ກອງປະຊຸມໂອ້ລົມ ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​ຕາ​ເວັນ​ອອກ: ບັນດາການເຈາະຈິ້ມເປີດໃຫ້ ຫວຽດນາມ

15:30 | 21/09/2024

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໄດ້​ສົມທົບ​ກັບສະຖາບັນຄົ້ນຄ້ວາບໍລິຫານ ແລະ ​ນະ​ໂຍບາຍ ​ອີຣານ (Governance and Policy Think Tank of Iran (GPTT)) ຈັດ​ຕັ້ງ​ກອງປະຊຸມໂອ້ລົມທາງອອນໄລ ດ້ວຍ​ຫົວ​ຂໍ້ “ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​ຕາ​ເວັນ​ອອກ: ບັນດາຈຸດຄ້າຍຄື​ກັນ ​ແລະ ຜົນປະໂຫຍດລວມ”. ທີ່​ກອງປະຊຸມໂອ້ລົມ, ບັນດາ​ຜູ້​ແທນ​ໄດ້​ຮັບຮູ້ ແລະ ຕີ​ລາຄາ​ໂດຍສັງເຂບສະພາບການຢູ່ເຂດ​ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​ຕາ​ເວັນ​ອອກ ເວົ້າລວມ, ພ້ອມກັນນັ້ນ ກໍ່ຊີ້​ອອກ​ບັນດາ​ກາລະ​ໂອກາດ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອີຣານ ​ເວົ້າ​ສະ​ເພາະ.

ໜູນ​ຊ່ວຍ​ຄົນ​ງານ​ ຫວຽດນາມ 1.000 ຄົນ​ທີ່​ໄປ​ເຮັດ​ວຽກ​ຢູ່​ ​ອົດ​ສະ​ຕາ​ລີ ໃນ​ຂົງເຂດ​ກະ​ສິ​ກໍາ​
ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ນອນໃນ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍການທ່ອງທ່ຽວຖືກກວ່າໝູ່ຢູ່ ອາຊີ

ກອງປະຊຸມໂອ້ລົມ​ໂດຍ​ທ່ານ Ali Salehian, ນັກ​ຄົ້ນ​ຄ້ວາຂັ້ນສູງຂຶ້ນກັບສະ​ຖາ​ບັນ​ຄົ້ນຄວ້າບໍລິຫານ ແລະ ນະ​ໂຍບາຍ ​ອີຣານ ແລະ ທ່ານປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ຟ່ານແອງເຊີນ ເປັນປະທານຮ່ວມ.

ກອງປະຊຸມໂອ້ລົມ ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​ຕາ​ເວັນ​ອອກ: ບັນດາການເຈາະຈິ້ມເປີດໃຫ້ ຫວຽດນາມ

ບັນດານັກປາຖະກະຖາເຂົ້າຮ່ວມທາງ​ອອນໄລ. (ພາບ: Dinh Hoa)

ໂດຍ​ເຂົ້າ​ຮ່ວມ​ກອງປະຊຸມໂອ້ລົມທາງ​ອອນໄລ ມີ​ທີ່​ປຶກສາຂັ້ນສູງ, ນັກຄົ້ນຄວ້າ​ຂັ້ນສູງມາ​ຈາກ​ສະ​ຖາ​ບັນ​ຄົ້ນຄວ້າບໍລິຫານ ແລະ ນະ​ໂຍບາຍ ​ອີຣານ; ບັນດາສາດສະດາຈານ, ນັກຄົ້ນຄວ້າມາ​ຈາກມະຫາວິທະຍາໄລ Allameh Tabatabai, ມະຫາວິທະຍາໄລ Tehran; ພະນັກງານຂອງສະຖານທູດ ອີຣານ ປະຈຳ ຫວຽດນາມ.

ກອງປະຊຸມພົບປະມີ​ການ​ເຂົ້າ​ຮ່ວມ​ໂດຍ​ກົງ​ຂອງ​ບັນດາ​ຜູ້​ແທນ, ນັກ​ຄົ້ນ​ຄ້ວາມາຈາກກະຊວງ​ການ​ຕ່າງປະ​ເທດ, ສະ​ຖາ​ບັນ​ຄົ້ນ​ຄ້ວາ ອາ​ຟຼິກາ ​ແລະ ຕາ​ເວັນ​ອອກ​ກາງ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຫວຽດນາມ; ຜູ້ຕາງໜ້າບັນດາຄະນະ, ຫົວໜ່ວຍຂຶ້ນກັບອົງການປະຈໍາສະຫະພັນບັນດາອົງການຕະພາບ ຫວຽດນາມ...

ກ່າວ​ຄຳປາໄສທີ່ເປີດກອງປະຊຸມໂອ້ລົມ, ທ່ານ Majid Afahani, ຜູ້ອຳນວຍການກົມ​ພົວພັນ​ສາກົນ, ສະ​ຖາ​ບັນ​ຄົ້ນຄວ້າບໍລິຫານ ແລະ ນະໂຍບາຍ ​ອີຣານ ໄດ້​ຕີ​ລາຄາໂດຍສັງເຂບສະພາບການຂອງ​ໂລກ ເວົ້າລວມ ແລະ ອາຊີ ​ເວົ້າ​ສະເພາະ, ຈາກນັ້ນ​ ກໍ່ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ຕາມ​ທ່ານ​ແລ້ວ, ​ວັດທະນະທຳ ແລະ ບັນດາມໍລະດົກ​ວັດທະນະທຳ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຊື່ອມ​ຕໍ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ນຳ​ມາ​ເຊິ່ງກາລະ​ໂອກາດ​ໃໝ່​ໃຫ້​ແກ່​ບັນດາ​ປະ​ເທດຫຍັບ​ເຂົ້າ​ໃກ້​ກັນ​ກວ່າ.

ກ່ຽວ​ກັບ​ສະພາບ​ການ​ຢູ່​ອາຊີ​ຕາ​ເວັນ​ຕົກ, ທ່ານ Majid Afahani ​ໃຫ້​ຮູ້​ວ່າ ພາກພື້ນພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ, ດ້ວຍບັນຫາຫຼາຍຢ່າງ ​ທີ່ໄດ້​ ແລະ ພວມກາຍ​ເປັນ​ສິ່ງ​ທ້າ​ທາຍ​ລວມ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ຮຽກຮ້ອງ​ໃຫ້​ບັນດາປະ​ເທດ​ທີ່​ຮັກ​ຫອມ​ເສລີພາບ, ສັນຕິພາບ, ​ໃນ​ນັ້ນ​ມີ ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ສັນຕິພາບ ​ແລະ ປົກ​ປ້ອງຄົນທີ່ຖືກຄວາມສ່ຽງງ່າຍ.

ທີ່ກອງປະຊຸມໂອ້ລົມ, ທ່ານ ຫງວຽນ​ກວາງຄາຍ, ອະດີດ​ຫົວໜ້າ​ກົມ​ອາຊີ​ຕາ​ເວັນ​ຕົກ - ອາ​ຟຼິກາ, ກະຊວງ​ການ​ຕ່າງປະ​ເທດ, ອະດີດ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະຫະນະຄອນ ເອເມຣັດ ອາຮັບ, ອີຣັກ ​ແລະ ບາງ​ປະ​ເທດ​ຕາ​ເວັນ​ອອກ​ກາງ ​ໄດ້​ແຈ້ງ​ກ່ຽວກັບ​ສະພາບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອີຣານ.

ຕາມ​ນັກປາຖະກະຖາ ຫງວຽນ​ກວາງຄາຍ ແລ້ວ, ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1973 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ ອີຣານ ​ແລະ ຫວຽດນາມ ນັບ​ມື້​ນັບ​ດີງາມ​ທີ່​ສຸດ, ດ້ວຍການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ​ເປັນ​ຫຼາຍຄັ້ງ; ຂໍ້ຕົກລົງ, ສັນຍາຫຼາຍ​ສະບັບ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ບັນດາ​ຂົງ​ເຂດ​ຄື ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ກະສິກຳ... ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ຍັງ​ບໍ່ຫຼາຍເທົ່າທີ່ຄວນ, ພຽງ​ແຕ່​ບັນລຸ​ປະມານ 100-200 ລ້ານ USD/ປີ.

ໂດຍສະແດງການປະກອບຄຳເຫັນກ່ຽວ​ກັບ​ແງ່​ຫວັງ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອີຣານ, ທ່ານ ​ເລ​ເຟືອກມິງ, ອະດີດ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນຄົ້ນຄ້ວາອາ​ຟິຼກ​ກາ ​ແລະ ຕາ​ເວັນ​ອອກ​ກາງ ​ໃຫ້​ຮູ້​ວ່າ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ຢ່າງ​ເລິກ​ເຊິ່ງ​ກ້ວາງຂວາງ​ໃນ​ສະພາບ​ການ​ປະຈຸ​ບັນ ຈະ​ນຳ​ມາ​ເຊິ່ງຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ກອງປະຊຸມໂອ້ລົມ ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​ຕາ​ເວັນ​ອອກ: ບັນດາການເຈາະຈິ້ມເປີດໃຫ້ ຫວຽດນາມ

ພາບທີ່ກອງປະຊຸມໂອ້ລົມ"ອາຊີ​ຕາ​ເວັນ​ຕົກ​ ແລະ​ ອາຊີ​ຕາ​ເວັນ​ອອກ: ບັນດາຈຸດຄ້າຍຄື​ກັນ ​ແລະ ຜົນປະໂຫຍດລວມ". (ພາບ: Dinh Hoa)

ທ່ານຍັງໄດ້ເນັ້ນຫນັກວ່າ ຂະແໜງການອຸດສາຫະກໍາ Halal (ຂະແໜງການອຸດສາຫະກໍາທີ່ສະຫນອງຜະລິດຕະພັນ ແລະ ການບໍລິການທີ່ເໝາະສຳລັບຊາວມຸດສະລິມ) ມີຂອບຂະຫນາດໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນເຕີບໂຕສູງ. ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອີຣານ ຈະໄດ້ຮັບການຊຸກຍູ້ ຖ້າໝູນໃຊ້ກາລະໂອກາດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນທ້ອງຕະຫຼາດ Halal ນີ້ຢ່າງມີປະສິດທິຜົນ.

ກ່າວ​ຄຳປາໄສທີ່ກອງປະຊຸມໂອ້ລົມ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ຟ່ານແອງເຊີນ ໃຫ້​ຮູ້​ວ່າ ຫວຽດນາມ ​ແລະ ອີຣານ ມີ​ຫຼາຍ​ຈຸດ​ຄ້າຍຄື​ກັນ ​ແລະ ​ແບ່ງປັນເປົ້າໝາຍພັດທະນາ​ປະ​ເທດ​ຊາດ. ຍ້ອນແນວ​ນັ້ນ, ສອງ​ປະ​ເທດ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມືສອງຝ່າຍ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ການ​ທູດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ຂົງ​ເຂດ​ອື່ນ​ຄື: ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ...

ໂດຍຕີ​ລາຄາ​ສູງ​ຄຸນຄ່າການທາບທາມປຶກສາຫາລື ແລະ ຄວາມໝາຍຕົວຈິງຂອງບັນດາບົດປະກອບຄຳເຫັນ, ທ່ານ ຟ່ານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ ຈະ​ມີບັນດາກອງປະຊຸມໂອ້ລົມຕື່ມ​ອີກ​ລະຫວ່າງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າບໍລິຫານ ແລະ ນະ​ໂຍບາຍ ​ອີຣານ.

ບັນດາກອງປະຊຸມໂອ້ລົມແມ່ນເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ, ເຮັດໃຫ້ຄວາມ​ເຂົ້າ​ໃຈ​ລະຫວ່າງ​ນັກ​ຄົ້ນ​ຄ້ວາ, ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ສອງ​ປະ​ເທດເລິກເຊິ່ງກ່ວາອີກ. ບົນ​ພື້ນຖານ​ນັ້ນ, ກໍ່ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ອີຣານ ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການທ່ອງ​ທ່ຽວ… ໃຫ້ແທດ​ເໝາະ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

ຍສໝ - 5 ນະຄອນ​ຂອງ​ຫວຽດນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ​ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ​ ແຕ່ເດືອນ 6 ຫາ​ວັນ​ທີ 24 ມິຖຸນາ​ ລວມມີ: ນະຄອນ ​ໂຮ່ຈີ​ມິນ, ດາ​ນັງ, ຮ່າ​ໂນ້ຍ, ​ໂຮ້ຍອານ, ຢ່າ​ຈາ່ງ.

3 ສະຖານີ່ທ່ອງທ່ຽວຂອງ ຫວຽດນາມ ໄດ້ເຂົ້າໃນບັນດາສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດໃນ ອາຊີ

3 ສະຖານີ່ທ່ອງທ່ຽວຂອງ ຫວຽດນາມ ໄດ້ເຂົ້າໃນບັນດາສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດໃນ ອາຊີ

ຍສໝ - ຖະໜົນເກົ່າ ​ໂຮ້ຍອານ, ຫໍພິພິທະ​ພັນ​ວັດຖຸພັນຮ່ອງຮອຍສົງຄາມ (ນະຄອນ​ ໂຮ່ຈີ​ມິນ) ​ແລະ ອຸ​ໂມງໃຕ້ດິນ ກູ້ຈີ ​ແມ່ນ 3 ​ຕົວ​ແທນ​ຂອງ ​ຫວຽດນາມ ທີ່​ໄດ້ຈັດເຂົ້າໃນ​ບັນຊີ​ລາຍ​ຊື່ 25 ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ນິຍົມ​ທີ່​ສຸດ​ຂອງ​ ອາຊີ ​ໂດຍ​ຜູ້​ອ່ານ TripAdvisor ຄັດເລືອກ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.