ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 50 ທ່ານ ເປັນຕົວແທນຈະໄດ້ຮັບເພື່ອປະກອບສ່ວນກໍ່ສ້າງນະຄອນ ໂຮ່ຈິມິນ

00:00 | 26/04/2025

ຍສໝ - ວັນທີ 25 ເມສາ ຢູ່ນະຄອນ ໂຮ່ຈີມິນ ຈະດຳເນີນລາຍການພົບປະ ແລະ ຍ້ອງຍໍໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນຂະບວນການກໍ່ສ້າງ ແລະ ພັດທະນານະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025).

ນະຄອນ ໂຮ່ຈິມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ເພື່ອຊ່ວຍເຫຼືອເພື່ອນມິດ ກຳປູເຈຍ
ກຳປັ່ນ SSEAYP ເຂົ້າທຽບທ່າກຳປັ່ນນະຄອນ ໂຮ່ຈິມິນ: ຂີດໝາຍສຳຄັນໃນການພົວພັນມິດຕະພາບພາກພື້ນ

ຄາດວ່າ, ລາຍການຈະມີ​ການ​ເຂົ້າ​ຮ່ວມ​ຂອງ​ນຳພາ​ນະຄອນ ​ໂຮ່ຈີ​ມິນ, ການ​ນຳຂອງ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (ກະຊວງການຕ່າງປະເທດ), ຈຳນວນໜຶ່ງພະແນກຂະແໜງການ ​ແລະ ຫົວໜ່ວຍກ່ຽວຂ້ອງ ​ແລະ ຜູ້ແທນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 50 ທ່ານ ທີ່​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ຂະບວນການ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ ​ໂຮ່ຈີ​ມິນ ​ແຕ່​ປີ 1975 ຮອດ​ປະຈຸ​ບັນ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 50 ທ່ານ ເປັນຕົວແທນຈະໄດ້ຮັບເພື່ອປະກອບສ່ວນກໍ່ສ້າງນະຄອນ ໂຮ່ຈິມິນ

ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ເຕົ້າ​ໂຮມ​ກັນ​ສະ​ເຫຼີມ​ສະ​ຫຼອງ​ລະດູບານໃໝ່ປີມະເສັງ 2025. (ຮູບ: VOV.VN)

​ລາຍການ​ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ໄລຍະແຫ່ງ​ການ​ເດີນທາງ 50 ປີ​. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ​ກວດກາ​ຄືນການເດີນທາງ​ປະຫວັດສາດ​ຂອງ​ປະ​ເທດ​ຊາດທີ່ສະຫງ່າອົງອາດ, ສະ​ແດງ​ຄວາມ​ເອກອ້າງ​ທະນົງ​ໃຈ, ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ປະກອບສ່ວນ​ພັດທະນາ​ນະຄອນ ​ເວົ້າ​ສະ​ເພາະ ​ແລະ ປະ​ເທດ​ຊາດ​ ເວົ້າ​ລວມ ​ໃນ​ໄລຍະ​ໃໝ.

ໂດຍຜ່ານລາຍການ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ ຈະ​ມີ​ໂອກາດແບ່ງປັນຄວາມ​ຮູ້ສຶກ, ຄວາມ​ຊົງ​ຈຳ ​ແລະ ຄວາມ​ນຶກຄິດ​ເລິກ​ເຊິ່ງກ່ຽວ​ກັບ​ວັນ​ 30 ເມສາ ປະຫວັດສາດ. ນີ້​ກໍ່​ແມ່ນ​ຂົວເຊື່ອມ​ຕໍ່ເພື່ອເພີ່ມທະວີຄວາມສະໜິດ​ຕິດພັນ​, ຕໍ່ໃສ່ກັນຄວາມຮັບແພງ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ, ພ້ອມ​ກັນ​ນັ້ນ ​ກໍ່​ປຸກລະດົມ ແລະ ເສີມຂະຫຍາຍແຫຼ່ງກຳລັງ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ໄລຍະ​ທີ່​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່, ສັງກາດບືນຕົວຂຶ້ນ​ຂອງ​ປະ​ເທດ​ຊາດ.

ລາຍການ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ ​ແລະ ຄວາມ​ສົນ​ໃຈ​ອັນ​ເລິກ​ເຊິ່ງຂອງ​ການ​ນຳ​ນະຄອນ​ທີ່​ມີ​ຕໍ່​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຄະນະ​ກຳ​ມະ​ການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ສະ​ແດງ​ຄວາມ​ຮູ້ບຸນຄຸນຕໍ່​ບັນດາ​ຜູ້​ແທນ​ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ​ເປັນຜູ້ທີ່ຍາມໃດກໍ່ຮ່ວມເດີນທາງພ້ອມ​ກັບຫົວ​ໜ່ວຍວຽກ​ງານ​​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ປະກອບສ່ວນເຂົ້າໃນການພັດທະນາ​ຂອງ​ນະຄອນ.

ເຜີຍແຜ່ແນວຄິດຂອງປະທານ ໂຮ່ຈິມິນ ກ່ຽວກັບສັນຕິພາບ

ເຜີຍແຜ່ແນວຄິດຂອງປະທານ ໂຮ່ຈິມິນ ກ່ຽວກັບສັນຕິພາບ

ຍສໝ - ວັນ​ທີ 19 ພຶດສະພາ​ນີ້, ​ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງ 134 ເເຫ່ງ​ວັນ​ເກີດຂອງ​ປະທານ ​ໂຮ່ຈິ​ມິນ (19/5/1890 – 19/05/2024), ຢູ່​ມະຫາວິທະຍາ​ໄລ Sejong - ​ໂຮງຮຽນ​ທີ່​ຕັ້ງ​ຊື່​​ກະສັດ​ຜູ້​ຍິ່ງ​ໃຫຍ່​ຂອງ ສ.​ເກົາຫຼີ - ໄດ້ດຳເນີນກອງ​ປະຊຸມສຳມະນາ​ສາກົນ ​ເພື່ອ​ເຊື່ອມ​ໂຍງ​ບັນດາປັນຍາ​ຊົນ, ນັກ​ສຶກສາ ​ແລະ ປະຊາຊົນ ຫວຽດນາມ ທີ່ອາ​ໄສ​​, ...

ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ

ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ

ຍສໝ - ວັນທີ 25 ມັງກອນ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວ່ານ ໄດ້ເປັນປະທານກອງປະຊຸມເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ເພື່ອຮັບໜ້າທີ່ໃນປີ 2024. ທ່ານຫວັງວ່າ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະສືບຕໍ່ເຊື່ອມຕໍ່ບັນດາແຫຼ່ງຊັບພະຍາກອນໜູນ​ຊ່ວຍ​ການ​ພັດທະນາ​ໃຫ້​ນະຄອນ ​ໂຮ່ຈີ​ມິນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ