາບ (Kalganov ...

ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ

ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ

ຍສໝ - ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ Vladimir Putin ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ​ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທງເຊີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ໝາກຜົນ​ອັນ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມຄັ້ງນີ້. ຂໍແນະນໍາເນື້ອໃນຂອງການສໍາພາດ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.