ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ພສ 2566, ປ້ອມປ້ອງກັນຊາຍແດນດ່ານສາກົນ ໄຕຈາງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ ໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ໃຫ້ພະນັກງານ, ລັດຖະກອນປ້ອມປ້ອງກັນຊາຍແດນ 162 (ກອງບັນຊາການທະຫານແຂວງຫຼວງພະບາງ).
ຍສໝ - ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການພົວພັນມິດຕະພາບ, ຊຸກຍູ້ການພັດທະນາ, ຍົກສູງກົດໝາຍສາກົນ ແລະ ການຮັບມືກັບບັນດາສິ່ງທ້າທາຍລວມ.
ຍສໝ - ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (ສປຊ) ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ຄະນະຕຸລາການສານຍຸຕິທຳສາກົນ (ICJ) ຍົກອອກຄຳເຫັນປຶກສາຫາລືກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ດ້ວຍຄວາມເຫັນດີເຫັນພ້ອມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ (30/3/1973 – 30/03/2023), ວາລະສານ ຍຸກສະໄໝ ໄດ້ມີການສຳພາດທ່ານ ໂງແຊກທຶກ, ປະທານສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ ກ່ຽວກັບການພົວພັນມິດຕະພາບ ລະຫວ່າງສອງປະເທດ.
ຍສໝ - ທ່ານນາງອຸປະທູດຫວຽດນາມ ປະຈຳມາເລເຊຍ ຫງວຽນທິຫງອກແອງ ໄດ້ມີການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ມາເລເຊຍ ກ່ຽວກັບຄວາມໝາຍຂອງເຫດການ.
ຍສໝ - ຫ້ອງວ່າການລັດຖະບານຫາກໍ່ປະກາດບົດສະຫຼຸບຂອງຄະນະປະຈຳລັດຖະບານ ຢູ່ກອງປະຊຸມທີ່ກ່ຽວຂ້ອງເຖິງການຍົກເວັ້ນວີຊາແບບຝ່າຍດຽວຂອງ ຫວຽດນາມ ໃຫ້ແກ່ພົນລະເມືອງບັນດາປະເທດ ແລະ ບາງນະໂຍບາຍໃໝ່ໃນຂົງເຂດຄຸ້ມຄອງການສົ່ງອອກນຳເຂົ້າ, ຜ່ານແດນ, ພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ.
ຍສໝ - ໃນຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງການພົບປະກັບຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ຕ່າງປະເທດ ໄລຍະ 2023-2026.
ຍສໝ - ນີ້ແມ່ນຄຳຢືນຢັນຂອງທ່ານອຳນວຍການສູນມໍລະດົກໂລກ ຂອງ UNESCO Lazare Eloundou Assomo ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ໃນຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ.
ຍສໝ - ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ລາວ ຮູ້ສຶກພາກພູມໃຈ ຍ້ອນລະບົບທ່າກຳປັ່ນຂອງ ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ - ຫວຽດນາມ ຢູ່ຮ່າຕິ້ງ ມີແຜນຜັງທີ່ທັນສະໄໝ, ມີການລົງທຶນ ແລະ ຂຸດຄົ້ນເປັນຢ່າງດີ.
ຍສໝ - ວັນທີ 28 ມີນາ, "ໂຄງການຮ່ວມມືແຫ່ງຊາດ ຫວຽດນາມ - ອົງການຈັດຕັ້ງແຮງງານສາກົນ ILO ກ່ຽວກັບວຽກເຮັດງານທຳທີ່ເໝາະສົມ ໄລຍະ 2022 – 2026" ໄດ້ຮັບການລົງນາມລະຫວ່າງຜູ້ຕາງໜ້າຂອງລັດຖະບານ, ສະຫະພັນໃຫຍ່ແຮງງານ ຫວຽດນາມ, ສະຫະພັນການຄ້າ ຫວຽດນາມ, ສະຫະພັນສະຫະກອນ ຫວຽດນາມ ແລະ ອົງການແຮງງານສາກົນ (ILO).
ຍສໝ - ໄຟໄໝ້ມັກເກີດຂຶ້ນຢູ່ລາວ ໃນຍາມລະດູແລ້ງ ແລະ ລະດູຮ້ອນ, ດ້ວຍອຸນຫະພຸມຢູ່ນະຄອນຫຼວງວຽງຈັນຂຶ້ນເຖິງ 39 ອົງສາ ໃນຫຼາຍວັນຕໍ່ເນື່ອງ. ວົງການເຈົ້າໜ້າທີ່ມີຄວາມວິຕົກກັງວົນວ່າ ເຫດໄຟໄໝ້ໂດຍປະຊາຊົນຈູດປ່າເຮັດໄຮ່ເພື່ອກະກຽມໃຫ້ແກ່ລະດູການຕໍ່ໄປອາດຈະຮ້າຍແຮງກ່ວານີ້ອີກ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ແລະ ທ່ານກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ Qin Gang ໄດ້ເຫັນດີສືບຕໍ່ຊຸກຍູ້ ແລະ ປັບປຸງປະສິດທິຜົນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.
ຍສໝ - ບົດບັນທຶກຊ່ວຍຄວາມເຂົ້າໃຈດັ່ງກ່າວ ໄດ້ລົງນາມລະຫວ່າງລັດຖະບານລາວ ກັບບໍລິສັດ SINO-AGRI International Potash ຂອງຈີນ (SINO-AGRI International Potash Co). ສອງຝ່າຍຈະຮ່ວມມືກັນສ້າງນິຄົມອຸດສາຫະກຳສາກົນໝູນວຽນອັດສະລິຍະ kali ສາກົນ.
ຍສໝ - ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງອັດຕະປື, ທ່ານກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ, ປະທານສະພາປະຊາຊົນແຂວງ ເລເຈື່ອງລຶວ ໄດ້ຮັບຮູ້ວ່າ: ໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງແຂວງ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາອັນດີງາມ, ນັບມື້ນັບມີຄວາມສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ແທດຈິງໃນທຸກຂົງເຂດ.
ຍສໝ - ໃນການເຮັດວຽກກັບສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັສລາວ (LFGA) ນຳໂດຍທ່ານ ທອງທຳມະລາດ, ເລຂາສະມາຄົມ PV GAS ໄດ້ແນະນຳວິສັດການກໍ່ສ້າງ ແລະ ພັດທະນາ, ການວາງແຜນກຳນົດທິດທາງຍຸດທະສາດດຳເນີນທຸລະກິດ LPG ຂອງ PV GAS.
ຍສໝ - ທີ່ການພົບປະ, ທ່ານນາງ ປະທານກຳມາທິການຍຸຕິທຳ ເລທິງາ ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານປະທານກຳມາທິການຍຸຕິທຳ ຄຳແພງ ວິລະພັນ ແລະ ຄະນະ ແມ່ນການຢັ້ງຢືນເຖິງສາຍພົວພັນແບບພິເສດ ແລະ ຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າບໍລິສັດຮ່ວມມືສາກົນ 705 ຂຶ້ນກັບກອງບັນຊາການທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ; ຕາງໜ້າການນຳອຳນາດການປົກຄອງ ພ້ອມກັບບັນດາພະແນກທີ່ກ່ຽວຂ້ອງ ແຂວງອຸດົມໄຊ
ຍສໝ - ທ່ານ ປະລິນຍາເອກ ຊາວເຢຍລະມັນ Rainer Zitelmann ຢືນຢັນວ່າ ຫວຽດນາມ ມີກາລະໂອກາດກາຍເປັນໜຶ່ງໃນບັນດາປະເທດມະຫາອຳນາດເສດຖະກິດແຖວໜ້າ.
ຍສໝ - ວັນທີ 26 ມີນາ, ຢູ່ທ່າກ່ຳປັ່ນຜູ້ໂດຍສານສາກົນ ຮະລອງ (ແຂວງ ກວ໋າງນິງ), ກ່ຳປັ່ນຫຼູຫຼາ Mein Schiff 5 ຂອງປະເທດ ມານຕາ ໄດ້ພາແຂກທ່ອງທ່ຽວເອີຣົບ 2.191 ຄົນ, ເຊິ່ງສ່ວນຫຼາຍແມ່ນຊາວສັນຊາດເຢຍລະມັນ ມາທ່ຽວນະຄອນຮະລອງ.
ຍສໝ - ຕອນເຊົ້າວັນທີ 25 ມີນານີ້, ຢູ່ໂຮງຮຽນການເມືອງແຂວງ, ຄະນະໂຄສະນາສຶກສາຄະນະພັກແຂວງ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງໄວໜຸ່ມເຂົ້າເປັນພົນລະເມືອງທົ່ວໂລກ ແລະ ການຫັນເປັນດິຈິຕອນ ເພື່ອຍົກສູງຄວາມຮັບຮູ້ ແລະ ສຶກສາອົບຮົມແນວຄິດອຸດົມການປະຕິວັດ, ຄຸນສົມບັດສິນທຳ, ຊີວິດການເປັນຢູ່ຂອງຊາວຫນຸ່ມ.