ດ່າໜັງ – ອາເມລິກາ: ເພີ່ມທະວີຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ

00:00 | 26/04/2025

ຍສໝ - ນັ້ນ​ແມ່ນ​ຄວາມຫວັງ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ດ່າ​ນັ້ງ ​ເລ​ວັນ​ຈູງ ທີ່​ການ​ຕ້ອນຮັບ​ທ່ານ Frank Joyce - ຫົວໜ້າ​ສະພາຜູ້ອາວຸໂສແຫ່ງຊາດ ອາ​ເມ​ລິ​ກາ ພ້ອມ​ກັບ​ຜູ້ຕາງໜ້າ​ກອງ​ທຶນຄືນດີ ​ແລະ ພັດທະນາ ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດ່າຫ​ນັງ ​ໃນ​ຕອນ​ບ່າຍ​ວັນ​ທີ 23 ເມສາ.

ຍ່າງເພື່ອສັນຕິພາບຂອງມະນຸດຢູ່ ດ່າໜັງ: ເຜີຍແຜ່ນ້ຳໃຈສາມັກຄີ ແລະ ຄວາມຮັກແພງ
ດ່າໜັງ: ເຕັມໄປດ້ວຍສີສັນວັດທະນະທຳ ລັດເຊຍ ໃນງານບຸນອຳລາລະດູໜາວຢ່າງຄຶກຄັກ

ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ດ່າ​ໜັງ ​ເລ​ວັນ​ຈຸ​ງ ສະແດງຄວາມປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ແນະນຳ ​ແລະ ຮຽກຮ້ອງ​ບັນດາ​ນັກ​ລົງທຶນ​ຍຸດ​ທະ​ສາດ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຄື: ອຸດສາຫະກໍາຈິບແຜງ, ເຄິ່ງຊັກນຳໄຟຟ້າ, ​ເຕັກ​ໂນ​ໂລ​ຢີສູງ, ວັດຖຸ​ດິບ​ໃໝ່, ພະລັງງານ​ສະອາດ, ການ​ຄ້າ - ການ​ບໍລິການ, ການແພດ, ສິ່ງ​ແວດ​ລ້ອມ ​ແລະ ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ທ່ານ ເລ​ວັນ​ຈຸງ ກ່າວ​ວ່າ: “ນະຄອນ​ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການຮ່ວມເດີນທາງ​ຂອງ​ບັນດາ​ອົງການ​ສາກົນ​ໃນ​ຄວາມ​ມານະ​ພະຍາຍາມ​ປິ່ນປົວ​ບາດ​ເຈັບ​ຈາກ​ສົງຄາມ, ຊຸກຍູ້​ສັນຕິພາບ ​ແລະ ​ເພີ່ມ​ທະວີ​ການ​ພົວພັນຄວາມເປັນມະນຸດ​ລະຫວ່າງ 2 ປະ​ເທດ.

ດ່າໜັງ – ອາເມລິກາ: ເພີ່ມທະວີຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ

ທ່ານ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ດ່າ​ໜັງ ​ເລ​ວັນ​ຈຸງ ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ກັບ​ສະພາຜູ້ອາວຸໂສແຫ່ງຊາດ ອາ​ເມ​ລິ​ກາ ​ແລະ ກອງ​ທຶນ​ຄືນດີ ​ແລະ ພັດທະນາ. (ພາບ: ຫງວຽດແອັງ/danang.gov.vn)

ທ່ານ Frank Joyce, ຫົວໜ້າສະພາຜູ້ອາວຸໂສແຫ່ງຊາດ ອາເມລິກາ ປາດຖະໜາວ່າ ບັນດາທ້ອງຖິ່ນຂອງ 2 ປະເທດ, ພິເສດແມ່ນນະຄອນ ດ່າໜັງ ຈະສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ປະກອບສ່ວນສ້າງສັນຕິພາບແບບຍືນຍົງ, ການຮ່ວມມືພັດທະນາໃນໄລຍະຍາວ ແລະ ວັດທະນາຖາວອນໃຫ້ທັງ 2 ຝ່າຍ.

ຫວ່າງ​ມໍ່ໆ​ມາ​ນີ້, ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ນະຄອນ ດ່າ​ຫນັງ, ​ໃນ​ບັນດາ​ຂົງ​ເຂດ​ລົງທຶນ, ການ​ຄ້າ, ການ​ສຶກສາ ​ແລະ ບຳລຸງ​ສ້າງ; ບັນດາໂຄງການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ (ODA), ໂຄງການຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ອາເມລິກາ (NGO) ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ນະຄອນ ດ່າໜັງ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ.

ວົງ​ເງິນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ລະຫວ່າງ​ນະຄອນ ດ່າຫ​ນັງ ​ແລະ ອາ​ເມ​ລິ​ກາ ​ແມ່ນມີ​ຄວາ​ມໝັ້ນຄົງ ​ແລະ ​ໄດ້​ຮັບ​ການ​ເຕີບ​ໂຕ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ອາ​ເມ​ລິ​ກາ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ນະຄອນ ດ່າ​ຫນັງ ​ໃນ​ຫຼາຍ​ດ້ານ​ຄື: ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ການ​ຕ່າງປະ​ເທດ, ວັດທະນະທຳ...

ດ່າໜັງ ມີການພົວພັນຮ່ວມມືຢ່າງເປັນທາງການກັບ 3 ນະຄອນຂອງ ອາເມລິກາ ຄື: ນະຄອນ Oakland, ລັດ California; ນະຄອນ Pittsburgh, ລັດ Pennsylvania ແລະ ນະຄອນ Houston, ລັດ Texas.

SEEDS ມອບໂອກາດການຮໍ່າຮຽນໃຫ້ແກ່ ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີສະພາບຄວາມຫຍຸ້ງຍາກຢູ່ ດ່າໜັງ

SEEDS ມອບໂອກາດການຮໍ່າຮຽນໃຫ້ແກ່ ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີສະພາບຄວາມຫຍຸ້ງຍາກຢູ່ ດ່າໜັງ

ຍສໝ - ຄະນະກໍາມະການປະຊາຊົນ ນະຄອນ​ດ່າໜັງ ​ຫາກໍ່ໄດ້ປະກາດໃຊ້ ​ມະຕິ​ສະບັບ​ເລກທີ 2017/QD-UBND​ ວ່າດ້ວຍການອະນຸມັດການຮັບເອົາ​ເງິນ​ກວ່າ 4,1 ຕື້​ດົ່ງ​ ຈາກ​ໂຄງການທຶນ​ໜູນ​ຊ່ວຍ​ການ​ສຶກສາ ​ແລະ ພັດທະນາທັກສະຂອງ SEEDS ​ໃຫ້​ນັກຮຽນ, ນັກ​ສຶກສາ 196 ຄົນ ທີ່ມີຜົນການຮຽນເກັ່ງແຕ່ມີສະພາບ​ຄວາມ​ຫຍຸ້ງຍາກ ​ຢູ່ເຂດນະຄອນ ໂດຍອົງການ Pacific Links Foundation ອຸປະຖໍາ.

ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດຈາກມານີລາ (ຟີລິບປິນ)

ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດຈາກມານີລາ (ຟີລິບປິນ)

ຍສໝ - ໃນ ​ເວລາ 9:30 ​ໂມງ​ຂອງ​ວັນ​ທີ 7 ທັນວາ​ນີ້, ຖ້ຽວ​ບິນ​ທຳ​ອິດ​ໝາຍເລກ 5J 5756 ຈາກ​ນະຄອນຫຼວງ​ມະ​ນີລາ (ຟີ​ລິບ​ປິນ) ​ໄດ້​ລົງ​ຈອດ​ຢູ່​ສະໜາມ​ບິນ​ສາກົນ​ດ່າ​ນັງ, ​ໄດ້​ນຳ​ເອົາ​ຜູ້​ໂດຍສານ​ຟີ​ລິບ​ປິນ 177 ຄົນ​ໄປ​ຢ້ຽມຢາມ ​ແລະ ປະສົບ​ກັບ​ການ​ບໍລິການ​ທ່ອງ​ທ່ຽວ​ຢູ່​ຖະໜົນ​ດານັງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ