VUFO ແລະ SOS KDI ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍໃນສະພາບຄວາມຫຍຸ້ງຍາກ

07:00 | 25/04/2025

ຍສໝ - ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານອົງການໝູບ້ານເດັກນ້ອຍ SOS ສາກົນ (SOS KDI) ໂດຍທ່ານ Biranchi Upadhyaya, ຜູ້ອໍານວຍການ SOS KDI ພາກພື້ນ ອາຊີ ເປັນນຳໜ້າ.

VUFO, ສູນ​ຄົ້ນຄວ້າ​ລາຄາ ​ແລະ ໂຄສະນາແຫ່ງ​ຊາດ ສືບ​ຕໍ່​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ
ອົງການ ReSurge International ແລະ VUFO ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍທີ່ພິການມາແຕ່ກຳເນີດ
VUFO ແລະ SOS KDI ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍໃນສະພາບຄວາມຫຍຸ້ງຍາກ

ທ່ານ ຫງວຽນ​ງອກ​ຮຸ່ງ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (ຂວາ) ໄດ້ຕ້ອນຮັບ​ທ່ານ Biranchi Upadhyaya, ຜູ້ອຳນວຍການ​ໃຫຍ່ SOS KDI ພາກພື້ນ ອາຊີ ວັໃນນ​ທີ 23 ເມສາ, ຢູ່​ຮ່າ​ໂນ້ຍ. (ພາບ: Dinh Hoa)

ທີ່​ການຕ້ອນຮັບ, ທ່ານ Biranchi Upadhyaya ​ໄດ້​ແນະນຳ​ການ​ເຄື່ອນ​ໄຫວ​ຂອງ​ອົງການ. SOS KDI ໄດ້ຮັບການສ້າງຕັ້ງຂຶ້ນຢູ່ໂອຕຣິດ, ປະຈຸບັນມີການເຄື່ອນໄຫວຢູ່ 135 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີຫວຽດນາມ. ​ໃນ​ກວ່າ 30 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ອົງການ​ດັ່ງກ່າວ​ໄດ້​ສ້າງໝູບ້ານ​ເດັກນ້ວຍ SOS ຫວຽດນາມ 17 ​ແຫ່ງ ​ແລະ ​ໂຮງຮຽນ 15 ​ແຫ່ງ. ຜ່ານນັ້ນ, ເດັກນ້ອຍກຳພ້າ, ຖືກປະຖິ້ມ ແລະ ດ້ອຍໂອກາດນັບພັນຄົນໄດ້ຮັບການລ້ຽງດູ, ສຶກສາໃນສະພາບແວດລ້ອມທີ່ປອດໄພ, ມີເງື່ອນໄຂພັດທະນາຢ່າງຮອບດ້ານ ແລະ ກຽມພ້ອມເຂົ້າສູ່ຊີວິດເອກະລາດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັງຄົມເມື່ອເຕີບໃຫຍ່.

ທ່ານ​ຮອງ​ປະທານ VUFO ຫງວຽນ​ຫງອກ​ຮຸ່ງ ​ໃຫ້​ຮູ້​ວ່າ ຫວຽດນາມ ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນ, ​ໃນ​ນັ້ນ​ມີ SOS KDI. ຕາມ​ທ່ານ ຫງວຽນ​ຫງອກ​ຮຸ່ງ ແລ້ວ, ເຖິງ​ວ່າ​ບັນລຸ​ໄດ້​ບັນດາ​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຫວຽດນາມ ຍັງ​ຄົງ​ຕ້ອງການ​ການ​ໜູນ​ຊ່ວຍ​ຕົວ​ຈິງ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນ. ບັນດາໂຄງການ ແລະ ການເຄື່ອນໄຫວຂອງ SOS KDI ບໍ່ພຽງແຕ່ສະໜອງທຶນໃຫ້ແກ່ເດັກດ້ອຍໂອກາດ, ຊ່ວຍໃຫ້ເຂົາເຈົ້າມີຊີວິດການເປັນຢູ່ ແລະ ການຮຽນຮູ້ທີ່ດີຂຶ້ນເທົ່ານັ້ນ, ຫາກຍັງແບ່ງປັນ, ໜູນຊ່ວຍບັນດາປະສົບການ, ຄວາມຊ່ຽວຊານ, ປະກອບສ່ວນສ້າງແຮງຈູງໃຈໃຫ້ ຫວຽດນາມ ຍົກສູງປະສິດທິຜົນການເບິ່ງແຍງດູແລ ແລະ ການສຶກສາຂອງເດັກ.

ທ່ານ ຫງວຽນ​ຫງອກ​ຮຸ່ງ ຖື​ວ່າ VUFO ຈະ​ສືບ​ຕໍ່​ພ້ອມ​ກັບ SOS KDI, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ຈັດ​ຕັ້ງ​ຢູ່​ຫວຽດ​ນາມ. VUFO ຈະໜູນຊ່ວຍໃນການສະໜອງຂໍ້ມູນ, ປະສານງານແກ້ໄຂລະບຽບການບໍລິຫານ ພ້ອມທັງເຊື່ອມຕໍ່ກັບບັນດາຄູ່ຮ່ວມມື, ຜູ້ອຸປະຖຳ ແລະ ບັນດາອົງການທີ່ກ່ຽວຂ້ອງ ເພື່ອປະກອບສ່ວນປັບປຸງປະສິດທິຜົນຂອງບັນດາໂຄງການເບິ່ງແຍງເດັກ ແລະ ການສຶກສາທີ່ SOS KDI ພວມຈັດຕັ້ງປະຕິບັດ.

ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

ຍສໝ - ນີ້​ແມ່ນ​ເນື້ອ​ໃນແລກປ່ຽນ​ຕົ້ນຕໍ​ທີ່​ການພົບປະ ແລະ ເຮັດວຽກກັບ​ຫົວໜ້າ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ​ປະຈຳຕ່າງປະ​ເທດ​ ອາຍຸການ 2025-2028 ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ໄດ້ຈັດ​ຕັ້ງ​ໃນ​ວັນ​ທີ 22 ພະຈິກ ຢູ່ ຮ່າ​ໂນ້ຍ.

VUFO ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ເກຣັກ ປະຈຳ ຫວຽດນາມ

VUFO ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ເກຣັກ ປະຈຳ ຫວຽດນາມ

​ຍສໝ - ໃນ​ອາຍຸການ 5 ປີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ສາທາລະນະ​ລັດ ເກຼັກ ປະຈຳ ຫວຽດນາມ Georgios Stilianopoulos ໄດ້​ມີຄວາມນະ​ພະຍາຍາມ​ຫຼາຍ​ຢ່າງ​ໃນການຊຸກຍູ້​ການ​ຮ່ວມ​ມື ເກຼັກ - ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ, ເປັນຕົ້ນແມ່ນ​ເສດຖະກິດ - ການ​ຄ້າ, ແຮງ​ງານ, ການ​ເດີນ​ທະ​ເລ, ການ​ສຶກສາ, ກິລາ. ​ເພື່ອແນໃສ່ຮັບຮູ້​ການ​ປະກອບສ່ວນເຂົ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ