ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ

22:56 | 01/05/2025

ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975 / 30 ເມສາ 2025) ລະດັບຊາດ ໂດຍ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະນະຄອນ ໂຮ່ຈີມິນ ຈັດຕັ້ງໃນວັນທີ 30 ເມສາ ທີ່ເສັ້ນທາງ ເລຢ້ວນ ແລະເສັ້ນທາງສໍາຄັນ ສາຍຕ່າງໆຈໍານວນໜຶ່ງຂອງເມືອງ 1, ນະຄອນ ໂຮ່ຈີມິນ.

50 ປີ​ແຫ່ງທ້ອນ​ໂຮມປະເທດຊາດເປັນເອກະພາບ: ຄວາມ​ຫວັງ​ໃຫ້​ນັກ​ປະ​ຕິ​ວັດ​ໃນ​ທົ່ວ​ໂລກ 50 ປີ​ແຫ່ງທ້ອນ​ໂຮມປະເທດຊາດເປັນເອກະພາບ: ຄວາມ​ຫວັງ​ໃຫ້​ນັກ​ປະ​ຕິ​ວັດ​ໃນ​ທົ່ວ​ໂລກ
ນະຄອນໂຮ່ຈີມິນ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ນະຄອນໂຮ່ຈີມິນ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ເຂົ້າຮ່ວມພິທີ ມີບັນດາສະຫາຍ: ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ເລືອງເກື່ອງ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ; ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ...

ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ
ການນໍາພັກ, ລັດ ແລະບັນດາຜູ້ແທນສາກົນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: TTXVN

ເຂົ້າຮ່ວມພິທີຍັງມີບັນດາສະຫາຍການນຳ ແລະອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ບັນດາສະຫາຍພະນັກງານປະຕິວັດອາວຸໂສ, ແມ່ຫວຽດນາມວິລະຊົນ, ນັກວິລະຊົນກໍາລັງປະກອບອາວຸດປະຊາຊົນ ແລະ ນັກວິລະຊົນແຮງງານ; ການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ; ນັກຮົບເກົ່າທີ່ເຄີຍເຂົ້າຮ່ວມບັ້ນຮົບໂຮ່ຈີມິນ ໃນລະດູໃບໄມ້ປົ່ງ ປີ 1975...

ກ່າວສູນທອນພົດທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າໃນເວລາອັນສັກສິດນີ້, ພວກເຮົາ ສະແດງຄວາມອາໄລຫາ ແລະຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ຜູ້ນໍາທີ່ແສນເຄົາລົບຮັກ - ຜູ້ນໍາທີ່ປີຊາສາມາດຂອງພັກ ແລະຊາດເຮົາ, ອາຈານທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຂອງໂລກ, ນັກຮົບທີ່ດີເດັ່ນຂອງຂະບວນການກອມມູນິດ ແລະຊາວຜູ້ອອກແຮງງານ ສາກົນ - ດ້ວຍຄວາມຄາດຫວັງຢາກປົດປ່ອຍພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ, ດ້ວຍຄວາມເຊື່ອໝັ້ນຕໍ່ໄຊຊະນະຢ່າງແນ່ນອນ “ເຖິງປະສົບຄວາມຫຍຸ້ງຍາກລໍາບາກ ທໍ່ໃດ, ປະຊາຊົນເຮົາ ຈະໄດ້ຮັບໄຊ ຊະນະຢ່າງສົມບູນທີ່ແນ່ນອນ. ປະເທດຊາດເຮົາ ຈະເປັນທ້ອນໂຮມ ເປັນເອກະພາບຢ່າງແນ່ນອນ. ພີ່ນ້ອງຮ່ວມຊາດ ພາກໃຕ້-ພາກເໜືອ ຈະໂຮມເຂົ້າເປັນອັນໜຶ່ງອັນດຽວ.

ພວກເຮົາ ຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ, ສັດຊື່ບໍລິສຸດຜຸດຜ່ອງຂອງບັນດາສະຫາຍອ້າຍນ້ອງ ແລະເພື່ອນມິດສາກົນ, ບັນດາກໍາລັງກ້າວໜ້າ ແລະປະຊາຊົນຮັກຫອມສັນຕິພາບໃນໂລກ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນຫວຽດນາມ.

ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ
ບັນດາກ້ອນກໍາລັງສວນສະໜາມ ພວມເຂົ້າຜາມໄຊ. ພາບ: TTXVN

ກ່າວຄໍາເຫັນທີ່ພິທີມ ທ່ານພົນຈັດຕະວາ ເຈິ່ນຫງອັກໂຖ, ອາຍຸ 79 ປີ, ອະດີດເສນາທິການ ທະຫານເຂດ 7, ຕາງໜ້າໃຫ້ບັນດາກໍາລັງເຂົ້າຮ່ວມບັ້ນຮົບໂຮ່ຈີມິນ ໃຫ້ຮູ້ວ່າ: “ໂດຍແມ່ນຜູ້ທີ່ກັບຄືນຈາກການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ, ໄດ້ດຳລົງຊີວິດຢູ່ໃນປະເທດ ແຫ່ງສັນຕິພາບ, ເອກະລາດ, ເອກະພາບ, ທົ່ວປະເທດກ້າວຂຶ້ນສູ່ສັງຄົມ ນິຍົມ, ພວກຂ້າພະເຈົ້າ ຮູ້ສຶກດີໃຈ ແລະເອກອ້າງທະນົງໃຈທີ່ສຸດ ຕໍ່ບັນດາຜົນງານອັນໃຫຍ່ຫຼວງຂອງປະເທດ ພາຍຫຼັງເກືອບ 40 ປີແຫ່ງ ການປະຕິບັດພາລະກິດປ່ຽນແປງໃໝ່ ໂດຍ ພັກ ເປັນຜູ້ລິເລີ່ມ ແລະນໍາພາ”.

ຕາງໜ້າໃຫ້ລຸ້ນໜຸ່ມກ່າວຄຳເຫັນທີ່ພິທີ, ສະຫາຍ ນາງ ຮວິ່ງແມ້ງເຟືອງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມນະຄອນໂຮ່ຈິມິນ, ເລຂາຄະນະຊາວໜຸ່ມມະຫາວິທະຍາໄລເສດຖະກິດ ແລະກົດໝາຍ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: “ຈາກບັນດາໜ້າປະຫວັດສາດ, ຮູບເງົາ, ປຶ້ມ, ໜັງສືພິມ, ບັນດາບົດເພງປະຕິວັດ, ພວກຫຼານ ໄດ້ຮຽນ, ໄດ້ອ່ານ, ໄດ້ຊົມ, ໄດ້ຟັງ, ພວກຫຼານ ຍິ່ງຮູ້ສຶກເອກອ້າງທະນົງໃຈ ແລະຮູ້ໄດ້ຄຸນຄ່າຂອງສັນຕິພາບ, ຍິ່ງນິຍົມນັບຖື, ຮູ້ບຸນຄຸນ ແລະເຄົາລົບບັນ ດາຮຸ່ນພໍ່ຮຸ່ນກ່ອນ”.

ເນື່ອງໃນໂອກາດນີ້, ເພື່ອຮັບຮູ້ບັນດາຜົນງານອັນພົ້ນເດັ່ນຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈິມິນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ, ພັກ ແລະ ລັດ ໄດ້ຕົກລົງມອບນາມມະຍົດວິລະຊົນແຮງງານໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມິນ.

ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 7 ມັງກອນ, ຢູ່​ນະຄອນ ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ແຂວງ ກວາງ​ນິງ ​ໄດ້​ຈັດ​ຕັ້ງ​ການພົບປະສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ; 46 ປີ​ແຫ່ງ​ວັນ​ໄຊຊະນະ​ສົງຄາມ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ຊາດ ວັນ​ທີ 7 ມັງກອນ (1979-2025) ​ແລະ ສະຫຼຸບ​ວຽກ​ງານ​ຂອງ​ສະມາຄົມ​ໃນ​ປີ 2024, ...

ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງວັນຊາດ ຣູມານີ ຄົບຮອບ 106 ປີ ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງວັນຊາດ ຣູມານີ ຄົບຮອບ 106 ປີ

ຍສໝ - ວັນທີ 26 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ນະຄອນ ໂຮ່ຈີມິນ (ສະມາຄົມ) ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 106 ປີແຫ່ງວັນຊາດ ຣູມານີ ແລະ 10 ປີແຫ່ງວັນສ້າງຕັ້ງສະມາຄົມ. ​ເຫດການ​ນີ້​ແມ່ນ​ໂອກາດ​ເພື່ອ​ເຊີດຊູ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ກັນນັ້ນ ກໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ ...

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ